ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຢ້​ຽມ​ຢາມ ​ເອ​ເຊຍ​ກາງ ຂອງ​ທ່ານບ​ລິງ​ເກັນ ພາ​ໃຫ້​ເກີດ​ຄຳ​ຖາມ ກ່ຽວ​ກັບ​ບົດ​ບາດ ແລະ ​ການ​ຊ່ວຍ​ເຫຼືອ ຂອງ​ສະ​ຫະ​ລັດ


ຈາກ​ຊ້າຍ​ຫາ​ຂວາ, ຫົວ​ໜ້າ​ນັກ​ການ​ທູດ​ກຽກ​ກິ​ສ​ຖານ, ຕາ​ຈິກ​ກິ​ສ​ຖານ ສະ​ຫະ​ລັດ ກາ​ຊັກ​ສະ​ຖານ ເຕີກ​ເມ​ນິ​ສ​ຖານ ແລະ​ອຸ​ສ​ເບັກ​ກິ​ສ​ຖານ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ບວກ​ເອ​ເຊຍ​ກາງ ທີ່​ອາ​ສ​ຕາ​ນາ ກາ​ຊັກ​ສະ​ຖານ f28 ກຸມ​ພາ 2023. (State Department)
ຈາກ​ຊ້າຍ​ຫາ​ຂວາ, ຫົວ​ໜ້າ​ນັກ​ການ​ທູດ​ກຽກ​ກິ​ສ​ຖານ, ຕາ​ຈິກ​ກິ​ສ​ຖານ ສະ​ຫະ​ລັດ ກາ​ຊັກ​ສະ​ຖານ ເຕີກ​ເມ​ນິ​ສ​ຖານ ແລະ​ອຸ​ສ​ເບັກ​ກິ​ສ​ຖານ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ບວກ​ເອ​ເຊຍ​ກາງ ທີ່​ອາ​ສ​ຕາ​ນາ ກາ​ຊັກ​ສະ​ຖານ f28 ກຸມ​ພາ 2023. (State Department)

ທີ່​ກາ​ຊັກ​ສະ​ຖານ ແລະ​ອຸ​ສ​ເບັກ​ກິ​ສ​ຖານ​ໃນ​ອາ​ທິດນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ສັງ​ເກດ​ເຫັນ​ວ່າ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ໄດ້​ກໍ່​ໃຫ້​ເກີດ ​ມີ​ຄວາມ​ຢ້ານ​ກົວ​ຢ່າງ​ເລິກ​ເຊິ່ງ​ຢູ່​ໃນ​ຂົງ​ເຂດ ທີ່​ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ມົ​ສ​ກູ.

“ຖ້າ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ຫາກ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ລຶບ​ລ້າງ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດເພື່ອນ​ບ້ານ ​ທີ່​ມີອະ​ທິ​ປະ​ໄຕໃດ​ນຶ່ງ​ ໂດຍ​ກຳ​ລັງ​ແລ້ວ ແມ່ນ​ຫຍັງ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​ບໍ່​ໃຫ້​ປະ​ເທດ​ດັ່ງ​ກ່າວ ​ເຮັດ​ແບບ​ດຽວ​ກັນນັ້ນ ​ກັບ​ປະ​ເທດ​ອື່ນໆ.”

ທ່ານບ​ລິງ​ເກັນ​ໃຫ້​ເຫດ​ຜົນ​ວ່າ ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ​ໄດ້​ຊ່ວຍ​ປ້ອງ​ກັນ​ບໍ່ໃຫ້​ປະ​ເທດ​ອື່ນໆ ​ຕົກ​ເປັນ​ເ​ຫຍື່ອ​ໃນ​ຄວາມ​ທະ​ເຍີ​ທ​ະ​ຍານ​ທີ່​ຢາກ​ເປັນ​ຈັກ​ກະ​ພັດ.

“ນັ້ນ​ຄື​ວ່າ​ເປັນ​ຫຍັງ ​ພວກ​ເຮົາ​ຈຶ່ງ​ຍັງມີ​ຄວາມ​ໝັ້ນ​ໝາຍທີ່​ຈະ​ຕໍ່ສູ້​ເພື່ອອະ​ທິ​ປະ​ໄຕ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ​ແລະ​ເອກ​ກະ​ລາດ ບໍ່​ພຽງ​ແຕ່​ປະ​ເທດ​ຢູ​ເຄ​ຣນ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ທຸກໆ​ປະ​ເທດ​ໃນ​ເຂ​ດ​ເອ​ເຊຍ​ກາງ ແລະ​ຄວາມ​ຈິງ​ແລ້ວ ແມ່ນ​ຢູ່​ໃນ​ທົ່ວ​ໂລກ” ທ່ານບ​ລິງ​ເກັນໄດ້ກ່າວ​ຕໍ່​ພວກ​ນັກ​ຂ່າວ​ກຸ່ມ​ນຶ່ງ​ທີ່​ນະ​ຄອນທາ​ສ​ເຄັນ.

ແຕ່​ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ເວົ້າ​ວ່າ ເຖິງ​ແມ່ນ​ຫຼາຍ​ປະ​ເທດ​ພ້ອມ​ທີ່​ຈະ​ຮັບ​ເອົາ​ວິ​ໄສ​ທັດ​ຂອງ​ສະ​ຫະ​ລັດ ແຕ່​ກໍ​ຍັງ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງວໍ​ຊິງ​ຕັນ ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ຄວາມ​ສຳ​ພັນ​ທາງ​ດ້ານ​ພະ​ລັງ​ງານ ​ຢູ່​ໃນ​ຂົ​ງ​ເຂດ ຕະ​ຫຼອດ​ທັງ​ຄວາມ​ບໍ່​ແນ່ນອນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຕໍ່​ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG