ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອເຊຍກາງ ຖືກເບິ່ງວ່າ ເປັນກະແຈສຳຄັນ ໃນການທຳລາຍການຜູກຂາດ ແຮ່ຫາຍາກຂອງຈີນ


ບັນດາຄົນງານ ຢູ່ທີ່ Kazatomprom - ຜູ້ຜະລິດ ຢູເຣນຽມ ຂອງ ກາຊັກສຖານ (Kazakhstan) ກຳລັງເບິ່ງ ຜົງຢູເຣນຽມເຂັ້ມຂຸ້ນ ທີ່ເອີ້ນວ່າ yellowcake ຢູ່ທີ່ໂຮງງານບໍ່ແຮ່ ໃນທາງພາກໃຕ້ຂອງປະເທດ ໃນວັນທີ 22 ເມສາ, 2022. (Kazatomprom)
ບັນດາຄົນງານ ຢູ່ທີ່ Kazatomprom - ຜູ້ຜະລິດ ຢູເຣນຽມ ຂອງ ກາຊັກສຖານ (Kazakhstan) ກຳລັງເບິ່ງ ຜົງຢູເຣນຽມເຂັ້ມຂຸ້ນ ທີ່ເອີ້ນວ່າ yellowcake ຢູ່ທີ່ໂຮງງານບໍ່ແຮ່ ໃນທາງພາກໃຕ້ຂອງປະເທດ ໃນວັນທີ 22 ເມສາ, 2022. (Kazatomprom)

ຄວາມຫວັງຂອງເຈົ້າຫນ້າທີ່ສະຫະລັດ ທີ່ຈະທໍາລາຍການຜະລິດ ທີ່ເກືອບຈະເປັນການຜູກຂາດຂອງຈີນ ໃນການຜະລິດແຮ່ທາດຫາຍາກ ຫຼື REE ເ​ຊິ່ງຈໍາເປັນສໍາລັບເທັກໂນໂລຈີ ທີ່ກ້າວຫນ້າຈຳນວນຫຼາຍ ຄວນຮ່ວມມືກັບບັນດາລັດ ຖະບານໃນເອເຊຍກາງ ເພື່ອພັດທະນາ REE ທີ່ມີຄວາມເຂັ້ມຂຸ້ນສູງທີ່ພົບເຫັນຢູ່ໃນພາກພື້ນນີ້, ບົດລາຍງານສະບັບໃຫມ່ກ່າວ.

ການສຶກສາໂດຍສູນພາສີ ແລະການລົງທຶນສາກົນ ທີ່ຕັ້ງຢູ່ໃນສະຫະລັດເຕືອນວ່າ ການບໍ່ປະຕິບັດຕາມ ອາດເຮັດໃຫ້ຈີນ ມີ "ຂໍ້ໄດ້ປຽບຢ່າງເດັດຂາດ" ໃນຂະແຫນງການດັ່ງກ່າວ, ເຊິ່ງມີຄວາມສໍາຄັນຢ່າງຍິ່ງ ຕໍ່ພະລັງງານສີຂຽວ, ລະ ບົບອາວຸດຢຸດໂທປະກອນໃຫມ່ໆ ແລະເທັກໂນໂລຈີທີ່ກ້າວຫນ້າອື່ນໆ.

ບົດລາຍງານກ່າວວ່າ "ໃນຂະນະທີ່ການນໍາໃຊ້ແຮ່ທາດເຫຼົ່ານີ້ໄດ້ຂະຫຍາຍອອກໄປ, ການແຂ່ງຂັນລະດັບໂລກ ສໍາລັບແຮ່ທາດເຫລົ່ານີ້ ໃນຊ່ວງເວລາທີ່ມີຄວາມເຄັ່ງຕຶງທາງດ້ານຢຸດທະສາດທາງດ້ານພູມສາດ ແລະເສດຖະກິດທາງດ້ານພູມສາດ ເພີ່ມຂຶ້ນຢ່າງຫຼວງຫຼາຍເຊັ່ນກັນ," ບົດລາຍງານກ່າວ.

"ເສດຖະກິດທີ່ກ້າວໜ້າ ທີ່ມີການເຂົ້າເຖິງ REEs ທີ່ໝັ້ນຄົງ ແລະ ເຊື່ອຖືໄດ້, ມີຄວາມໄດ້ປຽບທາງດ້ານເສດຖະກິດໃນການຜະລິດ, ແລະຂໍ້ເສຍທາງເສດຖະ ກິດທີ່ສອດຄ້ອງກັນ ຈະເກີດຂື້ນກັບຜູ້ທີ່ບໍ່ມີການເຂົ້າເຖິງດັ່ງກ່າວ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG