ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ກໍາມະບານລາວເຈລະຈາ ກັບສະມາຄົມນາຍຈ້າງ ເພື່ອຂໍຂຶ້ນຄ່າແຮງງານຕໍ່າສຸດ


ພວກຄົນງານ ໂຮງງານຕັດຫຍິບແຫ່ງນື່ງ ໃນປະເທດລາວ
ພວກຄົນງານ ໂຮງງານຕັດຫຍິບແຫ່ງນື່ງ ໃນປະເທດລາວ

ສະຫະພັນກໍາມະບານລາວ ເຈລະຈາກັບສະມາຄົມນາຍຈ້າງ ກ່ຽວກັບການປັບຂຶ້ນອັດຕາຄ່າ ຈ້າງຂັ້ນຕໍ່າໃຫ້ແກ່ຜູ້ໃຊ້ແຮງງານລາວແລ້ວ ໂດຍຈະນໍາສະເໜີເພື່ອຂໍອານຸມັດຈາກລັດຖະ ບານລາວໃນຕົ້ນປີໜ້າ.

ເຈົ້າໜ້າທີ່​ຂັ້ນສູງ​ໃນ​ສະຫະພັນ​ກໍາມະບານລາວ​ໃຫ້ການ​ຢືນ
ຢັນ​ວ່າ ສະຫະພັນກໍາມະບານລາວ​ໄດ້​ເຈລະຈາ​ຮ່ວມ​ກັນກັບ​
ສະມາຄົມ​ນາຍ​ຈ້າງໃນ​ລາວ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ເມື່ອ​ບໍ່
ນານມານີ້​ ໂດຍ​ໄດ້​ມີ​ຂໍ້​ສະຫລຸບຮ່ວມ​ກັນ​ໃນ​ຫລັກການ​ວ່າ
ເຫັນ​ສົມຄວນ​ມີ​ການ​ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າສຸດສໍາລັບ
ແຮງ​ງານໃນທົ່ວປະ​ເທດລາວພາຍ​ໃນຕົ້ນປີ 2011 ​ເພື່ອ​ໃຫ້​
ສອດຄ່ອງ​ກັບ​ສະພາວະ​ຄ່າ​ຄອງ​ຊີບທີ່​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ,
ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນສູງ​ໃນສະຫະພັນກໍາມະບານລາວ​ໄດ້​ເນັ້ນ ຢໍ້າ​ໃນ​ຕອນໜຶ່ງວ່າ:

ພວກຄົນງານໂຮງງານຕັດຫຍິບ ແຫ່ງນື່ງ ໃນປະເທດລາວ
ພວກຄົນງານໂຮງງານຕັດຫຍິບ ແຫ່ງນື່ງ ໃນປະເທດລາວ

“ອີງ​ໃສ່ຄ່າ​ຄອງ​ຊີບ ອີງ​ໃສ່​ສະພາບ​ການ​ເສດຖະກິດ​ການເງິນຂອງ​ໂລກ ກໍ​ຄື​ພາຍ​
ໃນ​ຂອງ​ພວກ​ເຮົາ​ນີ້ ມັນ​ມີ​ການ​ປ່ຽນແປງ
ຈັ່ງຊັ້ນ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈໍາ​ເປັນຈະ​
ຕ້ອງ​ໄດ້​ປັບປຸງ​ກ່ຽວກັບ​ເງິນ​ເດືອນ​ຕໍ່າສຸດ​
ຂອງກໍາມະກອນຂຶ້ນຕື່ມ​ອີກ. ປັດຈຸບັນນີ້
ພວມ​ກໍາລັງ​ຄົ້ນຄວ້າ​ເປັນ​ເອກະ​ພາບ​ກັນ​
ແລ້ວ ​ແລະຈະ​ໄດ້​ນໍາ​ສະ​ເໜີ​ເພື່ອ​ຂໍອະນຸ ຍາດຈາກລັດຖະບານ.

ໃນ​ປັດຈຸບັນ​ນີ້ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ໃຊ້​ແຮງ​ງານ​ໃນ​ລາວ​ນັ້ນ ຢູ່​ທີ່​ລະ​ດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານ ແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນ ມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່ຕໍ່າ
ຫລາຍເມື່ອທຽບກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ເງິນກີບລາວທີ່ມີອັດຕາ ເງິນເຟີ້ສູງ
ເງິນກີບລາວທີ່ມີອັດຕາ ເງິນເຟີ້ສູງ

