ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າລາວ-ຈີນ ມີມູນຄ່າເກີນ 1,000 ລ້ານໂດລາ ໃນປີ 2010


ກອງປະຊຸມກ່ຽວທຸລະກິດການຄ້າລະຫວ່າງລາວແລະຈີນທີ່ຈັດຂຶ້ນ
ເມື່ອໝໍ່ໆມານີ້
ກອງປະຊຸມກ່ຽວທຸລະກິດການຄ້າລະຫວ່າງລາວແລະຈີນທີ່ຈັດຂຶ້ນ ເມື່ອໝໍ່ໆມານີ້

ການຄ້າລະຫວ່າງລາວກັບຈີນ ມີມູນຄ່າລວມ ເກີນ 1,000 ລ້ານໂດລາ ໃນປີ 2010 ທີ່ຜ່ານມາ ໂດຍເປັນຜົນມາຈາກການທີ່ກຸ່ມທຸລະກິດຈາກຈີນໄດ້ພາກັນຫຼັ່ງໄຫຼ ເຂົ້າໄປລົງ ທຶນໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສະ
ຫະກໍາ ແລະການຄ້າຂອງລາວ ຖະແຫຼງວ່າການຄ້າລະ
ຫວ່າງລາວກັບຈີນໃນຕະຫຼອດປີ 2010 ທີ່ຜ່ານມາ ມີ
ມູນຄ່າລວມສູງກວ່າເປົ້າໝາຍທີ່ທາງການທັງສອງຝ່າຍ
ໄດ້ວາງເອົາໄວ້ ຊຶ່ງກໍຄືໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ທີ່ລະດັບ 1,000 ລ້ານໂດລານັ້ນ ກໍປາກົດວ່າການຄ້າທີ່ທັງສອງຝ່າຍປະຕິບັດໄດ້ຈິງນັ້ນມີມູນຄ່າລວມເຖິງ 1,055 ລ້ານໂດລາ.

ຍິ່ງໄປກວ່ານັ້ນກໍຍັງປາກົດວ່າລາວເປັນຝ່າຍທີ່ໄດ້ປຽບເກີນດຸນການຄ້າຕໍ່ຈີນອີກດ້ວຍ ຊຶ່ງກໍ
ຄືໃນຂະນະທີ່ລາວນໍາເຂົ້າສິນຄ້າຈາກຈີນຄິດເປັນມູນຄ່າລວມ 484 ລ້ານໂດລາ ຫຼືເພີ່ມຂຶ້ນ
28.2% ເມື່ອປຽບທຽບກັບປີ 2009 ນັ້ນກໍປາກົດວ່າລາວໄດ້ສົ່ງອອກສິນຄ້າໄປຈີນຄິດເປັນ
ມູນຄ່າລວມເຖິງ 571 ລ້ານໂດລາ ຫຼືເພີ່ມຂຶ້ນເຖິງ 52.5% ເມື່ອທຽບໃສ່ກັບປີ 2009.

ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ກັບທ່ານ ຫູ ຈິນເຖົາ ປະທານປະເທດຈີນ ພົບປະກັນໃນປີ 2010
ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ກັບທ່ານ ຫູ ຈິນເຖົາ ປະທານປະເທດຈີນ ພົບປະກັນໃນປີ 2010

ແຕ່ຢາງໃດກໍຕາມ ການທີ່ມູນຄ່າການຄ້າ
ລະຫວ່າງລາວກັບຈີນເພີ່ມຂຶຶ້ນ ແລະລາວ
ກໍເປັນຝ່າຍໄດ້ປຽບດຸນການຄ້າຕໍ່ຈີນນັ້ນ
ກໍເປັນຍ້ອນວ່າບັນດານັກທຸລະກິດຈີນໄດ້
ພາກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ໃນລາວຫຼາຍ
ຂຶ້ນຕໍ່ເນືອງ. ໃນຊ່ວງປີ 2000-2010 ທີ່
ຜ່ານມານັ້ນ ກໍ່ປາກົດວ່າກຸ່ມທຸລະກິດຈີນ
ໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າ
ລວມເກີນກວ່າ 3,600 ລ້ານໂດລາ ແລະ
ກໍກາຍເປັນປະເທດທີ່ລົງທຶນໃນລາວຫຼາຍ
ທີ່ສຸດແລ້ວ.

ເພາະສະນັ້ນ ຈຶ່ງເຮັດໃຫ້ຕ້ອງມີການນໍາສິນ
ຄ້າປະເພດທຶນເຂົ້າມາໃນລາວຫຼາຍຂຶ້ນ ແລະໃນຂະນະດຽວກັນກຸ່ມທຸລະກິດຈີນທີ່ລົງທຶນໃນ
ລາວຫຼາຍກວ່າ 440 ໂຄງການນັ້ນ ກໍໄດ້ພາກັນສົ່ງຜົນຜະລິດຈາກລາວ ກັບຄືນໄປປະເທດ ຈີນເພີ່ມຫຼາຍຂຶ້ນນັບມື້ອີກດ້ວຍເຊັ່ນກັນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລາວເປັນຝ່າຍທີ່ໄດ້ປຽບ
ດຸນການຄ້າຕໍ່ຈີນນັ້ນເອງ.

