ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ADB ແລະຍີ່ປຸ່ນ ໃຫ້ການຊ່ວຍເຫລືອລາວ ຫລາຍລ້ານໂດລາ


ທ່ານ ສົມດີ ດວງດີ (ຂວາ) ລັດຖະມົນຕີກະຊວງການເງິນລາວ ຈັບມືກັບທ່ານ Haruhiko Kuroda ປະທານ ADB ພາຍຫລັງ ການເຊັນສັນຍາເງິນກູ້ຢືມແກ່ລັດຖະບານລາວໃນຕົ້ນປີ 2011 ນີ້
ທ່ານ ສົມດີ ດວງດີ (ຂວາ) ລັດຖະມົນຕີກະຊວງການເງິນລາວ ຈັບມືກັບທ່ານ Haruhiko Kuroda ປະທານ ADB ພາຍຫລັງ ການເຊັນສັນຍາເງິນກູ້ຢືມແກ່ລັດຖະບານລາວໃນຕົ້ນປີ 2011 ນີ້

ທະນາຄານພັດທະນາເອເຊຍ ໃຫ້ການຊ່ວຍເຫລືອລາວ 23 ລ້ານໂດລາ ເພື່ອພັດທະນາ ຊົນນະບົດ ໃນ 4 ແຂວງພາກເໜືອ ສ່ວນຍີ່ປຸ່ນກໍຊ່ວຍເຫລືອ 5 ພັນກວ່າລ້ານເຢນ ເພື່ອ ຂະຫຍາຍສະໜາມບິນວັດໄຕ ແລະປັບປຸງທາງເລກ 9.

ທ່ານໄພທູນ ພົມວິໄຊ ຫົວໜ້າໂຄງການພັດທະນາພື້ນຖານໂຄງຮ່າງໃນເຂດຊົນນະບົດ
ພາກເໜືອຂອງລາວ ຖະແຫລງຢືນຢັນວ່າ ທະນາຄານພັດທະນາເອເຊຍ (ADB) ໄດ້
ຕົກລົງໃຫ້ຄວາມຊ່ວຍເຫລືອດ້ານງົບປະມານ ແກ່ລັດຖະບານລາວ ໃນມູນຄ່າ 23 ລ້ານ
ໂດລາ ເມື່ອບໍ່ນານມານີ້. ໂດຍຄວາມຊ່ວຍເຫລືອດັ່ງກ່າວ ຈະນໍາໃຊ້ ສໍາລັບດໍາເນີນການ ພັດທະນາລະບົບພື້ນຖານໂຄງລ່າງຕ່າງໆ ເຊ່ນ ຖະໜົນ, ຄອງຊົນລະປະທານ ແລະ
ການເພີ້ມຜົນຜະລິດດ້ານກະສິກໍາ ໃນເຂດຊົນນະບົດຂອງແຂວງບໍ່ແກ້ວ, ຫລວງນໍ້າທາ,
ອຸດົມໄຊ ແລະຜົ້ງສາລີ.

ສາເຫດທີ່ ADB ໄດ້ໃຫ້ຄວາມສໍາຄັນກັບການພັດທະນາຊົນນະບົດໃນເຂດ 4 ແຂວງ
ດັ່ງກ່າວຢ່າງເປັນກໍລະນີພິເສດນັ້ນ ກໍຍ້ອນເຫັນວ່າ ເປັນເຂດທີ່ປະຊາຊົນສ່ວນໃຫຍ່
ຍັງມີສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງ ຍິ່ງ, ເຊິ່ງຈາກການສໍາຫຼວດຂອງທາງ
ການລາວກໍພົບວ່າ ໃນຈໍານວນປະຊາຊົນ 8 ແສນກວ່າຄົນ ທີ່ຈະມີສ່ວນ ໄດ້ຮັບຜົນປະ ໂຫຍດຈາກການຊ່ວຍເຫຼືອຂອງ ADB ຄັ້ງນີ້ ກໍປະກົດວ່າມີຢູ່ເຖິງ 33% ທີ່ມີລາຍໄດ້
ຕໍ່າກວ່າ 1 ໂດລາຕໍ່ມື້,​ ເຊິ່ງຖືວ່າ ມີຄຸນນະພາບຊີວິດການເປັນຢູ່ທີ່ຕໍ່າຫຼາຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ການຊ່ວຍເຫຼືອຂອງທະນາຄານພັດທະນາເອເຊຍດັ່ງກ່າວນີ້ ກໍມີເງື່ອນ
ໄຂວ່າ ລັດຖະບານລາວຈະຕ້ອງສົມທົບທຶນດ້ວຍໃນມູນຄ່າບໍ່ໜ້ອຍກວ່າ 1.2 ລ້ານໂດລາ,
ສ່ວນປະຊາຊົນ ທີ່ຢູ່ໃນເຂດພັດທະນາໂຄງການ ຊຶ່ງຈະມີການແບ່ງອອກເປັນທັງໝົດ
25 ໂຄງການນັ້ນ ກໍຈະຕ້ອງປະກອບສ່ວນເຂົ້າ ໃນໂຄງການ ດ້ວຍແຮງງານ ໃນຕະຫຼອດ
ໄລຍະຂອງການດໍາເນີນໂຄງການນັບຈາກປີ 2011 ນີ້ ໄປຈົນເຖິງປີ 2015 ອີກດ້ວຍ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ທາເຄກິ ມັດສິໂມໂຕ, ລັດຖະມົນຕີວ່າການຕ່າງປະເທດຍີ່ປຸ່ນ ພາຍ ຫລັງການລົງນາມໃນການຕົກລົງຊ່ວຍເຫຼືອ 5 ພັນກວ່າລ້ານເຢນ ໃນຕົ້ນເດືອນສິງຫາ, 2011 ທີ່ນະຄອນໂຕກຽວ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ທາເຄກິ ມັດສິໂມໂຕ, ລັດຖະມົນຕີວ່າການຕ່າງປະເທດຍີ່ປຸ່ນ ພາຍ ຫລັງການລົງນາມໃນການຕົກລົງຊ່ວຍເຫຼືອ 5 ພັນກວ່າລ້ານເຢນ ໃນຕົ້ນເດືອນສິງຫາ, 2011 ທີ່ນະຄອນໂຕກຽວ