ຕົວຢ່າງ​ກໍ​ຄື ລາຄາ​ສິນຄ້າ​ອຸບປະ​ໂພ​ກ ບໍລິໂພກ​ໃນ​ທົ່ວ​ປະ​
ເທດ​ລາວ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ເຖິງ 13.19% ໃນ​ເດືອນ​ຕຸລາ
ແລະ ​ເຖິງ​ແມ່ນ​ວ່າ​ຈະ​ລົດ​ລົງ​ໃນ​ຊ່ວງ​ເດືອນ​ພະຈິກ​ກໍ​ຕາມ
ຫາກ​ແຕ່​ຍັງ​ສູງ​ເຖິງ 11% ​ເມື່ອທຽບກັບ​ເດືອນ​ມິຖຸນາຂອງ
ປີດຽວກັນ. ສ່ວນ​ອັດຕາ​ເງິນ​ເຟີ້ ກໍ​ປັບ​ຕົວ​ສູງ​ຂຶ້ນເກີນກວ່າ
8% ​ໃນ​ເດືອນ​ກັນຍາ ​ແລະ​ເຖິງ​ແມ່ນ​ວ່າ​ຈະ​ລົດ​ລົງ​ໃນ​ຊ່ວງ
ເດືອນ​ພະຈິກ​ກໍ​ຕາມ ຫາກ​ແຕ່ອັດຕາເງິນ​ເຟີ້ສະ​ເລ່ຍ​ໃນ 2
ເດືອນ​ດັ່ງກ່າວ​ນີ້ ກໍ​ຍັງ​ສູງ​ເກີນ​ກວ່າ​ລະດັບ 7% ຢູ່​ເລື້ອຍ
ມາ​ຈົນ​ເຖິງ​ຂະນະ​ນີ້.

ກ່ອນໜ້ານີ້ທ່ານ ຄໍາຫລ້າ ລໍລອນສີ ຮອງປະ​ທານສະຫະພັນກຳມະບານລາວ ກໍໄດ້ໃຫ້
ການຍອມຮັບວ່າ ສະຖານະ​ການ​ທີ່ໜ້າ​ເປັນ​ຫ່ວງອີກ​ຢ່າງ​ນຶ່ງ​ ກໍ​ຄືການ​ເອົາລັດເອົາປຽບຕໍ່ຜູ້
ໃຊ້ແຮງງານໂດຍບັນດານາຍຈ້າງໃນລາວນັ້ນ ກໍຍັງຄົງເກີດຂຶ້ນຢູ່ເລື້ອຍມາ. ເຖິງແມ່ນວ່າສະ
ຫະພັນກໍາມະບານລາວຈະໄດ້ດຳເນີນມາດຕະການກວດກາຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງຄົງ
ບໍ່ສາມາດທີ່ຈະກວດກາຢ່າງທົ່ວເຖິງໄດ້​ແຕ່​ຢ່າງ​ໃດ.

ກໍາມະກອນລາວໃນໂຮງ ງານຕັດຫຍິບແຫ່ງນຶ່ງຂອງໄທ
ກໍາມະກອນລາວໃນໂຮງ ງານຕັດຫຍິບແຫ່ງນຶ່ງຂອງໄທ

ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍເມື່ອສົມທຽບໃສ່ກັບ
ຄ່າຄອງຊີບທີ່ເພີ້ມສູງຂຶ້ນທຸກມື້ນັ້ນ ກໍນັບວ່າເປັນເງື່ອນໄຂນຶ່ງ
ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມເດີນທາງໄປລອບທໍາ
ງານໂດຍຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້
ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກທາງການ
ໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍ ແລະ
ສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມ
ຊາດກໍຕາມ, ຫາກແຕ່ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າ
ຈ້າງທີ່ສູງກວ່າຢູ່ໃນລາວ.

ນອກຈາກນີ້ ການທີ່ຢູ່ໃນລາວກໍມີຕໍາແໜ່ງງານຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານ
ລາວສ່ວນໃຫຍ່ ໄດ້ພາກັນສະມັກໃຈເດີນທາງໄປລັກລອບທໍາງານຢູ່ໃນໄທຫລາຍຂຶ້ນນັບມື້
ໂດຍອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ ພະມ້າ ແລະກໍາປູເຈຍ
ໃນໄທເຊື່ອວ່າໃນປັດຈຸບັນນີ້ ມີແຮງງານລາວທີ່ລັກລອບທໍາງານໂດຍຜິດກົດໝາຍໃນໄທ
ຫລາຍກວ່າ 4 ແສນຄົນ ໃນຂະນະທີ່ທາງການລາວນັ້ນກັບເຊື່ອວ່າມີຢູ່ແຕ່ພຽງ 2 ແສນ
ກວ່າຄົນເທົ່ານັ້ນ.

XS
SM
MD
LG