ທ່ານນິວັດ ຮ້ອຍແກ້ວ ຕົວແທນເຄືອຂ່າຍປະຊາຊົນໄທ ຈາກ 8 ຈັງຫວັດທີ່ຢູ່ລຽບຝັ່ງແມ່ນໍ້າຂອງ ຊຶ່ງປະກອບດ້ວຍຈັງຫວັດຊຽງລາຍ, ເລີຍ, ໜອງຄາຍ, ນະຄອນພະນົມ,
ມຸກດາຫານ, ອໍານາດຈະເລີນ, ອຸບົນລາດຊະທານີ ແລະ
ບຶງການ ຖະແຫລງຢືນຢັນວ່າ ຄະນະຕົວແທນເຄືອຂ່າຍ
ປະຊາຊົນໄທ ຈາກ 8 ຈັງຫວັດດັ່ງກ່າວໄດ້ຮ່ວມກັນຍື່ນ
ໜັງສືເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທ
ຢ່າງເປັນທາງການໃນຕອນບ່າຍຂອງວັນທີ 18 ເມສາ
ນີ້ ຢູ່ບາງກອກ.
ແຕ່ເນື່ອງຈາກວ່າ ທ່ານອ້ວນ ພົມມະຈັກ ເອກອັກຄະລັດ
ຖະທູດລາວປະຈຳປະເທດໄທໄດ້ເດີນທາງອອກຈາກສະ
ຖານທູດເພື່ອໄປປະຕິບັດພາລະກິດ ຢູ່ນອກສະຖານທູດ
ຈຶ່ງບໍ່ໄດ້ອອກມາຮັບໜັງສືດັ່ງກ່າວດ້ວຍຕົນເອງ ຊຶ່ງກໍ
ເປັນຜົນເຮັດໃຫ້ຄະນະຕົວແທນເຄືອຂ່າຍປະຊາຊົນໄທ
ຈຳຕ້ອງໄດ້ຍື່ນໜັງສືດັ່ງກ່າວ ຕໍ່ຜູ້ຕາງໜ້າສະຖານທູດລາວ
ເພື່ອນຳສົ່ງໄປເຖິງທ່ານອ້ວນຕໍ່ໄປ.
ຊາວປະໂມງຜູ້ນຶ່ງກໍາລັງຫາປາທີ່ ໃນແມ່ນໍ້າຂອງ ບ່ອນທີ່ຈະເປັນສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນເຂດເໜືອຂອງປະເທດລາວ (File)
ສຳລັບສາລະສຳຄັນໃນໜັງສືທີ່ຄະນະຕົວແທນເຄືອຂ່າຍປະຊາຊົນໄທໄດ້ຍື່ນເຖິງເອກ
ອັກຄະລັດຖະທູດລາວປະຈຳປະເທດໄທໃນຄັ້ງນີ້ ກໍແມ່ນການສະແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳຂອງ ໃນເຂດແຂວງໄຊຍະບູລີ ຂອງລາວ
ແລະໄດ້ສະເໜີໃຫ້ເລື່ອນການກໍ່ສ້າງອອກໄປເປັນເວລາ 10 ປີ ເພື່ອທຳການສຶກສາກ່ຽວ
ກັບການປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມຢ່າງລະອຽດ
ຮອບຄອບເສຍກ່ອນດັ່ງທີ່ທ່ານນິວັດໄດ້ຊີ້ແຈງກັບ ວີໂອເອວ່າ:
“ເນື້ອຫາໃນຈົດໝາຍ ກໍຄືຂໍໃຫ້ລັດຖະບານລາວໄດ້ຕະໜັກ ແລະລະງັບໄວ້ກ່ອນ
ເພາະວ່າມັນຈະເກີດຜົນກະທົບ ຊຶ່ງເປັນເລື້ອງທີ່ຍິ່ງໃຫຍ່ມາກ ສຳລັບຄົນລຸ່ມແມ່
ນໍ້າຂອງ ເພາະສະນັ້ນ ຄະນະທີ່ທຳການສຶກສາຂອງ MRC ທີ່ໄດ້ສຶກສາຜົນກະ
ທົບຕ່າງໆ ກໍໄດ້ໃຫ້ຄວາມເຫັນວ່າ ມັນຈະຕ້ອງມີການສຶກສາອີກສິບປີເປັນຢ່າງ
ໜ້ອຍ”
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນປີ 2010
ນອກຈາກການຍື່ນໜັງສືດັ່ງກ່າວເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທແລ້ວ ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ ກໍຍັງໄດ້ຍື່ນໜັງສືທີ່ມີສາລະສຳຄັນຕໍ່ນາຍົກລັດຖະມົນຕີໄທ, ຄະນະກຳມາທິການ ສິ່ງແວດລ້ອມປະຈຳລັດຖະສະພາໄທ ແລະ ກຸ່ມບໍລິສັດ ຊໍ ການຊ່າງທີ່ຈະເປັນຜູ້ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວອີກດ້ວຍ.
