ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ຍື່ນ​ແຜນການຂໍ​ສ້າງ ​ເຂື່ອນ​ໄຊ​ຍະ​ບູລີ ຢູ່​​ນໍ້າຂອງ


ຈຸດຈະສ້າງເຂື່ອນໄຟຟ້າ ຢູ່ຕາມລໍາແມ່ນໍ້າຂອງ ຢູ່ລາວ
ຈຸດຈະສ້າງເຂື່ອນໄຟຟ້າ ຢູ່ຕາມລໍາແມ່ນໍ້າຂອງ ຢູ່ລາວ

ທາງ​ການ​ລາວ​ຍື່ນ​ເອກກະສາ​ນ ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ເຂຶ່ອນ​ໄຊ​ຍະ​ບູລີ​ ໃນ​ແມ່ນໍ້າຂອງ ຕໍ່​ຄະນະ​ກໍາມາທິການ​ແມ່​ນໍ້າຂອງ ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ທີ່ກຸ່ມນັກ​ອະນຸລັກ​ທໍາ​ມະ​ຊາດ​ແວດ​ລ້ອມ ​ຈະ​ຄັດຄ້ານ​ຕໍ່​ໄປ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ອົງການ​ແມ່​ນໍ້າຂອງ​ແຫ່ງ​ຊາດ​ລາວ ​ໃຫ້ການ​ຢືນຢັນ​ວ່າ​ ກະຊວງ​ພະລັງ
ງານ ​ແລະບໍ່​ແຮ່​ຂອງ​ລາວ​ ໄດ້​ຍື່ນ​ເອກ​ກະສາ​ນກ່ຽວ​ກັບ​ແຜນການ​ກໍ່ສ້າງ​ເຂື່ອນໄຊ​ຍະ​ບູລີ
ຢູ່​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ເຂດ​ແຂວງ​ໄຊ​ຍະ​ບູລີ ຕໍ່​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ (MRC) ​
ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ຂໍ​ໃຫ້ MRC ພິຈາລະນາ​ອະນຸມັດ​ຕາມ​ແຜນການ ​ດັ່ງກ່າວ​ຕໍ່​ໄປ.

ທ່ານ Jeromy Bird, ຫົວໜ້າ ຄະນະກໍາມາທິການ ຂອງອົງການ ແມ່ນໍ້ຂອງປະຈໍາຢູ່ລາວ
ທ່ານ Jeromy Bird, ຫົວໜ້າ ຄະນະກໍາມາທິການ ຂອງອົງການ ແມ່ນໍ້ຂອງປະຈໍາຢູ່ລາວ

ລະບຽບ​ວ່າ​ດ້ວຍ​ການ​ນໍາໃຊ້​ປະໂຫຍດ​ຈາກ​ແມ່​ນໍ້າຂອງ​ຮ່ວມ​
ກັນ​ລະຫວ່າງ​ລາວ ໄທ ກໍາ​ປູ​ເຈຍ ​ແລະ​ຫວຽດນາມ ຊຶ່ງ​ເປັນ​
ປ​ະ​ເທດ​ສະມາຊິກ​ໃນ MRC ນັ້ນ​ໄດ້​ກໍານົດ​ໄວ້​ຢ່າງ​ແຈ່ມ​ແຈ້ງ
ວ່າ ​ການ​ກໍ່ສ້າງ​ຖາວອນ​ວັດຖຸ​ໃດ​ກໍ​ຕາມ​ ຢູ່​ເທິງ​ແນວ​ແມ່​ນໍ້າ
ຂອງ​ນັ້ນ​ ຈະ​ຕ້ອງ​ໄດ້​ຮັບ​ການ​ເຫັນ​ຊອບ​ຢ່າງ​ພ້ອມພຽງ​ກັນ
ຈາກ​ທັງ​ສີ່​ປະ​ເທດ​ສະ​ມາ​ຊິກ ຊຶ່ງໃນ​ທີ່​ນີ້​ກໍ​ລວມ​ເຖິງ​ໂຄງການ
ກໍ່ສ້າງ​ເຂື່ອນດ້ວຍ ດັ່ງ​ທີ່​ທ່ານ Jeremy Bird ຫົວໜ້າ​ສໍາ
ນັກງານ MRC ທີ່​ຕັ້ງ​ຢູ່ນະຄອນ​ວຽງ​ຈັນ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ບັນດາ​ໂຄງການ​ເຂື່ອນ ທີ່​ຈະ​ກໍ່ສ້າງ​ຢູ່​ເທິງ​ແນວ​ແມ່​
ນໍ້າຂອງ​ທັງ​ທີ່ຢູ່​ໃນ​ລາວ ກໍາປູ​ເຈຍ ​ແລະ​ທີ່ຢູ່​ໃນ​ຊາຍ​
ແດນ​ໃນ​ແນວ​ແມ່​ນໍ້າຂອງ​ ລະຫວ່າງ​ລາວ​ກັບ​ໄທ​ນັ້ນ​ ຈໍາ​ເປັນ​ຈະ​ຕ້ອງ​ນໍາ​ສະ​ເໜີ​ຕໍ່ ​
ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ ​ໂດຍ​ຕໍ່ຈາກ​ນັ້ນ ຄະນະ​ກໍາມາ​ທິການ​ກໍ​ຈະ​ໃຊ້​ເວລາ​
ໃນ​ການ​ພິ​ຈາລະ​ນາ​ໃນ​ລາຍ​ລະອຽດ​ຕ່າງ​ໆ​ປະມານ 2-3 ​ເດຶອ​ນ ​ແລ້ວ​ຈຶ່ງ​ຈະ​ນໍາ​
ສະ
ໜີ​ເຂົ້າສູ່​ການ​ປະຊຸມ​ຂອງ​ປະ​ເທດ​ສະມາຊິກ ​ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າ
ຂອງ​ ເພື່ອ​ພິຈາລະ​ນາ​ແລະ​ເຈລະຈາ​ຕໍ່​ຮອງ​ລະຫວ່າງ​ກັນຢ່າງຮອບດ້ານ ​ກ່ອນ​ທີ່ ​ຈະ​ມີ​ການ​ຕັດສິນ​ໃຈ​ຮ່ວມ​ກັນ​ຕໍ່​ໄປ.”

