ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍ​ຈ້າງໃນລາວ​ເຫັນ​ດີ​ ​ໃຫ້ຂຶ້ນຄ່າຈ້າງ​ຂັ້ນຕໍ່າ​ ບໍ່ເກີນລະດັບອັດຕາເງິນເຟີ້


ຄົນງານລາວທີ່ໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ.
ຄົນງານລາວທີ່ໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ.

ບັນດາ​ນາຍ​ຈ້າງໃນ​ລາວຕ່າງ​ກໍ​ເຫັນ​ດີ ທີ່​ຈະ​ປັບ​​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ໃຫ້​ແກ່ແຮງ​ງານ​ ໃນລາວ ຫາກ​ແຕ່​ວ່າການ​ປັບ​​ຂຶ້ນດັ່ງກ່າວ ຈະ​ຕ້ອງ​ບໍ່​ເກີນກວ່າ​ລະດັບ​ຂອງອັດຕາ​ເງິນ​ເຟີ້ ທີ່​ເພີ້ມຂຶ້ນ.

ທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສະຫະ
ກຳຜະລິດເສື້ອຜ້າສຳເລັດຮູບໃນລາວໄດ້ຖະແຫລງຢືນ
ຢັນວ່າ ບັນດາ​ນາຍ​ຈ້າງໃນ​ລາວຕ່າງ​ກໍ​ເຫັນ​ດີ ທີ່​ຈະ​ປັບ
ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ໃຫ້​ແກ່ແຮງ​ງານລາວເພື່ອ​ເປັນ
ການ​ຍົກລະດັບຄວາມ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້ດີ
ຂຶ້ນພາຍ​ໃຕ້ສະພາບການ​ທີ່​ຄ່າ​ຄອງ​ຊີບ​ໄດ້​ປັບ​ຕົວ​ສູງ
ຂຶ້ນຢ່າງ​ຕໍ່​ເນື່ອງ.

ແຕ່​ຢ່າງ​ໃດ​ກໍ​ຕາມທ່ານອ່ອນສີກໍ​ຍອມຮັບ​ວ່າ ຈົນ​ເຖິງ​
ຂະນະ​ນີ້ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈນ​ວ່າ ຈະ​ມີ​ການ​ປັບ​ຂຶ້ນ
ອັດຕາຄ່າ​ຈ້າງ​ຂັ້ນຕໍ່າ​ໃຫ້​ເປັນ​ເທົ່າ​ໃດ ຫາກ​ແຕ່​ວ່າສໍາ
ລັບ​ຄວາມ​ເຫັນ​ໂດຍ​ສ່ວນ​ຕົວ​ຈະ​ມີ​ການ​ປັບ​ຂຶ້ນອັດຕາ
ຄ່າ​ຈ້າງ​ຂັ້ນຕໍ່າ​ນັ້ນຈະ​ຕ້ອງ​ບໍ່ສົ່ງ​ຜົນກະທົບ​ຕໍ່ການ​ສົ່ງ​ອອກ ​ເພາະການ​ປັບ​ຂຶ້ນອັດຕາຄ່າ​
ຈ້າງ​ຂັ້ນຕໍ່າ​ທີ່​ຫລາຍ​ເກີນ​ໄປ​ນັ້ນຈະສົ່ງ​ຜົນຕໍ່ຕົ້ນທຶນ​ການ​ຜະລິດ ​ແລະ​ເຮັດໃຫ້ສິນຄ້າ​ສົ່ງ​
ອອກ​ຂອງ​ລາວ​ບໍ່ສາມາດ​ແຂ່ງຂັນ​ໃນ​ດ້ານ​ລາຄາ​ໃນ​ຕະຫລາດ​ຕ່າງປະ​ເທດ​ໄດ້​ນັ້ນ​ເອງ.

ຊຶ່ງ​ດ້ວຍ​ເຫດຜົນ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທ່ານ​ອ່ອນ​ສີ ​ໄດ້​ສະ​ເໜີວ່າການ​ປັບ​ຂຶ້ນອັດຕາຄ່າ​ຈ້າງ​
ຂັ້ນຕໍ່າໃຫ້​ແກ່ແຮງ​ງານລາວຈະ​ຕ້ອງ​ບໍ່​ເກີນ​ລະດັບ​ຂອງ ອັດຕາ​ເງິນ​ເຟີ້ທີ່​ເພີ້ມຂຶ້ນຢ່າງ​ແທ້​ຈິງ​
ໃນ​ລາວ.

ກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກປະຈໍາ ສະຫະພັນກໍາມະບານລາວ ທີ່ຈັດຂຶ້ນໃນວັນທີ 28 ມັງກອນ, 2011
ກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກປະຈໍາ ສະຫະພັນກໍາມະບານລາວ ທີ່ຈັດຂຶ້ນໃນວັນທີ 28 ມັງກອນ, 2011

