ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ພຶດສະພາ ໒໐໒໔

ຮອງ ​ນ.​ຍ.​ລາວ​ວ່າ ທຸກການ​ໃຊ້​ຈ່າຍ​ງົບປະມານ ຂອງລັດຕ້ອງ​ຜ່ານການຮັບຮອງ ຂອງ​ສະພາແຫ່ງ​ຊາດກ່ອນ


ກອງປະຊຸມປະຈໍາເດືອນຂອງຄະນະບໍລິຫານຊຸດປັດຈຸບັນຂອງລັດຖະບານລາວ
ກອງປະຊຸມປະຈໍາເດືອນຂອງຄະນະບໍລິຫານຊຸດປັດຈຸບັນຂອງລັດຖະບານລາວ

ຮອງ​ນາຍ​ຍົກ​ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ຈະ​ບໍ່​ຍອມ​ໃຫ້ໜ່ວຍງານຂອງ​ລັດຖະບານ​ໃນ​ທົ່ວ ​ປະ​ເທດ​ໃຊ້​ຈ່າຍ​ງົບປະມານ​ນອກ​ແຜນການ​ທີ່​ບໍ່​ຜ່ານ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ລາວ​ ຢ່າ​ງ​ເດັດຂາດ.

ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນ
ຕີ​, ຜູ້​ປະ​ຈໍາ​ການ​ຄະນະລັດ ຖະບານລາວຖະ​ແຫຼງວ່າ
ເປົ້າໝາຍທີ່​ສໍາຄັນ​ປະການໜຶ່ງ​ໃນ​ຕະຫຼອດ​ໄລຍະ​ຂອງ​
ແຜນ​ງົບປະ ມານ​ປະ​ຈໍາປີ ​2010-2011 ທີ່​ຈະ​ສິ້ນ​ສຸດ​ລົງ​
ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້​ກໍຄື ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ງົບ
ປະມານ ​ແລະການ​ໃຊ້​ຈ່າຍ​ງົບປະມານໃຫ້​ເປັນໄປ​ຕາມ
ແຜນການທີ່​ຜ່ານ​ການ​ຮັບຮອງ ຈາກ​ສະພາ​ແຫ່ງ​ຊາດ​ລາວ​
ໃນ​ທຸກດ້ານ.

ເຊິ່ງກໍ່ຄື​ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ໃຫ້​ໄດ້​ໃນ​ມູນ​
ຄ່າ​ລວມບໍ່ໜ້ອຍກວ່າ13,022.26 ຕື້​ກີບ​ແລະ​ໃນ​ຂະນະ​ດຽວ
ກັນ​ກໍ່​ຈະ​ຕ້ອງ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ມູນ​ຄ່າ​ລວມບໍ່​ເກີນ
15,161.45 ຕື້​ກີບ. ໂດຍ​ໃນໄລຍະ​ແຕ່​ເດືອນ​ຕຸລາ 2010
-2011 ຫຼື 6 ​ເດືອນ​ທໍາ​ອິດ​ຂອ​ງ​ແຜນການປີ 2010-
2011ນັ້ນ ກໍ​ປະກົດ​ວ່າ​ລັດຖະບານ​ລາວ​ສາມາດ​ສ້າງ​ລາຍ​ຮັບ
ເຂົ້າ​ງົບປະມານ​ໄດ້​ໃນມູນ​ຄ່າ 7,081.51 ຕື້​ກີບ ຫຼືຄິດ​ເປັນ 54,38% ຂອງແຜນການ​ຕະ
ຫຼອດປີ ​ແລະກໍ​ໄດ້​ໃຊ້​ຈ່າຍ​ງົບປະມານ​ໄປ​ໃນ​ມູນ​ຄ່າ 7,351.79 ຕື້​ກີບ ຫຼືຄິດ​ເປັນ 48.49% ຂອງ​ແຜນການ​ຕະຫຼອດປີ.

