ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຢືນຢັນວ່າຈະຍຶດໝັ້ນ ຕໍ່ການ​ເປັນ​ຮຸ່ນ​ສ່ວນ​ຍຸດ​ທະ​ສາດ ໃນ​ການ​ພັດທະນາ​ຮອບດ້ານ ​ກັບ​ຈີນ


ການສະເຫຼີມສະຫຼອງການສະຖາປະນາຄວາມສໍາພັນທາງການທູດລະຫວ່າງລາວ ແລະ ຈີນຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນທ້າຍເດືອນເມສາ, 2011 ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ
ການສະເຫຼີມສະຫຼອງການສະຖາປະນາຄວາມສໍາພັນທາງການທູດລະຫວ່າງລາວ ແລະ ຈີນຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນທ້າຍເດືອນເມສາ, 2011 ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ

ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ​ຢືນຢັນເຖິງ​ຄວາມສໍາຄັນ​ຂອງ​ການ ​ເປັນ​ຮຸ່ນ​ສ່ວນ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ​ຮ່ວມ​ກັນ​ກັບ​ລັດຖະບານ​ຈີນ​ທີ່ ​ຈະ​ສືບ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະຍາວ​ນານ.

ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະ
ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ກ່າວ​ຢືນ
ຢັນ​ໃນໂອກ​າດການສະ​ເຫຼີມສະຫຼອງການ​ສະຖາປະນາ​
ຄວາມ​ສໍາພັນ​ທາງ​ການ​ທູດ​ລະ​ຫວ່າງລາວ ​ແລະຈີນຄົບ
ຮອບ 50 ປີ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາທີ່​ຜ່ານ​
ມາ​ນີ້​ ຢູ່​ນະຄອນຫຼວງວຽງຈັນ​ວ່າການ​ຮ່ວມ​ມື​ລະຫວ່າງ
ລາວ​ກັບ​ຈີນ​ໄດ້​ມີ​ການພັ​ດທະນາ​ຂຶ້ນ​ໃນ​ທຸກໆດ້ານ.

ໂດຍ​ສະ​ເພາະ​ແມ່ນ​ນັບ​ຈາກ​ປີ 2000 ທີ່​ຜູ້​ນໍາ​ຂອງ​ທັງ
ສອງ​ປະ​ເທດ​ໄດ້​ເລີ່​ມການ​ເດີນທາງຢ້ຽມຢາມ​ກັນ​ຢ່າງ

ເປັນ​ທາງ​ການ​ເປັນ​ຕົ້ນ​ມາ​ນັ້ນ ກໍ່ເປັນ​ການ​ເຮັດໃຫ້​ມີ​ການ​ຕົກລົງ​ໃນຖະ​ແຫຼງການ​ຮ່ວມ ວ່າ​ດ້ວຍ​ການ​ເປັນ​ຮຸ່ນສ່ວນ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ຮ່ວມ​ກັນ​ຢ່າງຮອບດ້ານ​ເມື່ອ​ປີ 2009 ​ເຊີ່ງ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ຈົນ​ເຖິງ​ປະຈຸ​ບັນ ​ແລະ​ ກໍ່ຈະ​ຍັງ​ຄົງ​ສືບ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຍາວ​ນານ​ອິກດ້ວຍດັ່ງ​ທີ່​ທ່ານ ທອງ​ລຸນ ​ໄດ້​ຖະ​ແຫຼງ​ເນັ້ນ​ຍໍ້າວ່າ:

ການສະເຫລີມສະຫລອງວັນຄົບຮອບ 50 ປີ ການ ພົວພັນທາງການທູດລະຫວ່າງລາວ ແລະຈີນໃນ ທ້າຍເດືອນເມສາ ປີ 2011 ທີ່ນະຄອນວຽງຈັນ
ການສະເຫລີມສະຫລອງວັນຄົບຮອບ 50 ປີ ການ ພົວພັນທາງການທູດລະຫວ່າງລາວ ແລະຈີນໃນ ທ້າຍເດືອນເມສາ ປີ 2011 ທີ່ນະຄອນວຽງຈັນ

ສາຍ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ​-ຈີນ​ໄດ້​ຮັບ​ການ​ພັດທະ​ນາ​ໃຫ້​ເຕີບໃຫຍ່ຂະຫຍາຍຕົວ​ທັງ​ທາງ​ກວ້າງ ​ແລະທາງ​ເລິກ​ເປັນ​ກ້າວໆມາ ​ໂດຍ​ສະ​ເພາະ​ຜູ້​ນໍາ​ທັງ​ສອງ​ປະ​ເທດ​ໄດ້​ຕົກລົງ​ກັນ​ຍົກ​ລະດັບ​ການ​ພັດທະນາ
ລາວ-ຈີນ​ໃຫ້​ມາ​ເປັນ​ຄູ່​ຮ່ວມ​
ຍຸດ​ທະ​ສາດ​ຮອບດ້ານໝັ້ນຄົງ
ແລະຍາວ​ນານ”

ປັດຈຸ​ບັນ​ນີ້​ຈີນ​ນັບ​ເປັນ​ປະ​ເທດນຶ່ງ
ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້​ເຊິ່ງຖ້າ​ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍ
ປີ 2010 ນັ້ນ ​ກໍ່ປະກົດ​ວ່າ​ລັດຖະບານ​ຈີ​ນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ງົບ​ປະມານ​ແກ່​
ລັດຖະບານ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 6,500 ລ້ານ​ຢວນ ຫຼື​ເທົ່າ​ກັບ $1,850
ສໍາລັບ​ນໍາ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ 130 ກວ່າ​ໂຄງການ​ໃນ​ລາວ.

