ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນຊ່ວຍເຫລືອລາວ 660 ລ້ານກວ່າຢວນ ແລະໄດ້ 6 ໂຄງການສໍາປະທານ ຈາກລາວ


ກອງປະຊຸມນັກທຸລະກິດລາວ-ຈີນ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນເດືອນ ພິດສະພາທີ່ຜ່ານມາ
ກອງປະຊຸມນັກທຸລະກິດລາວ-ຈີນ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນເດືອນ ພິດສະພາທີ່ຜ່ານມາ

ຈີນໃຫ້ການຊ່ວຍເຫລືອແກ່ລາວ ຫລາຍກວ່າ 660 ລ້ານຢວນ ໃນຂະນະທີ່ ທາງການລາວກໍຕົກລົງ ໃຫ້ສໍາປະທານໂຄງການພັດທະນາຕ່າງໆ ແກ່ກຸ່ມບໍລິສັດຈາກ ຈີນ ພ້ອມກັນເຖິງ 6 ໂຄງການ.

ທາງການຈີນ ໄດ້ຕົກລົງໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ໃນໂອກາດການເດີນ
ທາງມາຢ້ຽມຢາມລາວຢ່າງເປັນທາງການໂດຍ ທ່ານໂຈວ ຢົງຄັ່ງ ຄະນະປະຈໍາກົມການ
ເມືອງ ແລະປະທານຄະນະກົມການເມືອງ ແລະກົດໝາຍຂອງສູນກາງພັກຄອມມີວນິດ
ຈີນ ເມື່ອບໍ່ນານມານີ້ ໂດຍການຊ່ວຍເຫລືອໃນຄັ້ງຫລ້າສຸດນີ້ ມີມູນຄ່າລວມເຖິງ 663
ລ້ານຢວນຫລື 828.75 ຕື້ກີບ ຫລືປະມານ 104 ລ້ານໂດລາ ຊຶ່ງຈະນໍາໃຊ້ເພື່ອການ
ກໍ່ສ້າງສູນການປະຊຸມແຫ່ງຊາດລາວແຫ່ງໃໝ່ ສໍາລັບຮອງຮັບການປະຊຸມສຸດຍອດຜູ້ນໍາ
ລັດຖະບານອາຊ່ຽນກັບສະຫະພາບຢູໂຣບໃນທ້າຍປີ 2012 ຢູ່ນະຄອນວຽງຈັນ.

ທ່ານຈູມມະລີ ໄຊຍະສອນ, ປະທານ ປະເທດລາວ (ຂວາ) ແລະທ່ານໂຈວ ຢົງຄັ່ງ ຄະນະປະຈໍາກົມການເມືອງ ແລະປະທານຄະນະກົມການເມືອງ ແລະກົດໝາຍຂອງສູນກາງພັກຄອມ ມີວນິດຈີນ
ທ່ານຈູມມະລີ ໄຊຍະສອນ, ປະທານ ປະເທດລາວ (ຂວາ) ແລະທ່ານໂຈວ ຢົງຄັ່ງ ຄະນະປະຈໍາກົມການເມືອງ ແລະປະທານຄະນະກົມການເມືອງ ແລະກົດໝາຍຂອງສູນກາງພັກຄອມ ມີວນິດຈີນ

ນອກຈາກນັ້ນ ກໍເປັນການຊ່ວຍເຫລືອໃນ
ດ້ານເທັກນິກ ແລະອຸປະກອນຕ່າງໆ ເຊ່ນ
ອຸປະກອນສໍາລັບກວດຢາເສບຕິດ ອຸປະ
ກອນ ຫລື ເຄື່ອງໄມ້ເຄື່ອງມືສໍາລັບປ້ອງກັນ
ຄວາມສະງົບ ແລະການໃຫ້ເງິນກູ້ບໍ່ມີດອກ
ເບ້ຍ ເພື່ອນໍາໃຊ້ໃນການເພີ້ມປະສິດທິພາບ
ໃນການບໍລິຫານງານຂອງລັດຖະບານລາວ
ເພື່ອຂະຫຍາຍການຮ່ວມມື ທາງເສດຖະກິດ
ການຄ້າ ແລະການລົງທຶນກັບຕ່າງປະເທດ
ຊຶ່ງລວມເຖິງປະເທດຈີນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ໃນໂອກາດດຽວກັນນີ້
ທາງການລາວກໍໄດ້ຕົກລົງໃຫ້ສໍາປະທານ
ໂຄງການພັດທະນາໃນລາວ ແກ່ກຸ່ມທຸລະ
ກິດຈາກຈີນເຖິງ 6 ໂຄງການດ້ວຍກັນ ກໍຄື
ໂຄງການວາງຕາຂ່າຍສາຍສົ່ງກະແສໄຟຟ້າ ລະຫວ່າງເຂື່ອນເຊເຊັດ 2 ກັບແຂວງສາລະ
ວັນ ໂຄງການປັບປຸງລະບົບຕາໜ່າງສາຍໄຟຟ້າໃນນະຄອນວຽງຈັນ ໂຄງການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ຢູ່ປາກແບ່ງ ແຂວງອຸດົມໄຊ ໂຄງການປັບປຸງສະໜາມບິນ ແຂວງຊຽງ
ຂວາງ ໂຄງການກໍ່ສ້າງເຂື່ອນນໍ້າອູ ແລະເຂື່ອນນໍ້າງຽບ 2.

