ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວວາງແຜນຈັດຕັ້ງໜ່ວຍ ສະຫະພັນກໍາມະບານ ໃນໂຮງງານທົ່ວປະເທດ


2013年3月9日在肯尼亚首都内罗毕一名支持肯雅塔的居民手拿报道选举的报纸并高声欢呼。
2013年3月9日在肯尼亚首都内罗毕一名支持肯雅塔的居民手拿报道选举的报纸并高声欢呼。

ສະຫະພັນ​ກຳມະບານ​ລາວ​ວາງ​ແຜນການ​ທີ່​ຈະ​ຈັດ​ຕັ້ງໜ່ວຍ​ຂອງ​ສະຫະພັນ​ກຳມະ ບານ​ປະຈຳ​ທີ່​ໂຮງງານ​ຕ່າງໆ​ໃຫ້​ໄດ້​ໃນ​ທົ່ວ​ປະ​ເທດ ດ້ວຍ​ເປົ້າໝາຍ​ທີ່​ຈະ​ໃຫ້ການ​ຄຸ້ມ ຄອງ​ດ້ານ​ສະຫ​ວັດ​ດິກາ​ນ​ແຮງ​ງານ​ແລະ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ອັນ​ດີ​ລະ​ຫວ່າງ​ນາຍຈ້າງ​ກັບ​ລູກຈ້າງ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ສະຫະພັນ​ກຳມະບານ​ລາວ​ເປີດ​ເຜີຍ​ວ່າ​ແຜນການ​ພັດທະນາ​ດ້ານ ​ແຮງ​ງານ​ທີ່​ຖື​ເປັນ​ບຸລິມະສິດ​ຂອງ​ສະຫະພັນ​ກຳມະບານ​ລາວ​ສຳ​ຫລັບ​ໃນ​ລະຍະ 5 ປີ ຕໍ່​ໄປ​ນີ້ ກໍ​ຄື​ການ​ຂະຫຍາຍ​ໂຄງ​ຂ່າຍ​ເພື່ອ​ໃຫ້ກາ​ນຊ່ວຍ​ເຫລືອ​ແລະ​ຄຸ້ມ​ຄອງ​ສະຫວັດ ດີກາ​ນຂອງແຮງ​ງານ​ລາວໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ ລວມ​ເຖິງ​ການ​ເສີມ​ສ້າງ ຄວາມ​ເຂົ້າ​ໃຈ​ອັນ​ດີ​ລະຫວ່າງ​ນາຍ​ຈ້າງ​ກັບ​ລູກຈ້າງ​ດ້ວຍ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່ ຈະ​ເຮັດ​ໃຫ້​ສາມາດ​ດຳ​ເນີນ​ການ​ດັ່ງກ່າວ​ນີ້​ໄດ້​ຢ່າງ​ມີ​ປະສິດທິພາບ​ນັ້ນກໍ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ທຳ​ການຈັດ​ຕັ້ງ​ສາ​ຂາ​ຫລື​ໜ່ວຍ​ຂອງ​ສະຫະພັນ​ກຳມະບານ​ໃຫ້​ໄດ້​ໃນ​ທຸກ​ໂຮງງານ​ແລະ​ທຸກ​ໜ່ວຍ​ທຸລະ​ກິດ​ຂອງ​ເອກ​ະຊົນ​ໃນ​ທົ່ວ​ປະ​ເທດ ອັນ​ຖື​ເປັນ​ການ​ປະຕິບັດ​ທີ່ມີ​ບົດ​ບັນຫຢັດ​ຕາມ​ກົດໝາຍ​ແຮງງານ​ຮອງ​ຮັບ​ຢູ່​ແລ້ວ​ອີກ​ດ້ວຍ. ດັ່ງ​ທີ່ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ສະຫະພັນ​ກຳ​ມະ​ບານ​ລາວ​ໄດ້​ໃຫ້ການ​ຢືນຢັນ​ແລະ​ຊີ້​ແຈງ​ເຖິງ​ແຜນ​ການ​ແລະ​ເປົ້າໝາຍ​ດັ່ງກ່າວ​ນີ້​ໃນ​ຕອນ​ນຶ່ງ​ນັ້ນ​ວ່າ:

ສະຫະພັນ​ກຳມະບານ​ລາວ​ໃນ​ປີ 1976 ​ໄດ້​ໃຫ້ການ​ເບິ່ງ​ແຍງ​ສະມາຊິກ​ຈຳນວນ 15,000 ກວ່າ​ຄົນ ​ແລະ​ສຳ​ຫລັບ​ໃນ​ປັດຈຸບັນ​ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ຈຳ​ນວນ​ສະມາຊິກ ​ເພ່ີມ​ຂື້ນ​ເປັນ​ຫລາຍ​ກວ່າ 6 ​ແສນ​ຄົນ​ແລ້ວ​ກໍ​ຕາມ ຫາກ​ແຕ່​ກໍ​ຄິດ​ເປັນ​ສັດສ່ວນ​ພຽງ 15 ​ເປີ​ເຊັນ​ຂອງ​ກຳລັງ​ແຮງ​ງານ​ທັງ​ໝົດ​ໃນ​ລາວ​ເທົ່າ​ນັ້ນ.

