ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວຍັງຖືກ ເອົາຮັດເອົາປຽບຢູ່


ແມ່ຍິງກໍາມະກອນລາວຕໍ່າຫູກ ທີ່ໄດ້ຄ່າແຮງງານຂ້ອນຂ້າງຕໍ່າ
ຊຶ່ງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຄ່າຄອງຊີບ
ປະຈໍາວັນ
ແມ່ຍິງກໍາມະກອນລາວຕໍ່າຫູກ ທີ່ໄດ້ຄ່າແຮງງານຂ້ອນຂ້າງຕໍ່າ ຊຶ່ງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຄ່າຄອງຊີບ ປະຈໍາວັນ

ປະທານສະຫະພັນກຳມະບານລາວຢືນຢັນວ່າ ບັນດາແຮງງານລາວຍັງຄົງຖືກການເອົາລັດ ເອົາປຽບໂດຍບັນດານາຍຈ້າງທີ່ເຫັນແກ່ຜົນປະໂຫຍດສ່ວນຕົວ ເປັນດ້ານຫລັກ.

ທ່ານ ຄໍາຫລ້າ ລໍລອນສີ ປະ​ທານສະຫະພັນກຳມະບານລາວຖະແຫລງຢືນຢັນວ່າ ສະຫະ
ພັນກຳມະບານ ໄດ້ພະຍາຍາມປະຕິບັດໜ້າທີ່ໃນການໃຫ້ການຊ່ວຍເຫລືອແລະຄຸ້ມຄອງຜົນ
ປະໂຫຍດຂອງຜູ້ໃຊ້ແຮງງານໃນລາວ ມາໂດຍຕະຫລອດ, ຊຶ່ງກໍໄດ້ເປັນຜົນເຮັດໃຫ້ບັນດາ
ຜູ້ໃຊ້ ແຮງງານມີສະພາບຊີວິດການເປັນຢູ່ທີ່ດີຂຶ້ນນັບມື້ ແລະ ໃນໝໍ່ໆມານີ້ ສະຫະພັນກຳ
ມະບານລາວ ກໍຍັງຈະນຳສະເໜີແຜນການຕໍ່ລັດຖະບານລາວ ເພື່ອຂໍໃຫ້ອະນຸມັດການປັບ
ຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ແກ່ບັນດາຜູ້ໃຊ້ແຮງງານໃນທົ່ວປະເທດລາວອີກດ້ວຍ.

ໃນປັດຈຸບັນນີ້ ອັດຕາຄ່າຈ້າງຂັ້ນຕໍ່າຂອງບັນດາຜູ້ໃຊ້ແຮງງານໃນລາວນັ້ນ ຢູ່ໃນລະດັບ
348,000 ກີບ ຊຶ່ງເມື່ອ ລວມກັບຄ່າລ່ວງເວລາໃນການທຳງານ ແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ ແຮງງານລາວແຕ່ລະຄົນມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່ຕໍ່າ
ຫລາຍ ເມື່ອທຽບກັບຄ່າຄອງຊີບທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ກໍາມະກອນໂຮງງານຕັດຫຍິບ ແຫ່ງນຶ່ງໃນລາວ ຊຶ່ງເປັນກໍາ ມະກອນທີ່ໄດ້ຮັບຄ່າແຮງງານ ຖືກກວ່າຄ່າຄອງຊີບຫລາຍ
ກໍາມະກອນໂຮງງານຕັດຫຍິບ ແຫ່ງນຶ່ງໃນລາວ ຊຶ່ງເປັນກໍາ ມະກອນທີ່ໄດ້ຮັບຄ່າແຮງງານ ຖືກກວ່າຄ່າຄອງຊີບຫລາຍ

ແຕ່ຢ່າງໃດກໍຕາມ ທ່ານຄໍາຫລ້າ ກໍຍັງຄົງ
ບໍ່ສາມາດກໍາໜົດເວລາ ທີ່ຈະນໍາສະເໜີ
ແຜນການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ
ດັ່ງກ່າວຕໍ່ຄະນະລັດຖະບານລາວໄດ້ເລີຍ
ເນື່ອງຈາກວ່າມັນຍັງຢູ່ໃນຂັ້ນຕອນຂອງ
ການເຈລະຈາຮ່ວມກັບບັນດານາຍຈ້າງ
ຊຶ່ງຈໍາເປັນທີ່ຈະຕ້ອງໄດ້ຂໍ້ສະຫລູບຮ່ວມ
ກັນເສຍກ່ອນແລ້ວຈຶ່ງນຳສະເໜີເຖິງຄະນະ
ລັດຖະບານຕໍ່ໄປໄດ້.

