ລິ້ງ ສຳຫລັບເຂົ້າຫາ

ອຸດສາຫະກໍາຕັດຫຍິບລາວ ຍັງຂາດແຄນແຮງງານ ທີ່ມີຝີມື

  • ຊົງຣິດ ໂພນເງິນ

ພວກເຈົ້າໜ້າທີ່ລາວກວດກາໂຮງງານຕັດຫຍິບແຫ່ງນຶ່ງທີ່ນະຄອນວຽງຈັນໃນທ້າຍປີ 2010 ທີ່ຜ່ານມານີ້

ອຸດສາຫະກໍາຜະລິດເສື້ອຜ້າສໍາເລັດຮູບໃນລາວກໍາລັງປະເຊີນກັບບັນຫາຂາດແຄນແຮງງານ ມີຝີມືຈົນບໍ່ສາມາດຜະລິດສິນຄ້າໄດ້ຕາມຄວາມຕ້ອງການແລະການສັ່ງຊື້ຈາກຕ່າງປະເທດ.

ປະທານສະມາຄົມອຸດສາຫະກໍາຜະລິດເສື້ອຜ້າສໍາເລັດ
ຮູບໃນລາວໄດ້ຖະແຫລງຢືນຢັນວ່າການສົ່ງອອກສິນ
ຄ້າປະເພດເສື້ອຜ້າສໍາເລັດຮູບຈາກລາວໄປຕ່າງປະ
ເທດໃນຕະຫລອດປີ 2010 ທີ່ຜ່ານມາໄດ້ມີການປັບ
ຕົວສູງຂຶ້ນຈາກປີ 2009 ຄິດເປັນອັດຕາສະເລ່ຍເຖິງ
23% ຊຶ່ງກໍເຮັດໃຫ້ລາວມີລາຍຮັບຈາກການສົ່ງອອກ
ເສື້ອຜ້າສໍາເລັດຮູບຄິດເປັນມູນຄ່າ 196 ລ້ານໂດ​ລາ
ແລະຄິດເປັນຈໍານວນສິນຄ້າທີ່ສົ່ງອອກໄປຕ່າງປະເທດ
ທັງໝົດເຖິງ 65 ລ້ານຕົວ.

ໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ ທີ່ຂາດແຮງງານທີ່ມີຝີມືເພື່ອຈະຜະລິດສິນຄ້າຕອບ ສະໜອງຄວາມຕ້ອງການຂອງລູກຄ້າຕ່າງປະເທດ.
ໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ ທີ່ຂາດແຮງງານທີ່ມີຝີມືເພື່ອຈະຜະລິດສິນຄ້າຕອບ ສະໜອງຄວາມຕ້ອງການຂອງລູກຄ້າຕ່າງປະເທດ.

ສໍາລັບປະເທດທີ່ສັ່ງຊື້ເສື້ອຜ້າ
ສໍາເລັດຮູບຈາກລາວຫຼາຍທີ່
ສຸດນັ້ນກໍຄືກຸ່ມສະຫະພາບຢູ
ໂຣບທີ່ສັ່ງເສື້ອຜ້າສໍາເລັດຮູບ
ຈາກລາວໃນມູນຄ່າລວມເປັນ
141 ລ້ານ​ໂດ​ລາ ຫຼືເພິ້ມຂຶ້ນ
ໃນອັດຕາສະເລ່ຍ 11%. ສ່ວນ
ຮອງລົງມາກໍແມ່່ນສະຫະລັດທີ່
ສັ່ງເສື້ອໃນມູນຄ່າລວມເປັນ 33
ລ້ານ​ໂດ​ລາ ຫຼືເພິ້ມຂຶ້ນເຖິງ
21% ຊຶ່ງກໍຕິດຕາມດ້ວຍການາ
ດາ ແລະຍີ່ປຸ່ນຕາມລໍາດັບ.

ແຕ່ຢ່າງໃດກໍຕາມທ່ານອ່ອນສີກໍ່ໄດ້ໃຫ້ການຍອມຮັບວ່າການສົ່ງອອກເສື້ອຜ້າສໍາເລັດຮູບ
ຂອງລາວດັ່ງກ່າວຍັງຄົງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການທີ່ເປັນຈິງຂອງ
ປະເທດເນື່ອງຈາກວ່າໂຮງງານຜະລິດເສື້ອຜ້າສໍາເລັດຮູບໃນລາວບໍ່ພຽງແຕ່ຈະປະສົບກັບ
ບັນຫາຂາດແຄນແຮງງານເທົ່ານັ້ນ ຫາກແຕ່ແຮງງານທີ່ມີຢູ່ໃນປັດຈຸບັນນີ້ກໍຍັງເປັນແຮງ ງານບໍ່ມີຝີມືອີກດ້ວຍດັ່ງທີ່ທ່ານໄດ້ຊີ້ແຈງວ່າ:

ຊີວິດເດັກຊົນນະບົດ ທີ່ ດ້ອຍໂອກາດໃນການສຶກ ສາ ຕ້ອງເຮັດວຽກຊ່ວຍ ຄອບຄົວ ຄືແນວນີ້.
ຊີວິດເດັກຊົນນະບົດ ທີ່ ດ້ອຍໂອກາດໃນການສຶກ ສາ ຕ້ອງເຮັດວຽກຊ່ວຍ ຄອບຄົວ ຄືແນວນີ້.

“ອຸປະສັກກໍຄືວ່າຄົນສ່ວນໃຫ່ຍທີ່ມາຈາກຊົນນະບົດ
ແມ່ນດ້ອຍໂອກາດໃນການຮຽນແລ້ວຄວາມຮູ້ກໍຕໍ່າ
ຫັ້ນແຫລະ. ປະຖົມກໍ່ບໍ່ຈົບ, ມັດທະຍົມກໍບໍ່ຈົບ.
ສະນັ້ນເມື່ອເວລາເຂົ້າມາເຮັດວຽກ ຄວາມຕ້ອງ
ການໃນດ້ານເທັກໂນໂລຈີສະໄໝໃໝ່ມັນກໍນັບມື້
ສູງຂຶ້ນ ເຮັດໃຫ້ພວກເຂົາເຈົ້າມີຄວາມຫຍຸ້ງຍາກ
ໃນການປັບຕົວເຂົ້າກັບເທັກໂນໂລຈີໃໝ່ເນື່ອງຈາກ
ວ່າພວກເຂົາເຈົ້າບໍ່ມີພື້ນຖານ.


ທາງດ້ານສະຖາບັນວິໄຈເສດຖະກິດແຫ່ງຊາດລາວກໍໄດ້ສະເໜີລາຍງານກ່ຽວກັບສະຖານະ
ການຂອງຄ່າເງິນກີບແລະຜົນກະທົບຕໍ່ພາກການຜະລິດໃນລາວວ່າການແຂງຄ່າຂຶ້ນຂອງ
ເງິນກີບໃນອັດຕາສະເລ່ຍ 4.8% ຕໍ່ປີເມື່ອທຽບໃສ່ກັບເງິນດອນລາສະຫະລັດແລະ
5.5% ຕໍ່ປີ ເມື່ອທຽບໃສ່ກັບເງິນບາດຂອງໄທນັບຕັ້ງແຕ່ປີ 2006 ເປັນຕົ້ນມານັ້ນ ໄດ້
ສົ່ງຜົນກະທົບທັງໃນດ້ານບວກ ແລະດ້ານລົບຕໍ່ເສດຖະກິດລາວ.

ໂດຍຜົນກະທົບໃນດ້ານບວກນັ້ນກໍຄືເຮັດໃຫ້ພາກການຜະລິດໃນລາວສາມາດທີ່ຈະນໍາເຂົ້າ
ສິນຄ້າປະເພດທຶນໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນສິນຄ້າທຶນປະເພດທີ່ເປັນເທັກໂນໂລຈີສະ
ໄໝໃໝ່ ອັນຈະເປັນປະໂຫຍດຕໍ່ການພັດທະນາອຸດສະຫະກຳການຜະລິດສິນຄ້າຕ່າງໆໃນ
ລາວແລະໃນຂະນະດຽວກັນການແຂງຄ່າຂຶ້ນຂອງເງິນກີບກໍຍັງມີສ່ວນເຮັດໃຫ້ລາຄາຈໍາໜ່າຍ
ສິນຄ້າໃນລາວມີການປັບໂຕສູງຂຶ້ນໃນອັດຕາສະເລ່ຍພຽງແຕ່ 0.5% ໃນແຕ່ລະປີເທົ່ານັ້ນ
ອີກດ້ວຍ.

ເງິນກີບຂອງລາວຊື່ງມີຄ່າ ແຂງຂຶ້ນໃນປັດຈຸບັນນີ້
ເງິນກີບຂອງລາວຊື່ງມີຄ່າ ແຂງຂຶ້ນໃນປັດຈຸບັນນີ້

ຍິ່ງໄປກວ່ານັ້ນ ດ້ວຍສະພາວະການ​ແຂງ​ຄ່າ​ຂຶ້ນຂອງ
ເງິນກີບດັ່ງກ່າວ ກໍຍັງມີສ່ວນຢ່າງສໍາຄັນໃນການທີ່
ເຮັດໃຫ້ປະຊາຊົນລາວພາກັນຫັນມາໃຊ້ຈ່າຍ ຫຼືຊໍາລະ
ລາຄາສິນຄ້າ ແລະບໍລິການຕ່າງໆດ້ວຍເງິນກີບນັ້ນ
ກໍສົ່ງຜົນດີຕໍ່ການສ້າງຄວາມເຊື່ອຖືຂອງຄົນລາວແລະ
ຊາວຕ່າງຊາດທີ່ມີຕໍ່ເງິນກີບຫຼາຍຂຶ້ນນັບມື້.

ແຕ່ຢ່າງໃດກໍ່ຕາມ ພາກສ່ວນທີ່ໄດ້ຮັບຜົນກະທົບ
ດ້ານລົບຈາກການ​ແຂງຄ່າຂຶ້ນຂອງເງິນກີບ ດັ່ງກ່າວ
ກໍຄືການສົ່ງອອກເສື້ອຜ້າສໍາເລັດຮູບໄປຕ່າງປະເທດ ຊຶ່ງມີລາຍຮັບສ່ວນໃຫຍ່ເປັນເງິນ
ດອນລາສະຫະລັດ ເພາະໃນເມື່ອວ່າເງິນດອນລາສະຫະລັດໄດ້ອ່ອນຄ່າລົງເມື່ອທຽບ
ໃສ່ກັບເງິນກີບຂອງລາວ ຈຶ່ງເຮັດໃຫ້ພາກການຜະລິດດັ່ງກ່າວມີລາຍໄດ້ຫລຸດລົງເມື່ອ ຕ້ອງແລກປ່ຽນເງິນດອນລາສະຫະລັດມາເປັນເງິນກີບ ສໍາລັບໃຊ້ຈ່າຍເປັນຄ່າຈ້າງ
ແຮງງານ ຫຼືຊໍາລະລາຄາສິນຄ້າ ແລະບໍລິການຕ່າງໆຢູ່ໃນລາວນັ້ນເອງ.

XS
SM
MD
LG