ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານລາວຈະປັບ ເງິນເດືອນພະນັກງານລັດ ຂຶ້ນ 16% ເພື່ອແກ້ໄຂບັນຫາຄ່າຄອງຊີບ


ກອງປະຊຸມຂອງເຈົ້າໜ້າທີ່ຂັ້ນສູງໃນຄະນະບໍລິຫານງານລັດຖະບານ
ລາວ ທີ່ຈັດຂຶ້ນໃນເດືອນກຸມພາປີ 2011 ຊຶ່ງໄດ້ສົນທະນາປຶກສາຫາລື
ກ່ຽວກັບຫລາຍບັນຫາໃນການບໍລິຫານຂອງລັດຖະບານ ລວມທັງເລື້ອງ ເງິນເດືອນຂອງພະນັກງານ.
ກອງປະຊຸມຂອງເຈົ້າໜ້າທີ່ຂັ້ນສູງໃນຄະນະບໍລິຫານງານລັດຖະບານ ລາວ ທີ່ຈັດຂຶ້ນໃນເດືອນກຸມພາປີ 2011 ຊຶ່ງໄດ້ສົນທະນາປຶກສາຫາລື ກ່ຽວກັບຫລາຍບັນຫາໃນການບໍລິຫານຂອງລັດຖະບານ ລວມທັງເລື້ອງ ເງິນເດືອນຂອງພະນັກງານ.

ລັດຖະບານລາວຈະເພີ່ມເງິນເດືອນໃຫ້ພະນັກງານຂອງລັດໃນທົ່ວປະເທດໃນອັດຕາສະເລ່ຍ 16% ເພື່ອແກ້ໄຂບັນຫາຄ່າຄອງຊີບແພງໂດຍວາງເປົ້າໝາຍທີ່ຈະເລີ່ມປະຕິບັດຕົວຈິງນັບ ຈາກເດືອນຕຸລານີ້ເປັນຕົ້ນໄປ.

ທ່ານ ສົມດີ ດວງດີ ລັດຖະມົນ
ຕີກະຊວງແຜນການ ແລະການ
ລົງທຶນໄດ້ຖະແຫຼງຢືນຢັນວ່າ
ລັດຖະບານລາວມີແຜນການທີ່
ຈະປັບຂຶ້ນເງິນເດືອນໃຫ້ກັບພະ
ນັກງານຂອງລັດໃນທົ່ວປະເທດ
ໃນອັດຕາສະເລ່ຍ 16% ເພື່ອ
ເປັນການແກ້ໄຂບັນຫາຄ່າຄອງ
ຊີບ ທີ່ແພງຂຶ້ນຢ່າງຕໍ່ເນື່ອງນັບ
ຈາກທີ່ເກີດວິກິດການທາງການ
ເງິນໂລກເມື່ອປີ 2008 ເປັນຕົ້ນມາ.

ການປັບຂຶ້ນເງິນເດືອນໃຫ້ກັບພະນັກງານຂອງລັດດັ່ງກ່າວນີ້ຈະມີຜົນບັງຄັບໃນພາກຕົວຈິງນັບ
ຈາກແຜນການງົບປະມານປະຈໍາປີ 2011-2012 ທີ່ຈະເລີ່ມປະຕິບັດນັບຈາກເດືອນຕຸລານີ້
ເປັນຕົ້ນໄປເຊິ່ງກໍ່ຈະ ເຮັດໃຫ້ພະນັກງານຂອງລັດມີລາຍໄດ້ເພີ່ມຂຶ້ນເພື່ອດດຸ່ນດ່ຽງກັບລາຍ
ຈ່າຍທີ່ເພີ່ມສູງຂຶ້ນນັບມື້ ທັງນີ້ກໍ່ເນື່ອງຈາກວ່າການປັບຂຶ້ນເງິນເດືອນໃນຄັ້ງກ່ອນໄດ້ມີຂຶ້ນໃນ
ປີ 2007 ຫຼື ກ່ອນທີ່ວິກິດການທາງເສດຖະກິດການເງິນໂລກຈະເກີດຂຶ້ນ ຈຶ່ງເຮັດໃຫ້ພະນັກ
ງານຂອງລັດ ຕ້ອງປະສົບກັບບັນຫາລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ທີ່ເພີ່ມຂຶ້ນມາໂດຍຕະ
ຫຼອດນັ້ນເອງ.

ແຕ່ຢ່າງໃດກໍ່ຕາມການປັບຂຶ້ນເງິນເດືອນໃຫ້ກັບພະນັກງານຂອງລັດໃນຄັ້ງນີ້ກໍຍັງບໍ່ສາມາດ
ທີ່ຈະຮັບປະກັນໄດ້ວ່າ ພະນັກງານຂອງລັດຖະບານລາວຈະມີລາຍໄດ້ທີ່ພຽງພໍກັບລາຍຈ່າຍ
ທີ່ເປັນຈິງ ເພາະວ່າສະພາວະເງິນເຟີ້ໃນລາວກໍຍັງຄົງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນຜົນ
ໂດຍກົງຈາກລາຄາສິນຄ້າທີ່ແພງຂຶ້ນ ຕາມລາຄານໍ້າມັນ ໃນຕະຫຼາດໂລກ.

ຕະຫລາດຂາຍຜັກແລະອາຫານ ແຫ່ງນຶ່ງໃນນະຄອນຫລວງວຽງຈັນ ບ່ອນທີ່ສິນຄ້າແພງຂຶ້ນນັບມື້ ຍ້ອນ ສະພາບເງິນເຟີ້.
ຕະຫລາດຂາຍຜັກແລະອາຫານ ແຫ່ງນຶ່ງໃນນະຄອນຫລວງວຽງຈັນ ບ່ອນທີ່ສິນຄ້າແພງຂຶ້ນນັບມື້ ຍ້ອນ ສະພາບເງິນເຟີ້.

