ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາບ​ເງິນ​ເຟີ້ໃນລາວ ​ສູງເປັນ​ອັນດັບສອງ ໃນກຸ່ມ​ອາຊຽນ


ການເກັບກ່ຽວເຂົ້າຢູ່ລາວ. ເຂົ້າເປັນສິນຄ້າຊະນິດນຶ່ງ ທີ່ທາງລັດຖະບານລາວບໍ່ຄວບຄຸມລາຄາ ເນື່ອງຈາກຢ້ານວ່າ ມັນ​ຈະ​ເຮັດ​ໃຫ້​ຊາວນາ​ລາວ​ແກ້​ໄຂ​ບັນຫາ ​ດ້ວຍ​ການ​ພາກັນ​ສົ່ງ​ເຂົ້າ​ໄປ​ຂາຍ​ຕ່າງປະເທດ ທີ່ໄດ້ລາຄາແພງກວ່າ.
ການເກັບກ່ຽວເຂົ້າຢູ່ລາວ. ເຂົ້າເປັນສິນຄ້າຊະນິດນຶ່ງ ທີ່ທາງລັດຖະບານລາວບໍ່ຄວບຄຸມລາຄາ ເນື່ອງຈາກຢ້ານວ່າ ມັນ​ຈະ​ເຮັດ​ໃຫ້​ຊາວນາ​ລາວ​ແກ້​ໄຂ​ບັນຫາ ​ດ້ວຍ​ການ​ພາກັນ​ສົ່ງ​ເຂົ້າ​ໄປ​ຂາຍ​ຕ່າງປະເທດ ທີ່ໄດ້ລາຄາແພງກວ່າ.

ສະພາວະ​ເງິນ​ເຟີ້​ໃນ​ລາວ​ໄດ້​ເພີ່ມ​ຂຶ້ນ​ໃນ​ອັດຕາ​ທີ່​ສູງ ​ເມື່ອ​ທຽບກັບປະ​ເທດ​ສະມາຊິກ​ໃນ​ກຸ່ມ ​ອາຊຽນດ້ວຍ​ກັນ ​ແລະ​ເປັນ​ຮອງ​​ແຕ່ພຽງ​ຫວຽດນາມ​ເທົ່າ​ນັ້ນ​ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ນໍ້າມັນ ທີ່ມີ​ລາຄາ​ແພງ​ຂຶ້ນ​ນັບ​ມື້.

ຄະນະ​ກໍາມາ​ທິການ​ເສດຖະກິດ ​ແລະສັງຄົມ​ແຫ່ງ​ອົງການ​
ສະຫະ​ປະຊາ​ຊາດ ​ສໍານັກງານ​ປະ​ຈໍາພູມ​ມີ​ພາກ​ເອ​ເຊຍ
ແລະປາຊີ​ຟິກ (ESCAP)​ໄດ້​ສະ​ເໜີລາຍ​ງານ​ວ່າ​ ລາວ​ເປັນ​
ປະ​ເທດໜຶ່ງທີ່​ກໍາລັງ​ປະ​ເຊີນໜ້າກັບ​ສະພາວະ​ເງິນ​ເຟີ້​ ໃນ​
ອັດຕາ​ທີ່​ສູງ​ເມື່ອ​ທຽບກັບປະ​ເທດສະມາຊິກ​ໃນ​ກຸ່ມ​ອາຊຽນ
ດ້ວຍ​ກັນ ​ໂດຍ​ເປັນ​ຮອງແຕ່ພຽງ​ຫວຽດນາມ​ປະ​ເທດ​ດຽວ ​ເທົ່າ​ນັ້ນ.

ບົດລາຍງານການສໍາຫລວດສະພາບ ເສດຖະກິດແລະສັງຄົມຂອງບັນດາປະ ເທດໃນຂົງເຂດເອເຊຍປາຊີຟິກຂອງ ອົງການ ESCAP.
ບົດລາຍງານການສໍາຫລວດສະພາບ ເສດຖະກິດແລະສັງຄົມຂອງບັນດາປະ ເທດໃນຂົງເຂດເອເຊຍປາຊີຟິກຂອງ ອົງການ ESCAP.

