ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ-ຈີນ ຈະທໍາການປັກຫລັກ ຊາຍແດນ ເພີ້ມຂຶ້ນອີກ


ການເຊັນສັນຍາຮ່ວມມືທາງດ້ານເສດຖະກິດ ແລະການຄ້າສະບັບນຶ່ງລະຫວ່າງລາວ ແລະມົນທົນຢຸນນານຂອງຈີນ
ການເຊັນສັນຍາຮ່ວມມືທາງດ້ານເສດຖະກິດ ແລະການຄ້າສະບັບນຶ່ງລະຫວ່າງລາວ ແລະມົນທົນຢຸນນານຂອງຈີນ

ທາງການ​ລາວ ​ແລະຈີນ ຕົກລົງ​ທີ່​ຈະ​ຮ່ວມ​ມື​ກັນ​ທໍາ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ເພີ່ມ​ຕື່ມ​ຂຶ້ນ ອີກກວ່າ 100 ຫຼັກ​ໝາຍ ​ໃນ​ຕະຫຼອດ​ແນວ​ເຂດ​ຕິດ​ຕໍ່​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ ແລ້ວ​ເສັດ​ໃນ​ທ້າຍ​ປີ​ນີ້.

ທາງ​ການ​ລາວ​ກັບ​ຈີນ​ໄດ້​ຮ່ວມ​ກັນ​ຈັດ​ພິທີ​ເປີດ​ຫຼັກ​ໝາຍ​ເຂດ​ແດນ​ໃໝ່ ທີ່​ຕັ້ງ​ຢູ່​ລະຫວ່າງດ່ານບໍ່​ເຕັນ ຢູ່​ແຂວງ​ຫຼວງ​ນ້ຳ​ທາ​ຂອງ​ລາວ ​ກັບ​ດ່ານ​ບໍ່​ຫ່ານ ​ໃນ​ເຂດ​ສິບ​ສອງ​ພັນ​ນາ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້. ​ໂດຍ​ມີ​ທ່ານ ຫຽມ ພົມມະຈັນ ກັບທ່ານ ຫຼິວ ​ເຈິ່ນ​ໝິງ, ລັດຖະມົນຕີຊ່ວຍ​ວ່າການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ປະທານ​ໃນ​
ພິທີ​ຮ່ວມ​ກັນ.

ຫຼັກ​ໝາຍ​ເຂດ​ແດນ​ໃໝ່​ດັ່ງກ່າວ​ນີ້ ຖື​ເປັນ​ຫຼັກ​ໝາຍ​ທຳ​ອິດ​ ພາຍ​ໃຕ້​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ປັກ​ຫຼັກ​ໝາຍ​ເຂດ​ແດນລະ
ຫວ່າງ​ລາວ​ກັບ​ຈີນ​ເພີ່ມ​ຕື່ມ​ຂຶ້ນ​ຈຳນວນ 104 ຫຼັກ​ໝາຍ​ໃນ​ຕະຫຼອດ​ແນວ​ເຂດຕິດ​ຕໍ່​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ມີ​ໄລຍະ​ທາງ​ຍາວ​ທັງ​ໝົດ 505 ກິ​ໂລ​ແມັດ, ຊຶ່ງ​ນອກຈາກ​ຈະ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ເຊັດ​ເຈນ​ຫຼາຍ​ຂື້ນ​ແລ້ວ​ກໍ່​ຍັງ​ຈະ​ເຮັດ​ໃຫ້​ງ່າຍ​ຕໍ່​ການ​ທີ່​ຈະ​ດຳ​ເນີນ​ໂຄງການ​ພັດທະນາ​ຕ່າງໆ​ ຢູ່​ໃນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ໃນ​ໄລຍະ​ຕໍ່​ໄປ​ອີກ​ດ້ວຍ.

