ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ-ຈີນ ລົງນາມ ໃນຂໍ້ຕົກລົງ ສອງຝ່າຍ 9 ສະບັບ


ການປະຊຸມກັນລະຫວ່າງຄະນະຜູ້ແທນລັດຖະບານ ແລະ ຄະນະລັດຖະບານຈີນທີ່ນໍາໜ້າໂດຍປະທານປະເທດຂອງສອງປະເທດ
ການປະຊຸມກັນລະຫວ່າງຄະນະຜູ້ແທນລັດຖະບານ ແລະ ຄະນະລັດຖະບານຈີນທີ່ນໍາໜ້າໂດຍປະທານປະເທດຂອງສອງປະເທດ

ປະທານປະເທດລາວ ສິ້ນສຸດການຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ໂດຍໄດ້ມີການ ລົງນາມໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມືລະຫວ່າງລາວກັບຈີນ ເຖິງ 9 ສະບັບດ້ວຍກັນ.

ການເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການເປັນເວລາ 4 ວັນຂອງທ່ານ ຈູມ
ມະລີ ໄຊຍະສອນ ປະທານປະເທດແລະເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄດ້
ສິ້ນສຸດລົງໃນວັນທີ 21 ກັນຍາ ທີ່ຜ່ານມານີ້. ໂດຍເປັນການຢ້ຽມຢາມຕາມການເຊີນຂອງ
ທ່ານ ຫູ ຈິນເທົາ ປະທານປະເທດແລະປະທານພັກຄອມມິວນິສຈີນ ເພື່ອເປັນການເພີ່ມ
ທະວີ ແລະສືບຕໍ່ການເປັນຮຸ້ນສ່ວນຍຸດທະສາດໃນການພັດທະນາຄວາມຮ່ວມມືລະຫວ່າງ
ລາວກັບຈີນຢ່າງຮອບດ້ານຕໍ່ໄປ ຢ່າງບໍ່ຢຸດຢັ້ງ.

ປະທານປະເທດຈີນ ທ່ານ ຫູ ຈິນເຖົາ (ຊ້າຍ) ກັບ ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ກວດແຖວກອງກຽດຕິຍັດ ໃນພິທີຕ້ອນຮັບທ່ານ ປະທານປະເທດລາວ ຢ້ຽມຢາມຈີນ ເມື່ອວັນທີ 18-21 ກັນຍາ 2011.
ປະທານປະເທດຈີນ ທ່ານ ຫູ ຈິນເຖົາ (ຊ້າຍ) ກັບ ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ກວດແຖວກອງກຽດຕິຍັດ ໃນພິທີຕ້ອນຮັບທ່ານ ປະທານປະເທດລາວ ຢ້ຽມຢາມຈີນ ເມື່ອວັນທີ 18-21 ກັນຍາ 2011.

ທັງນີ້ໂດຍພາຍຫຼັງຈາກຜູ້ນໍາ
ປະເທດທັງສອງ ໄດ້ພົບປະ
ເຈລະຈາກັນຢ່າງຄົບຄະນະຢູ່
ທີ່ນະຄອນປັກກິ່ງໃນມື້ທີ 2
ຂອງການຢ້ຽມຢາມນັ້ນ, ຜູ້
ນໍາທັງສອງປະເທດ ກໍໄດ້
ຮ່ວມກັນເປັນສັກຂີພິຍານໃນ
ພິທີການລົງນາມໃນຂໍ້ຕົກລົງ
ວ່າດ້ວຍການຮ່ວມມືລະ
ຫວ່າງລາວກັບຈີນ ຈໍານວນ
ເຖິງ 9 ສະບັບດ້ວຍກັນ ເຊິ່ງ
ປະກອບດ້ວຍແຜນການຮ່ວມ
ມືລະຫວ່າງສອງພັກໃນຊ່ວງ
ປີ 2011-2015 ແຜນແມ່ບົດ
ການຮ່ວມມືໃນດ້ານເສດຖະກິດ
ແລະເທັກນິກ ຈາກປີ 2011-2015 ສັນຍາເງິນກູ້ພິເສດສໍາລັບພັດທະນາລະບົບຊົນລະ ປະທານໃນແຂວງສະຫວັນນະເຂດ, ສັນຍາເງິນກູ້ພິເສດ ສໍາລັບການພັດທະນາສະ
ໜາມບິນວັດໄຕ.

ນອກຈາກນີ້, ກໍເປັນການລົງນາມໃນບົດບັນທືກຄວາມເຂົ້າໃຈຮ່ວມກ່ຽວກັບການຮ່ວມມື
ດ້ານການເງິນ ສໍາລັບໂຄງການດາວທຽມໃນລາວ. ສັນຍາວ່າດ້ວຍການກໍ່ສ້າງສະໜາມ
ບິນນາໆຊາດແຫ່ງໃໝ່ ຢູ່ເມືອງເຊໂນໃນແຂວງສະຫວັນນະເຂດ, ສັນຍາວ່າດ້ວຍການ
ສ້າງທາງເລກທີ 13 ໃຕ້ ໃນແຂວງສະຫວັນນະເຂດແລະແຂວງສາລະວັນ. ບົດບັນທຶກ
ຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນການຄຸ້ມຄອງວຽກງານໃນຕະຫຼາດຫຼັກຊັບ ແລະ ການຊື້ຂາຍ-ຮຸ້ນລ່ວງໜ້າ.

ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງ ດາວທຽມນໍາກັນໃນເດືອນກຸມພາ 2010.
ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງ ດາວທຽມນໍາກັນໃນເດືອນກຸມພາ 2010.

ກ່ອນໜ້ານີ້ ທ່ານທ​ອງລຸນ ສີ​ສຸ
ລິດ ຮອງ​ນາ​ຍົກ​ລັດຖະມົນຕີ,
ລັດຖະມົນຕີກະຊວງ​ການ​ຕ່າງປະ
ເທດ​ລາວ ​ໄດ້​ຖະແຫລງຢືນຢັນ​
ວ່າການຮ່ວມ​ມື​ລະຫວ່າງລາວ
ກັບ​ຈີນ​ໄດ້​ມີ​ການພັ​ດທະນາ​ຂຶ້ນ​
ໃນ​ທຸກໆດ້ານ. ໂດຍ​ສະ​ເພາະ
ແມ່ນ​ນັບ​ຈາກ​ປີ 2000 ທີ່​ຜູ້​ນໍາ
ຂອງ​ທັງສອງ​ປະ​ເທດ ​ໄດ້​ເລີ່​ມ
ການ​ເດີນທາງຢ້ຽມຢາມ​ກັນ​ຢ່າງ
ເປັນ​ທາງ​ການ​ເປັນຕົ້ນ​ມາ ຊຶ່ງກໍ
ເປັນຜົນ​ເຮັດໃຫ້​ມີ​ການ​ຕົກລົງ​
ໃນຖະແຫລງການຮ່ວມວ່າດ້ວຍ
ການເປັນຮຸ້ນສ່ວນຍຸດ​ທະ​ສາດ ​ໃນ​ການ​ພັດທະນາ​ຮ່ວມ​ກັນຢ່າງຮອບດ້ານ ​ເມື່ອ​ປີ 2009 ​
ເຊີ່ງ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຖືກຍົກ​ສູງຂຶ້ນ​ ສູ່​ລະດັບ​ສູງ​ສຸດ​ຈົນ​ເຖິງ​
ປັດຈຸ​ບັນນີ້ ແລະ​ກໍ່ຈະ​ຍັງ​ຄົງ​ສືບ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະຍາວ​ນານ​ອີກດ້ວຍ ດັ່ງ​ທີ່​ທ່ານທອງ​
ລຸນ ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າວ່າ:

“ປີນີ້ພວກເຮົາສະ​ເຫຼີມສະຫຼອງການ​ສະຖາປະນາ 50 ປີ​ຂອງການພົວພັນ​ທາງ​ການ
ທູດ ເປັນການສະ​ເຫຼີມສະຫຼອງທີ່ມີຄວາມເບີກບານມ່ວນຊື່ນ ເພາະວ່າເຫັນວ່າການ
ຮ່ວມມືຮອບດ້ານ​ລະ​ຫວ່າງຈີນກັບລາວນັ້ນ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ
ເຖິງຈຸດ​ສູງ​ສຸດ ແລະຕົວເລກຊ່ວຍເຫລືອຂອງຈີນ ຕໍ່ລາວໃນລະຍະຫລັງໆມານີ້
ກະ
ເພີ້ມຂຶ້ນສູງ ການລົງທຶນຂອງຈີນຢູ່ລາວກໍມີລະດັບນັບມື້ ນັບເພີ້ມສູງຂຶ້ນ.”

ປັດຈຸ​ບັນ​ນີ້ ​ຈີນ​ນັບ​ເປັນ​ປະ​ເທດນຶ່ງ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້ ​ເຊິ່ງ
ຖ້າ​ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍປີ 2010 ນັ້ນ ​ກໍ່ປະກົດ​ວ່າ​ ລັດຖະບານ​ຈີ​ນ​ໄດ້​ໃຫ້ການ
ຊ່ວຍ​ເຫຼືອທາງ​ດ້ານ​ງົບ​ປະມານ​ແກ່​ລັດຖະບານ​ລາວ ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 6,500
ລ້ານ​ຢວນ ກັບ 1,850 ລ້ານໂດລາ ສໍາລັບ​ນໍາ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ 130 ກວ່າ​ໂຄງ
ການ​ໃນ​ລາວ.

ແລະຫລ້າສຸດ ສູນກາງພັກຄອມມີວນິດຈີນ ເມື່ອບໍ່ນານມານີ້ ໂດຍການຊ່ວຍເຫລືອໃນຄັ້ງ
ຫລ້າສຸດນີ້ ມີມູນຄ່າລວມເຖິງ 663 ລ້ານຢວນຫລື 828.75 ຕື້ກີບ ຫລືປະມານ 104
ລ້ານໂດລາ ຊຶ່ງຈະນໍາໃຊ້ເພື່ອການກໍ່ສ້າງສູນການປະຊຸມແຫ່ງຊາດລາວແຫ່ງໃໝ່ ສໍາລັບ ຮອງຮັບການປະຊຸມສຸດຍອດຜູ້ນໍາລັດຖະບານອາຊ່ຽນກັບສະຫະພາບຢູໂຣບ ໃນທ້າຍປີ
2012 ຢູ່ນະຄອນວຽງຈັນ. ສ່ວນໃນດ້ານການລົງທຶນຂອງຈີນໃນລາວ ກໍມີມູນຄ່າລວມ
ເກີນ 3,600 ລ້ານໂດລາ​ແລ້ວ ໃນ​ປັດຈຸບັນ​ນີ້.

XS
SM
MD
LG