ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັ​ນ​ດາ​ຜູ້​ຊ່ຽວ​ຊານ​ ເຫັນ​ພາກ​ພື້ນ​ເອ​ເຊຍ​ກາງ ​ມີ​ຄວາມ​ໝັ້ນ​ໃຈຂຶ້ນ ຍ້ອນ​ການ​ດີ້ນ​ຮົນ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ


ຈາກ​ຊ້າຍ, ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ, ທາ​ຈີ​ກິ​ສ​ຖານ, ສະ​ພາ​ຢູ​ໂຣບ, ເຄຍ​ກິ​ສ​ຖານ ແລະ ອຸ​ສ​ເບ​ກິ​ສ​ຖານ ແລະ ຮອງ​ປະ​ທານ​ຄະ​ນະ​ລັດ​ຖະ​ມົນ​ຕີ ເທີ​ກ​ເມ​ນິ​ສ​ຖານ ຖ່າຍ​ຮູບ​ນຳ​ກັນ​ກ່ອນກອງ​ປະ​ຊຸມໃນເມືອງ ໂຈ​ລ​ປົນ-ອາ​ຕາ, ເຄຍ​ກິ​ສ​ຖານ, 2 ມິ​ຖຸ​ນາ, 2023.
ຈາກ​ຊ້າຍ, ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ, ທາ​ຈີ​ກິ​ສ​ຖານ, ສະ​ພາ​ຢູ​ໂຣບ, ເຄຍ​ກິ​ສ​ຖານ ແລະ ອຸ​ສ​ເບ​ກິ​ສ​ຖານ ແລະ ຮອງ​ປະ​ທານ​ຄະ​ນະ​ລັດ​ຖະ​ມົນ​ຕີ ເທີ​ກ​ເມ​ນິ​ສ​ຖານ ຖ່າຍ​ຮູບ​ນຳ​ກັນ​ກ່ອນກອງ​ປະ​ຊຸມໃນເມືອງ ໂຈ​ລ​ປົນ-ອາ​ຕາ, ເຄຍ​ກິ​ສ​ຖານ, 2 ມິ​ຖຸ​ນາ, 2023.

ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ທີ່ ຣັດ​ເຊຍ ໄດ້​ບຸກ​ລຸກດິນ​ແດນ​ສ່ວນ​ກາງ​ຂອງ​ຂອງ ຢູ​ເຄ​ຣນ ນັ້ນ, ບັນ​ດາ​ປະ​ເທດ​ເອ​ເຊຍ​ກາງ​ຢ້ານ​ວ່າ ເຂົາ​ເຈົ້າ​ຈະ​ເປັນ​ປະ​ເທດ​ຕໍ່​ໄປ​ທີ່​ຈະ​ຮູ້​ສຶກ​ເຖິງ​ຜົນ​ກະ​ທົບ​ຂອງ​ຄວາມຫຼົງ​ໄຫຼ​ໃນ​ການ​ຕໍ່​ສູ້​ເພື່ອກູ້​ຄືນເຂດ​ແດນ​ທີ່​ສູນ​ເສຍ​ໄປ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ.

ແຕ່​ໃນ​ຂະ​ນະ​ທີ່ ຣັດ​ເຊຍ ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ສະ​ໜາມ​ລົບ ແລະ ປະ​ສົບ​ກັບ​ການ​ສູນ​ເສຍ​ຂະ​ໜາດ​ໃຫຍ່​ຕໍ່​ຄູ່​ປໍ​ລະ​ປັກ​ ຢູ​ເຄ​ຣນ ທີ່​ມີ​ຄວາມ​ມຸ່ງ​ໝັ້ນນັ້ນ, ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ນັກ​ການ​ເມືອງ​ໃນ​ປັດ​ຈຸ​ບັນ​ ແລະ ອະ​ດີດ​ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ແມ່ນ​ໄດ້​ເຫັນ​ພາກ​ພື້ນ​ເອ​ເຊຍ​ກາງ​ ທີ່​ມີ​ຄວາມ​ໝັ້ນ​ໃຈຫຼາຍ​ຂຶ້ນ ແລະ ກ້າ​ສະ​ແດງ​ອອກ ທີ່​ເຂົາ​ເຈົ້າ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ລວມ​ຕົວ​ກັນ ແລະ ໃຊ້ອຳ​ນາດ​ການ​ຕໍ່​ລອງ​ທີ່​ຍິ່ງ​ໃຫຍ່ກັບທັງ​ ຣັດ​ເຊຍ, ຈີນ ແລະ ສະ​ຫະ​ລັດ.

