ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ສ້າງ ໂຄງການເຂື່ອນ ໄຊຍະບູລີ ເລີ່ມຂຶ້ນກ່ອນ MRC ອະນຸມັດ


ຊາວປະມົງຄົນໜຶ່ງກໍາລັງຫາປາຢູ່ໃກ້ໆກັບບ່ອນທີ່ຈະສ້າງເຂື່ອນໄຊຍະບູລີ
ຂຶ້ນທີ່ Paksey, ໃນພາກເໜືອຂອງລາວ.
ຊາວປະມົງຄົນໜຶ່ງກໍາລັງຫາປາຢູ່ໃກ້ໆກັບບ່ອນທີ່ຈະສ້າງເຂື່ອນໄຊຍະບູລີ ຂຶ້ນທີ່ Paksey, ໃນພາກເໜືອຂອງລາວ.



















ພວກ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ພາກັນ​ສະ​ແດງ​ຄວາມໂກດ​ແຄ້ນ​ອອກ​ມາກ່ຽວ​ກັບ​ລາຍ​ງານ​ຂ່າວຕ່າງໆທີ່​ວ່າ​ລາວ​ໄດ້​ເລີ້ມ​ດໍາ​ເນີນ​ງານ​ກ່ຽວການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ ກ່ອນ 4 ປະ​ເທດສະມາຊິກ​ຂອງ​ຄະນະ​ກໍາມາທິການ​ແມ່​ນໍ້າຂອງ ​ຈະ​ຕັດສິນ​ໃຈ​ກ່ຽວ​ກັບໂຄງການ​ດັ່ງກ່າວ​ໃນ​ສັບປະດາ​ນີ້.

ຄະນະ​ກໍາມາທິການ​ດັ່ງກ່າວ​ມີ​ໝາຍ​ກໍານົດ​ທີ່​ຈະ​ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ອື່ນ​ທີ່​ນະຄອນ
ຫລວງ​ວຽງ​ຈັນ ​ເພື່ອ​ຕັດສິນ​ໃຈ​ບັ້ນ​ສຸດ​ທ້າຍ​ກ່ຽວກັບ​ໂຄງ ການ​ດັ່ງກ່າວ ຊຶ່ງ​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ຫວຽດນາມ​ແລະ​ກໍາປູ​ເຈຍ ຕະຫລອດ​ທັງ​ພວກ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ຊຶ່ງກ່າວ​ວ່າ ​ເຂື່ອນ​ທີ່​ວ່າ​ນີ້​ຈະ​ຂັດຂວາງຕໍ່​ການ​ເຄື່ອນ​ຍ້າຍຂຶ້ນລົງ​ໄປມາ​ຂອງ​ພວກ​ປາ ພ້ອມ​ທັງ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ຄົນ​ຈໍານວນ​ເປັນ​ລ້ານໆ​ຄົນ​ທີ່​ອາ​ໄສ​ພວກ​ປູ​ປາ​ນາ​ນໍ້າ ​ໃນ​ແມ່​ນໍ້າຂອງ​ເປັນ​ອາຫານ​ລ້ຽງ​ຊີບນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຕັດສິນ​ໃຈ​ໃດໆ​ຂອງ​ຄະນະ​ກໍາມາທິການແມ່ນໍ້າ ຂອງ​ຈະບໍ່​ມີ​ຜົນ​ບັງຄັບ​ໃຊ້​ແລະ​ລາວ​ສາມາດ​ດໍາ​ເນີນ​ການ​ໄດ້​ເລີຍ​ກ່ຽວ​ກັບໂຄງ ການ​ມູນ​ຄ່າ 3 ພັນ 500 ລ້ານ​ໂດ​ລາ ​ເຖິງ​ແມ່ນ​ບໍ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ຄະນະ​ກໍາທາທິການ​ດັ່ງກ່າວ​ກໍ​ຕາມ. ລາວ​ຄາດ​ວ່າ​ຈະ​ໄດ້ຮັບການ​ກະຕຸກ​ຊຸກຍູ້​ດ້ານ​ເສດຖະກິດ​ຈາກ​ການ​ຂາຍໄຟຟ້າ​ພະລັງນໍ້າ1260 ກິ​ໂລ​ວັດ​ໃຫ້​ໄທ​ນັ້ນ.

ໃນ​ລາຍ​ງານ​ການ​ສືບສວນ​ສະບັບ​ນຶ່ງ​ທີ​ອອກ​ໃນ​ວັນ​ອາທິດ​ວານ​ນີ້ ໜັງສືພິມ Bangkok Post ກ່າວ​ວ່າ ພວກ​ຂຽນ​ລາຍ​ງານ​ຂອງ​ຕົນ​ໄດ້​ໄປ​ຢ້ຽມຢາມ​ຂົງ​ເຂດ​ທີ່​ຈະ​ສ້າງ​ເຂື່ອນ​ນີ້​ຂຶ້ນ ​ແລະ​ພົບ​ເຫັນ​ວ່າ ອຸບປະກອນ​ການ​ກໍ່ສ້າງ​ເຂື່ອນ​ຂອງ​ບໍລິສັດ​ໄທ ແມ່ນ​ໄດ້ເລີ່ມລົງມື​ດໍາ​ເນີນ​ງານ​ໄປ​ແລ້ວໃນ​ການສ້າງຖະໜົນ​ສາຍ​ນຶ່ງ​ຍາວ 30 ຫລັກ​ກິ​ໂລ​ແມັດ​ທີ່​ຈະ​ໃຫ້​ຄວາມ​ສະ​ດວກ​ແກ່ໂຄງການ​ດັ່ງກ່າວ. ໜັງສືພິມ​ສະບັບ​ນີ້​ໄດ້​ສະ​ແດງ​ຮູບ​ພາບ​ຕ່າງໆ​ຂອງ​ບ່ອນ​ກໍ່ສ້າງ ​ແລະ​ໄດ້​ສໍາພາດ​ກັບ​ພວກ​ຊາວບ້ານ​ທີ່​ເວົ້າ​ວ່າ ​ເຂົາ​ເຈົ້າໄດ້​ຮັບ​ການສະ​ເໜີ​ໃຫ້​ເງິນພຽງ​ແຕ່ 15 ​ໂດ​ລາ​ເທົ່າ​ນັ້ນ​ເພື່ອ​ໃຫ້​ເຂົາເຈົ້າ​ຍົກ​ຍ້າຍອອກ
ໄປຈາກ​ສະຖານ​ທີ່​ດັ່ງກ່າ​ວ.

XS
SM
MD
LG