ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວາງແຜນການຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ໃຫ້ໄດ້ພາຍໃນປີ 2015


ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.
ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.

ລັດຖະບານລາວວາງແຜນການທີ່ຈະຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້ ພາຍໃນປີ 2015 ແລະເພີ້ມປະລິມານການສົ່ງອອກເຂົ້າໄປຕ່າງປະເທດໃຫ້ໄດ້ເຖິງ 1 ລ້ານໂຕນ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການຄະນະລັດຖະ
ບານລາວ ໄດ້ຖະແຫລງເຖິງເປົ້າໝາຍຂອງລັດຖະບານລາວ ກ່ຽວກັບເສີມຂະຫຍາຍ
ການຜະລິດສະບຽງອາຫານ ແລະສິນຄ້າພາຍໃນລາວ ຈາກປັດຈຸບັນໄປຈົນເຖິງປີ 2015
ວ່າເປົ້າໝາຍສໍາຄັນທີ່ສຸດກໍຄື ການຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ລາວມີຜົນຜະລິດ ດ້ານສະບຽງອາຫານຢ່າງພຽງພໍ ກັບການບໍລິໂພກພາຍໃນປະເທດ ແລະ ສາມາດເພີ້ມ
ການສົ່ງອອກສິນຄ້າ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງ
ປະເທດອີກຕໍ່ໄປ.

ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຄືການສົ່ງເສີມ ເພື່ອ
ເພີ້ມຜົນຜະລິດສິນຄ້າກະສິກໍາ ແລະສິນຄ້າປຸງແຕ່ງຊະນິດຕ່າງໆ ເພື່ອສົ່ງອອກໄປຕ່າງ ປະເທດໃຫ້ໄດ້ຫລາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງລວມທັງການເພີ້ມຜົນຜະລິດເຂົ້າ ເພື່ອສົ່ງອອກໃຫ້
ໄດ້ລະຫວ່າງ 8 ແສນໂຕນໃນປີ 2015 ອີກດ້ວຍ ດັ່ງທີ່ທ່ານ ສົມສະຫວາດໄດ້ຖະແຫລງຊີ້
ແຈງໃນຕອນນຶ່ງວ່າ:

ຊາວນາລາວກໍາລັງກ່ຽວເຂົ້າໃນລະດູເກັບຂອງ ປີ 2010
ຊາວນາລາວກໍາລັງກ່ຽວເຂົ້າໃນລະດູເກັບຂອງ ປີ 2010

ດ້ານສະບຽງອາຫານເຖິງປີ
2015 ຜະລິດເຂົ້າໃຫ້ບັນລຸ
4.2 ລ້ານໂຕນ ສູ້ຊົນຜະລິດ
ຊີ້ນໃຫ້ໄດ້ 221,500 ໂຕນ
ຕໍ່ປີ ແລະສັດນໍ້າໃຫ້ໄດ້
157,200 ໂຕນຕໍ່ປີ ດ້ານ
ການຜະລິດເປັນສິນຄ້າ ສູ້
ຊົນຜະລິດເຂົ້າເພື່ອສົ່ງອອກ
ໃຫ້ໄດ້ປະມານ 8 ແສນເຖິງ
1 ລ້ານໂຕນ ຕໍ່ປີ.


ແຕ່ຢ່າງໃດກໍຕາມ ສໍາລັບໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ 2010–2011 ກໍ​ຄື​ນັບ
​ຈາກ​ເດືອນຕຸລາ 2010​ ເຖິງມີນາ 2011 ທີ່​ຜ່ານ​ມາ​ນີ້ ກໍປາກົດວ່າ​ລາວ​ຕ້ອງປະ​ເຊີນ​ກັບ​ສະ
ພາວະ​ຂາດ​ດຸນ​ການຄ້າ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 48% ຖ້າ​ທຽບ​ກັບ​ໄລຍະດຽວ​ກັນ​ກັບ​
ແຜນການ​ປີ 2009–2010.

ຊຶ່ງກໍ​ຄື​ໃນ​ຂະນະ​ທີ່​ລາວ​ໄດ້​ສົ່ງອອກ​ສິນຄ້າ​ໄປ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 836 ລ້ານ
ໂດ​ລາ ຫຼື ​ເປັນ 68% ຂອງ​ແຜນການ​ຕະຫຼອດ​ປີນັ້ນ ​ກໍ​ປະກົດ​ວ່າ ​ໄດ້​ມີ​ການ​ນຳ​ເຂົ້າສິນ
ຄ້າຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າລວມ​ເຖິງ 1,047 ​ລ້ານ​ໂດ​ລາ ຫຼືຄິດ​ເປັນ 83% ຂອງແຜນ
ການ​ຕະຫຼອດ​ປີ ຈຶ່ງ​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນກັບສະພາ​ວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະເທດ
ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 211 ​ລ້ານ​ໂດ​ລາ ​ນັ້ນ​ເອງ.