ຫລັກໝາຍປັກຊາຍແດນລະຫວ່າງລາວ ແລະຈີນ ຫລັກທໍາອິດ
ຫລັກໝາຍປັກຊາຍແດນລະຫວ່າງລາວ ແລະຈີນ ຫລັກທໍາອິດ

ທັ້ງນີ້​ກໍ່​ເນື່ອງ​ຈາກ​ວ່າ ການ​ຮ່ວມ​ມື​ລະຫວ່າງ
ລາວ​ກັບ​ຈີນ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂື້ນ​ນັບ​ມື​ໃນ
ທຸກໆ​ດ້ານ​ເຊັ່ນ:ການຄ້າສອງຝ່າຍທີ່ມີມູນຄ່າ
ລວມ​ເກີນກວ່າ 1,000 ລ້ານໂດລາ​ເມື່ອປີ​
ກາຍ ສ່ວນ​ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ
ນັ້ນກໍ​ມີມູນຄ່າລວມເກີນກວ່າ 3,600 ລ້ານ
ໂດລາ ຊຶ່ງ​ກໍເຮັດ​ໃຫ້​ຈີນກາຍເປັນຜູ້ລົງທຶນ
ອັນ​ດັບ 1 ໃນລາວ​ແລ້ວໃນ​ປະຈຸບັນ​ນີ້.
ເພາະສະນັ້ນ ​ເພື່ອ​ເປັນ​ການ​ປ້ອງ​ກັນບໍ່​ໃຫ້
ເກີດ​ບັນຫາ​ຂໍ້​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ
ທີ່ຢູ່​ຊາຍ​ແດນ​ທັງ​ສອງ​ປະ​ເທດ ຈຶ່ງ​ຕ້ອງ​ມີ​ການ​ປັກ​ຫຼັກໝາຍ​ເຂດ​ແດນ​ເພີ້ມຕື່ມ​ຂຶ້ນອີກ​ດັ່ງກ່າວ.

ຍິ່ງ​ໄປ​ກວ່ານັ້ນ ທາງການ​ລາວ ​ແລະ ຈີນ​ຍັງ​ໄດ້​ຕົກລົງ​ຮ່ວມ​ກັນ​ດ້ວຍ​ວ່າ ຈະ​ພັດທະນາ​ເຂດ​
ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ຊາຍ​ແດນ​ແຫ່ງ​ມິດຕະພາບ, ສັນຕິພາບ ​ແລະການ
ຮ່ວມ​ມື​ຢ່າງ​ແທ້​ຈິງ​ອີກ​ດ້ວຍ. ດັ່ງ​ທີ່ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະ
ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນວ່າ:

ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ
ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ

ສາຍ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ​-ຈີນ​ໄດ້​ຮັບ
ການ​ພັດທະ​ນາ​ໃຫ້​ເຕີບໃຫຍ່
ຂະຫຍາຍຕົວ
ເປັນ​ກ້າວໆ​ມາ
ໂດຍ​ສະ​ເພາະ​ໃນ​ຊຸມ​ປີ 90
ນັ້ນ ທັງ​ສອງ​ປະ​ເທດ ​ໄດ້​ແກ້
ໄຂ​ບັນຫາຊາຍ​ແດນ ທີ່​ຕົກ
ທອດ​ມາ​ແຕ່​ປະ​ຫວັດ​ສາດ
ໄດ້​ຢ່າງ​ສົມບູນ ອັນ​ໄດ້​ເຮັດ​
ໃຫ້​ຊາຍ​ແດນ​ລະຫວ່າງສອງ​
ປະ​ເທດ​ໄດ້
ກາຍ​ເປັນ​ຊາຍ
ແດນ​ແຫ່ງ​ສັນຕິພາບ ມິດຕະ
ພາບ ​ແລະ​ຄວາມໝັ້ນຄົງ
ຍາວ​ນານ”.

