ລາວມີແຜນທີ່ຈະສົ່ງອອກເຂົ້າໃຫ້ໄດ້ເຖິງ 6 ແສນໂຕນ ພາຍໃນປີ 2015, ເພີ່ມຜົນຜະລິດສິນຄ້າປຸງແຕ່ງໃຫ້ໄດ້
ຫຼາຍກວ່າ 10% ແລະຂະຫຍາຍຕະຫຼາດພາຍໃນປະເທດ ເຖິງ 80%.
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານລາວ
ໄດ້ຖະແຫຼງເຖິງ ເປົ້າໝາຍຂອງລັດຖະບານລາວກ່ຽວກັບການເສີມຂະຫຍາຍການຄ້າທັງພາຍ
ໃນ ແລະຕ່າງປະເທດຈາກປັດຈຸ ບັນເຖິງປີ 2015 ວ່າ ເປົ້າໝາຍສໍາຄັນທີ່ສຸດກໍຄືການເພີ້ມ
ມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນໜ້າກັບບັນຫາ
ຂາດດຸນການຄ້າຕ່າງປະເທດອີກຕໍ່ໄປພາຍໃນປີ 2015. ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຕ້ອງການການສົ່ງເສີມເພື່ອເພີ້ມຜົນຜະລິດສິນຄ້າກະສິກໍາ
ແລະ ສິນຄ້າປຸງແຕ່ງຊະນິດຕ່າງໆ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ
ລວມທັງຈະຕ້ອງເສີມຂະຫຍາຍຕະຫຼາດການຄ້າພາຍໃນປະເທດໃຫ້ກວ້າງຂວາງຫຼາຍຂຶ້ນອີກ
ດ້ວຍ, ດັ່ງທີ່ທ່ານ ສົມສະຫວາດ ໄດ້ ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:
“ດ້ານການຜະລິດເປັນສິນຄ້າ
ສູ້ຊົນຜະລິດເຂົ້າເພື່ອສົ່ງອອກ
ໃຫ້ໄດ້ສະເລ່ຍ 6 ແສນໂຕນ
ຕໍ່ປີສູ້ຊົນເຮັດໃຫ້ອຸດສາຫະ
ກໍາປຸງແຕ່ງຂະຫຍາຍໂຕໃນ
ອັດຕາສ່ວນ12-13%ຕໍ່ປີ
ຂະຫຍາຍຕະຫຼາດຂາຍຍ່ອຍ
ໃຫ້ກວາມເອົາ 80% ຂອງ
ຈໍານວນກຸ່ມບ້ານ”
ແຕ່ຢ່າງໃດກໍຕາມສໍາລັບໃນໄລຍະ 6 ເດືອນທຳອິດຂອງແຜນການ 2010–2011 ກໍຄື
ນັບຈາກເດືອນຕຸລາ 2010 ເຖິງມີນາ 2011 ທີ່ຜ່ານມານີ້ ປະເທດລາວຕ້ອງປະເຊີນກັບ
ສະພາວະຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນເຖິງ 48% ຖ້າທຽບກັບໄລຍະດຽວກັນກັບ
ແຜນການປີ 2009–2010 ທີ່ຜ່ານມາ.
ເຊິ່ງກໍຄືໃນຂະນະທີ່ລາວໄດ້ສົ່ງອອກສິນຄ້າໄປຕ່າງປະເທດຄິດເປັນມູນຄ່າລວມ 836 ລ້ານ
ໂດລາ ຫຼື ເປັນ 86% ຂອງແຜນການຕະຫຼອດປີນັ້ນ ກໍປະກົດວ່າ ໄດ້ມີການນຳເຂົ້າສິນ
ຄ້າຈາກຕ່າງປະເທດຄິດເປັນມູນຄ່າເຖິງ 1,047 ລ້ານໂດລາ ຫຼືຄິດເປັນ 83% ຂອງແຜນ
ການຕະຫຼອດປີ ຈຶ່ງເຮັດໃຫ້ລາວ ຕ້ອງປະເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດ
ຄິດເປັນມູນຄ່າລວມເຖິງ 211 ລ້ານໂດລາ ນັ້ນເອງ.
