ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນລາວປະເຊີນກັບ ບັນຫາຄ່າຄອງຊີບສູງຂຶ້ນ


ຊາວນາກ່ຽວເຂົ້າໃນລະດູເກັບກ່ຽວໃນປີ 2010 ທີ່ຫາກໍຜ່ານມານີ້
ຊາວນາກ່ຽວເຂົ້າໃນລະດູເກັບກ່ຽວໃນປີ 2010 ທີ່ຫາກໍຜ່ານມານີ້

ປະຊາຊົນ​ລາວ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ສິນຄ້າ​ລາຄາ​ແພງ​ຫຼາຍ​ຂຶ້ນ ​ເຊິ່ງກໍ​ເປັນ​ຜົນ​ໂດຍ ​ກົງມາ​ຈາກການ​ທີ່ລາຄາ​ນ້ຳມັນ​ທີ່​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໃນ​ຂະນະ​ທີ່​ການ​ຄວບ​ຄຸມ​ສິນຄ້າ​ນັ້ນ ​ກໍ່​ຍັງ​ຂາດ​ປະສິດທິພາບ.

ສືບ​ເນື່ອງຈາ​ກການ​ທີ່ທ່ານ ນາມ ວິຍະເກດ, ລັດຖະມົນຕີ
ກະຊວງອຸດສະຫະກໍາ ແລະການຄ້າຂອງລາວ ໄດ້ອະນຸ
ມັດ​ໃຫ້​ມີ​ການ​ປັບ​ຂຶ້ນລາຄາ​ນໍ້າມັນ​ເຊື້​ອ​ໄຟທຸກ​ຊະນິດ ​ໃນ
ປະ​ເທດ​ລາວຢ່າງ​ເປັນ​ທາງ​ການ​ ​ເມື່ອ​ວັນ​ທີ 7 ​ເມສາ ທີ່​
ຜ່ານ​ມານີ້ ຊຶ່ງ​ກໍ່ນັບ​ເປັນ​ການປັບ​ຂຶ້ນລາຄາຈໍາໜ່າຍນໍ້າ
ມັນພາຍ​ໃນ​ລາວ​ເປັນຄັ້ງທີ 7 ​ແລ້ວ​ໃນປີ 2011 ​ນີ້ ຊຶ່ງ​ກໍ
ໄດ້​ເປັນ​ຜົນ​ເຮັດ​ໃຫ້​ປະຊາຊົນ​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ
ສິນຄ້າ​ລາຄາແພງ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ໃນ​ຂະນະ​ນີ້.

ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ອຸປະ​ໂພ​ກ, ບໍລິ​ໂພ​ກນັ້ນ ​ໄດ້​ມີ
ການ​ປັບ​ລາຄາ​ສູງ​ຂຶ້ນ​ໃນ​ອັດຕາສະເລ່ຍທີ່​ເກີນ​ກ່ວາ 10%
ເມື່ອ​ທຽບກັບໃນ​ໄລຍະ​ຕົ້ນ​ປີ​ນີ້ ​ເນື່ອງ​ຈາກ​ວ່າ ການ​ປັບ​
ຂຶ້ນ​ລາຄາ​ນ້ຳມັນ​ດັ່ງກ່າວ​ໄດ້​ເປັນ​ຜົນເຮັດ​ໃຫ້​ຕົ້ນ​ທຶນ​ການ
ຜະລິດ ​ແລະການ​ຂົນ​ສົ່ງ​ສິນຄ້າ​ໃນ​ລາວ​ນັ້ນໄດ້​ປັບ​ຕົວ​ສູງ
ຂຶ້ນອີກດ້ວຍ​ເຊັ່ນກັນ ຈຶ່ງ​ເຮັດ​ໃຫ້ທາງ​ການ​ລາວ​ຕ້ອງ​ຍອມ
ອະນຸຍາດ​ໃຫ້ມີ​ການປັບຂຶ້ນລາຄາຈຳໜ່າຍ​ສິນຄ້າ​ໃນ​ປະ​ເທດອີກ​ດ້ວຍ​ນັ້ນ​ເອງ.

