ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມອະນຸລັກສິ່ງແວດລ້ອມ ຈະສືບຕໍ່ຄັດຄ້ານ ການສ້າງເຂື່ອນ ເທິງແມ່ນໍ້າຂອງ


ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື ໃນເດືອນ ກໍລະກົດ ປີ 2010.
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື ໃນເດືອນ ກໍລະກົດ ປີ 2010.

ກຸ່ມເຄືອຂ່າຍອະນຸລັກສິ່ງແວດລ້ອມ ຈະດໍາເນີນການຄັດຄ້ານແຜນການກໍ່ສ້າງເຂື່ອນເທິງແມ່ ນໍ້າຂອງ ໂດຍສະເພາະແມ່ນທີ່ຕັ້ງຢູ່ໃນເຂດປະເທດລາວຕໍ່ໄປຢ່າງບໍ່ຢຸດຢັ້ງ.

ເຄືອຂ່າຍອະນຸລັກພັດທະນາທໍາມະຊາດໃນລຸ່ມແມ່ນໍ້າຂອງ
ຊຶ່ງປະກອບດ້ວຍ 21 ອົງການອະນຸລັກສິ່ງແວດລ້ອມທໍາ
ມະຊາດຢູ່ໃນປະເທດໄທ ໄດ້ຮ່ວມກັນອອກຖະແຫຼງການສະ
ແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນເທິງລໍາແມ່ນໍ້າ
ຂອງທຸກໂຄງການຢ່າງເປັນທາງການ ໃນຕົ້ນສັບປະດານີ້
ໂດຍໄດ້ໃຫ້ເຫດຜົນວ່າ ແຜນການກໍ່ສ້າງເຂື່ອນດັ່ງກ່າວ ບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດຢ່າງ
ກວ້າງຂວາງເທົ່ານັ້ນ ຫາກແຕ່ຍັງຈະສົ່ງຜົນກະທົບຕໍ່ຊີວິດ ແລະຄວາມເປັນຢູ່ຂອງປະຊາຊົນໃນເຂດລຸ່ມນໍ້າຈໍານວນ
ຫຼາຍກວ່າ 60 ລ້ານຄົນອີກດ້ວຍ.

ຊາວບ້ານຫາປາ ໃນເຂດສີ່ພັນດອນ ຂອງລາວ
ຊາວບ້ານຫາປາ ໃນເຂດສີ່ພັນດອນ ຂອງລາວ

ທັງນີ້ໂດຍສະເພາະແມ່ນ
ຜົນກະທົບທີ່ຈະມີຕໍ່ຊີວິດ
ແລະຄວາມເປັນຢູ່ຂອງປະ
ຊາຊົນຫຼາຍລ້ານຄົນນັ້ນ
ນອກຈາກຈະມີສາເຫດມາ
ຈາກການທີ່ສິ່ງແວດລ້ອມ
ທໍາມະຊາດທີ່ເປັນແຫຼ່ງອາ
ຫານຈະຖືກທໍາລາຍໄປ
ເພາະແຜນການກໍ່ສ້າງເຂື່ອນຂະໜາດໃຫຍ່ເຖິງ 20 ໂຄງການໃນຕະຫຼອດລໍາແມ່ນໍ້າ
ຂອງແລ້ວ ການທີ່ໃນເຂດລຸ່ມແມ່ນໍ້າຂອງກໍ່ຍັງເປັນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພ
ແຜ່ນດິນໄຫວທັງໃນຈີນ, ມຽນມາ, ລາວ ແລະໄທອີກດ້ວຍແລ້ວ ກໍນັບເປັນອີກສາເຫດ
ນຶ່ງທີ່ຈະຖືກຄຸກຄາມຕໍ່ຄວາມປອດໄພໃນຊີວິດ ແລະຊັບສິນຂອງປະຊາຊົນຫຼາຍສິບລ້ານ
ຄົນໃນລຸ່ມແມ່ນໍ້າຂອງອີກດ້ວຍເຊັ່ນກັນ ເນື່ອງຈາກວ່າໄພແຜ່ນດິນໄຫວທີ່ສາມາດຈະເກີດ
ຂຶ້ນໄດ້ຕະຫຼອດເວລານັ້ນ ຍ່ອມຈະສົ່ງຜົນກະທົບເຮັດໃຫ້ເຂື່ອນເກີດການພັງທະລາຍໄດ້
ອີກດ້ວຍນັ້ນເອງ.

ສະພາບດິນທະລຸຂອງ ໜອງTangjiashan ໃນ ແຂວງຊີຈວນຍ້ອນເກີດ ແຜ່ນດິນໄຫວແລະເຂື່ອນ ພັງຢູ່ທາງຕາເວັນຕົກສຽງ ໃຕ້ຂອງຈີນໃນປີ 2008
ສະພາບດິນທະລຸຂອງ ໜອງTangjiashan ໃນ ແຂວງຊີຈວນຍ້ອນເກີດ ແຜ່ນດິນໄຫວແລະເຂື່ອນ ພັງຢູ່ທາງຕາເວັນຕົກສຽງ ໃຕ້ຂອງຈີນໃນປີ 2008

ກ່ອນໜ້ານີ້ ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມ
ແລະພັດທະນາພະລັງງານທີ່ສັງກັດຢູ່ໃນກະຊວງພະລັງງານ
ແລະບໍ່ແຮ່ລາວນັ້ນ ກໍໄດ້ໃຫ້ການຢືນຢັນວ່າທາງການລາວ
ໄດ້ອານຸຍາດໃຫ້ບໍລິສັດຈາກຕ່າງປະເທດທໍາການສຶກສາສໍາ
ຫຼວດຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນເທິງລໍາ
ແມ່ນໍ້າຂອງສະເພາະໃນເຂດປະເທດລາວແລ້ວ 8 ໂຄງການ
ກໍຄື ເຂື່ອນປາກແບ່ງ, ເຂື່ອນຫຼວງພະບາງ, ເຂື່ອນປາກ
ລາຍ, ເຂື່ອນສານະຄາມ, ເຂື່ອນແກ້ງຫຼວງ, ເຂື່ອນດອນ
ໂຂງ, ເຂື່ອນທ່າຄໍ້, ແລະເຂື່ອນໄຊຍະບຸລີ.