ທັງນີ້ໂດຍຕາມລາຍງານຂອງກະຊວງແຜນການ ແລະການ
ລົງທຶນກໍໄດ້ລະບຸອັດຕາເງິນເຟີ້ໃນລາວ ໄດ້ເພີ່ມຂຶ້ນຈາກລະ
ດັບ 6.06% ໃນເດືອນມັງກອນປີນີ້ເປັນ 7.73% ໃນ
ເດືອນມີນາ ແລະ 9.24% ໃນເດືອນເມສາ ທັງຍັງນັບ
ເປັນອັດຕາເງິນເຟີ້ສູງສຸດເປັນອັນດັບ 2 ຂອງອາຊີ ຫຼື
ເປັນຮອງພຽງຫວຽດນາມປະເທດດຽວເທົ່ານັ້ນ. ເຊິ່ງດ້ວຍ
ສະພາວະດັ່ງກ່າວຈຶ່ງໄດ້ສົ່ງຜົນກະທົບຕໍ່ການຄອງຊີບຂອງ
ພະນັກງານລັດຖະບານລາວຢ່າງຫຼີກລ້ຽງບໍ່ໄດ້ ໂດຍສະ
ເພາະຢ່າງຍິ່ງພະນັກງານພື້ນຖານທີ່ມີເງິນເດືອນຕໍ່າກວ່າລະ
ດັບການນໍາໃນວົງການລັດຖະບານຫຼາຍເທົ່າໂຕນັ້ນ.

ກ່ຽວກັບລະດັບຂັ້ນເງິນເດືອນຕັ້ງແຕ່ພະນັກງານຂັ້ນພື້ນຖານຂຶ້ນໄປຈົນເຖິງລະດັບການນໍາຂອງ
ລັດຖະບານລາວໃນປະຈຸບັນນີ້ ກໍໄດ້ຮັບການຊີ້ແຈງຈາກທ່ານນາງ ວຽງທອງ ສີພັນດອນ
ລັດຖະມົນຕີຊ່ວຍວ່າການກະຊວງການເງິນໃນຕອນນຶ່ງວ່າ:

ທ່ານນາງ ວຽງທອງ ສີພັນດອນ, ຮອງລັດຖະມົນຕີ ກະຊວງການເງິນ
ທ່ານນາງ ວຽງທອງ ສີພັນດອນ, ຮອງລັດຖະມົນຕີ ກະຊວງການເງິນ

“ເງິນເດືອນພື້ນຖານທີ່ວ່າພະນັກງານເຮົາໄດ້ນີ້ ກະສິ
ປະມານບໍ່ຮອດລ້ານ ຕາມທີ່ວ່າຂໍ້ມູນພວກຂ້າພະເຈົ້າ
ນີ້ ເນາະລະດັບສູງສຸດເງິນພື້ນຖານຂອງການນໍາກໍ
ປະມານສອງລ້ານເອັດ

ຍິ່ງໄປກ່ວານັ້ນ ການປັບເງິນເດືອນໃຫ້ພະນັກງານຂອງ
ລັດຖະບານລາວໃນທົ່ວປະເທດດັ່ງກ່າວນີ້ ກໍ່ຍັງເຮັດໃຫ້
ລັດຖະບານລາວຈະຕ້ອງຈັດເກັບລາຍຮັບເຂົ້າງົບປະມານ
ປະຈໍາປີ 2011-2012 ໃຫ້ໄດ້ເພີ່ມຂຶ້ນຈາກປີ 2010-2011 ນີ້ ໃນສັດສ່ວນບໍ່ໜ້ອຍກວ່າ
20.77% ອີກດ້ວຍ ຊຶ່ງກໍຄືການຈັດເກັບລາຍຮັບໃຫ້ໄດ້ເຖິງ 15,726.15 ຕື້ກີບ ຫຼື ທຽບໄດ້
ກັບ 22.53% ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ທີ່ຄາດວ່າຈະມີມູນຄ່າລວມ
ເຖິງ 69,800 ຕື້ກີບຫລືຫລາຍກວ່າ 8,500 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າລັດຖະບານລາວໄດ້ຕັ້ງງົບປະມານລາຍຈ່າຍປະຈໍາປີ 2011
-2012 ໄວ້ ໃນມູນຄ່າລວມເຖິງ 17,833.9 ຕື້ກີບ ຫຼືຄິດເປັນ 25.55% ຂອງມູນຄ່າ
GDP ໃນຂະນະທີ່ລັດຖະບານລາວ ກໍຄາດໝາຍວ່າ ຈະສາມາດຈັດເກັບລາຍຮັບຈາກພາຍ
ໃນປະເທດໄດ້ພຽງ 16.5% ຂອງ GDP. ສະນັ້ນເຮັດໃຫ້ຕ້ອງກູ້ຢືມແລະຂໍການຊ່ວຍເຫຼືອ
ຈາກຕ່າງປະເທດໃຫ້ໄດ້ບໍ່ໜ້ອຍກ່ວາ 6,316.9 ຕື້ກີບ ຫຼື ຫຼາຍກ່ວາ 770 ລ້ານໂດລາ
ຫາກແຕ່ວ່າໃນໄລຍະ 5 ປີທີ່ຜ່ານມານັ້ນ ຕ່າງຊາດໄດ້ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານ
ລາວ ໂດຍສະເລ່ຍໃນມູນຄ່າ 500 ລ້ານໂດລາຕໍ່ປີເທົ່ານັ້ນ.

XS
SM
MD
LG