ການຂົນສົ່ງນໍ້າມັນຂອງບໍລິສັດ ພົງສະຫວັນ
ການຂົນສົ່ງນໍ້າມັນຂອງບໍລິສັດ ພົງສະຫວັນ

ທັງນີ້ ອິງຕາມລາຍ​ງານ​ຂອງ​
ກະຊວງ​ແຜນການ ແລ​ະການ
​ລົງທຶນ​ຂອງ​ລາວດັ່ງກ່າວ​ນີ້
ຍັງ​ໄດ້​ລະ​ບຸ​ອີກດ້ວຍ​ວ່າ ສາ
​ເຫດ​ທີ່​ເຮັດ​ໃຫ້​ລາວຕ້ອງ​ປະ
​ເຊີນ​ກັບ​ສະພາວະ​ຂາດ​ດຸນ
​ການ​ຄ້າ​ຕ່າງປະ​ເທດ​ຫຼາຍທີ່
​ສຸດ​ນັ້ນ​ກໍແມ່ນການ​ນຳ​ເຂົ້າ​ສິນ
ຄ້າອຸປະ​ໂພ​ກ, ບໍລິໂພ​ກທີ່
ກວາມ​ເອົາ​ເຖິງ 72% ຂອງ​ມູນ
​ຄ່າການ​ນໍາເຂົ້າ​ທັງ​ໝົດ ໂດຍ
​ສະ​ເພາະແມ່ນນໍ້າມັນ​ເຊື້ອ​ໄຟ​ນັ້ນ
ຖືເປັນ​ສິນຄ້າ​ນໍາເຂົ້າທີ່ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນການ​ຄ້າຕ່າງປະເທດເພີ່ມ​ຂຶ້ນ​ຫຼາຍທີ່​ສຸດ.

ທາງ​ດ້ານທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສລາວ
ກໍໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຫລາຍຂຶ້ນທຸກປີ. ສໍາລັບ​
ໃນ​ຕະຫລອດປີ 2011 ນີ້ ກໍຄາດໝາຍ​ວ່າລາວ​ຈະ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດ
ໃນ​ປະລິມານ​ລວມເກີນ​ກວ່າ 750 ລ້ານ​ລິດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່ທາງ​ການລາວ ໄດ້ອະນຸມັດ​ໃຫ້​ມີ​ການ​ປັບ​ຂຶ້ນລາຄາ​ນໍ້າມັນ​ເຊື້​ອ​ໄຟ
ທຸກ​ຊະໜິດ ​ໃນ​ປະ​ເທດ​ລາວຂຶ້ນ​ເຖິງ 10 ຄັ້ງ​ແລ້ວ ນັບແຕ່​ຕົ້ນປີ 2011 ​ເປັນຕົ້ນມາກໍບໍ່ພຽງ
ແຕ່ຈະເຮັດ​ໃຫ້ປະຊາຊົນ​ລາວຕ້ອງໄດ້​ແບກ​ຫາບພາລະ​ລາຄານໍ້າມັນ​ ທີ່​ແພງ​ຫລາຍ​ຂຶ້ນຢ່າງ
​ຕໍ່​ເນື່ອງເທົ່ານັ້ນ ແຕ່ຍັງສົ່ງຜົນເຮັດໃຫ້ສິນຄ້າອຸປະໂພກແພງຂຶ້ນອີກດ້ວຍ.

ອິງຕາມລາຍງານຂອງສໍານັກງານສະຖິຕິແຫ່ງຊາດລາວກໍໄດ້ລະບຸວ່າ ໃນຊ່ວງເດືອນພຶດ
ສະພາທີ່ຜ່ານມາ ສະພາບເງິນເຟີ້ໃນລາວໄດ້ປັບຕົວສູງຂຶ້ນເຖິງ 9.76% ຊຶ່ງກໍມີຜົນເນື່ອງ
ມາຈາກການທີ່ໄດ້ການປັບລາຄາສິນຄ້າ ອຸປໂພກ ບໍລິໂພກຂຶ້ນໃນອັດຕາສະເລ່ຍເຖິງ
14.7% ແລະຜູ້ທີ່ຈະຕ້ອງປະເຊີນກັບບັນຫາດັ່ງກ່າວນີ້ ຢ່າງຫລີກລ່ຽງບໍ່ໄດ້ ກໍຄືປະຊາຊົນ ລາວໃນທົ່ວປະເທດນັ້ນເອງ.

XS
SM
MD
LG