ພິທີເຊັນສັນຍາກໍ່ສ້າງເຂື່ອນນໍ້າອູ ລະຫວ່າງລາວ-ຈີນ
ພິທີເຊັນສັນຍາກໍ່ສ້າງເຂື່ອນນໍ້າອູ ລະຫວ່າງລາວ-ຈີນ

ຍິ່ງໄປກວ່ານັ້ນ ທາງການລາວກໍຍັງໄດ້ສະ
ແດງຄວາມເຊື່ອໝັ້ນອີກດ້ວຍວ່າ ການລົງ
ທຶນຂອງກຸ່ມທຸລະກິດຈາກຈີນໃນລາວຈະ
ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະຈະສາມາດບັນ
ລຸເປົ້າໝາຍທີ່ວາງໄວ້ໃນທຸກໆດ້ານອີກດ້ວຍ.
ດັ່ງທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະ
ເທດໃນຖານະປະທານຝ່າຍລາວ ທີ່ໄດ້ພົບ
ປະເຈລະຈາຮ່ວມກັນກັບຄະນະຜູ້ແທນ
ຈາກຈີນ ໃນຄັ້ງນີ້ ໄດ້ຖະແຫລງຢືນຢັນໃນ
ຕອນນຶ່ງວ່າ:

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະຕີລາຄາຕໍ່ການ ຢ້ຽມຢາມລາວຂອງຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ອັນສໍາຄັນໃນ
ການເສີມສ້າງ ສາຍພົວພັນມິດຕະພາບ ຄວາມສາມັກຄີຖານສະຫາຍຜູ້ໃກ້
ສິດແລະການຮ່ວມມື ຮອບດ້ານລະຫວ່າງ ສອງພັກ ສອງລັດ ກໍຄືປະຊາຊົນ
ສອງຊາດ ລາວ-ຈີນ.

ການເຊັນສັນຍາສໍາປະທານໂຄງການ ປູກສວນຢາງ ລະຫວ່າງລາວກັບຈີນ ໃນປີ 2009
ການເຊັນສັນຍາສໍາປະທານໂຄງການ ປູກສວນຢາງ ລະຫວ່າງລາວກັບຈີນ ໃນປີ 2009

ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ
ຖະມົນຕີ, ລັດຖະມົນຕີກະຊວງ​ການ​ຕ່າງ
ປະ​ເທດ​ລາວ ​ໄດ້​ກ່າວ​ຢືນຢັນ​ວ່າ ການ
ຮ່ວມ​ມື​ລະຫວ່າງລາວ​ກັບ​ຈີນ​ໄດ້​ມີ​ການພັ​ດ
ທະນາ​ຂຶ້ນ​ໃນ​ທຸກໆດ້ານ. ໂດຍ​ສະ​ເພາະ
ແມ່ນ​ນັບ​ຈາກ​ປີ 2000 ທີ່​ຜູ້​ນໍາ​ຂອງ​ທັງ
ສອງ​ປະ​ເທດ​ໄດ້​ເລີ່​ມການ​ເດີນທາງຢ້ຽມ
ຢາມ​ກັນ​ຢ່າງເປັນ​ທາງ​ການ​ເປັນຕົ້ນ​ມາ
ຊຶ່ງ​ເຮັດໃຫ້​ມີ​ການ​ຕົກລົງ​ເປັນຮຸ້ນສ່ວນ
ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ຮ່ວມ​ກັນ​
ຢ່າງຮອບດ້ານ​ເມື່ອ​ປີ 2009 ​ເຊີ່ງ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຖືກ
ຍົກ​ສູງ​ຂຶ້ນ​ສູ່​ ລະດັບ​ສູງ​ສຸດ​ຈົນ​ເຖິງ​ປັດຈຸ​ບັນນີ້.

ປັດຈຸ​ບັນ​ນີ້​ຈີນ​ນັບ​ເປັນ​ປະ​ເທດນຶ່ງ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້ ​ເຊິ່ງ
ຖ້າ​ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍປີ 2010 ນັ້ນ ​ກໍ່ປະກົດ​ວ່າ​ ລັດຖະບານ​ຈີ​ນ​ໄດ້​ໃຫ້ການ
ຊ່ວຍ​ເຫຼືອທາງ​ດ້ານ​ງົບ​ປະມານ​ ແກ່​ລັດຖະບານ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 6,500
ລ້ານ​ຢວນ ບັນດານັກທຸລະກິດຈີນ ໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ໃນລາວຫຼາຍຂຶ້ນຢ່າງຕໍ່
ເນື່ອງ. ໂດຍສະເພາະແມ່ນໃນຊ່ວງປີ 2000-2010 ກໍປາກົດວ່າ ກຸ່ມທຸລະກິດຈີນໄດ້ເຂົ້າມາ
ລົງທຶນໃນລາວ ຄິດເປັນມູນຄ່າລວມເກີນກວ່າ 3,600 ລ້ານໂດລາ ຊຶ່ງ​ກໍເຮັດ​ໃຫ້​ຈີນກາຍ
ເປັນຜູ້ລົງທຶນອັນ​ດັບ 1 ໃນລາວ​ແລ້ວໃນ​ປັດຈຸບັນ​ນີ້.

XS
SM
MD
LG