ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວປະເຊີນ ກັບການຂາດດຸນການຄ້າ ກັບຕ່າງປະເທດ


ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນໄປຫາບ່ອນຜະລິດ ເພື່ອສົ່ງອອກໄປຂາຍທີ່ຕ່າງປະເທດ
ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນໄປຫາບ່ອນຜະລິດ ເພື່ອສົ່ງອອກໄປຂາຍທີ່ຕ່າງປະເທດ

ປະ​ເທດ​ລາວ​ປະ​ເຊີນ​ໜ້າ​ກັບ​ສະພາວະຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ ກ່ວາ 200 ລ້ານ​ໂດ​ລາ ຫຼືເພີ່ມ​ຂຶ້ນ​​ເຖິງ 48% ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ ​ປະຈຳ​ປີ 2010–2011 ນີ້.

ທາງ​ການ​ກະຊວງ​ແຜນການແລະການ​ລົງທຶນ​ລາຍ​ງານ​ວ່າ
ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ 2010–2011
ກໍ​ຄື​ນັບ​ຈາກ​ເດືອນຕຸລາ 2010​ ເຖິງມີນາ 2011 ທີ່​ຜ່ານ​
ມາ​ນີ້ ປະ​ເທດ​ລາວ​ຕ້ອງປະ​ເຊີນ​ກັບ​ສະພາວະ​ຂາດ​ດຸນ​ການ​
ຄ້າ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 48% ຖ້າ​ທຽບ​ກັບ​ໄລຍະ​
ດຽວ​ກັນ​ກັບ​ແຜນການ​ປີ 2009–2010 ທີ່ຜ່ານ​ມາ.

ເຊິ່ງກໍ​ຄື​ໃນ​ຂະນະ​ທີ່​ລາວ​ໄດ້​ສົ່ງອອກ​ສິນຄ້າ​ໄປ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 836 ລ້ານ
ໂດ​ລາ ຫຼື ​ເປັນ 86% ຂອງ​ແຜນການ​ຕະຫຼອດ​ປີນັ້ນ ​ກໍ​ປະກົດ​ວ່າ ​ໄດ້​ມີ​ການ​ນຳ​ເຂົ້າສິນ
ຄ້າຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ເຖິງ 1,047 ​ລ້ານ​ໂດ​ລາ ຫຼືຄິດ​ເປັນ 83% ຂອງແຜນ
ການ​ຕະຫຼອດ​ປີ ຈຶ່ງ​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນກັບສະພາ​ວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະເທດ
ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 211 ​ລ້ານ​ໂດ​ລາ ​ນັ້ນ​ເອງ.

ເຂົ້າທີ່ສົ່ງອອກໄປຂາຍທີ່ ຈີນ
ເຂົ້າທີ່ສົ່ງອອກໄປຂາຍທີ່ ຈີນ

ລາຍ​ງານ​ຂອງ​ກະຊວງ​ແຜນການ ແລ​ະການ​ລົງທຶນ​ຂອງ​ລາວ
ດັ່ງກ່າວ​ນີ້ ຍັງ​ໄດ້​ລະ​ບຸ​ອີກດ້ວຍ​ວ່າ ສາ​ເຫດ​ທີ່​ເຮັດ​ໃຫ້​ລາວ
ຕ້ອງ​ປະ​ເຊີນ​ກັບ​ສະພາວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຫຼາຍ
ທີ່​ສຸດ​ນັ້ນ​ກໍແມ່ນການ​ນຳ​ເຂົ້າ​ສິນຄ້າອຸປະ​ໂພ​ກ, ບໍລິໂພ​ກທີ່
ກວາມ​ເອົາ​ເຖິງ 72% ຂອງ​ມູນ​ຄ່າ​ການ​ນຳ​ເຂົ້າ​ທັງ​ໝົດໃນ
ຂະນະ​ທີ່​ການ​ນຳ​ເຂົ້າ​ສິນຄ້າ​ປະ​ເພດ​ທຶນ​ຂອງ​ບັນດາ​ໂຄງ
ການ​ລົງທຶນ​ຕ່າງໆ​ໃນ​ລາວ​ນັ້ນກໍກວາມ​ເອົ​າພຽງ​ແຕ່ 28%
ເທົ່າ​ນັ້ນ. ທັງນີ້​ ໂດຍ​ສະ​ເພາະແມ່ນນ້ຳມັນ​ເຊື້ອ​ໄຟ​ນັ້ນ ຖື
ເປັນ​ສິນຄ້າ​ນຳເຂົ້າທີ່​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນການ​ຄ້າ
ຕ່າງປະເທດເພີ່ມ​ຂຶ້ນ​ຫຼາຍທີ່​ສຸດ.

