ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາມະບານລາວຍອມຮັບວ່າ ການຂໍຂຶ້ນຄ່າແຮງງານ ຂັ້ນຕໍ່າ ຍັງບໍ່ສໍາເລັດ


ຄົນງານລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ.
ຄົນງານລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ.

ປະທານສະຫະພັນກຳມະບານລາວ ຍອມຮັບວ່າ ຍັງບໍ່ສາມາດຮູ້ໄດ້ວ່າ ຈະມີການປັບຄ່າຈ້າງ ຂັ້ນຕໍ່າ ເມື່ອໃດແລະປັບຂຶ້ນເທົ່າໃດ ເພາະຍັງຢູ່ໃນຂັ້ນຕອນຂອງການເຈລະຈາກັບບັນດານາຍ ຈ້າງໃນລາວຢູ່.

ທ່ານ ຄໍາຫລ້າ ລໍລອນສີ ປະ​ທານສະຫະພັນກຳມະບານ
ລາວໃຫ້ການຢືນຢັນວ່າສະຫະພັນກຳມະບານລາວພ້ອມ
ກັບກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ​ກຳລັງ​ຢູ່
ໃນ​ຂັ້ນຕອນຂອງ​ການ​ເຈລະຈາ​ຮ່ວມ​ກັນກັບ​ສະມາຄົມນາຍ
ຈ້າງໃນ​ລາວ​ ​ເພື່ອ​ຫາ​ຂໍ້​ສະຫລຸບຮ່ວມ​ກັນ​ກ່ຽວກັບການ
ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ໃຫ້​ແກ່​ບັນດາແຮງ​ງານຢູ່ໃນ
ລາວພາຍ​ໃນ​ເວລາ​ນີ້ ແລະ​ເຖິງ​ແມ່ນ​ວ່າ​ທັງ​ສາມ​ຝ່າຍຈະ
ເຫັນ​ຊອບ​ໃນ​ຫລັກ​ການ​ຮ່ວມ​ກັນ​ວ່າສົມຄວນ​ໃຫ້​ມີ​ການ
ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ດັ່ງ​ກ່າວ ​ເພື່ອໃຫ້ສອດຄ່ອງ​
ກັບ​ສະພາວະ​ຄ່າ​ຄອງ​ຊີບທີ່​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງກໍ​ຕາ​ມ.
ຫາກ​ແຕ່​ບໍ່ສາມາດກຳໜົດ​ຮ່ວມ​ກັນໄດ້​ວ່າ ຈະ​ມີ​ການ​ປັບ​ຄ່າ​ຈ້າງ​ຂັ້ນຕໍ່າໄດ້ເມື່ອ​ໃດ ​ແລະ​ປັບ
ຂຶ້ນ​ເທົ່າ​ໃດ​ແທ້ ດັ່ງ​ທີ່ທ່ານ ຄໍາຫລ້າ ລໍລອນສີ ປະທານສະຫະພັນກຳມະບານລາວໃຫ້ການ
ຢືນຢັນ​ໃນ​ຕອນໜຶ່ງວ່າ:

ກອງປະຊຸມໃຫຍ່ຄັ້ງທີ 6 ຂອງຜູ້ແທນສະຫະພັນກຳ ມະບານລາວທົ່ວປະເທດທີ່ຈັດຂຶ້ນໃນກາງເດືອນມັງ ກອນ 2011, ທີ່ນະຄອນວຽງຈັນ, ຊຶ່ງທ່ານຄໍາຫລ້າ ໄດ້ກ່າວຖະແຫລງການກ່ຽວກັບສະພາບຄ່າແຮງງານ ຂອງກຳມະກອນໃນລາວ
ກອງປະຊຸມໃຫຍ່ຄັ້ງທີ 6 ຂອງຜູ້ແທນສະຫະພັນກຳ ມະບານລາວທົ່ວປະເທດທີ່ຈັດຂຶ້ນໃນກາງເດືອນມັງ ກອນ 2011, ທີ່ນະຄອນວຽງຈັນ, ຊຶ່ງທ່ານຄໍາຫລ້າ ໄດ້ກ່າວຖະແຫລງການກ່ຽວກັບສະພາບຄ່າແຮງງານ ຂອງກຳມະກອນໃນລາວ

“ສະພາບ​ການ​ເສດຖະກິດ
ການເງິນຂອງ​ໂລກ ກໍ​ຄື​ພາຍ
ໃນ​ຂອງ​ພວກ​ເຮົາ​ນີ້ ມັນ​ມີ​
ການ​ປ່ຽນແປງ
ຈັ່ງຊັ້ນແລ້ວ
ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈໍາ​
ເປັນຈະ
ຕ້ອງ​ໄດ້​ປັບປຸງ​
ກ່ຽວກັບ​ເງິນ​ເດືອນ​ຕໍ່າສຸດ

ຂອງກໍາມະກອນຂຶ້ນຕື່ມ​
ອີກ. ປັດຈຸບັນນີ້
ພວມ​ກໍາ
ລັງ​ຄົ້ນຄວ້າ​ສົມທົບກັບ
ທາງພາຄີສະພາການຄ້າ

ແລະກັບທາງລັດຖະບານ,
ກະຊວງແຮງງານ
ຈະ​ໄດ້​
ເພີ້ມຂຶ້ນ​ເທົ່າໃດ​ນັ້ນກໍ​ຍັງບໍ່ທັນ​ເວົ້າ​ໄດ້ ແລະກໍ​ຍັງກຳລັງ​ຄົ້ນຄວ້າ​ເພື່ອ​ສະ​ເໜີຢູ່
.