ລາຍການດັ່ງກ່າວຂອງ ESCAP ​ໄດ້ຄາດ
ໝາຍວ່າ​ອັດຕາ​ເງິນ​ເຟີ້ໃນຕະຫຼອດປີ 2011
ຂອງຫວຽດນາມ ຈະ​ຢູ່​ທີ່​ລະດັບສະເຫລ່ຍ​
ເຖິງ 9.9% ​ໃນ​ຂະນະທີ່​ອັດຕາ​ເງິນ​ເຟີ້​ໃນອິນ
ໂດ​ເນ​ເຊຍ​ຈະ​ຢູ່​ທີ່​ລະດັບ 6.2%, ຟີ​ລິບ​ປິນ
4.4%​, ໄທ 3.5% ແລະ​ສິງກະ​ໂປ 3.3%.
ສ່ວນ​ຢູ່​ໃນ​ລາວ​ນັ້ນ ຖ້າ​ຫາກ​ວ່າ​ອິງ​ຕາມ​ການ
ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ ກໍ
ປາກົດ​ວ່າ ອັດ​ຕາ​ເງິນ​ເຟີ້​ໄດ້​ເພີ່ມ​ຂຶ້ນ​ຈາກ
6.06% ​ໃນ​ຊ່ວງເດືອນມັງກອນມາ​ເປັນ
7.15% ​ແລະ 7.66% ​ໃນ​ເດືອນ​ກຸມພາ
ແລະມີນາປີ​ນີ້​ຕາມ​ລໍາດັບ ເຊິ່ງກໍ​ມີ​ສາ​ເຫດສໍາຄັນ​ມາ​ຈາກ​ລາຄາ​ນໍ້າມັນ​ໃນ​ຕະຫຼາດ​ໂລກທີ່​ແພງ​
ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັ້ນ​ເອງ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ບໍ່ພຽງ​ແຕ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເປົ້າໝາຍການ​ພັດທະນາ
ເພື່ອ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ໃນ​ລາວ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ເຮັດ​ໃຫ້
ປະຊາຊົນ​ລາວ​ຕ້ອງ​ປະ​ເຊີ​ນກັບ​ບັນຫາສິນຄ້າ​ລາຄາ​ແພງຫຼາຍຂຶ້ນ​ອີກ​ດ້ວຍ.

ສິນຄ້າໃນຕະຫລາດນະ ຄອນວຽງຈັນມີລາຄາແພງ ຂຶ້ນນັບມື້ຍ້ອນເງິນເຟີ້
ສິນຄ້າໃນຕະຫລາດນະ ຄອນວຽງຈັນມີລາຄາແພງ ຂຶ້ນນັບມື້ຍ້ອນເງິນເຟີ້

ໂດຍສະ​ເພາະ​ແມ່ນ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກນັ້ນ​ ໄດ້​ມີ​ການ​
ປັບ​ລາຄາ​ສູ​ງຂຶ້ນ​ໃນ​ອັດຕາ​ສະ​ເ​ຫລ່ຍທີ່​ເກີນ​ກວ່າ 10% ​ເມື່ອ
ທຽບກັບ​ໃນ​ໄລຍະ​ຕົ້ນ​ປີ ​ເນື່ອງ​ຈາກ​ວ່າການ​ປັບ​ຂຶ້ນ​ລາຄາຈໍາ
ໜ່າຍນໍ້າມັນດັ່ງ​ກ່າວ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຕົ້ນທຶນການ​ຜະຫລິດ
ແລະການ​ຂົນ​ສົ່ງ​ສິນຄ້າ​ໃນ​ລາວນັ້ນ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ອີກດ້ວຍ
ເຊັ່ນ​ກັນ ​ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ຍອມ​ອະນຸຍາດ​ໃຫ້ມີ
ການ​ປັບ​ຂຶ້ນ​ລາຄາ​ຈໍາໜ່າຍສິນຄ້າ​ໃນ​ປະ​ເທດ ​ດ້ວຍ​ນັ້ນ​ເອງ.