ກ່ອນໜ້ານີ້ເຄືອຂ່າຍປະຊາຊົນໄທ ຊຶ່ງປະກອບດ້ວຍສະມາຊິກຈາກ 44 ອົງການທາງສັງຄົມ ແລະສິ່ງແວດລ້ອມທໍາມະຊາດໃນທົ່ວປະເທດໄທໄດ້ອອກຖະແຫລງການເພື່ອສະແດງການຄັດ
ຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີ ອີກດ້ວຍເຊັ່ນກັນ ແລະໃນໂອກາດດຽວກັນນັ້ນ ກໍຍັງ
ໄດ້ຈັດສົ່ງຖະແຫລງການດັ່ງກ່າວໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ໃນໄທ, ກຳປູເຈຍ,
ຫວຽດນາມ ແລະລາວ ໃນຖານະທີ່ເປັນປະເທດສະມາຊິກຂອງຄະນະກໍາມາທິການແມ່ນໍ້າ
ຂອງ (Mekong River Commission) ຫລື MRC ອີກດ້ວຍ.
ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນວຽງຈັນ
ໂດຍຖະແຫລງການດັ່ງກ່າວ ໄດ້ໃຫ້ເຫດຜົນ
ທີ່ຕ້ອງມີການຄັດຄ້ານໂຄງການກໍ່ສ້າງເຂື່ອນ
ໄຊຍະບູລີໃນຄັ້ງນີ້ວ່າ ເປັນຍ້ອນກຸ່ມບໍລິສັດ
ທີ່ລົງທຶນໃນໂຄງການດັ່ງກ່າວນີ້ບໍ່ໄດ້ມີການ
ເປີດເຜີຍຂໍ້ມູນກ່ຽວກັບຜົນການສຶກສາເພື່ອ
ປ້ອງກັນບັນຫາຜົນກະທົບຕໍ່ສັງຄົມ ແລະ
ສິ່ງແວດລ້ອມທໍາມະຊາດ ຕໍ່ສາທາລະນະ
ຊົນ ທັງຍັງໄດ້ເລັ່ງລັດຈັດເວທີສາທາລະນະ ທີ່ຂາດການມີສ່ວນຮ່ວມປະກອບຄວາມຄິດ
ເຫັນຈາກພາກປະຊາຊົນໃນໄທຢ່າງແທ້ຈິງ
ອີກດ້ວຍ.
ພ້ອມກັນນີ້ເຄືອຂ່າຍປະຊາຊົນໄທກໍຍັງໄດ້ຍື່ນຖະແຫລງການເພື່ອສະແດງການຄັດຄ້ານ
ຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີດັ່ງກ່າວເຖິງສຳນັກງານນາຍົກລັດຖະມົນຕີໄທ,
ທະນາຄານພານິດ 4 ແຫ່ງ ທີ່ກຳລັງຈະພິ ຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການ
ກຸ່ມບໍລິສັດ ຊໍ ການຊ່າງໃນຖານະຜູ້ລົງທຶນ, ການໄຟຟ້າຝ່າຍຜະຫລິດແຫ່ງປະເທດໄທ
(EGAT) ໃນຖານະຜູ້ທີ່ຈະຮັບຊື້ພະລັງງານໄຟຟ້າ ແລະອີກ 15 ພາກສ່ວນທີ່ໄດ້ໃຫ້
ການສະໜັບສະໜູນດ້ານເງິນທຶນແກ່ MRC ອີກດ້ວຍ.