ປໍ້ານໍ້າມັນແຫ່ງນຶ່ງໃນ ນະຄອນວຽງຈັນ
ປໍ້ານໍ້າມັນແຫ່ງນຶ່ງໃນ ນະຄອນວຽງຈັນ

ທັ້ງນີ້ ​ໂດຍ​ອີງ​ຕາມ​ການ​ລາຍ​ງານ​ຂອງ​ແຜນການ​ຄ້າ​ພາຍ​ໃນ
ເຂດ​ນະຄອນ​ຫຼວງວຽງ​ຈັນ​ກໍ່​ພົບ​ວ່າ ສິນຄ້າ​ທີ່​ມີ​ລາຄາ​ສູງ​ຂຶ້ນ
ຫຼາຍ​ທີ່​ສຸດ​ນັ້ນ​ກໍ​ແມ່ນ ສິນຄ້າ​ໃນ​ໝວດ​ວັດ​ສະ​ດຸ​ກໍ່ສ້າງ​ເຊັ່ນ:
ປູນຊີມັງ ກໍ​ໄດ້​ປັບ​ລາຄາ​ສູງ​ຂຶ້ນລະຫວ່າງ 30,000–50,000
ກີ​ບຕໍ່​ເປົາ. ສ່ວນ​ນ້ຳມັນ​ພືດທີ່​ເຄີຍ​ຈຳໜ່າຍ​ໃນ​ລາຄາ​ທີ່​ບໍ່​
ເກີນ 2 ​ແສນ​ກີບ​ຕໍ່ປິບ ຂະໜາດ 18 ລິດ​ນັ້ນ ​ກໍ​ໄດ້​ປັບ​ຂຶ້ນ
ເປັນ 250,000 ກີບຕໍ່​ປິບ​ ເປັນ​ຕົ້ນ.

ແຕ່​ຢ່າງ​ໃດ​ກໍ່ຕາມ​ ນາຍົກລັດຖະມົ​ນຕີ​ລາວກໍ​ໄດ້​ອອກດຳ
ລັດ​ວ່າ​ດ້ວຍ​ກາ​ນຄຸ້ມ​ຄອງ​ລາຄາສິນຄ້າ ​ແລະ ຄ່າ​ທຳນຽມ​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນ
ໝໍ່ໆ​ ມາ​ນີ້ ​ໂດຍ​ໄດ້​ກຳນົດ​ໃຫ້ຜູ້​ປະກອບ​ການ​ຄ້າ​ນັ້ນ​ຈະ​ຕ້ອງ​ຕິດ​ປ້າຍ​ລາຄາ​ສິນຄ້າ​ຢ່າງ​
ຊັດ​ເຈນ ​ແລະຈະ​ຕ້ອງ​ຂໍອະນຸຍາດ​ຈາກທາງ​ການ​ລາວ​ທຸກໆ​ ຄັ້ງ​ທີ່​ຈະ​ມີ​ການ​ປັບ​ຂຶ້ນ​ລາຄາ​
ສິນຄ້າ, ທັງ​ຍັງ​ຈະ​ຕ້ອງບໍ່​ມີ​ການກັກ​ຕຸ​ນສິນຄ້າ ​ແລະບໍ່​ໃຫ້ແຈ້ງ​ຂໍ​ມູນ​ປອມກ່ຽວ​ກັບ​ປະລິ
ມານ​ສິນຄ້າທີ່​ເກັບມ້ຽນ​ໄວ້​ອີກ​ດ້ວຍ. ຫາກ​ບໍ່​ສະ​ນັ້ນ​ແລ້ວ​ ກໍ​ຈະ​ຖືກ​ປັບ​ໄໝ​ຕັ້ງ​ແຕ່ 5 ແສນ
ກີບເຖິງ 5 ລ້ານ​ກີບ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ໃນ​ກະຊວງ​ອຸດສະຫະກຳ ​ແລະການ​ຄ້າ ກໍຍອມຮັບ​ວ່າ ການ​ກວດກາ​
ລາຄາ​ສິນຄ້າ ​ແລະການ​ດຳ​ເນີນ​ມາດ​ຕະການ​ ຕໍ່​ຜູ້​ປະກອບ​ການ​ຮ້ານ​ຄ້າ​ທີ່​ຝ່າຝືນ​ດຳລັດ​
ຂອງ​ນາຍົກລັດຖະມົນ ຕີດັ່ງກ່າວນີ້ ຍັງ​ບໍ່​ມີ​ຄວາມ​ເຂັ້ມ​ງວດ​ໃນ​ພາກ​ປະຕິບັດ​ຕົວ​ຈິງ ​ເນື່ອງ​
ຈາກ​ວ່າ ຍັງ​ຖືເປັນ​ໄລຍະ​ເລີ່​ມ ຕົ້ນການ​ປະຕິບັດ​ເທົ່າ​ນັ້ນ, ຈຶ່ງ​ໄດ້​ເນັ້ນ​ໜັກ​ໃນ​ດ້ານ​ການ​ຕັກ
ເຕືອນ​ເປັນ​ຫຼັກ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຄົນ​ດັ່ງກ່າວ​ນີ້​ໄດ້​ຊີ້​ແຈງ​ວ່າ:

ນໍ້າມັນຂຶນລາຄາກໍພາ ໃຫ້ສິນຄ້າອື່ນໆຂຶ້ນລາ ຄາໄປຕາມໆກັນ
ນໍ້າມັນຂຶນລາຄາກໍພາ ໃຫ້ສິນຄ້າອື່ນໆຂຶ້ນລາ ຄາໄປຕາມໆກັນ