ອີກດ້ານນຶ່ງ ທາງການລັດຖະ
ບານຍີ່ປຸ່ນກໍໄດ້ຕົກລົງໃຫ້ການ
ຊ່ວຍເຫຼືອແກ່ລັດຖະບານລາວ
ໃນມູນຄ່າຫຼາຍ ກວ່າ 5 ພັນ
ລ້ານເຢນ ໂດຍລົງນາມໃນການ
ຕົກລົງຊ່ວຍເຫຼືອດັ່ງກ່າວ ກໍແມ່ນ
ທ່ານທາເຄກິ ມັດສິໂມໂຕ, ລັດ
ຖະມົນຕີການຕ່າງປະເທດຍີ່ປຸ່ນ
ແລະມີທ່ານທອງລຸນ ສີສຸລິດ,
​ຮອງນາຍົກລັດຖະມົນຕີ ແລະ
ລັດຖະມົນຕີການຕ່າງປະເທດ
ລາວ ເປັນຜູ້ລົງນາມຮັບການ
ຊ່ວຍເຫຼືອ ທີ່ມີຂຶ້ນຢູ່ກຸງໂຕກຽວ
ປະເທດຍີ່ປຸ່ນ.

ການຊ່ວຍເຫຼືອດັ່ງກ່າວນີ້ ຈະໃຊ້ໃນການພັດທະນາສະໜາມບິນວັດໄຕ ທີ່ນະຄອນຫຼວງວຽງ
ຈັນ ໃຫ້ມີຄວາມປອດໄພທີ່ໄດ້ລະດັບມາດຕະຖານສາກົນ, ເຊິ່ງຈະໃຊ້ງົບປະມານ 1.9 ພັນ
ລ້ານເຢນ. ສ່ວນງົບປະມານ ທີ່ເຫຼືອອີກ 3.2 ພັນລ້ານເຢນນັ້ນ ກໍຈະໃຊ້ເພື່ອການພັດທະ
ນາປັບປຸງເສັ້ນທາງເລກ 9 ໃນແຂວງສະຫວັນນະເຂດ ທີ່ຈະຕ້ອງສ້ອມແປງຢ່າງຮີບດ່ວນ ເນື່ອງຈາກວ່າເສັ້ນທາງໄດ້ຕົກຢູ່ໃນສະພາບທີ່ເປ່ເພຫຼາຍແລ້ວນັ້ນເອງ.

ທາງດ້ານທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະ
ລັດຖະບານລາວ ກໍໄດ້ຢືນຢັນວ່າ ໃນຕະຫຼອດແຜນການປີ 2010-2011 ນີ້, ລັດຖະບານ
ລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ,​ ເນື່ອງຈາກວ່າ ລັດ
ຖະບານ ໄດ້ຕັດງົບປະມານລາຍຈ່າຍໄວ້ໃນມູນຄ່າລວມເຖິງ 15,160 ຕື້ກີບ ຫາກແຕ່ຈະ
ສາມາດຈັດເກັບລາຍຮັບໄດ້ຕໍ່າກວ່າລາຍຈ່າຍດັ່ງກ່າວ ຈຶ່ງຈະຕ້ອງຊອກຫາແຫຼ່ງລາຍຮັບ
ໃຫ້ໄດ້ເພີ່ມຕື່ມຂຶ້ນນັ້ນເອງ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຊີ້ແຈງວ່າ:

“ສ້າງ ແລະ ອອກເສາະສະແຫວງຫາແຫຼ່ງລາຍຮັບໃໝ່ເພີ່ມເຕີມ, ເພີ່ມແຫຼ່ງທຶນ
ຂອງລະບົບທະນາຄານເພື່ອ ປ່ອຍສິນເຊື້ອເຂົ້າໃນເປົ້າໝາຍບູລິມະສິດທີ່ມີປະສິດທິ
ຜົນໃນສະເພາະໜ້າ ແລະຍາວນານ, ຄົ້ນຄ້ວາຍາດ ແຍ່ງເອົາການຊ່ວຍເຫຼືອທາງ
ການ ODA ແລະການກູ້ຢືມຈາກສະຖາບັນການເງິນສາກົນ ແລະບັນດາປະເທດທີ່
ມີຄວາມອາດສາມາດ
.

ພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວກໍໄດ້ວາງແຜນການທີ່ຈະຂໍກູ້ຍືມຈາກຕ່າງປະ
ເທດບໍ່ໜ້ອຍກວ່າ 1,878 ຕື້ກີບ ແລະອອກພັນນະບັດລັດຖະບານເພື່ອລະດົມທຶນພາຍໃນ
ໃຫ້ໄດ້ໃນມູນຄ່າ 261 ຕື້ ກີບ, ຊຶ່ງກໍໝາຍຄວາມວ່າ ໃນຕະຫຼອດໄລຍະແຜນການປະຈໍາປີ
2010–2011 ນີ້ ລັດຖະບານລາວກໍຈະຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດຄິດ
ເປັນມູນຄ່າລວມທັງໝົດ 5,369 ຕື້ກີບ.

XS
SM
MD
LG