ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຂໍສ້າງເຂື່ອນ ໃສ່ລໍານໍ້າຂອງ


ທິວທັດລຳແມ່ນໍ້າຂອງ ກ່ອນຕາເວັນຕົກ
ທິວທັດລຳແມ່ນໍ້າຂອງ ກ່ອນຕາເວັນຕົກ

ສປປ ລາວ ໄດ້ຍື່ນຄຳຮ້ອງເພື່ອສ້າງເຂື່ອນໃສ່ລຳແມ່ນໍ້າ
ຂອງ ຊຶ່ງເປັນເທື່ອທຳອິດ ທີ່ບັນດາປະເທດໃນເຂດລຸ່ມແມ່
ນໍ້າຂອງ ໄດ້ຂໍອະນຸຍາດສ້າງເຂື່ອນໄຟຟ້າພະລັງນໍ້າໃສ່ແມ່
ນໍ້າດັ່ງກ່າວ.

ບັນດາກຸ່ມປົກປ້ອງສະພາບແວດລ້ອມພາກັນຄັດຄ້ານຕໍ່ການ ສ້າງເຂື່ອນໃສ່ລຳແມ່ນໍ້າຂອງ ມາເປັນເວລາດົນນານແລ້ວ ໂດຍໂຕ້ແຍ້ງວ່າ ມັນຈະທຳລາຍລະບົບນິເວດ ທີ່ມີຄວາມ ບອບບາງຂອງແມ່ນໍ້າຂອງ.

ຖ້າຫາກໄດ້ຮັບການອະນຸມັດ ໂດຍຄະນະກຳມາທິການແມ່
ນໍ້າຂອງ ຊຶ່ງເປັນອົງການຊ່ອຍຄຸ້ມຄອງ ແລະປະສານງານ
ການນຳໃຊ້ຊັບພະຍາກອນແມ່ນໍ້າຂອງນັ້ນ ເຂື່ອນດັ່ງກ່າວ
ນີ້ ກໍຈະຖືກສ້າງຂຶ້ນທີ່ແຂວງໄຊຍະບຸຣີ ໃນພາກຕາເວັນຕົກ
ສຽງເໜືອຂອງ ສປປ ລາວ.

ສປປ ລາວ ໄທ ກຳປູເຈຍແລະຫວຽດນາມ ໄດ້ສ້າງຕັ້ງ
ຄະນະກຳມາທິການແມ່ນໍ້າຂອງຂຶ້ນ ໃນປີ 1995.

ໃນມື້ວານນີ້ ຄະນະກຳມາທິການແມ່ນໍ້າຂອງ ໄດ້ນຳອອກເຜີຍແຜ່ການສຶກສາສະບັບນຶ່ງ
ທີ່ໄດ້ສະເໜີແນະໃຫ້ເລື່ອນເວລາອອກໄປ ໃນການຕັດສິນໃຈກ່ຽວກັບໂຄງການສ້າງເຂື່ອນ
ຕ່າງໆໃສ່ລຳແມ່ນໍ້າຂອງ ເປັນເວລາ 10 ປີ ເພື່ອສຶກສາເບິ່ງ ຜົນກະທົບທີ່ຈະມີຕໍ່ລຳແມ່ນໍ້າ ຂອງນັ້ນ.

XS
SM
MD
LG