ທັງນີ້ ອີງຕາມລາຍງານຂອງກະຊວງແຜນການ ແລະການ
ລົງທຶນຂອງລາວດັ່ງກ່າວນີ້ ຍັງໄດ້ລະບຸອີກດ້ວຍວ່າ ສາ
ເຫດທີ່ເຮັດໃຫ້ລາວຕ້ອງປະເຊີນກັບສະພາວະຂາດດຸນການ
ຄ້າຕ່າງປະເທດຫຼາຍທີ່ສຸດນັ້ນກໍແມ່ນການນຳເຂົ້າສິນຄ້າອຸ
ປະໂພກ, ບໍລິໂພກທີ່ກວາມເອົາເຖິງ 72% ຂອງມູນຄ່າ
ການນຳເຂົ້າທັງໝົດໃນຂະນະທີ່ການນຳເຂົ້າສິນຄ້າປະເພດ
ທຶນຂອງບັນດາໂຄງການລົງທຶນຕ່າງໆໃນລາວນັ້ນກໍກວາມ
ເອົາພຽງແຕ່ 28% ເທົ່ານັ້ນ. ທັງນີ້ ໂດຍສະເພາະແມ່ນນ້ຳ
ມັນເຊື້ອໄຟນັ້ນ ຖືເປັນສິນຄ້ານຳເຂົ້າທີ່ເຮັດໃຫ້ລາວຕ້ອງຂາດ
ດຸນການຄ້າຕ່າງປະເທດເພີ່ມຂຶ້ນຫຼາຍທີ່ສຸດ.
ທາງດ້ານທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນເຊື້ອໄຟແລະອາຍແກັສລາວ
ກໍໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຫລາຍຂຶ້ນທຸກປີ. ສໍາລັບ
ໃນຕະຫລອດປີ 2011 ນີ້ ກໍຄາດໝາຍວ່າລາວຈະນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ
ໃນປະລິມານລວມເກີນກວ່າ 750 ລ້ານລິດ.
ຍິ່ງໄປກວ່ານັ້ນການທີ່ທາງການລາວ ໄດ້ອະນຸມັດໃຫ້ມີການ
ປັບຂຶ້ນລາຄານໍ້າມັນເຊື້ອໄຟ ທຸກຊະໜິດ ໃນປະເທດລາວ
ຂຶ້ນເຖິງ 7 ຄັ້ງແລ້ວ ນັບແຕ່ຕົ້ນປີ 2011 ເປັນຕົ້ນມາກໍບໍ່
ພຽງແຕ່ເຮັດໃຫ້ປະຊາຊົນລາວຕ້ອງໄດ້ແບກຫາບພາລະລາ
ຄານໍ້າມັນທີ່ແພງຫລາຍຂຶ້ນຢ່າງຕໍ່ເນື່ອງເທົ່ານັ້ນ ຫາກແຕ່
ຍັງໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າອຸປະໂພກ, ບໍລິໂພກແພງ
ຂຶ້ນອີກດ້ວຍ ແລະຜົນທີ່ຕິດຕາມມາກໍຄື ອັດຕາເງິນເຟີ້ທີ່ສູງເຖິງ 9.24% ຊຶ່ງກໍເຮັດໃຫ້ລາວ ຖືກຈັດຢູ່ໃນກຸ່ມປະເທດທີ່ມີອັດຕາເງິນເຟີ້ສູງທີ່ສຸດໃນກຸ່ມອາຊຽນດ້ວຍກັນ.
ແຕ່ຢ່າງໃດກໍຕາມ ສໍາລັບທາງການລາວແລ້ວກໍຍັງຄົງເຊື່ອ
ໝັ້ນວ່າຈະສາມາດຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ບໍ່ເກິນອັດຕາການຂະຫຍາຍຕົວ
ທາງເສດຖະກິດໃນຕະຫຼອດແຜນການປະຈໍາປີ 2010-2011 ນີ້ເຊີ່ງກໍຄືໃນອັດຕາສະເຫລ່ຍ 8%.
ທັງນີ້ ໂດຍຕາມແຜນການພັດທະນາເສດຖະກິດ-ສັງຄົມປະ
ຈໍາປີ 2010-2011 ນີ້ ລັດຖະບານລາວໄດ້ວາງເປົ້າໝາຍທີ່
ຈະຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ສູູງເກີນອັດຕາການຂະ
ຫຍາຍຕົວທາງເສດຖະກິດ ທີ່ຄສດໝາຍວ່າ ຈະຂະຫຍາຍ
ຕົວເພີ້ມຂຶ້ນໃນອັດຕາສິເລ່ຍ ລະຫວ່າງ 8%-8.5% ຊຶ່ງກໍ
ໝາຍຄວາມວ່າ ນັບແຕ່ເດືອນເມສາເປັນຕົ້ນມານີ້ ອັດຕາ
ເງິນເຟີ້ ໄດ້ສູງເກີນກວ່າ ການອັດຕາການຂະຫຍາຍຕົວ ທາງເສດຖະກິດແລ້ວ.