ຜູ້ແທນສະພາແຫ່ງຊາດ ກົດຜຸ່ມລົງຄະແນນສຽງ ໃນກອງປະຊຸມ
ຜູ້ແທນສະພາແຫ່ງຊາດ ກົດຜຸ່ມລົງຄະແນນສຽງ ໃນກອງປະຊຸມ

ເຖິງ​ຢ່າງ​ໃດ​ກໍ່ຕາມ​ເນື່ອງ​ຈາກ​ວ່າ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ​
ນັ້ນກໍ່​ເປັນ​ລາຍ​ຮັບ​ຈາກພາຍ​ໃນ​ຄິດເປັນ​ມູນ​ຄ່າ5,004ຕື້​ກີບ
ເທົ່າ​ນັ້ນ. ​ເຊິ່ງໝາຍຄວາມ​ວ່າ​ລັດຖະບານ​ລາວ​ຕ້ອງ​ເພິ່ງ​ພາ
ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ເຖິງ
2,077.51 ຕື້​ກີບ ​ແລະ​ເມື່ອ​ປະກອບ​ກັບ​ການ​ທີ່ ລັດຖະບານ
ລາວ​ໄດ້​ໃຊ້​ຈ່າຍງົບປະມານ​ໄປ​ເກີນ​ກວ່າລາຍ​ຮັບ​ຢູ່​ອີກ​ເຖິງ
270.28 ຕື້​ກີບ​ອີກດ້ວຍ​ແລ້ວ​ ກໍ​ເຮັດ​ໃຫ້​ລັດຖະບານ​ລາວ​
ຕ້ອງຂໍການ​ຊ່ວຍ​ເຫຼືອ ​ແລະກູ້​ຢືມ​ຈາກ​ຕ່າງປະ​ເທດ​ເພີ່ມຂື້ນ​
ຕື່ມ​ອີກ.

ຍິ່ງ​ໄປ​ກວ່າ​ນັ້ນ​ເພື່ອ​ເປັນ​ການ​ຄວບ​ຄຸມ​ບໍ່ໃຫ້​ລັດຖະບານ​ລາວ​ຕ້ອງ​ຂາດ​ດຸນທາງ​ດ້ານ​ງົບ
ປະມານ​ເກີນກວ່າ​ລະດັບ​ເປົ້າໝາຍທີ່​ວາງ​ໄວ້​ໃນ​ຕະຫຼອດ​ແຜນການ​ປີ 2010-2011
ອີກດ້ວຍ​ແລ້ວ​ ກໍຍັງ​ເຮັດ​ໃຫ້​ລັດຖະບານ​ລາວຕ້ອງ​ມີ​ການ​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ​ການ
ໃຊ້​ຈ່າຍ​ງົບປະມານ​ຂອງໜ່ວຍງານ​ຕ່າງໆ​ ໃຫ້ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ຢ່າງ​ຄັກ
ແນ່​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ສົມ​ສະຫວາດ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າວ່າ:

ຮອງ ​ນ.​ຍ.​ລາວ​ວ່າ ທຸກການ​ໃຊ້​ຈ່າຍ​ງົບປະມານ ຂອງລັດຕ້ອງ​ຜ່ານການຮັບຮອງ ຂອງ​ສະພາແຫ່ງ​ຊາດກ່ອນ
ຮອງ ​ນ.​ຍ.​ລາວ​ວ່າ ທຸກການ​ໃຊ້​ຈ່າຍ​ງົບປະມານ ຂອງລັດຕ້ອງ​ຜ່ານການຮັບຮອງ ຂອງ​ສະພາແຫ່ງ​ຊາດກ່ອນ