ທາງ​ດ້ານທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສລາວ
ກໍໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຫລາຍຂຶ້ນທຸກປີ. ສໍາລັບ​
ໃນ​ຕະຫລອດປີ 2011 ນີ້ ກໍຄາດໝາຍ​ວ່າລາວ​ຈະ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດ
ໃນ​ປະລິມານ​ລວມເກີນ​ກວ່າ 750 ລ້ານ​ລິດ ຊຶ່ງທ່ານ​ຄໍາ​ຈັນໄດ້​ຊີ້​ແຈງ​ວ່າ:

ການຊົມໃຊ້ນ້ຳມັນຂອງປະເທດເຮົານີ້ກະເພິ່ມຂຶ້ນ 7%-10% ຕໍ່ປີ ສະນັ້ນແລ້ວ
ໃນປີ 2009 ພວກເຮົາກໍ່ໃຊ້ນ້ຳມັນທົ່ວປະເທດນີ້ 640 ກວ່າລ້ານລິດແລະໃນປີ
2010
ນີ້ ຕາມເສດຖະຕິທີ່ເກັບມາໄດ້ເຖິງປັດຈຸບັນນີ້ກໍປະມານ 700 ກວ່າ
ລ້ານລິດແລະຖ້າມັນເພີ້ມຂຶ້ນປະມານ 7%-10%. ໃນປິ 2011 ນີ້ ພວກເຮົາ
ຈະໃຊ້ນໍ້າມັນບໍ່ຕ່ຳກວ່າ 750 ລ້ານລິດ ເພາະການພັດທະນາສ້າງສາປະເທດ
ຂອງພວກເຮົາກະເພີ້ມຂຶ້ນເນາະ.

ສິນຄ້າກະສິກໍາທີ່ປຸງແຕ່ງ ແລ້ວ ສຳລັບສົ່ງອອກ ໄປຂາຍຕ່າງປະເທດ
ສິນຄ້າກະສິກໍາທີ່ປຸງແຕ່ງ ແລ້ວ ສຳລັບສົ່ງອອກ ໄປຂາຍຕ່າງປະເທດ

ຍິ່ງ​ໄປ​ກວ່າ​ນັ້ນການ​ທີ່ທາງ​ການລາວ ໄດ້ອະນຸມັດ​ໃຫ້​ມີ​ການ​
ປັບ​ຂຶ້ນລາຄາ​ນໍ້າມັນ​ເຊື້​ອ​ໄຟ ທຸກ​ຊະໜິດ ​ໃນ​ປະ​ເທດ​ລາວ
ຂຶ້ນ​ເຖິງ 7 ຄັ້ງ​ແລ້ວ ນັບແຕ່​ຕົ້ນປີ 2011 ​ເປັນຕົ້ນມາກໍ​ຍັງ​
ເຮັດ​ໃຫ້ ປະຊາຊົນ​ລາວຕ້ອງໄດ້​ແບກ​ຫາບພາລະ​ລາຄາ​
ນໍ້າມັນ​ ທີ່​ແພງ​ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງອີກ​ເຊັ່ນ​ກັນ​. ສຳລັບ
ການ​ປັບຂຶ້ນ​ລາຄານ້ຳມັນ​ໃນ​ຄັ້ງຫລ້າ​ສຸດ​ນີ້ ກໍ​ເຮັດ​ໃຫ້ລາຄາ
ຈໍາໜ່າຍນໍ້າມັນພາຍ​ໃນ​ລາວ​ໄດ້​ປັບ ຕົວ​ສູງ​ຂຶ້ນໃນລະຫວ່າງ
140-310 ກີບ ​ຕໍ່ລິດ ​ໂດຍຂຶ້ນຢູ່​ກັບ​ໄລຍະທາງ​ຂອງ​ການ
ຂົນ​ສົ່ງ​ເປັນ​ສໍາຄັນ.

ຊຶ່ງ​ກໍ​ຄື​ ໃນ​ຂະນະ​ທີ່ລາຄາ​ຈໍາໜ່າຍຢູ່​ພາຍ​ໃນ​ເຂດນະຄອນ​ວຽງຈັນໄດ້ ​ໄດ້​ປັບ​ຂຶ້ນ​ເປັນ
11,810 ກີບ ​ຕໍ່ລິດ ສໍາລັບ​ນໍ້າມັນ​ແອັດ​ຊັງພິ​ເສດ ກັບ 10,640 ກີບ ​ແລະ 9,670 ກີບ​
ຕໍ່ລິດ ສໍາລັບ​ນໍ້າມັນແອັດ​ຊັງທຳ​ມະ​ດາ ​ແລະ​ນໍ້າມັນ​ກາ​ຊວນ ຕາມ​ລໍາດັບນັ້ນ ກໍປາ​ກົດ​ວ່າ
ປະຊາຊົນ​ລາວຢູ່ແຂວງຊຽງຂວາງຕ້ອງ​ຊື້ນໍ້າມັນແອັດຊັງຊະນິດພິເສດ​ ໃນລາຄາສູງເຖິງ
11,950 ກີບຕໍ່ລິດ. ສ່ວນນໍ້າມັນແອັດຊັງທໍາມະດາແລະນໍ້າມັນກາຊວນ ກໍມີລາຄາຈໍາໜ່າຍ
10,990 ກີບ ແລະ 9,9850 ກີບຕໍ່ລິດຕາມລຳດັບ ​ແລະ ​ໃນ​ປີ 2011 ນີ້ ກໍ​ຍັງ​ຈະ​ມີ​ການ
ປັບ​ຂຶ້ນລາຄາ​ເພີ້ມຕື່ມ​ອີກ ຖ້າ​ຫາ​ກວ່າ​ລາຄາ​ນ້ຳມັນ​ໃນ​ຕະຫລາດ​ໂລກຈະ​ຍັງປັບຕົວ​ສູງຂຶ້ນ
ຕໍ່​ໄປ.

XS
SM
MD
LG