ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຈະລົບລ້າງ ຄວາມທຸກຈົນ ໃຫ້ໝົດໄປ ຢ່າງແທ້ຈິງໄດ້ໃນປີ 2015


ເສັ້ນທາງເນັ່ງຜ່ານຊາຍແດນລາວ ແລະຈີນ ທາງພາກເໜືອຂອງລາວ
ເສັ້ນທາງເນັ່ງຜ່ານຊາຍແດນລາວ ແລະຈີນ ທາງພາກເໜືອຂອງລາວ

ປະທານປະເທດລາວຢືນຢັນທີ່ຈະສືບຕໍ່ການປະຕິບັດນະໂຍບາຍປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ດ້ວຍເປົ້າໝາຍຈະລົບລ້າງບັນຫາຄວາມຍາກຈົນໃຫ້ໝົດໄປຈາກລາວຢ່າງແທ້ຈິງໃນປີ 2015.

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ປະຊາຊົນ
ປະຕິວັດລາວ ແລະປະທານປະເທດລາວ ໄດ້ຖະແຫຼງຢືນ
ຢັນວ່າ ແນວນະໂຍບາຍຈີນຕະນາການໃໝ່່ ຫຼືວ່າແນວ
ນະໂຍບາຍປ່ຽນແປງໃໝ່ ທີ່ທ່ານ ໄກສອນ ພົມວິຫານ
ອະດີດປະທານພັກແລະປະທານປະເທດລາວ ເປັນຜູ້ເລີ້ມ
ແລະນຳພາປະຕິບັດຕົວຈິງນັບແຕ່ປີ 1986 ເປັນຕົ້ນມາ
ນັ້ນ ນັບວ່າເປັນແນວທາງນະໂຍບາຍທີ່ຖືກຕ້ອງ ແລະ
ສອດຄ່ອງກັບສະພາບຕົວຈິງ ພາຍໃນລາວຢ່າງຍິ່ງ.

ທ່ານໄກສອນ ພົມວິຫານ ອະດີດປະທານພັກ ແລະປະທານປະເທດລາວ
ທ່ານໄກສອນ ພົມວິຫານ ອະດີດປະທານພັກ ແລະປະທານປະເທດລາວ

ເພາະສະນັ້ນເພື່ອເປັນການເຮັດ
ໃຫ້ເປົ້າໝາຍສະຫັດສະວັດຂອງ
ລາວກໍ່ຄືເປົ້າໝາຍຂອງສະຫະປະ
ຊາຊາດໃນການລົບລ້າງບັນຫາ
ຄວາມທຸກຈົນຂອງປະຊາຊົົນໄດ້
ໂດຍພື້ນຖານ ພາຍໃນປີ 2015
ນັ້ນ ຈຶ່ງເຮັດໃຫ້ພັກແລະລັດຖະ
ບານລາວ ມີຄວາມແນ່ວແນ່ທີ່
ຈະກ້າວໄປເຖິງເປົ້າໝາຍດັ່ງກ່າວ
ໃຫ້ໄດ້ຢ່າງແທ້ຈິງ ດ້ວຍການສືບ
ຕໍ່ປະຕິບັດແນວທາງນະໂຍບາຍ
ປ່ຽນແປງໃໝ່ຕໍ່ໄປຢ່າງບໍ່ຢຸດຢັ້ງ.

ດັ່ງທີ່ທ່ານ ຈູມມະລີ ໄດ້ຖະແຫຼງຢືນຢັນໃນໂອກາດການສະເຫຼີມສະຫຼອງວັນເກີດຄົບຮອບ
90 ປີຂອງທ່ານໄກສອນ ພົມວິຫານ ໃນຕອນນຶ່ງວ່າ:

“ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍຈີນຕະນາການ ແລະແຜນນະໂຍບາຍໃໝ່ທາງ ດ້ານເສດຖະກິດທີ່ປະທານໄກສອນ ໄດ້ລິເລີ່ມວາງອອກໃນແນວທາງປ່ຽນແປງ
ໃຫມ່ຂອງພັກເຮົາ ພວກເຮົາຕ້ອງອອກແຮງໃນການປະຕິບັດຄາດໝາຍສູ້ຊົນແຕ່
ນີ້ຫາປີ 2015 ໃຫ້ປະກົດເປັນຈິງ ສ້າງຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການ
ພັດທະນາເສດຖະກິດ-ສັງຄົມ ເພື່ອເປັນເງື່ອນໄຂຮັບປະກັນສະເຖຍລະພາບແລະ
ຄວາມສະງົບອັນໜັກແໜ້ນ ປັບປຸງ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ,
ພະນັກງານ, ທະຫານ, ຕຳຫຼວດໃຫ້ດີຂື້ນຕື່ມ.”