ທາງ​ກາ​ລາວ​ ​ແລະຈີນ ​ໄດ້​ຮ່ວມ​ກັນ​ສຳ​ຫຼວດ ​ແລະປັກ​ຫຼັກ​ໝາຍ​ເຂດ​ແດນ​ໄລຍະ​ທຳ​ອິດ​ແລ້ວ​ເສັດ​ໃນ​ປີ 1993 ​ໂດຍ​ມີ​ຫຼັກ​ໝາຍ​ເຂດ​ຊາຍ​ແດນ​ທັງໝົດ​ຈຳນວນ 47 ຫຼັກ​ໝາຍ ​ໃນ​ຕະຫຼອດ​ຊາຍ​ແດນທີ່​ມີ​ໄລຍະ​ຍາວ 505 ກິ​ໂລ​ແມັດ. ສ່ວນ​ການ​ປັກ​ຫຼັກເຂດ​ແດນ​ໃໝ່​ເພີ່ມ​ຕື່ມ​ຂຶ້ນ​ນີ້ກໍ​ຄາດ​ວ່າ​ຈະ​ແລ້ວ​ເສັດ​ທັງ 104 ຫຼັກ​ໝາຍ​ໃນ​ທ້າຍ​ປີ 2011 ນີ້ ​ແລະສຳ​ລັບ​ໃນ​ປີ 2012 ນັ້ນ​ທາງ​ກາ​ງຂອງ​ທັງ​ສອງ​ຝ່າຍ​ກໍ່​ຍັງ​ໄດ້​ຕັ້ງ​ເປົ້າໝາຍວ່າ ຈະ​ຮ່ວມ​ກັນ​ຈັດ​ທຳ​ແຜນ​ທີ່​ຊາຍ​ແດນ​ສະ ບັບ​ໃໝ່​ໃຫ້​ແລ້ວ​ເສັດ​ອີກ​ດ້ວຍ.

ການສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງລາວ ແລະຈີນ
ການສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງລາວ ແລະຈີນ

ລາວ ​ແລະຈີນ ​ໄດ້​ສະຖາປະນາ​ຄວາມ​ສໍາ
ພັນ​ທາງ​ການ​ທູດ​ລະຫວ່າ​ງກັນ​ນັບ​ຈາກ​ປີ 1961 ​ເປັນ​ຕົ້ນ​ມາ ຊຶ່ງ​ກໍຄົບຮອບ 50 ປີ ​ໃນ​ປີນີ້ພໍດີ ປະຈຸ​ບັນ​ນີ້​ ຈີນ​ນັບ​ເປັນ​ປະ​ເທດນຶ່ງທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້​ ເຊິ່ງຖ້າ​ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍປີ 2010 ນັ້ນ ​ກໍປະກົດ​ວ່າ​ລັດຖະບານ​ຈີ​ນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ງົບ​ປະມານ​ແກ່​ລັດຖະບານ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 6,500 ລ້ານ​ຢວນ ຫຼື​ເທົ່າ​ກັບ 1,850 ລ້ານ​ໂດ​ລາສໍາລັບ​ນໍາ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ 130 ກວ່າ​ໂຄງການ​ໃນ​ລາວ.

ສ່ວນ​ດ້ານການຄ້າລະຫວ່າງລາວກັບຈີນໃນຕະຫຼອດປີ 2010 ທີ່ຜ່ານມານັ້ນ ກໍມີມູນຄ່າ
ລວມສູງກວ່າເປົ້າໝາຍ ທີ່ທາງການທັງສອງຝ່າຍໄດ້ວາງເອົາໄວ້ ຊຶ່ງກໍຄືໃນຂະນະທີ່ເປົ້າ
ໝາຍໄດ້ວາງເອົາໄວ້ທີ່ລະດັບ 1,000 ລ້ານໂດລານັ້ນ ກໍ່ປະກົດວ່າ ການຄ້າທີ່ທັງສອງຝ່າຍ ປະຕິບັດໄດ້ຈິງນັ້ນມີມູນຄ່າລວມເຖິງ 1,055 ລ້ານໂດລາ. ​ແລະ​ເຊື່ອ​ວ່າ​ຈະ​ເພີ່ມ​ຂື້ນ​ຫຼາຍ
ກວ່າ 2,000 ລ້ານ​ໂດ​ລາໃນ​ປີ 2015 ​ແລະ​ເກີນ​ກວ່າ 5,000 ລ້ານ​ໂດ​ລາ​ໃນ​ປີ 2020 ອີກ​ດ້ວຍ.

XS
SM
MD
LG