ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ ໄດ້ໃຫ້ຄຳໝັ້ນສັນຍາໃນວັນອັງຄານມື້ນີ້ວ່າ ຈະສະໜັບສະໜຸນເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກາຊັກສະຖານ ໃນຂະນະທີ່ທ່ານໄປຢ້ຽມຢາມຂົງເຂດເອເຊຍກາງຄັ້ງທຳອິດໃນຖານະເປັນນັກການທູດຂັ້ນສູງຂອງສະຫະລັດ.
ທ່ານບລິງເຄັນ ກ່າວໃນຂະນະທີ່ທ່ານພົບປະກັບລັດຖະມົນຕີການຕ່າງປະເທດກາຊັກສະຖານ, ທ່ານມັກຕາ ທີລຽວເບີດີ (Mukhtar Tileuberdi) ໃນນະຄອນຫລວງອັສຕານາວ່າ "ບາງຄັ້ງພວກເຮົາກໍມີແຕ່ເວົ້າຄໍາເຫຼົ່ານັ້ນ ແລະໃນຕົວຈິງມັນບໍ່ມີຄວາມ ຫມາຍຫຍັງເລີຍ. ແລະແນ່ນອນ, ໃນຊ່ວງເວລາສະເພາະອັນນີ້ ມັນເປັນສຽງສະທ້ອນທີ່ດັງກ້ອງກວ່າປົກກະຕິ."
ກ່ອນການເດີນທາງໄປຢ້ຽມຢາມທີ່ວ່ານີ້, ລັດຖະບານຂອງທ່ານໄບເດັນກ່າວວ່າ ຕົນໄດ້ສຸມໃສ່ສະໜັບສະໜຸນເອກະລາດ ແລະອະທິປະໄຕຂອງ 5 ປະເທດອະດີດສາທາ ລະນະລັດໂຊວຽດຢູ່ໃນຂົງເຂດ ທີ່ຍັງຮັກສາການພົວພັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ -ສັງຄົມຢ່າງແໜ້ນແຟ້ນກັບຣັດເຊຍ.
ຕາງຕະລາງເວລາຂອງທ່ານບລິງເຄັນ ໃນວັນອັງຄານມື້ນີ້ ລວມມີກອງປະຊຸມ C5+1, ການເຈລະຈາທາງການທູດທີ່ເລີ່ມຂຶ້ນໃນປີ 2015 ກັບກາຊັກສະຖານ, ກຽກກິສຖານ, ຕາຈິກກິສຖານ, ເຕີກເມນິສຖານ ແລະອຸສເບກິສຖານ ເພື່ອຊຸກຍູ້ການຮ່ວມມື ຢູ່ໃນຂົງເຂດ.
ໃນຂະນະທີ່ຈະເລີ່ມການພົບປະກັບປະທານາທິບໍດີກາຊັກສະຖານ, ທ່ານ ກັສຊິມ-ໂຈມາດ ໂທແກ້ວຢູ່ນັ້ນ ທ່ານບລິງເຄັນ ກ່າວວ່າ ທ່ານຫວັງວ່າ ຈະໄດ້ມີການພົວພັນກັບລັດຖະມົນຕີການຕ່າງປະເທດຈາກກຸ່ມດັ່ງກ່າວໃນ "ວຽກງານທີ່ມີການປະຕິບັດຕົວຈິງຫຼາຍຂຶ້ນ ໃນການນໍາເອົາປະເທດໃນຂົງເຂດເຂົ້າມາຮ່ວມກັນ, ສ້າງການຕິດຕໍ່ພົວພັນ, ການເຊື່ອມຕໍ່ທີ່ດີກວ່າເກົ່າ, ແລະສຸມໃສ່ການປະຕິບັດຕົວຈິງ ທີ່ພວກເຮົາສາມາດເຮັດໄດ້ ເພື່ອເສີມສ້າງວຽກງານນັ້ນ.”