ແຕ່ຢ່າງໃດກໍຕາມ ທ່ານໄຊປະເສີດ ກໍໄດ້ເນັ້ນຢໍ້າວ່າ ການ
ອານຸຍາດດັ່ງກ່າວເປັນພຽງການອານຸຍາດໃຫ້ສຶກສາຄວາມ
ເປັນໄປໄດ້ຂອງໂຄງການເທົ່ານັ້ນ ຫຼືຍັງບໍ່ທັນເປັນການອາ
ນຸຍາດໃຫ້ທຳການສ້າງເຂື່ອນແຕ່ຢ່າງໃດ ແລະຖ້າຫາກ
ການສຶກສາພົບວ່າເປັນໂຄງການ​ຄຸ້ມ​ຄ່າ​ ຫລືຈະ​ສົ່ງຜົນກະ
ທົບຫລາຍກວ່າຜົນປະໂຫຍດທີ່ຈະໄດ້ຮັບນັ້ນ ທາງການລາວກໍ່ພ້ອມທີ່ຈະຍົກເລີກໂຄງ
ການໃນທັນທີ ໂດຍທີ່ຜ່ານມາໄດ້ມີການຍົກເລີກໄປແລ້ວຫຼາຍໂຄງການ ດັ່ງທີ່ທ່ານ
ໄຊປະເສີດ ໄດ້ໃຫ້ການຊີ້ແຈງກັບ VOA ວ່າ:

ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມ ແລະ ພັດທະນາພະລັງງານ
ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມ ແລະ ພັດທະນາພະລັງງານ

ຢູ່ໃນບັນທຶກຄວາມເຂົ້າໃຈກໍໄດ້ເວົ້າແຈ້ງວ່າ ຖ້າຫາກ
ສຶກສາ
ອອກມາແລ້ວ ຖ້າວ່າໂຄງການເປັນໄປບໍ່ໄດ້
ແລະໄດ້ຍົກເລີກໄປ ກະແມ່ນເປັນຄວາມຮັບຜິດ
ຊອບຂອງຜູ້ພັດທະນາ
ທີ່ຜ່ານມາກໍມີຫຼາຍໆໂຄງ ການທີ່ເຮົາໄດ້ສຶກສາອອກມາແລ້ວຜົນມັນເຮັດບໍ່
ໄດ້ກໍ່ໄດ້ຖຶກຍົກເລີກໄປ

ໂດຍໃນປັດຈຸບັນນີ້ ລັດຖະບານໄທໄດ້ຕົກລົງໃນຫຼັກການວ່າ
ຈະຮັບຊື້ກະແສໄຟຟ້າຈາກລາວບໍ່ໜ້ອຍກວ່າ 7,000 ເມກາ
ວັດນັບຈາກປີ 2015 ເປັນຕົ້ນໄປເປັນເວລາ 25 ປີຕິດຕໍ່ກັນ ແລະໄທກໍຍັງຈະຕ້ອງເພີ່ມການຮັບຊື້ກະແສໄຟ ຟ້າຈາກປະເທດເພື່ອນບ້ານອີກເຖິງ 30,000 ເມກາວັດພາຍໃນປີ 2040.

ຊຶ່ງດ້ວຍສະພາບດັ່ງກ່າວນີ້ ກໍໄດ້ເຮັດໃຫ້ທາງການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ
ນັ້ນ ໄດ້ປະກາດ​ເປົ້າໝາຍ​ທີ່​ຈະ​ສົ່ງ​ເສີມ​ການ​ລົງທຶນ​ເພື່ອກໍ່ສ້າງ​ເຂື່ອນ​ໃຫ້​ໄດ້​ປີ​ລະ 2 ​ໂຄງ
ການ ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020 ຊຶ່ງຈະເຮັດໃຫ້ລາວສາມາດຜະລິດກະແສໄຟຟ້າ
ເພື່ອສົ່ງອອກໄດ້ເພີ່ມຂຶ້ນອີກຫຼາຍກວ່າ 9,000 ເມກາວັດ.

ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືກຸ່ມອົງການອະນຸລັກສະພາບແວດລ້ອມ ທໍາມະຊາດ ທັງໃນລະດັບສາກົນແລະໃນໄທ ຕ່າງກໍໄດ້ປະກາດທ່າທີຢ່າງແຈ່ມແຈ້ງແລ້ວວ່າ ຈະຄັດຄ້ານ
ແຜນການຂອງລັດຖະບານໄທ ທີ່ຈະພິຈາລະນາຮັບຊື້ກະແສໄຟຟ້າຈາກລາວເພີ່ມຂຶ້ນນັ້ນ
ອີກດ້ວຍ.

XS
SM
MD
LG