ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂະ​ນ​ະທີ່​ອິດ​ທິ​ພົນ​ຂອງ​ຣັດ​ເຊຍໃນ​ຂົງເຂດ​ ເອ​ເຊຍ​ກາງ ​ຫຼຸດ​ລົງ​ ຈີນ ແລະສະ​ຫະ​ລັດ​ ກໍຢ່ວງ​ຂາ​ເຂົ້າ​ໄປ


(ພາບ​ໃນ​ແຟມ) ກຳ​ມະ​ກອນກວດລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າຢູ່​ທີ່ GEMAC Engineering Machinery ໃນ​ຂະ​ນະ​ທີ່​ມີ​ການ​ຢ້ຽມ​ຢາມຂອງ​ນັກ​ຂ່າວ​ໃນ​ເມືອງ Xiangyang, ແຂວງ​ຫູ​ເບຂອງ​ຈີນ, ວັນ​ທີ 10 ພຶດ​ສະ​ພາ, 2023. ທ່ານສີ ຈິ້ນ​ຜິງ ສັນ​ຍາ​ວ່າ​ຈະ​ສ້າງ​ທາງ​ລົດ​ໄຟໄປ​ຂົງ​ເຂດ​ເອ​ເຊຍ​ກາງ​ເພີ້ມ​ອີກ
(ພາບ​ໃນ​ແຟມ) ກຳ​ມະ​ກອນກວດລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າຢູ່​ທີ່ GEMAC Engineering Machinery ໃນ​ຂະ​ນະ​ທີ່​ມີ​ການ​ຢ້ຽມ​ຢາມຂອງ​ນັກ​ຂ່າວ​ໃນ​ເມືອງ Xiangyang, ແຂວງ​ຫູ​ເບຂອງ​ຈີນ, ວັນ​ທີ 10 ພຶດ​ສະ​ພາ, 2023. ທ່ານສີ ຈິ້ນ​ຜິງ ສັນ​ຍາ​ວ່າ​ຈະ​ສ້າງ​ທາງ​ລົດ​ໄຟໄປ​ຂົງ​ເຂດ​ເອ​ເຊຍ​ກາງ​ເພີ້ມ​ອີກ

ຈີນ​ແລະ​ສະ​ຫະ​ລັດ ກຳ​ລັງແນ​ຈຸດ​ເພັ່ງ​ເລັງ​ທາງ​ດ້ານ​ການ​ທູດໃໝ່​ຢູ່ຂົງ​ເຂດ​ເອ​ເຊຍກາງ ​ເຊິ່ງ​ເປັນ​ເຂດ​ທີ່​ການຄອບ​ງຳ​ທີ່​ມີມາ​ແຕ່​ດົນ​ນານ​ຂອງ​ມົສກູ​ໄດ້​ຫຼຸດ​ລົງ ຍ້ອນ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ທີ່ປະ​ສົບ​ຄວາມຫຍຸ້ງຍາກຂອງ​ປະ​ເທດ​ດັ່ງ​ກ່າວ ແລະ​ສົ່ງ​ຜົນເຮັດ​ໃຫ້ມີການ​ລົງ​ໂທດ​ຈາກ​ປະ​ເທດໃນ​ກຸ່ມ​ ຈີ 7 (G7).

ປັກ​ກິ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ລົງທຶນ​ເກືອບ 4 ຕື້​ໂດ​ລາ​ ຢູ່ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ເອ​ເຊຍ​ກາງ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ເປັນ​ສັນຍານບົ່ງ​ບອກ​ເຖິງ​ຄວາມ​ສົນ​ໃຈ​ຕໍ່​ການ​ສ້າງ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ​ຄວາມ​ໝັ້ນຄົງ​ກັບ​ກາ​ຊັກ​ສະຖານ, ອຸສ​ເບກ​ກິ​ສຖານ, ກຽກ​ກິ​ສ​ຖານ, ຕາ​ຈິກກິ​ສຖານ​ ແລະ​ເທີກເມ​ນິສຖານ.

ບໍ່​ເທົ່າ​ໃດມື້ຕໍ່ມາ ສະຫະລັດໄດ້ສົ່ງເສີມການພົວພັນຂອງຕົນກັບປະເທດເຫຼົ່ານີ້ ຢູ່ໃນງານປະຈໍາປີທີ່ວໍຊິງຕັນ ຄືກອງ​ປະ​ຊຸມເຂດ​ທະ​ເລ​ແຄ​ສ​ປຽນ ຫລື Trans Caspian ທີ່ກວມເອົາຂົງ​ເຂ​ດເອເຊຍກາງ, ເຂດ​ໂຄ​ເຄ​ຊັ​ສ (Caucasus) ແລະ ເທີ​ກີ.

ທ່ານນິ​ໂຄ​ລັ​ສ ເບີລິນ​ເນີ (Nicholas Berliner), ຜູ້​ອຳ​ນວຍ​ການ​ອາ​ວຸ​ໂສ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຣັດ​ເຊຍ ແລະເຂດ​ເຊຍ​ກາງ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໃນ​ທຳ​ນຽບ​ຂາວ​ກ່າວ​ຕໍ່​ກອງ​ປະ​ຊຸມ​ວ່າ ສະ​ຫະ​ລັດຍັງ​ຄົງ “ຫາ​ທາງສະ​ໜັບ​ສະ ​ໜຸນຄວາມ​ເປັນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ” ຂອງປະ​ເທດ​ທີ່​ເກີດ​ຂຶ້ນ​ ຈາກການ​ແຕກ​ສະ​ຫລາຍ​ຂອງສະຫະພາບ​ໂຊ​ຫວຽດ ​ໃນ​ປີ 1991.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG