ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງການເງິນຊ່ວຍເຫຼືອ ຫຼາຍກວ່າ 3,490 ຕື້ກີບ ໃນແຜນການປະຈໍາປີນີ້


ພິທີເຊັນສັນຍາມອບຮັບການຊ່ວຍເຫລືອດ້ານອາຫານຂອງທະນາ
ຄານໂລກ ແກ່ລັດຖະບານລາວໂດຍຜ່ານກະຊວງການເງິນ ໃນ
ປີ 2010 ນີ້
ພິທີເຊັນສັນຍາມອບຮັບການຊ່ວຍເຫລືອດ້ານອາຫານຂອງທະນາ ຄານໂລກ ແກ່ລັດຖະບານລາວໂດຍຜ່ານກະຊວງການເງິນ ໃນ ປີ 2010 ນີ້

ລັດຖະບານລາວຕ້ອງການເງິນຊ່ວຍເຫຼືອຈາກຕ່າງປະເທດຫຼາຍກວ່າ 3,490 ຕື້ກີບ ຫຼືຄິດ ເປັນອັດຕາສ່ວນທີ່ຫລາຍ ກວ່າ 26% ຂອງງົບປະມານລາຍຮັບທັງໝົດໃນແຜນການປະ ຈໍາປີ 2010-2011 ນີ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນ
ໄດ້ໃຫ້ການຢືນຢັນວ່າໃນຕະຫຼອດໄລຍະແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງ
ຊາດປະຈໍາປີ 2010-2011 ນີ້ ລັດຖະບານລາວຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອທາງ ດ້ານງົບປະມານຈາກຕ່າງປະເທດໃນມູນຄ່າລວມບໍ່ໜ້ອຍກວ່າ 3,491 ຕື້ກີບ ຫຼື ຄິດເປັນ
26.8% ຂອງງົບປະມານລາຍຮັບທັງໝົດ.

ໂດຍໃນຕະຫຼອດໄລຍະແຜນການປະຈໍາປີດັ່ງກ່າວ ລັດຖະບານລາວກໍ່ໄດ້ວາງຄາດໝາຍລາຍ
ຮັບລວມໄວ້ ໃນມູນຄ່າ 13,021 ຕື້ກີບ ຫຼືປະມານ 1,600 ລ້ານໂດລ້າ ຊຶ່ງຈະເປັນລາຍ
ຮັບຈາກການຈັດເກັບພາສີ ແລະຄ່າທໍານຽມຕ່າງໆ ໃນມູນຄ່າລວມ 4,487 ຕື້ກີບ ຫຼືຄິດເປັນ
ສັດສ່ວນເກີນກວ່າ 34% ຂອງງົບປະມານລາຍຮັບທັງໝົດ ສ່ວນທີ່ເຫຼືອ ກໍຄາດໝາມວ່າ ຈະ ເປັນລາຍຮັບຈາກອາກອນຂາອອກ-ຂາເຂົ້າໃນມູນຄ່າ 3,050 ຕື້ກີບ, ລາຍຮັບຈາກລັດວິ
ສາຫະກິດ 1,109 ຕື້ກີບ, ລາຍຮັບຈາກທີ່ດິນ ແລະຊັບສິນຂອງລັດ 804 ຕື້ກີບ ແລະລາຍ
ຮັບຈາກໂຄງການເຂື່ອນນໍ້າເທິນ 2 ອີກ 80 ຕື້ກີບ.

ທ່ານຈູມມະລີ ໄຊຍະສອນ, ປະທານ ປະເທດລາວຈັບມືກັບທ່ານ Robert Bruce Zoellick ປະທານທະນາ ຄານໂລກ, ທີ່ໃຫ້ເງິນກູ້ຢືມແກ່ລາວ
ທ່ານຈູມມະລີ ໄຊຍະສອນ, ປະທານ ປະເທດລາວຈັບມືກັບທ່ານ Robert Bruce Zoellick ປະທານທະນາ ຄານໂລກ, ທີ່ໃຫ້ເງິນກູ້ຢືມແກ່ລາວ

ແຕ່ຢ່າງໃດກໍ່ຕາມ ເນື່ອງຈາກວ່າລັດຖະບານ
ລາວໄດ້ຕັ້ງງົບປະມານລາຍຈ່າຍໃນຕະຫຼອດ
ໄລຍະແຜນການປະຈໍາປີ 2010-2011 ນີ້ໄວ້
ໃນມູນຄ່າລວມທັງໝົດເຖິງ 15,160 ຕື້ກີບ
ຫຼືປະມານ 1,800 ລ້ານໂດລ້າ ຈຶ່ງເຮັດໃຫ້ຈໍາ
ເປັນທີ່ຈະຕ້ອງຊອກຫາແຫ່ງລາຍຮັບໃຫ້ໄດ້
ເພີ່ມຕື່ມຂື້ນອິກບໍ່ໜ້ອຍກວ່າ 2,139 ຕື້ກີບ
ຊຶ່ງລັດຖະບານລາວກໍ່ໄດ້ວາງເປົ້າໝາຍທີ່ຈະ
ຊອກຫາທັງຈາກພາຍໃນ ແລະຈາກຕ່າງປະ
ເທດຄວບຄູ່ກັນໄປ ດັ່ງທີ່ທ່ານສົມສະຫວາດ
ເລ່ງສະຫວັດ ຮອງນາຍຍົກລັດຖະມົນຕີຜູ້ປະ
ຈໍາການຄະນະລັດຖະບານລາວໄດ້ຊີ້ແຈງວ່າ.

“ສ້າງແລະອອກເສາະສະແຫວງຫາແຫຼ່ງ
ລາຍຮັບໃຫມ່ເພີ່ມເຕີມ ປະຕິບັດແຜນ
ລາຍຈ່າຍງົບປະມານ ໃຫ້ຖືກຕາມປົ້າ
ໝາຍຈຸດສຸມ, ເຂັ້ມງວດໃນການປະຕິບັດວິໄນແຜນການ ແລະວິໄນການເງິນ, ເພີ່ມແຫຼ່ງທຶນຂອງລະບົບທະນາຄານ ເພື່ອປ່ອຍສິນເຊື່ອເຂົ້າໃນເປົ້າໝາຍບຸລີມະ
ສິດທີ່ມີປະສິດທິຜົນໃນສະເພາະໜ້າ ແລະຍາວນານ, ຄົ້ນຄວ້າຍາດແຍ່ງເອົາ
ການຊ່ວຍເຫຼືອທາງການ ODA ແລະການກູ້ຢືມຈາກສະຖາບັນການເງິນສາກົນ ແລະບັນດາປະເທດທີ່ມີຄວາມອາດສາມາດ.”

ໂດຍພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວກໍໄດ້ວາງແຜນການທີ່ຈະຂໍກູ້ຢືມຈາກຕ່າງ
ປະເທດບໍ່ໜ້ອຍກວ່າ 1,878 ຕື້ກີບ ແລະ​ອອກ​ພັນທະບັດ​ລັດຖະບານ​ເພື່ອ​ລະດົມ​ທຶນພາຍ
ໃນ​ໃຫ້​ໄດ້​ໃນ​ມູນ​ຄ່າ 261 ຕື້ກີບ ຊຶ່ງກໍ່ໝາຍຄວາມວ່າໃນຕະຫຼອດໄລຍະແຜນການປະຈໍາ
ປີ 2010-2011 ນີ້ ລັດຖະບານລາວກໍຈະຕ້ອງເພິ່ງພາການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງ ປະເທດຄິດເປັນມູນຄ່າລວມທັງໝົດ 5,369 ຕື້ກີບ ຫຼືຫຼາຍກວ່າ 662 ລ້ານໂດລ້າ ນັ້ນເອງ.