ຍິ່ງໄປກວ່ານັ້ນທ່ານ ຄໍາຫລ້າກໍຍັງໄດ້ໃຫ້
ການຍອມຮັບວ່າການເອົາລັດເອົາປຽບຕໍ່
ຜູ້ໃຊ້ແຮງງານໂດຍບັນດານາຍຈ້າງໃນລາວນັ້ນ ກໍຍັງຄົງເກີດຂຶ້ນຢູ່ເລື້ອຍມາ. ເຖິງແມ່ນວ່າສະ
ຫະພັນກໍາມະບານລາວຈະໄດ້ດຳເນີນ ມາດຕະການກວດກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່
ໃນຄວາມເປັນຈິງແລ້ວ ກໍຍັງຄົງບໍ່ສາມາດທີ່ຈະກວດກາຢ່າງທົ່ວເຖິງໄດ້ ດັ່ງທີ່ທ່ານຄຳຫລ້າ
ໄດ້ໃຫ້ການຊີ້ແຈງວ່າ:

"ທຸກມື້ນີ້ ກໍມີປະກົດການແລ້ວ ເປັນຕົ້ນວ່າການໃຊ້ແຮງງານລ່ວງເກີນ, ການໃຊ້
ແຮງງານທີ່ບໍວ່າມັນບໍ່ໍ່ຊອບກົດໝາຍ ຫລືວ່າວັນພັກ ຫລືວັນບຸນຕ່າງໆ ນີ້ກໍບໍ່ໃຫ້
ພັກໃຫ້ເຊົາ ອັນນີ້ກໍເປັນການຂູດຮີດແຮງງານ ຫລືວ່າການສະໜອງຄ່າແຮງງານ
ທີ່ມີມາກ່ອນ ນີ້ກະບໍ່ທັນສະໜອງຕອບຕາມຄວາມຮຽກຮ້ອງຕ້ອງການຕາມຂໍ້ກຳ
ໜົດກົດໝາຍນີ້ແຫລະ ຫລືວ່າຕາມຂໍ້ກຳໜົດເງິນເດືອນຕໍ່າສຸດນີ້ ບາງບ່ອນກໍຍັງ
ລະເມີດຢູ່."

ຄົນງານລາວຈໍານວນນຶ່ງທີ່ໄປເຮັດວຽກ ເປັນກໍາມະກອນຢູ່ໃນໄທ
ຄົນງານລາວຈໍານວນນຶ່ງທີ່ໄປເຮັດວຽກ ເປັນກໍາມະກອນຢູ່ໃນໄທ

ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ
ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມສູງ
ຂຶ້ນທຸກມື້ນັ້ນ ກໍນັບວ່າເປັນເງື່ອນໄຂໜຶ່ງ
ທີ່ເຮັດໃຫ້ແຮງງານລາວໄດ້ພະຍາຍາມ
ເດີນທາງໄປລອບທຳງານໂດຍຜິດກົດ
ໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນ
ນັບມື້ເຊັ່ນດຽວກັນ. ເຖິງແມ່ນວ່າຈະສ່ຽງ
ຕໍ່ການທີ່ຈະຖືກທາງການໄທຈັບກຸມຄຸມ
ຂັງໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍ
ແລະ ສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະ
ບວນການຄ້າມະນຸດຂ້າມຊາດກໍຕາມ, ຫາກແຕ່ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງ
ທີ່ສູງກວ່າຢູ່ໃນລາວ.

ນອກຈາກການທີ່ຢູ່ໃນລາວກໍມີຕໍາແໜ່ງງານຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານ
ລາວສ່ວນໃຫຍ່ ໄດ້ພາກັນເດີນທາງໄປລັກລອບທຳງານຢູ່ໃນໄທຫລາຍຂຶ້ນນັບມື້ ໂດຍອົງ
ການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ ພະມ້າ ແລະ ກຳປູເຈຍໃນ
ໄທເຊື່ອວ່າໃນປັດຈຸບັນນີ້ ແຮງງານລາວທີ່ລັກລອບທຳງານໂດຍຜິດກົດໝາຍໃນໄທຫລາຍ
ກວ່າ 4 ແສນຄົນ ໃນຂະນະທີ່ທາງການລາວນັ້ນກັບເຊື່ອວ່າມີຢູ່ແຕ່ ພຽງ 2 ແສນກວ່າ
ຄົນເທົ່ານັ້ນ.

XS
SM
MD
LG