ເພື່ອເປັນການເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ລັດຖະບານລາວ
ກໍ່ໄດ້ວາງແຜນການທີ່ຈະດຶງເອົາການລົງທຶນຈາກຕ່າງປະເທດໃຫ້ໄດ້ເຖິງ 4 ໝື່ນລ້ານໂດລາ
ໃນໄລຍະ 5 ປີຕໍ່ໄປນີ້ ກໍ່ຄືຈາກປີ 2011-2015 ໂດຍສະເພາະແມ່ນການດຶງເອົາການລົງ
ທຶນເຂົ້າໃນໂຄງການຂະໜາດໃຫຍ່ໃຫ້ໄດ້ຫຼາຍກວ່າ 200 ໂຄງການ.

ການຕິດຕັ້ງຕາໜ່າງໄຟຟ້າແຮງສູງ ໃນເຂດຊົນນະບົດ ຂອງລາວ
ການຕິດຕັ້ງຕາໜ່າງໄຟຟ້າແຮງສູງ ໃນເຂດຊົນນະບົດ ຂອງລາວ

ຕົວຢ່າງກໍ່ຄື ໂຄງການສ້າງທາງ
ລົດໄຟຈາກນະຄອນວຽງຈັນໄປ
ປະເທດຈີນ ໂຄງການຂະຫຍາຍ
ສາຍສົ່ງກະແສໄຟຟ້າແຮງສູງທົ່ວ
ປະເທດ ໂຄງການສ້າງທາງຫຼວງ
ແຫ່ງຊາດຂະໜານກັບເສັ້ນທາງ
ເລກ 13 ໂຄງການສ້າງເຂື່ອນ
ໄຟຟ້າ 14 ແຫ່ງ ໂຄງການສ້າງ
ທາງດ່ວນໄປຫວຽດນາມ ໂຄງ
ການຂຸດຄົ້ນແຮ່ເຫຼັກ, ແຮ່ໂປ
ຕາສຊຽມ ແລະແຮ່ບອກໄຊ ເປັນຕົ້ນ.

ຖ້າຫາກວ່າສາມາດປະຕິບັດໄດ້ຈິງ ຈະເປັນຜົນເຮັດໃຫ້ປະຊາຊົນລາວຫຼຸດພົ້ນຈາກຄວາມທຸກ
ຈົນໄດ້ໃນລະດັບພື້ນຖານ ແລະສຳລັບໃນໄລຍະແຜນການພັດທະນາທາງເສດຖະກິດ ແລະ
ສັງຄົມແຫ່ງຊາດປະຈຳປີ 2010-2011 ນີ້ ລັດຖະບານກໍ່ໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້
ຍອດຜະລິດຕະພັນລວມພາຍໃນປະເທດ ຫຼື GDP ຂະຫຍາຍຕົວເພີ່ມຂື້ນໃຫ້ໄດ້ບໍ່ຫຼຸດ
8% ຊຶ່ງກໍ່ຈະເຮັດໃຫ້ມູນຄ່າ GDP ສະເລ່ຍເປັນລາຍຮັບຂອງປະຊາຊານລາວໄດ້ເຖິງ 9.6
ລ້ານກີບຫຼືປະມານ 1,130 ໂດລາ ຕໍ່ຄົນ ຕໍ່ປີ.

ສ່ວນການທີ່ຈະເຮັດໃຫ້ເປົ້າໝາຍດັ່ງກ່າວສາມາດເກີດຂຶ້ນໄດ້ຢ່າງແທ້ຈິງນັ້ນ ກໍ່ມີຄວາມຈຳ
ເປັນທີ່ຈະຕ້ອງຊຸກຍູ້ໃຫ້ການຜະລິດໃນພາກກະສິກຳ-ປ່າໄມ້ ມີການຂະຫຍາຍຕົວເພີ່ມຂື້ນ
ບໍ່ໜ້ອຍກວ່າ 3.5% ແລະພາກບໍລິການກໍ່ຈະຕ້ອງຂະຫຍາຍຕົວບໍ່ຕໍ່າກວ່າ 6.7% ສ່ວນ
ພາກອຸດສະກໍານັ້ນກໍ່ຈະຕ້ອງຂະຫຍາຍຕົວເຖິງ 17.3%

ສຳລັບໃນດ້ານງົບປະມານລາຍຮັບ-ລາຍຈ່າຍນັ້ນ ລັດຖະບານລາວກໍ່ຈະສູ້ຊົນເພື່ອເຮັດໃຫ້
ສາມາດຈັດເກັບລາຍຮັບໃຫ້ໄດ້ບໍ່ໜ້ອຍກວ່າ 20.8% ຂອງມູນຄ່າ GDP ໃນຂະນະດຽວ
ກັນ ກໍ່ຈະຄວບຄຸມລາຍຈ່າຍໃຫ້ບໍ່ເກີນລະດັບ 24.29% ຂອງມູນຄ່າ GDP ຊຶ່ງກໍ່ຈະເຮັດໃຫ້
ລັດຖະບານລາວຂາດດູນທາງດ້ານງົບປະມານໃນລະດັບບໍ່ເກີນ 3.49% ຂອງມູນຄ່າ GDP
ເທົ່ານັ້ນ.

XS
SM
MD
LG