ສໍາລັບກ່ຽວກັບແຜນການງົບປະມານລາຍຈ່າຍນັ້ນ ລັດຖະບານລາວກໍ່ໄດ້ແບ່ງອອກເປັນລາຍ
ຈ່າຍເພື່ອດໍາເນີນໂຄງການພັດທະນາຕ່າງໆຂອງລັດຖະບານໃນສັດສ່ວນເຖິງ 45% ຂອງງົບ
ປະມານລາຍຈ່າຍທັງໝົດ. ສ່ວນທີ່ເຫຼືອກໍ່ເປັນລາຍຈ່າຍສໍາລັບເງິນເດືອນແລະສະຫວັດດີການ
ຂອງພະນັກງານລັດຖະບານ 19%. ສໍາລັບພັດທະນາລະບົບໂຄງຂ່າຍພື້ນຖານ 23% ແລະ
ສໍາລັບຊໍາລະໜີ້ເງິນກູ້ ພ້ອມດອກເບ້ຍທັງພາຍໃນແລະຕ່າງປະເທດອີກ 13% ຂອງງົບປະ
ມານລາຍຈ່າຍທັງໝົດດັ່ງກ່າວ.

ທ່ານ ສົມດີ ດວງດີ (ຂວາ) ລັດຖະມົນຕີກະຊວງ ການເງິນລາວຈັບມືກັບທ່ານ Haruhiko Kuroda ປະທານທະນາຄານພັດທະນາເອເຊຍຫລັງການເຊັນ ສັນຍານກູ້ຢືມສະບັບນຶ່ງ
ທ່ານ ສົມດີ ດວງດີ (ຂວາ) ລັດຖະມົນຕີກະຊວງ ການເງິນລາວຈັບມືກັບທ່ານ Haruhiko Kuroda ປະທານທະນາຄານພັດທະນາເອເຊຍຫລັງການເຊັນ ສັນຍານກູ້ຢືມສະບັບນຶ່ງ

ຖ້າຫາກວ່າສາມາດປະຕິບັດ
ໄດ້ຈິງຕາມແຜນການທີ່ວາງ
ເອົາໄວ້ດັ່ງກ່າວນີ້ກໍຈະເຮັດໃຫ້
ລັດຖະບານລາວຂາດດູນທາງ
ດ້ານງົບປະມານໃນອັດຕາບໍ່
ເກີນ 3.49% ຂອງມູນຄ່າ
ຜະລິດຕະພັນລວມພາຍໃນ
ຫລື GDP ຊຶ່ງຄາດໝາຍວ່າ
ຈະມີມູນຄ່າລວມທັງໝົດ
62,600 ຕື້ກີບ ຫຼືຫຼາຍກວ່າ
7,728 ລ້ານໂດລາ ແລະກໍ່ຈະ
ສາມາດສະເລຍເປັນລາຍຮັບ
ຂອງປະຊາກອນລາວໄດ້ເກິນ
ກວ່າ 1,200 ໂດລາຕໍ່ຄົນຕໍ່ປີ.

ສ່ວນໃນໄລຍະແຜນການປີ 2009-2010 ທີ່ຜ່ານມານັ້ນ ລັດຖະບານລາວກໍ່ສາມາດຈັດ
ເກັບລາຍຮັບລວມກັບການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໄດ້ທັ້ງໝົດ 10,490
ຕື້ກີບ ໃນຂະນະດຽວກັນກໍ່ໄດ້ໃຊ້ຈ່າຍງົບປະມານໄປທັງໝົດ 12,200 ຕື້ກີບ ໂດຍເປັນ
ການໃຊ້ຈ່າຍເພື່ອການພັດທະນາທາງເສດຖະກິດໃນສັດສ່ວນ 65% ແລະການໃຊ້ຈ່າຍ
ໃນການພັດທະນາທາງສັງຄົມ 35% ຂອງງົບລົງທຶນພາກລັດທັງໝົດ.

XS
SM
MD
LG