ທາງ​ດ້ານ ທ່ານ ຄໍາຫລ້າ ລໍ
ລອນສີ ປະ​ທານສະຫະພັນ
ກໍາມະບານລາວ ກໍໃຫ້ການ
ຢືນຢັນວ່າ ສະຫະພັນກໍາມະ
ບານລາວພ້ອມ​ກັບກະຊວງ​ແຮງ
ງານ ​ແລະ​ສະຫວັດດີ​ການ​ສັງ
ຄົມ​ກໍາລັງ​ຢູ່​ໃນ​ຂັ້ນຕອນຂອງ
ການ​ເຈລະຈາ​ຮ່ວມ​ກັນກັບ​ສະ
ມາຄົມ​ນາຍ​ຈ້າງໃນ​ລາວເພື່ອ
ຫາ​ຂໍ້​ສະຫລຸບຮ່ວມ​ກັນ​ຢູ່​ໃນ​ເວ
ລາ​ນີ້ ຫາກ​ແຕ່​ຍັງບໍ່ສາມາດກໍາ
ໜົດ​ຮ່ວມ​ກັນໄດ້​ວ່າ ຈະ​ມີ​ການ
ປັບ​ຄ່າ​ຈ້າງ​ຂັ້ນຕໍ່າໄດ້ເມື່ອ​ໃດ
ແລະ​ປັບ​ຂຶ້ນ​ເທົ່າ​ໃດ​ແທ້ ດັ່ງທີ່​ທ່ານ ຄໍາຫລ້າ ລໍລອນສີ​ໄດ້ໃຫ້ການຊີ້​ແຈງ​ໃນ​ຕອນໜຶ່ງວ່າ:

ສະພາບ​ການ​ເສດຖະກິດ​ການເງິນຂອງ​ໂລກ ກໍ​ຄື​ພາຍໃນ​ຂອງ​ພວກ​ເຮົາ​ນີ້
ມັນ​ມີ​ການ​ປ່ຽນແປງ
ຈັ່ງຊັ້ນ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈໍາ​ເປັນຈະຕ້ອງ​ໄດ້​ປັບປຸງ
ກ່ຽວກັບ​ເງິນ​ເດືອນ​ຕໍ່າສຸດ
ຂອງກໍາມະກອນຂຶ້ນຕື່ມ​ອີກ. ປັດຈຸບັນນີ້ ພວມ
ກໍາລັງ​ຄົ້ນຄວ້າ
ສົມທົບ​ກັບ​ທາງ​ພາຄີ​ສະພາ​ການ​ຄ້າ, ແລະກັບທາງລັດຖະບານ,
ກະຊວງ​ແຮງ​ງານ. ສ່ວນ​ຈະ​ໄດ້​ເພີ້ມຂຶ້ນ​ເທົ່າໃດ​ນັ້ນ ກໍ​ຍັງ​ບໍ່ທັນ​ເວົ້າ​ໄດ້ ແລະ
ກໍ​ຍັງ​ກຳລັງ​ຄົ້ນຄວ້າ​ເພື່ອ​ສະ​ເໜີຢູ່
.

ໃນ​ປັດຈຸບັນ​ນີ້ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ໃຊ້​ແຮງ​ງານ​ໃນ​ລາວ​ນັ້ນ ຢູ່​ທີ່​ລະ​ດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານ ແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນ ມີລາຍໄດ້ສະເລ່ຍປະ
ມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່ຕໍ່າຫລາຍ
ເມື່ອທຽບກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະຫລອດເວລາ. ສ່ວນອັດຕາເງິນ​ເຟີ້ກໍ​ປັບ​ຕົວ​ສູງຂຶ້ນ
ເກີນ​ກວ່າ​ລະດັບ 7% ຢູ່​ເລື້ອຍມາ​ຈົນ​ເຖິງ​ຂະນະ​ນີ້.

ຄົນງານລາວຈໍານວນນຶ່ງທີ່ໄປເຮັດວຽກ ເປັນກໍາມະກອນຢູ່ໄທ
ຄົນງານລາວຈໍານວນນຶ່ງທີ່ໄປເຮັດວຽກ ເປັນກໍາມະກອນຢູ່ໄທ

ນອກຈາກ​ນີ້ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າ
ຫລາຍເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມ
ສູງຂຶ້ນທຸກມື້ນັ້ນ ກໍນັບວ່າເປັນເງື່ອນໄຂນຶ່ງທີ່
ເຮັດໃຫ້ແຮງງານລາວຕ້ອງພະຍາຍາມເດີນ
ທາງໄປລອບທໍາງານໂດຍຜິດກົດໝາຍ ຢູ່ໃນ
ປະເທດໄທເພີ້ມຫລາຍຂຶ້ນນັບມື້ເຊັ່ນດຽວກັນ
ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກຈັບກຸມຄຸມ
ຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍ
ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນ
ການຄ້າມະນຸດຂ້າມຊາດກໍຕາມ, ຫາກແຕ່
ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ.

ທັງ​ນີ້ອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ ພະມ້າ ແລະກໍາປູເຈຍ
ໃນໄທເຊື່ອວ່າໃນປັດຈຸບັນນີ້ ມີແຮງງານລາວທີ່ລັກລອບທໍາງານໂດຍຜິດກົດໝາຍໃນໄທ
ຫລາຍກວ່າ 4 ແສນຄົນ ໃນຂະນະທີ່ທາງການລາວນັ້ນກັບເຊື່ອວ່າມີຢູ່ແຕ່ພຽງ 2 ແສນ
ກວ່າຄົນເທົ່ານັ້ນ.

XS
SM
MD
LG