ສ່ວນ​ດ້ານການຄ້າລະຫວ່າງລາວກັບຈີນໃນຕະຫຼອດປີ 2010 ທີ່ຜ່ານມານັ້ນ ກໍມີມູນຄ່າ
ລວມສູງກວ່າເປົ້າໝາຍ ທີ່ທາງການທັງສອງຝ່າຍໄດ້ວາງເອົາໄວ້ ຊຶ່ງກໍຄືໃນຂະນະທີ່ເປົ້າ
ໝາຍໄດ້ວາງເອົາໄວ້ທີ່ລະດັບ 1,000 ລ້ານໂດລານັ້ນ ກໍປາກົດວ່າການຄ້າ ທີ່ທັງສອງ ຝ່າຍປະຕິບັດໄດ້ຈິງນັ້ນມີມູນຄ່າລວມເຖິງ 1,055 ລ້ານໂດລາ.

ຟິມເອກະສານທີ່ສະແດງເຖິງການສະເຫລີມສະ ຫລອງຄົບຮອບ 50 ປີ ສາຍສໍາພັນທາງການ ທູດລະຫວ່າງລາວ-ຈີນ
ຟິມເອກະສານທີ່ສະແດງເຖິງການສະເຫລີມສະ ຫລອງຄົບຮອບ 50 ປີ ສາຍສໍາພັນທາງການ ທູດລະຫວ່າງລາວ-ຈີນ

ແຕ່ຢາງໃດກໍຕາມ ການທີ່ມູນ
ຄ່າການຄ້າລະຫວ່າງລາວກັບ
ຈີນເພີ່ມຂຶຶ້ນນັ້ນກໍເປັນຍ້ອນວ່າ
ບັນດານັກທຸລະກິດຈີນໄດ້ພາ
ກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ໃນ
ລາວຫຼາຍຂຶ້ນຢ່າງຕໍ່ເນື່ອງໃນ
ຊ່ວງປີ 2000-2010 ທີ່ຜ່ານ
ມານັ້ນ ກໍປາກົດວ່າກຸ່ມທຸລະ
ກິດຈີນໄດ້ເຂົ້າມາລົງທຶນໃນ
ລາວ ຄິດເປັນມູນຄ່າລວມ
ເກີນກວ່າ 3,600 ລ້ານໂດ
ລາ ແລະກໍກາຍເປັນປະເທດ
ທີ່ລົງທຶນໃນລາວຫຼາຍທີ່ສຸດ
ໃນ​ປັດຈຸບັນ​ນີ້.

ສໍາລັບໃນຕະຫຼອດປີ 2011 ນີ້ກະຊວງອຸດສາຫະກໍາ ແລະການຄ້າໄດ້ວາງຄາດໝາຍທີ່ ຈະສົ່ງເສີມການສົ່ງອອກສິນຄ້າໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ
1,220 ລ້ານໂດລາຫຼືເພີ່ມຂຶ້ນຈາກປີ 2010 ໃນອັດຕາສະເລ່ຍເຖິງ 17.55% ​ແລະ​ກໍ​ຈະ
ຄວບ​ຄຸມການນໍາເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ຢູ່ໃນລະດັບມູນຄ່າລວມບໍ່ເກີນ 1,240
ລ້ານໂດລາ ຊຶ່ງກໍ່ຈະເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມຕໍ່າກວ່າ 20
ລ້ານໂດລາ ຫຼືບໍ່ເຖິງ 1% ຂອງມູນຄ່າການຄ້າຕ່າງປະເທດທັງໝົດ​ເທົ່າ​ນັ້ນ ​ແລະມູນຄ່າ
ການຄ້າຕ່າງປະເທດທັງໝົດດັ່ງກ່າວ​ນີ້ ກໍ​ຈະເປັນການ​ຄ້າ​ກັບ​ຈີນ ຄິດ​ເປັນ​ສັດສ່ວນ​ເກືອບ
ເຖິງ 50% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຄູ່​ຄ້າ​ອັນ​ດັບ​ທີ​ສອງຂອງ​ລາວ ​ໂດຍ​ເປັນ​ຮອງ​ພຽງ
ແຕ່ໄທ​ເທົ່າ​ນັ້ນ.

ແຕ່ຢ່າງໃດ​ກໍ​ຕາມ ສໍາລັບໃນປີ 2010 ທີ່ຜ່ານມານັ້ນກໍປາກົດວ່າ ລາວໄດ້ສົ່ງອອກສິນຄ້າ ໄປຕ່າງປະເທດຄິດເປັນມູນຄ່າລວມ 1,030 ລ້ານໂດລາ ຫຼືເກີນຄາດໝາຍເຖິງ 18.38%. ຫາກແຕ່ວ່າສໍາລັບໃນດ້ານການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ ກໍມີມູນຄ່າລວມເຖິງ
1,250 ລ້ານໂດລາ ຊຶ່ງຖືວ່າເກີນກວ່າລະດັບຄາດໝາຍທີ່ວາງເອົາໄວ້ ເຖິງ 19.49% ແລະ
ກໍເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດເຖິງ 220 ລ້ານໂດລາ.

XS
SM
MD
LG