ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຈີນ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເອ​ເຊຍ​ກາງ; ອະ​ດີດ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ນຳ​ໃຊ້​ວິ​ທີ​​​ແບບປະ​ຕິ​ບັດ​ນິ​ຍົມ

​ທະ​ຫານກອງ​ກຽດ​ຕິ​ຍົດ​ຈີນ ຕ້ອນ​ຮັບ​ພວກ​ຜູ້​ນຳ​ຈາກ​ເຂດ​ເອ​ເຊຍ​ກາງ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ທີ່​ເມືອງ​ສີ​ອານ ໃນ​ແຂວງ​ຊານ​ສີ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ເມື່ອ​ວັນ​ທີ 17 ພຶດ​ສະ​ພາ 2023. (Courtesy President.uz)

ຈີນມີກຳ​ນົດ​ທີ່​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ແບບເຊິ່ງ​ໜ້າ​ຄັ້ງ​ທຳ​ອິດ​ໃນ​ອາ​ທິດນີ້​ກັບ​ບັນ​ດາ​ຜູ້​ນຳ​ໃນ​ເຂດ​ເອ​ເຊຍ​ກາງ ນຶ່ງມື້​ກ່ອນກອງ​ປ​ະ​ຊຸມ​ສຸດຍອດ​ຂອງ​ປະ​ຈຳ​ປີ​ຂອງກຸ່ມ ໗ ປະ​ເທດ​ທີ່​ຈະ​ເລີນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ ຢູ່​ປະ​ເທດ​ຍີ່​ປຸ່ນ.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຄາດ​ວ່າ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດແລະ​ເພີ້ມ​ທະ​ວີ​ຄວາມ​ສຳ​ພັນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ກາ​ຊັກ​ສະ​ຖານ ອຸ​ສ​ເບັກ​ກິ​ສ​ຖານ ກຽກ​ກິ​ສ​ຖານ ຕາ​ຈິກ​ກິ​ສ​ຖານ ແລະ ​ເທີກ​ເມ​ນິ​ສ​ຖານ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ຫາ​ລື​ ໃນ​ວັນ​ພະ​ຫັດ ແລະ​ວັນ​ສຸກ ທີ່​ເມືອງ​ສີ​ອານ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ອຸ​ສ​ເບັກ​ກິ​ສ​ຖານ ທ່ານ Shavkat Mirziyoyev ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ Kassym-Jomart Tokayev ທີ່​ເມືອງ Shymkent ກາ​ຊັກ​ສະຖານ ເມື່ອ​ວັນ​ທີ 3 ມີ​ນາ 2023. (Courtesy President.uz)

ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ຂອງ​ປັກ​ກິ່ງ ກັບ​ບັນ​ດາ​ປະ​ເທດ​ເຫຼົ່າ​ນີ້ ແມ່ນ​ຈັດ​ຂຶ້ນ​ທາງ​ອອນ​ລາຍ ໃນ​ປີ​ກາຍ ຊຶ່ງ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຈີນ ສືບ​ສານ​ຕໍ່​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ອັນ​ເປັນ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ແນ​ໃສ່​ເພື່ອ​ເພີ້ີ້​ມ​ທະ​ວີ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດ​ຖະ​ກິດ.

ບັນ​ດາ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ​ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈໃນ​ການ​ເຂົ້າ​ໄປ​ມີ​ບົດ​ບາດ​ຫຼາຍ​ຂຶ້ນ​ຢ່​ໃນ​ຕະ​ຫຼາດ​ຂອງ​ຈີ​ນ ແລະ​ປັກ​ກິ່ງ​ກໍ​ພວມ​ຊອກ​ຫາ​ທາງ ​ທີ່​ຈະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ການ​ເມືອງ​ຂອງ​ຕົນ.

ກາ​ຊັກ​ສະ​ຖານ​ແລະ​ອຸ​ສ​ເບັກ​ກິ​ສ​ຖານ ຊຶ່ງ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ກັບ​ອາ​ເມ​ຣິ​ກາ​ມາ​ໄດ້​ສອງ​ທົດ​ສະ​ວັດ​ແລ້ວນັ້ນ ວໍ​ຊິງ​ຕັນ​ກໍ​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ສູງ​ໃນ​ການ​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ.

​ໃນ​ຕົ້ນ​ປີນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ​ທັງ​ສອງ ເພື່ອ​ຊຸກ​ຍູ້​ການ​ລົງ​ທຶນ ແລະ​ຮຽກ​ຮ້ອງ​ໃຫ້ມີ​ການ​ປະ​ຕິ​ຮູບ​ທາງ​ດ້ານ​ການ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG