ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະເພີ້ມການສົ່ງອອກປີນີ້ ແລະປະຕິບັດຂໍ້ຕົກລົງ ການຄ້າເສລີອາຊຽນ ໃຫ້ໄດ້ໃນປີ 2015


ບັນດາລັດຖະມົນຕີຂອງ 10 ປະເທດສະມາຊິກອາຊຽນ ພ້ອມກັບທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງ ອາຊຽນ(ຂວາສຸດ) ຈັບມືກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຢ່າງບໍ່ເປັນທາງການ ຄັ້ງທີ 17 ໃນທ້າຍເດືອນກຸມພາ 2011 ຜ່ານມານີ້ ທີ່ຈັດຂຶ້ນຢູ່ປະເທດລາວ.
ບັນດາລັດຖະມົນຕີຂອງ 10 ປະເທດສະມາຊິກອາຊຽນ ພ້ອມກັບທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງ ອາຊຽນ(ຂວາສຸດ) ຈັບມືກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຢ່າງບໍ່ເປັນທາງການ ຄັ້ງທີ 17 ໃນທ້າຍເດືອນກຸມພາ 2011 ຜ່ານມານີ້ ທີ່ຈັດຂຶ້ນຢູ່ປະເທດລາວ.

ທາງການລາວວາງຄາດໝາຍທີ່ຈະເພີ່ມການສົ່ງອອກໃນປີ 2011 ນີ້ ໃຫ້ໄດ້ເກີນ 17% ຫາກແຕ່ຈະພ້ອມປະຕິບັດຂໍ້ຕົກລົງວ່າດ້ວຍເຂດການຄ້າເສລີອາຊຽນ ໄດ້ຢ່າງແທ້້ຈິງພາຍໃນ ຕົ້ນປີ 2015.

ທາງການລາວວາງຄາດໝາຍທີ່ຈະເພີ່ມການສົ່ງອອກໃນປີ
2011 ນີ້ໃຫ້ໄດ້ເກີນ 17% ຫາກແຕ່ຈະພ້ອມປະຕິບັດ
ຕາມຂໍ້ຕົກລົງວ່າດ້ວຍເຂດການຄ້າເສລີອາຊຽນໄດ້ຢ່າງ
ແທ້້ຈິງ ພາຍໃນຕົ້ນປີ 2015.

ທາງການກະຊວງອຸດສະຫະກໍາ ແລະການຄ້າຂອງລາວ
ລາຍງານວ່າໃນຕະຫຼອດປີ 2011 ນີ້ ທາງການກະຊວງອຸດ
ສະຫະກໍາ ແລະການຄ້າໄດ້ວາງຄາດໝາຍທີ່ຈະສົ່ງເສີມການ
ສົ່ງອອກສິນຄ້າໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍ
ກວ່າ 1,220 ລ້ານໂດລາ ຫຼືເພີ່ມຂຶ້ນເຖິງ 17.55% ເມື່ອ
ທຽບກັບມູນຄ່າການສົ່ງອອກສິນຄ້າໃນຕະຫຼອດປີ 2010 ທີ່ ຜ່ານມາ.

ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ ທາງການ
ກະຊວງອຸດສາຫະກໍາ ແລະການຄ້າຂອງລາວກໍຈະຄວບຄຸມ
ໃຫ້ຢູ່ໃນລະດັບມູນຄ່າລວມບໍ່ເກີນ 1,240 ລ້ານໂດລາ ຊຶ່ງ
ກໍ່ຈະເຮັດໃຫ້ລາວຂາດດຸນການຄ້າກັບຕ່າງປະເທດ ໃນມູນ
ຄ່າລວມ ຕໍ່າກ່ວາ 20 ລ້ານໂດລາ ຫຼືບໍ່ເຖິງ 1% ຂອງມູນ
ຄ່າການຄ້າຕ່າງປະເທດທັງໝົດ.

ປໍ້ານໍ້າມັນແຫ່ງນຶ່ງໃນ ນະຄອນຫລວງວຽງຈັນ
ປໍ້ານໍ້າມັນແຫ່ງນຶ່ງໃນ ນະຄອນຫລວງວຽງຈັນ

ສໍາລັບໃນປີ 2010 ທີ່ຜ່ານມານັ້ນກໍປາກົດວ່າລາວໄດ້ສົ່ງ
ອອກສິນຄ້າໄປຕ່າງປະເທດຄິດເປັນມູນຄ່າລວມ 1,030
ລ້ານໂດລາ ຫຼືເກີນຄາດໝາຍ ເຖິງ 18.38% ຫາກແຕ່
ວ່າສໍາລັບໃນດ້ານການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ
ກໍມີມູນຄ່າລວມເຖິງ 1,250 ລ້ານໂດລາ ຊຶ່ງຖືວ່າເກີນລະ
ດັບຄາດໝາຍທີ່ວາງເອົາໄວ້ເຖິງ 19.49% ແລະກໍເຮັດໃຫ້
ລາວຕ້ອງຂາດດຸນການຄ້າຕ່າງປະເທດ ເຖິງ 220 ລ້ານ ໂດລາ.

ເພາະສະນັ້ນ ຖ້າຫາກວ່າສະພາວະການຄ້າຕ່າງປະເທດໃນປີ 2011 ນີ້ ຍັງຄົງເປັນຄືກັນ
ກັບໃນປີ 2010 ທີ່ຜ່ານ ມານັ້ນ ກໍເຊື່ອແນ່ວ່າລາວຈະຍັງຕ້ອງປະເຊີນກັບບັນຫາຂາດດຸນ
ການຄ້າກັບຕ່າງປະເທດເພີ່ມຂຶ້ນຕື່ມອີກ ຊຶ່ງກໍ່ມີຄວາມເປັນໄປໄດ້ວ່າລາວຍັງຈະຕ້ອງຂາດ
ດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າບໍ່ໜ້ອຍກວ່າ 280 ລ້ານໂດລາ ໂດຍມີສາເຫດທີ່
ສໍາຄັນປະການນຶ່ງ ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟຫຼາຍຂຶ້ນນັ້ນເອງ.

ແຕ່ຢ່າງໃດກໍຕາມ ການທີ່ລາວຕ້ອງປະເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດນັ້ນ ສໍາລັບໃນດ້ານນຶ່ງກໍເປັນຍ້ອນວ່າ ມີການລົງທຶນຈາກຕ່າງປະເທດເຂົ້າມາໃນລາວຫຼາຍຂຶ້ນ ຊຶ່ງກໍ່ເປັນຜົນເຮັດໃຫ້ເສດຖະກິດຂອງລາວ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນອັດ
ຕາສະເລ່ຍບໍ່ຫຼຸດ 7% ຕໍ່ປີ ໃນຕະຫຼອດໄລຍະກວ່າ 10 ປີມານີ້ ແລະໃນຂະນະດຽວກັນກໍ່
ຍັງເຮັດໃຫ້ຄວາມອາດສາມາດໃນການຜະລິດສິນຄ້າຂອງລາວເພີ່ມສູງຂຶ້ນອີກດ້ວຍເຊັ່ນກັນ ຊຶ່ງກໍເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ລາວຈະມີຄວາມພ້ອມເຖິງ 100% ໃນການປະຕິ
ບັດຕາມຂໍ້ຕົກລົງວ່າດ້ວຍເຂດການຄ້າເສລີອາຊຽນພາຍໃນຕົ້ນປີ 2015 ເຊັ່ນດຽວກັນກັບ
ມຽນມາ, ກໍາປູເຈຍ, ແລະຫວຽດນາມ.

ດັ່ງທີ່ທ່ານນາມ ວິຍະເກດ ລັດຖະມົນຕີກະຊວງອຸດສະຫະກໍາ ແລະການຄ້າຂອງລາວ ໄດ້
ຖະແຫຼງຢືນຢັນໃນໂອກາດເປັນປະທານໃນກອງປະຊຸມລັດຖະມົນຕີການຄ້າອາຊຽນຢ່າງ
ບໍ່ເປັນທາງການຄັ້ງທີ່ 17 ໃນທ້າຍເດືອນກຸມພາ ທີ່ຜ່ານມານີ້ຢູ່ນະຄອນວຽງຈັນວ່າ:

ທ່ານນາມ ວິຍະເກດ ດຖະມົນຕີກະຊວງ ອຸດສະຫະກໍາ ແລະ ການຄ້າຂອງລາວ
ທ່ານນາມ ວິຍະເກດ ດຖະມົນຕີກະຊວງ ອຸດສະຫະກໍາ ແລະ ການຄ້າຂອງລາວ

“ເລີ່ມແຕ່ວັນທີນຶ່ງເດືອນນຶ່ງ ປີ 2010 ຜ່ານມານັ້ນ
ບັນດາປະເທດອາຊຽນຫົກ ໄດ້ເລີ່ມປະຕິບັດການ
ລົບລ້າງລະບົບພາສີ ແລະໄດ້ປະຕິບັດລະບົບພາສີ
0% ແລ້ວ, ແຕ່ສໍາລັບສີ່ປະເທດ ພວກເຮົາຈະໄດ້
ເລີ່ມປະຕິບັດແຕ່ວັນທີນຶ່ງເດືອນນຶ່ງປີ 2015 ໝາຍ
ຄວາມວ່າໃນວັນທີ່ນຶງເດືອນນຶ່ງປີ 2015 ນີ້ ອາຊຽນ
ສິບຈະເປັນເຂດການຄ້າເສລີ.”


ສໍາລັບປະເທດສະມາຊິກອາຊຽນທີ່ໄດ້້ເລີ່ມປະຕິບັດຕາມຂໍ້ຕົກ
ລົງວ່າດ້ວຍເຂດການຄ້າເສລີອາຊຽນ ນັບແຕ່ຕົ້ນປີ 2010
ເປັນຕົ້ນມາແລ້ວ ກໍຄື ບຣູໄນ, ມາເລເຊຍ, ໄທ, ສິງກະໂປ, ຟີລິບປີນ, ແລະ ອິນໂດເນ
ເຊຍ. ສ່ວນລາວ, ມຽນມາ, ກໍາປູເຈຍ, ແລະຫວຽດນາມນັ້ນ ເນື່ອງຈາກວ່າຍັງບໍ່ມີຄວາມ
ພ້ອມ ຈຶ່ງໄດ້ມີການຜ່ອນຜັນໄປຈົນເຖິງຕົ້ນປີ 2015 ດັ່ງກ່າວ ແລະກໍເຊື່ອວ່າເປັນສາເຫດ
ສໍາຄັນປະການນຶ່ງທີ່ເຮັດໃຫ້ອົງການການຄ້າໂລກ ຍັງບໍ່ຍອມຮັບລາວໃຫ້ເປັນສະມາຊິກອົງ
ການການຄ້າໂລກຈົນເຖິງປັດຈຸບັນນີ້.

XS
SM
MD
LG