ເງິນຢວນ ແລະຕະຫຼາດຮຸ້ນຂອງຈີນ ໄດ້ຕົກລົງຢ່າງຫຼວງຫຼາຍໃນວັນພຸດມື້ນີ້ ຂະນະທີ່ຄວາມຄາດຫວັງໃນການໄດ້ດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ ດໍໂນລ ທຣຳ ອີກຄັ້ງນຶ່ງ ແລະພັກຣີພັບບລີກັນ ຄວບຄຸມສະພາຕ່ຳສະຫະລັດ ໄດ້ເປັນຄວາມສ່ຽງທີ່ຈະເຮັດໃຫ້ຄວາມເຄັ່ງຕຶງທະວີຂຶ້ນຍ້ອນການຄ້າ ແລະເທັກໂນໂລຈີ
ທ່ານທຣຳ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໄປທົ່ວຫຼາຍພື້ນທີ່ຂອງປະເທດ ໂດຍການໄດ້ຮັບຄະແນນສຽງທີ່ໃຫຍ່ຂຶ້ນກວ່າເກົ່າທົ່ວປະເທດ ທີ່ທ່ານໄດ້ຮັບເມື່ອສີ່ປີກ່ອນ ດັ່ງທີ່ບັດເລືອກຕັ້ງໄດ້ສະແດງໃຫ້ເຫັນ
ໃນເດືອນແລ້ວນີ້, ວໍຊິງຕັນ ແລະ ໂຊລ ໄດ້ທໍາການຕົກລົງກັນກ່ຽວກັບ ແຜນການໃໝ່ 5 ປີ ສໍາລັບການແລກປ່ຽນຄ່າໃຊ້ຈ່າຍກ່ຽວກັບການປະຈໍາການ ຂອງທະຫານອາເມຣິກັນຢູ່ໃນ ເກົາຫຼີໃຕ້
ບັນດານັກກູ້ໄພຍັງຊອກຫາຫຼາຍສົບຕື່ມອີກທີ່ຢູ່ພາຍໃຕ້ຊາກຫັກພັງຂອງເຮືອນ ຊານ ທ່ານອັບດູລ ມູຮາຣີ ໂຄສົກຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງ ອິນໂດເນເຊຍ ໄດ້ກ່າວ. ທ່ານ ໄດ້ກ່າວຕື່ມວ່າ ສົບທັງໝົດນັ້ນ ລວມມີ ເດັກນ້ອຍຄົນນຶ່ງ ທີ່ໄດ້ພົບເຫັນຢູ່ພາຍໃນລັດສະໝີ 4 ກິໂລແມັດຈາກປາກ ຂອງພູໄຟ
ການຮ້ອງຮຽນດັ່ງກ່າວ ກ່ຽວພັນກັບການກ່າວຫາຂອງ ຫວຽດນາມ ທີ່ວ່າ ທໍາການຂະຫຍາຍແລວຫີນປະກາລັງທຽມ ບາກຄ໌ ການາດາ
ອົງການຂ່າວ MRTV ເປີດເຜີຍວ່າ ທ່ານ ມິນ ອອງ ລາຍ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນລຸ່ມແມ່ນ້ຳຂອງ ແລະການຮ່ວມມືທາງຍຸດທະສາດດ້ານເສດຖະກິດຂອງແມ່ນໍ້າ ອີຢາວາດີ-ເຈົ້າພະຍາ-ແມ່ນ້ຳຂອງ
ຄົນໄທ 4 ຄົນໄດ້ເສຍຊີວິດ ແລະ ອີກນຶ່ງຄົນໄດ້ຮັບບາດເຈັບ ໂດຍລູກ ຈະຫຼວດທີ່ຖືກຍິງຕົກລົງມາໃສ່ຢູ່ໃກ້ເມືອງ ເມທູລາ ຕິດກັບຊາຍແດນລະຫວ່າງ ເລບານອນ ແລະ ອິສຣາແອລ, ອີງຕາມລັດຖະມົນຕີການຕ່າງປະເທດຂອງໄທ
ຄາດວ່າ ລູກສອນໄຟ ຮົວຊອງ-19 ຈະມີຄວາມຍາວຢ່າງໜ້ອຍ 28 ແມັດ, ໃນຂະນະທີ່ລູດສອນໄຟ ICBMs ທີ່ທັນສະໄໝຂອງ ສະຫະລັດ ແລະ ຣັດເຊຍ ມີຄວາມຍາວໜ້ອຍກວ່າ 20 ແມັດເທົ່ານັ້ນ
ບຸນ ດີວາລີ ເຊິ່ງຈະມີການສະເຫຼີມສະຫຼອງກັນໃນວັນພະຫັດມື້ນີ້ ຖືກສະເຫຼີມສະຫຼອງໂດຍການພົບປະສັງສັນ ແລະ ແລກປ່ຽນຂອງຂວັນກັນພາຍໃນຄອບ ຄົວ ແລະໝູ່ເພື່ອນ
ສະຫະລັດ ແລະ ເກົາຫລີໃຕ້ ກ່າວວ່າ ທະຫານເກົາຫລີເໜືອ ຈຳນວນນຶ່ງ ກໍາລັງມຸ່ງໜ້າໄປຍັງຂົງເຂດ ເຄິສຄ໌ ຂອງ ຣັດເຊຍ ຢູ່ບໍລິເວນຊາຍແດນຕິດກັບ ຢູເຄຣນ
ການຍິງຄັ້ງນີ້ ເປັນການດຶງດູດຄວາມສົນໃຈຂອງຊາວອາເມຣິກັນກ່ອນການເລືອກຕັ້ງຂອງ ສະຫະລັດ ພ້ອມທັງຕອບໂຕ້ຕໍ່ການປະນາມໃນການສົ່ງທະຫານຂອງເກົາຫຼີເໜືອໄປຍັງຣັດເຊຍ
ທີມນັກບິນອະວະກາດ ທີ່ມີຊາຍສອງຄົນ ແລະຍິງຄົນນຶ່ງ ຈະສັບປ່ຽນບັນດານັກ ບິນອະວະກາດ ຜູ້ທີ່ໄດ້ອາໄສຢູ່ໃນສະຖານີອະວະກາດ ທຽນກົງ ມາໄດ້ຫົກ ເດືອນຜ່ານມາແລ້ວນັ້ນ ແລະຈະດຳເນີນການທົດລອງຫລາຍຢ່າງ ແລະ ບູລະນະຮັກສາໂຄງສ້າງຂອງສະຖານີອະວະກາດນຳດ້ວຍ
ໂຫລດຕື່ມອີກ
No live streaming currently available