ບັນ​ດາ​ນັກ​ສັງ​ເກດ​ກາ​ນ​ມາ​ຍາວ​ນານ​ບາງ​ຄົນ​ເຕືອນ​ວ່າ ພາກ​ພື້ນ​ດັ່ງ​ກ່າວ ​ອາດ​ຕົກ​ເປັນ​ເຫຍື່ອ​ຄວາມ​ທະ​ເຍີ​ທະ​ຍານ​ຂອງວັງ​ເຄ​ຣັມ​ລິນ ອີກ​ຄັ້ງ​ນຶ່ງ. ເຂົາ​ເຈົ້າ​ໄດ້​ໂຕ້​ຖຽງ​ວ່າ​ ປະ​ເທດ​ເວັນ​ຕົກ​ຕ້ອງ​ເ​ຂົ້າ​ໃຈ​ສິ່ງ​ທ້າ​ທາຍ​ຂອງ​ເຂົາ​ເຈົ້າ ແລະ ຊ່ວຍ​ຂະ​ຫຍາຍ​ໂອ​ກາດ​ຕ່າງໆ​ຂອງ​ເຂົາ​ເຈົ້າ.

ໃນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ເຂົາ​ເຈົ້າ, ຜົນ​ອອກ​ມາ​ທີ່​ດີ​ທີ່​ສຸດ​ສຳ​ລັບ ອຸ​ສ​ເບ​ກິ​ສ​ຖານ, ກາ​ຊັກ​ສະ​ຖານ, ເຄຍ​ກິ​ສ​ຖານ, ທາ​ຈີ​ກິ​ສ​ຖານ ແລະ ເທີກ​ເມ​ນິ​ສ​ຖານ ຈະ​ປາ​ກົດ​ອອກ​ມາ​ຈາກ​ຄວາມ​ຂັດ​ແຍ້ງ​ ລະ​ຫວ່າງ ຢູ​ເຄ​ຣນ ແລະ ຣັດ​ເຊຍ ເປັນ​ພາກ​ພື້ນ​ອິດ​ສະຫຼະ ແລະ ສ​າ​ມັກ​ຄີ​ກັນ.

ທ່ານ ເຟ​ຣ​ເດ​ຣິກ ສ​ຕາ, ປະ​ທານ​ຂອງ​ສະ​ຖາ​ບັນ​ສາຍ​ພູ​ຄໍ​ເຄ​ຊັ​ສ-​ເອ​ເຊຍ​ກາງ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ເຊິ່ງ​ແມ່ນ​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ການ​ລວມ​ເສດ​ຖະ​ກິດ ແລະ ການ​ເມືອງ​ທີ່ກວ້າງ​ຂວາງ​ໃນ​ພາກ​ພື້ນ​ດັ່ງ​ກ່າວ. ທ່ານ​ໄດ້​ສັງ​ເກດ​ເຫັນ​ວ່າ ລັດ​ຖະ​ບານ​ຂອງ​ພາກ​ພື້ນ​ນັ້ນ​ ໄດ້​ໃຊ້ “ຈີນ ເພື່ອ​ທຳ​ການ​ດຸ່ນ​ດ່ຽງ​ກັບ ຣັດ​ເຊຍ… ແລະ ອາ​ເມ​ຣິ​ກາ, ເພື່ອ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG