ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປະກາດຂຶ້ນລາຄານໍ້າມັນ ເປັນຄັ້ງທີ 7 ແລ້ວໃນປີນີ້


ການຂາຍນໍ້າມັນຢູ່ປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ
ການຂາຍນໍ້າມັນຢູ່ປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ

ລັດຖະມົນຕີກະຊວງອຸດສະຫະກໍາ ແລະການຄ້າຂອງລາວ ປະກາດປັບ​ຂຶ້ນລາຄາ​ນໍ້າມັນ​​ ​ເປັນຄັ້ງທີ 7 ​ແລ້ວ ຂອງປີ 2011 ​ເປັນນີ້ ​ແລະ​ຄາດ​ໝາຍອີກ​ດ້ວຍ​ວ່າ ຍັງ​ຈະ​ມີການປັບ ​ຂຶ້ນລາຄາອີກ​ໃນໝໍ່ໆນີ້.

ທ່ານນາມ ວິຍະເກດ ລັດຖະມົນຕີກະຊວງອຸດສະຫະກໍາ
ແລະການຄ້າຂອງລາວ ໄດ້ອະນຸມັດ​ໃຫ້​ມີ​ການ​ປັບ​ຂຶ້ນລາຄາ
ນໍ້າມັນ​ເຊື້​ອ​ໄຟ ທຸກ​ຊະໜິດ ​ໃນ​ປະ​ເທດ​ລາວ ຢ່າງ​ເປັນ​ທາງ
ການ​ ​ເມື່ອ​ວັນ​ທີ 7 ​ເມສາ ທີ່​ຜ່ານ​ມານີ້ ຊຶ່ງ​ກໍນັບ​ເປັນ
ການປັບ​ຂຶ້ນລາຄາ ​ຈໍາໜ່າຍນໍ້າມັນພາຍ​ໃນ​ລາວ​ເປັນຄັ້ງທີ
7 ​ແລ້ວ ນັບ​ຈາກ​ຕົ້ນປີ 2011 ​ເປັນຕົ້ນມາ.

ທ່ານນາມ ວິຍະເກດ ລັດ ຖະມົນຕີກະຊວງອຸດສະ ຫະກໍາແລະການຄ້າລາວ
ທ່ານນາມ ວິຍະເກດ ລັດ ຖະມົນຕີກະຊວງອຸດສະ ຫະກໍາແລະການຄ້າລາວ

ສໍາລັບ​ການອະນຸມັດ​ໃຫ້​ປັບ
ຂຶ້ນລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ໃນ​ລາວ​ໃນ​ຄັ້ງຫລ້າ​ສຸດ​ນີ້
ກໍມີ​ສາ​ເຫດ ອັນ​ດຽວກັນ​ກັບ​ການ​ປັບ ຂຶ້ນລາຄາ​ນໍ້າມັນ​ໃນ 6
ຄັ້ງກ່ອນ ຊຶ່ງ​ກໍ​ຄື​ເປັນການ​ປັບ​ລາຄາຈໍາໜ່າຍນໍ້າມັນ ຕາມ​
ລາຄາ​ນໍ້າມັນ​ໃນ​ຕະຫລາດ​ໂລກ​ ທີ່​ເພີ້ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.
ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້ລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ໃນ​ລາວ
ໄດ້​ປັບ​ຕົວ​ສູງ​ຂຶ້ນໃນ ລະຫວ່າງ 140-310 ກີບ ​ຕໍ່ລິດ​ໂດຍ
ຂຶ້ນຢູ່​ກັບ​ໄລຍະທາງ​ຂອງ​ການ​ຂົນ​ສົ່ງ​ເປັນ​ສໍາຄັນ.


ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່ລາຄາ​ຈໍາໜ່າຍຢູ່​ພາຍ​ໃນ​ເຂດນະຄອນ​ວຽງຈັນໄດ້ ​ໄດ້​ປັບ​ຂຶ້ນ​ເປັນ 11,810
ກີບ ​ຕໍ່ລິດ ສໍາລັບ​ນໍ້າມັນ​ແອັດ​ຊັງ ພິ​ເສດ ກັບ 10,640 ກີບ ​ແລະ 9,670 ກີບ​ຕໍ່ລິດສຳ
ລັບນໍ້າມັນແອັດ​ຊັງທຳ​ມະ​ດາ ​ແລະ​ນໍ້າມັນ​ກາ​ຊວນ ຕາມ​ລໍາດັບນັ້ນ ກໍປາ​ກົດ​ວ່າ ປະຊາຊົນ
ລາວຢູ່ແຂວງຊຽງຂວາງຕ້ອງ​ຊື້ນໍ້າມັນແອັດຊັງຊະນິດພິເສດ​ໃນລາຄາສູງເຖິງ 11,950 ກີບຕໍ່
ລິດ. ສ່ວນນໍ້າມັນແອັດຊັງທໍາມະດາແລະນໍ້າມັນກາຊວນກໍມີລາຄາຈໍາໜ່າຍ 10,990 ກີບ
ແລະ 9,9850 ກີບຕໍ່ລິດຕາມລຳດັບ.

ລົດທີ່ນໍາເຂົ້າຈາກຈີນ
ລົດທີ່ນໍາເຂົ້າຈາກຈີນ

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານຄໍາຈັນ ລັດຕະນະວົງ, ປະທານສະ
ມາຄົມນໍ້າມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສລາວ ຫໍໄດ້ໃຫ້ການຢືນ
ຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຫລາຍ
ຂຶ້ນທຸກປີ.ສໍາລັບ​ໃນ​ຕະຫລອດປີ 2011ນີ້ ກໍຄາດໝາຍ​ວ່າ
ລາວ​ຈະ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດໃນ​ປະລິ
ມານ​ລວມເກີນ​ກວ່າ 750 ລ້ານ​ລິດຊຶ່ງ​ນອກຈາກຈະ​ມີ​ສາ
ເຫດ​ການເພີ້ມຂຶ້ນຂອງ​ການ​ນໍາເຂົ້າຍວດ​ຍານພາຫະນະ
ແລ້ວກໍ​ຍັງມີສາ​ເຫດ​ທີ່​ສໍາຄັນ​ມາ​ຈາກການ​ທີ່ມີ​ການ​ລົງທຶນ​ຈາກ​ຕ່າງປະເທດ​ເຂົ້າມາ​ໃນ​ລາວ​
ຫລາຍ​ຂຶ້ນຊຶ່ງ​ກໍ​ເຮັດ​ໃຫ້ເສ​ດຖະກິດ​ລາວ​ມີ​ການ​ຂະຫຍາຍຕົວ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.
ດັ່ງ​ທີ່ທ່ານ​ຄໍາ​ຈັນໄດ້​ຊີ້​ແຈງ​ວ່າ:

“ການຊົມໃຊ້ນ້ຳມັນຂອງປະເທດເຮົານີ້ກະເພິ່ມຂຶ້ນ 7%-10% ຕໍ່ປີ ສະນັ້ນແລ້ວ
ໃນປີ 2009 ພວກເຮົາກໍ່ໃຊ້ນ້ຳມັນທົ່ວປະເທດນີ້ 640 ກວ່າລ້ານລິດແລະໃນປີ
2010 ນີ້ ຕາມເສດຖະຕິທີ່ເກັບມາໄດ້ເຖິງປັດຈຸບັນນີ້ກໍປະມານ 700 ກວ່າ
ລ້ານລິດແລະຖ້າມັນເພີ້ມຂຶ້ນປະມານ 7%-10%. ໃນປິ 2011 ນີ້ ພວກເຮົາ
ຈະໃຊ້ນໍ້າມັນບໍ່ຕ່ຳກວ່າ 750 ລ້ານລິດ ເພາະການພັດທະນາສ້າງສາປະເທດ
ຂອງພວກເຮົາກະເພີ້ມຂຶ້ນເນາະ”.

ທັງ​ນີ້ ເນື່ອງຈາກ​ວ່າ​ລາວ​ຕ້ອງ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ທັງ 100% ຂອງ
ຄວາມ​ຕ້ອງການ​ທັງໝົດພາຍໃນ​ປະ​ເທດ ຈຶ່ງເຮັດ​ໃຫ້​ລາຄາ​ຈໍາໜ່າຍນໍ້າມັນໃນລາວ​ມີການ
ປັບ​ຂຶ້ນ-ລົງ​ຕາມ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຕະຫລາດ​ໂລກ​ຢູ່​ຕະຫລອດ​ເວລາ.

ສໍາລັບໃນປີ 2010 ທີ່ຜ່ານມາກໍປາກົດວ່າລັດ​ວິ​ສະຫະກິດນໍ້າມັນ​ເຊື້ອ​ໄຟລາວ​ໄດ້​ມີ​ການ
ປັບລາຄາ​ຈໍາໜ່າຍໄປແລ້ວ​ເຖິງ 29 ຄັ້ງ ຊຶ່ງ​ໃນ​ນີ້​ເປັນ​ການ​ປັບ​ລາຄາ​ເຖິງ 21 ຄັ້ງ ແລະ
ສະ​ເພາະ​ໃນ​ປີ 2011 ນີ້ກໍ​ໄດ້​ມີການ​ປັບຂຶ້ນລາຄາ​ຈໍາໜ່າຍນໍ້າມັນ 7 ຄັ້ງແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ລັດຖະບານ​ລາວ​ໄດ້ນໍາ​ໃຊ້​ລະບົບ​ພາສີ​ມູນ​ຄ່າເພີ້ມ​ໃນ​ອັດຕາ 10%
ລວມທັງ​ຍັງ​ໄດ້ມີ​ການ​ເກັບ​ຄ່າ​ທໍານຽມ​ໃນການ​ໃຊ້ນໍ້າມັນ​ເພີ້ມຂຶ້ນອີກ ​ນັບ​ຕັ້ງ​ແຕ່​ວັນ​ທີ 1
ຕຸລາປີ​ກາຍ​ນີ້ ເປັນຕົ້ນມາອີກ​ດ້ວຍ​ແລ້ວ ກໍ​ນັບ​ວ່າ​ເປັນ​ປັດ​ໃຈ​ສໍາຄັນ​ທີ່ເຮັດ​ໃຫ້​ປະຊາຊົນ
ລາວຕ້ອງໄດ້​ແບກ​ຫາບພາລະ​ລາຄາ​ນໍ້າມັນ​ ທີ່​ແພງ​ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ​ອີກ​ດ້ວຍ​.

XS
SM
MD
LG