ບັນດານັກສັງເກດການມາຍາວນານບາງຄົນເຕືອນວ່າ ພາກພື້ນດັ່ງກ່າວ ອາດຕົກເປັນເຫຍື່ອຄວາມທະເຍີທະຍານຂອງວັງເຄຣັມລິນ ອີກຄັ້ງນຶ່ງ
ຄວາມຫວັງຂອງເຈົ້າຫນ້າທີ່ສະຫະລັດ ທີ່ຈະທໍາລາຍການຜະລິດ ທີ່ເກືອບຈະເປັນການຜູກຂາດຂອງຈີນ ໃນການຜະລິດແຮ່ທາດຫາຍາກ ຫຼື REE ເຊິ່ງຈໍາເປັນສໍາລັບເທັກໂນໂລຈີ ທີ່ກ້າວຫນ້າຈຳນວນຫຼາຍ ຄວນຮ່ວມມືກັບບັນດາລັດ ຖະບານໃນເອເຊຍກາງ ເພື່ອພັດທະນາ REE ທີ່ມີຄວາມເຂັ້ມຂຸ້ນສູງທີ່ພົບເຫັນຢູ່ໃນພາກພື້ນນີ້, ບົດລາຍງານສະບັບໃຫມ່ກ່າວ
ປັກກິ່ງໃຫ້ຄຳໝັ້ນສັນຍາວ່າ ຈະລົງທຶນເກືອບ 4 ຕື້ໂດລາ ຢູ່ໃນກອງປະຊຸມສຸດຍອດຈີນ-ເອເຊຍກາງໃນເດືອນແລ້ວນີ້
ໃນການໃຫ້ສຳພາດກັບວີໂອເອ ເອກອັກຄະລັດຖະທູດຈອຣ໌ຈ ໂຄຣລ ນັກການທູດທີ່ອອກບຳນານໂຕ້ແຍ້ງ ກ່ຽວກັບການໃຫ້ຄຳນິຍາມ ປະຊາທິປະໄຕ ທີ່ແຕກຕ່າງໃນເຂດເອເຊຍກາງ
ພວກນັກວິເຄາະບາງຄົນກ່າວວ່າ ບາງປະເທດແມ່ນຍິນດີຕ້ອນຮັບ ຕໍ່ວິໄສທັດຂອງສະຫະລັດ ແຕ່ມີຄວາມເປັນຫ່ວງ ໃນຄວາມໝາຍໝັ້ນຂອງວໍຊິງຕັນ ຕໍ່ການພັດທະນາເສດຖະກິດ ແລະຄວາມສຳພັນດ້ານພະລັງງານຢູ່ໃນຂົງເຂດ
ຫຼັງຈາກ ອຸສເບັກກິສຖານ, ທ່ານ ບລິງເຄັນ ຈະເດີນທາງໄປປະເທດ ອິນເດຍ ເພື່ອເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຕ່າງປະເທດກຸ່ມ G-20
ລັດຖະບານຂອງທ່ານໄບເດັນກ່າວວ່າ ຕົນໄດ້ສຸມໃສ່ສະໜັບສະໜູນເອກະລາດ ແລະອະທິປະໄຕຂອງ 5 ປະເທດອະດີດສາທາລະນະລັດຂອງໂຊວຽດຢູ່ໃນຂົງເຂດ ທີ່ຍັງຮັກສາການພົວພັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ -ສັງຄົມຢ່າງແໜ້ນແຟ້ນກັບຣັດເຊຍ