ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ສະ​ແດງ​ຄວາມ​ຍິນ​ດີ ​ກັບ​ການ​ປະ​ຕິ​ຮູບ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ອຸ​ສ​ເບັກ​ກິ​ສ​ຖານ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລ​ິງ​ເຄັນ ລົມ​ກັບ​ນັກ​​ສຶກ​ສາໃນ​ຂະ​ນະ​ທີ່​ທ່ານ​ເຂົ້າ​ຮ່ວມ​ງານ​ຮຽນ​ພາ​ສາ​ອັງ​ກິດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດພາ​ສາ​ໂລກ ອຸ​ສ​ເບັກ​ກິ​ສ​ຖານ, ນະ​ຄອນຫຼວງ ທາ​ສ​ເຄັນ, ອຸ​ສ​ເ​ບັກ​ກິ​ສ​ຖານ, 1 ມີ​ນາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລ​ິງ​ເຄັນ ລົມ​ກັບ​ນັກ​​ສຶກ​ສາໃນ​ຂະ​ນະ​ທີ່​ທ່ານ​ເຂົ້າ​ຮ່ວມ​ງານ​ຮຽນ​ພາ​ສາ​ອັງ​ກິດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດພາ​ສາ​ໂລກ ອຸ​ສ​ເບັກ​ກິ​ສ​ຖານ, ນະ​ຄອນຫຼວງ ທາ​ສ​ເຄັນ, ອຸ​ສ​ເ​ບັກ​ກິ​ສ​ຖານ, 1 ມີ​ນາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ​ ທ່ານ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ປະ​ຕິ​ຮູບ​ວາ​ລະ​ແຜນ​ການ​ຂອງ​ປະ​ເທດ ອຸ​ສ​ເບັກ​ກິ​ສ​ຖານ ກັບ​ປະ​ທາ​ນາ​ທິ​ບໍ​ດີ ຊາ​ຟ​ກັດ ເມຍ​ຊີ​ໂຢ​ເຢ​ຟ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ປິດ​ລັບ ​ເມື່ອ​ວັນ​ພຸດ​ວານນີ້ ​ໃນ​ນະ​ຄອນຫຼວງ ທາ​ສ​ເຄັນ.

ຫຼັງ​ຈາກ ອຸ​ສ​ເບັກ​ກິ​ສ​ຖານ, ທ່ານ ບ​ລິງ​ເຄັນ ຈະ​ເດີນ​ທາງ​ໄປ​ປະ​ເທດ ອິນ​ເດຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ກຸ່ມ G-20. ຫົວ​ໜ້າ​ນັກ​ການ​ທູດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ທ່ານບໍ່​ມີ​ແຜນ​ທີ່​ຈະ​ພົບ​ປະ​ຕ່າງ​ຫາກ​ຢູ່​ນອກກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ຫຼື ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຈີນ ທ່ານ ຈິນ ກາງ, ຜູ້​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ນັ້ນ​ເຊັ່ນ​ກັນ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ທາ​ສ​ເຄັນ ນັ້ນ, ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ ກ່ຽວ​ກັບ ເສ​ລີ​ພາບ​ຂອງ​ສື່ມວນ​ຊົນ ແລະ ການ​ມີ​ພື້ນ​ທີ່​ສຳ​ລັບ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ.

ທ່ານ​ໄດ້​ຊີ້​ເຖິງ​ຄວາມ​ພະ​ຍາ​ຍາມ​ ທີ່​ຈະ​ກຳ​ຈັດ​ແຮງ​ງານ​ບັງ​ຄັບ ​ໃນ​ອຸດ​ສາ​ຫະ​ກຳ​ຝ່າຍ​ຂອງ ອຸ​ສ​ເບັກ​ກິ​ສ​ຖານ, ໂດຍ​ຢ້ຳ​ວ່າ​ນັ້ນ​ແມ່ນ​ຄວາມ​ສຳ​ຄັນ​ທີ່​ຍິ່ງ​ໃຫຍ່ ແລະ ເປັນ​ແບບ​ຢ່າງ​ສຳ​ລັບ​ຄົນ​ອື່ນ.

U.S. Secretary of State Antony Blinken said he discussed Uzbekistan’s reform agenda with President Shavkat Mirziyoyev during a closed-door meeting Wednesday in Tashkent.

After Uzbekistan, Blinken heads to India for a G-20 foreign ministers’ meeting. The chief U.S. diplomat said he has no plan to meet separately on the sidelines with Russian Foreign Minister Sergey Lavrov or Chinese Foreign Minister Qin Gang, who also are attending the meeting.

Speaking to reporters in Tashkent, Blinken said he highlighted the importance of media freedoms and having a space for civil society.

He pointed to efforts to rid Uzbekistan’s cotton industry of forced labor, noting that was both a great achievement and an example to others.

XS
SM
MD
LG