ກ່ອນ​ໜ້າ​ນີ້ ທ່ານ​ໄຊ​ປະ​ເສີດ ພົນ​ສຸ​ພາ ຫົວໜ້າ​ກົມ​ສົ່ງ​ເສີມ​ແລະ​ພັດທະນາ​ພະລັງງານຂອງ​
ລາວ​ກໍ​ໄດ້​ຢືນຢັນ​ວ່າ ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ຈາກ​ຕ່າງປະ​ເທດ​ ທໍາ​ການ​ສຶກ
ສາ​ສໍາ​ຫລວດຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນໍ້າຂອງ​ ສະ​ເພາະ​ໃນ
ເຂດປະ​ເທດ​ລາວ​ແລ້ວ 7 ​ໂຄງການ ກໍ​ຄື​ເຂື່ອນປາກ​ແບ່ງ ​ເຂື່ອນຫລວງ​ພະ​ບາງ ​ເຂື່ອນ​ປາກ
ລາຍ ​ເຂື່ອນສາ​ນະ​ຄາມ​ ​ເຂື່ອນ​ແກ້ງ​ຫລວງ ​ເຂື່ອນດອນ​ໂຂງ ​ແລະເຂື່ອນທ່າ​ຄໍ້. ສ່ວນ​ເຂຶ່ອນ​
ໄຊ​ຍະ​ບູລີ ກໍ​ເປັນ​ໂຄງການ​ທີ່ 8 ຊຶ່ງ​ຄາດໝາຍ​ວ່າ MRC ຈະ​ຕ້ອງ​ໃຊ້​ເວລາ​ໃນ​ການ​ພິຈາລະ
ນາ​ ​ຍາວ​ນານ​ກວ່າ 6 ​ເດືອນ ຈຶ່ງ​ຈະ​ສາມາດ​ມີ​ມະຕິ​ຄວາມ​ເຫັນ​ຮ່ວມ​ກັນ​ຕໍ່​ໄປ.

ສ່ວນ​ທາງ​ດ້ານ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງ​ລາວ​ນັ້ນ ກໍ​ໄດ້​ປະກາດ​ເປົ້າໝາຍ​ທີ່​ຈະ​ສົ່ງ​ເສີມ​ການ​ລົງທຶນ​ ເພື່ອກໍ່ສ້າງ​ເຂື່ອນ​ໃຫ້​ໄດ້​ປີ​ລະ 2 ​ໂຄງການ​ ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020 ຊຶ່ງ​ຖ້າ​ຫາກ​ວ່າ​ສາມາດ​ປະຕິບັດ​ໄດ້ ຈິງ​ກໍ​ຈະ​ເຮັດ​ໃຫ້​ລາວ​ມີ​ເຂື່ອນຜະລິດ​ກະແສ​ໄຟຟ້າ​ເພີ່ມ​ຂື້ນ​ເຖິງ 20 ​ໂຄງການ ​ແລະ​ຍັງ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນຈາກ 2,540 MV ໃນປັດຈຸບັນນີ້ເປັນຫລາຍກວ່າ 9,000 MV ໃນປີ 2020 ອີກດ້ວຍ. ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືກຸ່ມອົງການອະນຸລັກສະພາບແວດລ້ອມ ທໍາມະຊາດ ທັງໃນລະດັບສາກົນແລະໃນໄທ ຕ່າງກໍໄດ້ປະກາດທ່າທີຢ່າງແຈ່ມແຈ້ງແລ້ວວ່າ ຈະຄັດຄ້ານແຜນການກໍ່ສ້າງເຂຶ່ອນເທິງແນວແມ່ນໍ້າຂອງຢ່າງເຖິງທີ່ສຸດ ໂດຍໄດ້ຮ່ວມກັນຍື່ນ ໜັງສືຄັດຄ້ານເຂຶ່ອນໄຊຍະບູລີເຖິງນາຍົກລັດຖະມົນຕີໄທ ຢ່າງເປັນທາງການເມື່ອບໍ່ນານມານີ້.

XS
SM
MD
LG