ໃນ​ປັດຈຸບັນ​ນີ້ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ໃຊ້​ແຮງ​ງານ​ໃນ​ລາວ​ນັ້ນ ຢູ່​ທີ່​ລະ​ດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານ ແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບເຫລົ່ານັ້ນ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່ຕໍ່າ
ຫລາຍເມື່ອທຽບກັບຄ່າຄອງຊີບທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ຕົວຢ່າງ​ກໍ​ຄື ລາຄາ​ສິນຄ້າ​ອຸບປະ​ໂພ​ກ ບໍລິໂພກ​ໃນ​ທົ່ວ​ປະ​ເທດ​ລາວ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ເຖິງ
13.19% ໃນ​ເດືອນ​ຕຸລາ ແລະ​ເຖິງ​ແມ່ນ​ວ່າ​ຈະ​ຫລຸດ​ລົງ​ໃນ​ຊ່ວງ​ເດືອນ​ພະຈິກ​ກໍ​ຕາມຫາກ
ແຕ່ກໍ​ຍັງ​ສູງເກີນກວ່າລະດັບ 10% ​ເມື່ອທຽບລະຫວ່າງ​ເດືອນ​ທັນວາ 2010 ກັບເດືອນ
ມັງກອນ ປີ 2011 ທີ່ຜ່ານມານີ້. ສ່ວນ​ອັດຕາ​ເງິນ​ເຟີ້ ກໍ​ປັບ​ຕົວ​ສູງ​ຂຶ້ນເກີນກວ່າ8% ​ໃນ​
ເດືອນ​ກັນຍາ ​ແລະ​ເຖິງ​ແມ່ນ​ວ່າ​ຈະ​ໄດ້ຫລຸດ​ລົງ​ໃນ​ຊ່ວງເດືອນຕຸລາ ແລະເດືອນ​ພະຈິກ​ກໍ​
ຕາມ ຫາກ​ແຕ່ອັດຕາເງິນ​ເຟີ້ສະ​ເລ່ຍ​ໃນເດືອນທັນວາ 2010 ແລະເດືອນມັງກອນ 2011
ກໍ​ຍັງ​ສູງ​ເກີນ​ກວ່າ​ລະດັບ 7% ຢູ່​ເລື້ອຍມາ​ຈົນ​ເຖິງ​ຂະນະ​ນີ້.

ນອກຈາກນີ້ທ່ານ ຄໍາຫລ້າ ລໍລອນສີ ກໍໄດ້ໃຫ້ການຍອມຮັບວ່າ ສະຖານະ​ການ​ທີ່ໜ້າ​ເປັນ
ຫ່ວງອີກ​ຢ່າງ​ນຶ່ງ​ ກໍ​ຄືການ​ເອົາລັດເອົາປຽບຕໍ່ຜູ້ໃຊ້ແຮງງານໂດຍບັນດານາຍຈ້າງໃນລາວນັ້ນ ກໍຍັງຄົງເກີດຂຶ້ນຢູ່ເລື້ອຍມາ. ເຖິງແມ່ນວ່າສະຫະພັນກໍາມະບານລາວຈະໄດ້ດຳເນີນມາດຕະ ການກວດກາຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງຄົງບໍ່ສາມາດທີ່ຈະກວດກາຢ່າງທົ່ວເຖິງໄດ້​ແຕ່​
ຢ່າງ​ໃດ.

ກໍາມະກອນລາວຈຳນວນນຶ່ງທີ່ໄປຂາຍ ແຮງງານຢູ່ໄທ
ກໍາມະກອນລາວຈຳນວນນຶ່ງທີ່ໄປຂາຍ ແຮງງານຢູ່ໄທ

ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ
ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມສູງ
ຂຶ້ນທຸກມື້ນັ້ນ ກໍນັບວ່າເປັນເງື່ອນໄຂນຶ່ງ
ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ
ເດີນທາງໄປລອບທໍາງານໂດຍຜິດກົດ
ໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບ
ມື້ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່
ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ
ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍແລະ
ສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດກໍຕາມ, ຫາກແຕ່ພວກ
ເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ.

ຍິ່ງ​ໄປ​ກວ່າ​ນັ້ນ ການທີ່ຢູ່ໃນລາວກໍມີຕໍາແໜ່ງງານຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງ
ງານລາວສ່ວນໃຫຍ່ ໄດ້ພາກັນສະມັກໃຈເດີນທາງໄປລັກລອບທໍາງານຢູ່ໃນໄທຫລາຍຂຶ້ນ
ນັບມື້ ໂດຍອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ, ພະມ້າ ແລະ
ກໍາປູເຈຍໃນໄທເຊື່ອວ່າໃນປັດຈຸບັນນີ້ ມີແຮງງານລາວທີ່ລັກລອບທໍາງານໂດຍຜິດກົດໝາຍ
ໃນໄທຫລາຍກວ່າ 4 ແສນຄົນ ໃນຂະນະທີ່ທາງການລາວນັ້ນກັບເຊື່ອວ່າມີຢູ່ແຕ່ພຽງ 2
ແສນກວ່າຄົນເທົ່ານັ້ນ.

XS
SM
MD
LG