ນອກຈາກນີ້ ເພື່ອເປັນການຮັບປະກັນວ່າການຄ້າລະຫວ່າງລາວກັບຈີນຈະຍັງມີມູນຄ່າເພີ່ມ
ສູງຂຶ້ນອີກຢ່າງຕໍ່ເນື່ອງ ລວມທັງຍັງເພື່ອເປັນການສ້າງເງື່ອນໄຂສະດວກໃຫ້ກັບການລົງທຶນ
ຂອງກຸ່ມທຸລະກິດຈີນໃນລາວອີກດ້ວຍນັ້ນ ທາງການລາວກັບຈີນກໍຍັງໄດ້ຕົກລົງຮ່ວມມືກັນ
ຢ່າງໃກ້ຊິດເຂົ້າໃນການປ້ອງກັນ ແລະຮັກສາຄວາມສົງຮຽບຮ້ອຍທັງພາຍໃນປະເທດ ແລະຢູ່
ຕາມຊາຍແດນລະຫວ່າງສອງປະເທດໃຫ້ໄດ້ຢ່າງມີປະສິດທິພາບອີກດ້ວຍ ດັ່ງທີ່ທ່ານທອງບັນ
ແສງອາພອນ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະງົບພາຍໃນຂອງລາວ ໄດ້ຖະ
ແຫຼງຢືນຢັນວ່າ:

ທ່ານທອງບັນ ແສງອາພອນ ລັດຖະມົນຕີກະຊວງ ປ້ອງກັນຄວາມສະງົບພາຍໃນຂອງລາວ
ທ່ານທອງບັນ ແສງອາພອນ ລັດຖະມົນຕີກະຊວງ ປ້ອງກັນຄວາມສະງົບພາຍໃນຂອງລາວ

“ການພົວພັນຂອງສອງກະ
ຊວງພວກເຮົາກໍ່ເພື່ອຮອງ
ຮັບເອົາການຂະຫຍາຍຕົວ
ການພັດທະນາເສດຖະກິດ
ຂອງສອງຊາດໂດຍສະເພາະ
ແມ່ນໂຄງການທາງລົດໄຟ
ທີ່ມີຄວາມໄວສູງ ແລະບັນ
ດາໂຄງການອື່ນໆ ຊຶ່ງລັດ
ຖະບານສອງປະເທດໄດ້
ຮ່ວມລົງນາມກັນແລ້ວ
ລວມເຖິງນັກທຸລະກິດຈີນ
ທີ່ໄດ້ມາລົງທຶນຢູ່ໃນ ສປປ
ລາວຂອງພວກຂ້າພະເຈົ້າ
ໃຫ້ມີຄວາມປອດໄພ 100%”


ສໍາລັບໃນຕະຫຼອດປີ 2011 ນີ້
ກະຊວງອຸດສາຫະກໍາ ແລະການ
ຄ້າໄດ້ວາງຄາດໝາຍທີ່ຈະສົ່ງເສີມການສົ່ງອອກສິນຄ້າໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ
ບໍ່ໜ້ອຍກວ່າ 1,220 ລ້ານໂດລາຫຼືເພີ່ມຂຶ້ນຈາກປີ 2010 ໃນອັດຕາສະເລ່ຍເຖິງ 17.55%.

ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ ທາງການກະຊວງອຸດສະຫະກໍາ ແລະການຄ້າ
ຂອງລາວກໍຈະຄວບຄຸມໃຫ້ຢູ່ໃນລະດັບມູນຄ່າລວມບໍ່ເກີນ 1,240 ລ້ານໂດລາ ຊຶ່ງກໍ່ຈະເຮັດ
ໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມຕໍ່າກວ່າ 20 ລ້ານໂດລາຫຼືບໍ່ເຖິງ 1% ຂອງມູນຄ່າການຄ້າຕ່າງປະເທດທັງໝົດ.

ແຕ່ສໍາລັບໃນປີ 2010 ທີ່ຜ່ານມານັ້ນກໍປາກົດວ່າ ລາວໄດ້ສົ່ງອອກສິນຄ້າໄປຕ່າງປະເທດຄິດ
ເປັນມູນຄ່າລວມ 1,030 ລ້ານໂດລາ ຫຼືເກີນຄາດໝາຍເຖິງ 18.38%. ຫາກແຕ່ວ່າສໍາລັບ
ໃນດ້ານການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ ກໍມີມູນຄ່າລວມເຖິງ 1,250 ລ້ານໂດລາຊຶ່ງ
ຖືວ່າເກີນກວ່າລະດັບຄາດໝາຍທີ່ວາງເອົາໄວ້ ເຖິງ 19.49% ແລະກໍເຮັດໃຫ້ລາວຕ້ອງຂາດ
ດຸນການຄ້າຕ່າງປະເທດ ເຖິງ 220 ລ້ານໂດລາ.

XS
SM
MD
LG