ຊຶ່ງ​ດ້ວຍ​ສະ​ພາບ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນ​ໃຫຍ່ທີ່​ເປັນ​ລູກຈ້າງ​ຂອງ ໜ່ວຍ​ທຸລະ​ກິດ​ເອກ​ະຊົນ​ໃນ​ລາວ​ນັ້ນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ສະຫວັດ​ດິການ​ຢ່າງ​ບໍ່​ເຕັມ​ສ່ວນ​ຕາມ​ກົດໝາຍ ​ແລະ​ເມື່ອ​ປະກອບ​ກັບ​ການ​ທີ່​ລັດຖະບານ​ລາວ​ມີ​ນະ​ໂຍບາຍ​ໃຫ້ ການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ດ້ວຍ​ການ​ຄວບ​ຄຸມ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ຂອງ​ແຮງ​ງານ​ໃນ​ລາວ​ດ້ວຍ​ແລ້ວ ກໍ​ຍັງ​ເປັນສາ​ເຫດ​ສຳຄັນ​ທີ່​ກົດ​ດັນ​ໃຫ້​ແຮງ​ງານ​ລາວ ຕ້ອງ​ພາກ​ັນ​ເດີນທາງ​ເຂົ້າມາ​ລັກ​ລອບ​ທຳງານ​ໃນ​ປະ​ເທດ​ໄທຢ່າງ​ຜິດ​ກົດໝາຍ​ອີກ​ດ້ວຍ ​ເພາະວ່າ​ອັດຕາ​ຄ່າ​ຈ້າງຂັ້ນ​ຕ່ຳທີ່​ສູງ​ກວ່າ​ຢູ່​ໃນ​ລາວ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນຶ່ອງຈາກ​ວ່າ​ແຮງງານ​ລາວ​ເຫລົ່າ​ນີ້​ເປັນ​ແຮງ​ງານ​ທີ່​ລັກລອບ​ທຳ​ງານ​ຢ່າງ​ຜິດ​ກົດໝາຍ ຈຶ່ງ​ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ສະຫວັດ​ດິການ​ຕາມ​ກົດໝາຍ​ແຮງ​ງານ​ຂອງ​ໄທ​ແຕ່ຢ່າງ​ໃດ ຊຶ່ງ​ດ້ວຍ​ເງຶ່​ອນ​ໄຂ​ດັ່ງກ່າວ​ກໍ​ຍັງ​ເຮັດ​ໃຫ້​ແຮງ​ງານ​ລາວ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕົກໄປ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຂ້າມ​ຊາດ​ຢູ່​ໃນ​ໄທ​ຫລາຍ​ຂື້ນ​ນັບ​ມື້​ອີກ​ດ້ວຍ ທັງ​ນີ້​ໂດຍ​ເຄືອ​ຂ່າຍ​ອົງການ​ໃຫ້ການ​ຊ່ວຍ​ເຫລືອ​ແລ​ະຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ​ໄດ້​ປະ​ມານ​ການ​ວ່າ​ ​ໃນ​ປັດຈຸບັນ​ນີ້​ມີ​ແຮງ​ງານ​ຈາກ​ລາວ​ຢູ່​ໃນ​ໄທ​ຫລາຍ ກວ່າ 5​ແສນ​ຄົນ ​ໂດຍ​ໃນ​ຈຳນວນ​ນີ້​ເປັນ​ແຮງ​ງານ​ທີ່​ໄດ້​ຈົດ​ທະບຽນ​ທຳ​ງານ​ຢ່າງ​ຖືກ ຕ້ອງ​ພຽງ​ແຕ່ 5 ໝື່ນ​ກວ່າ​ຄົນ​ເທົ່າ​ນັ້ນ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ມີ​ແຮງ​ງານ​ລາວ​ຫລາຍ ກວ່າ 4 ​ແສນ​ຄົນ​ທີ່​ພາກັນ​ລັກລອບ​ທຳ​ງານ​ຢ່າງ​ຜິດ​ກົດໝາຍ​ຢູ່​ໃນ​ໄທ​ໃນ​ທຸກ​ມື້​ນີ້ ​ແລະ​ຖື​ວ່າ​ເປັນ​ກຸ່ມ​ແຮງ​ງານ​ທີ່​ສ່ຽງ​ຢ່າງ​ສູງ​ທີ່​ຈະ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ ຄ້າ​ມະນຸດ​ຂ້າມ​ຊາດ​ຢູ່​ໃນ​ໄທ​ນັ້ນ​ເອງ.

XS
SM
MD
LG