“ຖ້າວ່າ​ບຸກຄົນ​ໃດ, ພາກສ່ວນ​ໃດ​ຂາຍ​ສິນຄ້າ​ເກີນ​ສະ
ພາບ​ຄວາມ​ເປັນ​ຈິງ​ພວກ​ເຮົາ​ກໍ່​ຈະ​ໄດ້​ໃຊ້​ມາດ​ຕະການ
ຕັກ​ເຕືອນ ຫຼືວ່າ​ປັບ​ໄໝ, ຈຸດ​ໜັກ​ນີ້ກໍ​ແມ່ນ​ປະ​ເພດ
ອາຫານນີ້
ພວກ​ເຮົາ​ກໍ່​ໄດ້​ຄຸ້ມ​ຄອງ​ໂດຍ​ກົງ​ເລີຍ. ສ່ວນ
ສິນຄ້າ​ທີ່​ວ່າ​ປອມ​ແປງ, ສິນຄ້າ​ທີ່​ໝົດ​ຄຸນ, ​ເຊື່ອ
ຄຸນ​
ນັ້ນ ພວກ​ເຮົາ​ກໍ່​ໄດ້​ແຈ້​ງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ
ລົງ​ໄປ​ສົມທົບ​ນຳ​ກັນ”
.

ນອກຈາກ​ນີ້ ສິນຄ້າ​ຢ່າ​ງໜຶ່ງ​ທີ່​ທາງການ​ລາວ​ບໍ່​ມີ​ນະ​ໂຍບາຍ
ຈະ​ຄວບ​ຄຸມ​ລາຄາ​ເລີ​ຍນັ້ນ​ກໍ​ຄື​ເຂົ້າ​ກິນ, ​ເນື່ອງ​ຈາກ​ວ່າ ການ
ຄວບ​ຄຸມ​ລາຄາ​ຈະ​ເຮັດ​ໃຫ້​ຊາວນາ​ລາວ​ແກ້​ໄຂ​ບັນຫາ​ດ້ວຍການ​ພາກັນ​ສົ່ງ​ເຂົ້າ​ໄປ​ຂາຍ​ຕ່າງ
ປະ​ເທດຫຼາຍ​ກ່ວາ​ການ​ຂາຍ​ໃນ​ປະ​ເທດ, ​ເຊິ່ງກໍ່​ຈະ​ເຮັດ​ໃຫ້​ເກີດ​ເປັນ​ບັນ​ຫາ​ຂາດ​ແຄນ​ເຂົ້າ
ກິນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ໃນ​ໄລຍະ​ຕໍ່​ໄປ.

ສໍາລັບ​ການອະນຸມັດ​ໃຫ້​ປັບ​ຂຶ້ນລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ໃນ​ລາວ​ໃນ​ຄັ້ງຫລ້າ​ສຸດ​ນີ້ ກໍມີ
ສາ​ເຫດ ອັນ​ດຽວກັນ​ກັບ​ການ​ປັບຂຶ້ນລາຄາ​ນໍ້າມັນ​ໃນ 6 ຄັ້ງກ່ອນໜ້ານີ້ ຊຶ່ງ​ກໍ​ຄື​ເປັນການ​ປັບ​
ລາຄາຈໍາໜ່າຍນໍ້າມັນ ຕາມ​ລາຄາ​ນໍ້າມັນ​ໃນ​ຕະຫລາດ​ໂລກ​ ທີ່​ເພີ້ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ. ດ້ວຍ
ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້ລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ໃນ​ລາວ​ໄດ້​ປັບ​ຕົວ​ສູງ​ຂຶ້ນໃນລະຫວ່າງ 140-
310 ກີບຕໍ່ລິດ ​ໂດຍຂຶ້ນຢູ່​ກັບ​ໄລຍະທາງ​ຂອງ​ການ​ຂົນ​ສົ່ງ​ເປັນ​ສໍາຄັນ.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່ລາຄາ​ຈໍາໜ່າຍຢູ່​ພາຍ​ໃນ​ເຂດນະຄອນ​ວຽງຈັນໄດ້ ​ໄດ້​ປັບ​ຂຶ້ນ​ເປັນ 11,810
ກີບ ​ຕໍ່ລິດ ສໍາລັບ​ນໍ້າມັນ​ແອັດ​ຊັງພິ​ເສດ ກັບ 10,640 ກີບ ​ແລະ 9,670 ກີບ​ຕໍ່ລິດ ສໍາ
ລັບ​ນໍ້າມັນແອັດ​ຊັງທຳ​ມະ​ດາ ​ແລະ​ນໍ້າມັນ​ກາ​ຊວນຕາມ​ລໍາດັບນັ້ນ ກໍປາ​ກົດ​ວ່າ ປະຊາຊົນ
ລາວຢູ່ແຂວງຊຽງຂວາງຕ້ອງ​ຊື້ນໍ້າມັນແອັດຊັງຊະນິດພິເສດ​ໃນລາຄາສູງເຖິງ 11,950 ກີບ
ຕໍ່ລິດ. ສ່ວນນໍ້າມັນແອັດຊັງທໍາມະດາແລະນໍ້າມັນກາຊວນກໍມີລາຄາຈໍາໜ່າຍ 10,990ກີບ
ແລະ 9,9850 ກີບຕໍ່ລິດຕາມລຳດັບ.

XS
SM
MD
LG