ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ລາວ ສັ່ງໃຫ້ດໍາເນີນການກວດກາ ເພື່ອຄວບຄຸມລາຄາສິນຄ້າ


ເຂົ້າຂອງລາວເພື່ອສົ່ງອອກໄປຂາຍຕ່າງປະເທດ
ເຂົ້າຂອງລາວເພື່ອສົ່ງອອກໄປຂາຍຕ່າງປະເທດ

ນາຍົກລັດຖະມົນຕີລາວ ມີຄໍາສັ່ງໃຫ້ໜ່ວຍງານຂອງລັດຖະບານທີ່ກ່ຽວຂ້ອງດໍາເນີນມາດ ຕະການກວດກາເພື່ອຄວບ ຄຸມລາຄາສິນຄ້າໃນທົ່ວປະເທດຢ່າງເຂັ້ມງວດ.

ສືບເນື່ອງຈາກການທີ່ຄະນະລັດຖະບານລາວໄດ້ມີມະຕິຕົກລົງໃຫ້ມີການປັບຂຶ້ນເງິນເດືອນ
ພະນັກງານຂອງລັດຖະບານໃນທົ່ວປະເທດໃນອັດຕາສະເລ່ຍ 16% ຂອງຂັ້ນເງິນເດືອນ
ພື້ນຖານ ໃນປັດຈຸບັນນີ້ ໂດຍຈະມີຜົນຢ່າງເປັນທາງການ ນັບຈາກເດືອນຕຸລາປີນີ້ ເປັນ
ຕົ້ນໄປນັ້ນ ກໍເຮັດໃຫ້ຫຼາຍໆຝ່າຍເກີດການຫວັ່ນເກງວ່າ ຈະມີການສວຍໂອກາດປັບຂຶ້ນ
ລາຄາສິນຄ້າອຸປະໂພກບໍລິໂພກໂດຍບໍ່ໄດ້ຮັບອະນຸຍາດ, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາ ວະການຄອງຊີບຂອງປະຊາຊົນ ລາວຢ່າງກ້ວາງຂວາງນັ້ນ ກໍໄດ້ເປັນຜົນເຮັດໃຫ້ທ່ານ
ທອງສິງ ທຳມະວົງ, ນາຍົກລັດຖະມົນຕີໄດ້ມີຄຳສັ່ງໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງ
ເພື່ອໃຫ້ດຳເນີນມາດຕະການກວດສອບລາຄາສິນຄ້າໃນທົ່ວປະເທດແລ້ວໃນຂະນະນີ້.

ພາຍໃຕ້ຄໍາສັ່ງດັ່ງກ່າວນີ້ ນາຍົກລັດຖະມົນຕີລາວກໍບໍ່ພຽງແຕ່ຈະເນັ້ນໜັກໃຫ້ໜ່ວຍງານ
ທີ່ກ່ຽວຂ້ອງຕ້ອງດໍາເນີນມາດຕະການກວດສອບລາຄາສິນຄ້າ ໃນຕະຫຼາດທີ່ເປັນຈິງ
ເທົ່ານັ້ນ ຫາກແຕ່ຍັງໄດ້ມີຄໍາສັ່ງໃຫ້ດໍາເນີນມາດຕະການ ຄວບຄຸມສິນຄ້າໃຫ້ເປັນປົກ
ກະຕິ ແລະພ້ອມກັນນັ້ນກໍໄດ້ເນັ້ນຢໍ້າໃຫ້ໜ່ວຍງານທີ່ກ່ຽວຂ້ອງຈາກ ທຸກພາກສ່ວນຕ້ອງ
ດຳເນີນມາດຕະການທີ່ເໝາະສົມ ໃນການຄຸ້ມຄອງລາຄາສິນຄ້າທີ່ເປັນປະເພດສະບຽງ
ອາຫານເປັນການສະເພາະ ອີກດ້ວຍ ເພາະວ່າ ລາຄານໍ້າມັນໃນຕະຫຼາດໂລກທີ່ປັບຕົວ
ສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ຍ່ອມຈະສົ່ງຜົນກະທົບຕໍ່ລາວຢ່າງ ຫຼີກລ້ຽງບໍ່ໄດ້ນັ້ນເອງ. ດັ່ງທີ່
ເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານລາວໄດ້ຊີ້ແຈງເຖິງຄໍາສັ່ງດັ່ງກ່າວຂອງທ່ານນາຍົກ
ລັດຖະມົນຕີລາວວ່າ:

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

“ທ່ານນາຍົກລັດຖະມົນຕີໄດ້ກ່າວເນັ້ນໜັກໃຫ້
ບັນດາກະຊວງ ຂະແໜງການ ແລະທ້ອງຖິ່ນ
ໃຫ້ເອົາໃຈໃສ່ຄຸ້ມຄອງສິນຄ້າ ແລະລາຄາ
ໂດຍສະເພາະໝວດສິນຄ້າສະບຽງອາຫານ
ເນື່ອງຈາກວ່າໃນປ
ັດຈຸບັນນີ້ລາຄານໍ້າມັນ
ໄດ້ສູງຂຶ້ນ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການ
ເປັນຢູ່ຂອງພະນັກງານ,​ ທະຫານ, ຕຳຫຼວດ
ແລະປະຊາຊົນ ໂດຍໃຫ້ຄົ້ນຄ້ວາບັນຫາດັ່ງ
ກ່າວນີ້ໃຫ້ໄວ ແລະໃຫ້ມີມາດຕະການແກ້ໄຂ ຢ່າງເຂັ້ມງວດ ແລະທັນການ
.

ປໍ້ານໍ້າມັນແຫ່ງນຶ່ງຢູ່ໃນ ນະຄອນຫລວງຂອງລາວ
ປໍ້ານໍ້າມັນແຫ່ງນຶ່ງຢູ່ໃນ ນະຄອນຫລວງຂອງລາວ

ນັບຈາກຕົ້ນປີນີ້ເປັນຕົ້ນມາ ທາງການລາວໄດ້ອະນຸມັດ
ໃຫ້ມີການປັບຂຶ້ນລາຄາຈຳໜ່າຍນໍ້າມັນທຸກຊະນິດໃນ
ທົ່ວປະເທດລາວແລ້ວເຖິງ 9 ຄັ້ງ ຊຶ່ງກໍໄດ້ເປັນຜົນເຮັດ
ໃຫ້ປະຊາຊົນລາວຕ້ອງປະເຊີນບັນຫາສິນຄ້າລາຄາແພງ
ຂຶ້ນເລື້ອຍໆ, ໂດຍສະເພາະແມ່ນສິນຄ້າອຸປະໂພກ ບໍລິ
ໂພກນັ້ນ ກໍໄດ້ມີການປັບລາຄາສູງຂຶ້ນໃນອັດຕາສະເລ່ຍ
ທີ່ເກີນກ່ວາ 10% ເມື່ອທຽບກັບໄລຍະຕົ້ນປີນີ້ ເນື່ອງ
ຈາກວ່າ ການປັບຂຶ້ນລາຄານໍ້າມັນດັ່ງກ່າວໄດ້ເປັນຜົນ
ເຮັດໃຫ້ຕົ້ນທຶນການຜະລິດ ແລະການຂົນສົ່ງສິນຄ້າໃນ
ລາວນັ້ນໄດ້ປັບຕົວສູງຂຶ້ນອີກດ້ວຍເຊັ່ນກັນ ຈຶ່ງເຮັດໃຫ້ທາງການລາວຕ້ອງຍອມອະນຸຍາດ
ໃຫ້ມີການປັບຂຶ້ນສິນຄ້າອີກດ້ວຍນັ້ນເອງ.

ຊີມັງຊຶ່ງເປັນຜະລິດຕະພັນ ພາຍໃນອັນນຶ່ງ ທີ່ຍັງບໍ່ສາ ມາດຕອບສະໜອງຄວາມ ຕ້ອງການຂອງຕະຫລາດ ພາຍໃນົດເທື່ອ.
ຊີມັງຊຶ່ງເປັນຜະລິດຕະພັນ ພາຍໃນອັນນຶ່ງ ທີ່ຍັງບໍ່ສາ ມາດຕອບສະໜອງຄວາມ ຕ້ອງການຂອງຕະຫລາດ ພາຍໃນົດເທື່ອ.

ທັງນີ້ໂດຍອີງຕາມລາຍງານຂອງແຜນການຄ້າພາຍໃນເຂດ
ນະຄອນຫຼວງວຽງຈັນກໍພົບວ່າ ສິນຄ້າທີ່ມີລາຄາສູງຂຶ້ນ ຫຼາຍທີ່ສຸດນັ້ນກໍແມ່ນສິນຄ້າໃນໝວດວັດສະດຸກໍ່ສ້າງເຊັ່ນ
ປູນຊີມັງ ກໍໄດ້ປັບລາຄາສູງຂຶ້ນລະຫວ່າງ 30,000-
50,000 ກີບຕໍ່ຕັນ. ສ່ວນນ້ຳມັນພືດທີ່ເຄີຍຈຳໜ່າຍໃນລາ
ຄາທີ່ບໍ່ເກີນ 2 ແສນກີບຕໍ່ປິບຂະໜາດ 18 ລິດນັ້ນກໍໄດ້
ປັບລາຄາສູງຂຶ້ນເປັນ 250,000 ກີບຕໍ່ປິບເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ນາຍົກລັດຖະມົນຕີລາວກໍໄດ້ອອກດໍາ
ລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະຄ່າທຳນຽມ
ບໍລິການຢ່າງເປັນທາງການຫວ່າງໝໍ່ໆມານີ້ ໂດຍໄດ້ກຳ
ນົດໃຫ້ຜູ້ປະກອບການຮ້ານຄ້ານັ້ນ ຈະຕ້ອງຕິດປ້າຍລາຄາ
ສິນຄ້າຢ່າງຊັດເຈນ ແລະຈະຕ້ອງຂໍອະນຸຍາດຈາກທາງການລາວທຸກໆຄັ້ງ ທີ່ຈະມີການປັບຂຶ້ນ
ລາຄາສິນຄ້າ ທັງຍັງຈະຕ້ອງບໍ່ມີການກັກຕຸນສິນຄ້າ ແລະບໍ່ແຈ້ງຂໍ້ມູນປອມກ່ຽວກັບປະລິມານ
ສິນຄ້າທີ່ເກັບມ້ຽນໄວ້ອີກດ້ວຍ ຫາກບໍ່ສະນັ້ນແລ້ວ ກໍຈະຖືກປັບໄໝຕັ້ງແຕ່ 5 ແສນກີບ ເຖິງ 5 ລ້ານກີບ.

XS
SM
MD
LG