‘ອັນ​ທີ່​ສໍາຄັນ​ທີ່​ສຸດ​ກໍ່​ແມ່ນ ແຕ່ລະ​ຂະ​ແໜງການ​ຢູ່​ສູນ​
ກາງ
ແລະ​ທ້ອງ​ຖິ່ນ​ຕ້ອງ​ປະຕິບັດ​ວິ​ໃນ​ແຜນການ ​ແລະ
ວິໃນ​ການ​ເງິນ​ຢ່າງ​ເຂັ້ມ​ງວດ ປະສານ​ສົມທົບ​ກັນ​ແໜ້ນ
ໃນ​ການຈັດ​ລຽງ​ໂຄງການ​ລົງ
ທຶນປະ​ຈໍາປີຢ່າງ​ມີ​ຈຸດ​ສຸມ
ໂດຍ​ອີ​ງ​ໃສ່​ບັນຊີ​ຕົ້ນຕໍ​ຂອງ​ແຜນການ 5 ປີ ​ແລະ ອີງ
ຕາມ​ຄວາມ​ສາມາດ​ຂອງ​ແຫຼ່ງທືນ, ຫ້າມ​ປະຕິບັດ​ໂຄງ
ການ​ນອກ​ການ​ອະນຸມັດ​ຂອງ​ສະພາ​ແຫ່ງ​ຊາດ
.

ສໍາລັບ​ໃນ​ໄລຍະ 6​ເດືອນທ້າ​ຍ​ປີຂອງ​ປີ 2010–2011 ນີ້
ລັດຖະບານ​ລາວ​ຄາດໝາຍວ່າ​ຈະ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະ
ມານ​ໄດ້​ອີກໃນ​ມູນ​ຄ່າບໍ່ໜ້ອຍກວ່າ7,220.29 ຕື້​ກີບ ​ແລະ​ໃນ​ຂະນະ​ດຽວກັນ​ກໍຈະ​ຄວບຄຸມ
ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ມູນ​ຄ່າ​ລວມທີ່​ບໍ່​ເກີນ 7,665.68 ຕື້​ກີບ ​ເຊິ່ງກໍຈະ​ເປັນ​ຜົນ​ເຮັດໃຫ້​ລັດຖະ
ບານ​ລາວ​ສາມາດ​ຄວບ​ຄຸມ​ການ​ຂາດ​ດຸນ​ທາງ​ດ້ານ​ງົບປະມານ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​
ກໍຄື​ມູນ​ຄ່າ​ລວມບໍ່​ເກີນ​ກວ່າ 715.67 ຕື້​ກີບ​ໃນ​ຕະຫຼອດ​ແຜນການ​ປີ 2010–2011 ດັ່ງກ່າວ.

ແຕ່​ຢ່າງ​ໃດ​ກໍຕາມ ​ກ່ອນໜ້ານີ້ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ​ໄດ້ຖະ
ແຫຼງ​ເນັ້ນ​ຢໍ້າວ່າ ການ​ຂຸດ​ຄົ້ນແຫຼ່ງລາຍ​ຮັບຂອງ​ລັດຖະບານ​ລາວ​ໃນ​ປະຈຸ​ບັນ​ເຖິງ​ແມ່ນ​ວ່າ​ຈະ​
ມີ​ທ່າ​ອ່ຽງ​ເພີ່ມຫຼາຍຂຶ້ນ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ, ​ຫາກ​ກໍ່ເປັນ​ລາຍ​ຮັບທີ່​ເພີ່ມ​ຂຶ້ນ​ຈາກ​ການ​ຂຸດ​ຄົ້ນ​
ແຫຼ່ງຊັບພະຍາກ​ອນທໍາ​ມະ​ຊາດ​ເປັນ​ສ່ວນ​ໃຫຍ່​ເຊັ່ນ: ການ​ຂຸດ​ຄົ້ນ​ບໍ່​ແຮ່, ການ​ຂຸດ​ຄົ້ນ​ໄມ້
ແລະການ​ສ້າງ​ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ເພື່ອ​ສົ່ງ​ອອກ​ເປັນ​ຕົ້ນ.

XS
SM
MD
LG