ນອກຈາກ​ນີ້ ​ສີນ​ຄ້າ​ຢ່າງໜຶ່ງທີ່​ທາງ​ການ​ລາວບໍ່​ມີ​ນະ​ໂຍບາຍ
ທີ່ຈະ​ຄວບ​ຄຸມ​ລາຄາ​ເລຍ​ນັ້ນ​ກໍຄື​ເຂົ້າ​ກິນ ​ເນື່ອງ​ຈາກ​ເກງ​ວ່າ
ການຄວບ​ຄຸມ​ລາຄາ​ຈະ​ເຮັດ​ໃຫ້​ຊາວນາ​ລາວ​ແກ້​ໄຂ​ບັນຫາ​ດ້ວຍການ​ພາກັນ​ສົ່ງ​ເຂົ້າ​ໄປ​ຂາຍ
ຕ່າງປະ​ເທດ ຫຼາຍກວ່າ​ການ​ຂາຍ​ໃນ​ປະ​ເທດ ​ຊຶ່ງກໍ​ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ຂາດ​ແຄນ​ເຂົ້າກິນ
ພາຍ​ໃນ​ປະ​ເທດ​ລາວ​ໄດ້​ໃນ​ໄລຍະຕໍ່​ໄປ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ສໍາລັບ​ທາງ​ການ​ລາວ​ແລ້ວ​ກໍ​ຍັງ​ຄົງ​ເຊື່ອໝັ້ນວ່າ​ຈະ​ສາມາດ​ຄວບ​ຄຸມ​ອັດຕາ
ເງິນ​ເຟີ້ ​ໃຫ້​ຢູ່​ໃນ​ລະດັບທີ່​ບໍ່​ເກິ​ນອັດຕາ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ໃນ​ຕະຫຼອດ​ແຜນ
ການ​ປະ​ຈໍາປີ 2010-2011 ນີ້​ເຊີ່ງ​ກໍ​ຄື​ໃນ​ອັດຕາ​ສະເຫລ່ຍ 8% ​ແລະ​ໃນຂະນະ​ດຽວກັນ​ກໍ
ຍັງຄົງ​ເຊື່ອໝັ້ນວ່າຈະ​ສາມາດ​ຮັກສາ​ສະ​ເຖຍລະ​ພາບ​ຂອງ​ຄ່າ​ເງິນ​ກີບ​ໄດ້​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ
ໜ້າທີ່​ຂັ້ນ​ສູງ​ໃນ​ທະນາຄານ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ເງິນກີບລາວແຂງຄ່າຂຶ້ນ 9.78% ໃນປີຜ່ານມາເມື່ອ ທຽບໃສ່ເງິນໂດລາ.
ເງິນກີບລາວແຂງຄ່າຂຶ້ນ 9.78% ໃນປີຜ່ານມາເມື່ອ ທຽບໃສ່ເງິນໂດລາ.

“ພວກ​ເຮົາ​ສາມາດ​ຮັກສາ​ສະຖຍລະ​ພາບ​ຂອງ​ເງິນກີບ​
ໄວ້​ໄດ້ຢ່າງໝັ້ນທ່ຽງ ອັດຕາ​ແລກປ່ຽນກໍ​ມີ​ຄວາມສະ
ງົບເງິນ​ກີບ​ກໍ​ແຂງ​ຄ່າ
ຂຶ້ນ ອັດຕາ​ການ​ແຂງ​ຄ່າ​ເງິນ​
ກີບ​ທຽບກັບໂດ​ລາ​ໃນ​ປີຜ່ານມາ​ ກໍ​ຢູ່​ໃນ​ລະດັບ
9.78% ຖ້າ​ທຽບກັບ​ເງິນ​ບາດ​ກໍ​ແມ່ນ​ແຂງ​ຄ່າຂຶ້ນປະ
ມານ 5.68%
.”

ນັບ​ຈາກ​ເດືອນ​ມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ ທາງ​ການ​ລາວ​ໄດ້​ອະນຸມັດ​ໃຫ້​ປັບຂຶ້ນ​ລາຄາຈໍາ
ໜ່າຍນໍ້າມັນ​ໃນ​ປະ​ເທດ​ໄປ​ແລ້​ວ​ເຖິງ 8 ຄັ້ງ ​ແລະໃນ​ການ​ປັບ​ຂຶ້ນ​ໃນ​ຄັ້ງ​ລ່າ​ສຸດ​ເມື່ອ​ທ້າຍ
ເດືອນເມສາ​ທີ່​ຜ່ານ​ມາ​ນີ້ ​ກໍ​ເຮັດໃຫ້ລາຄາ​ຈໍາໜ່າຍນໍ້າມັນໃນ​ເຂດນະຄອນ​ວຽງຈັນໄດ້​ປັບ
ຂຶ້ນ​ຈາກ 11,810 ກີບ ​ຕໍ່ລິດ ​ເປັນ 12,200 ກີບ​ຕໍ່ລິດ ສໍາລັບ​ນໍ້າມັນ​ແອັດ​ຊັງພິ​ເສດ.
ສ່ວນ​ນໍ້າມັນແອັດ​ຊັງທຳ​ມະ​ດາກໍ​ເພີ້​ມຂຶ້ນຈາກ 10,640 ກີບ ເປັນ 11,000 ກີບ​ຕໍ່ລິດ
ແລະ​ນໍ້າມັນ​ກາ​ຊວນ​ເພີ້​ມຂຶ້ນຈາກ 9,670 ກີບ​ຕໍ່ລິດ ​ເປັນ 10,060 ກີບ​ຕໍ່ລິດ.

ປໍ້ານໍ້າມັນທີ່ປະສົບບັນຫາ ນໍ້າມັນແພງຂຶ້ນນັບມື້
ປໍ້ານໍ້າມັນທີ່ປະສົບບັນຫາ ນໍ້າມັນແພງຂຶ້ນນັບມື້

ຍິ່ງ​ໄປ​ກວ່າ​ນັ້ນ ສໍາລັບປະຊາຊົນລາວຢູ່ແຂວງຊຽງຂວາງ,
ຫົວພັນ ຜົ້ງສາລີ, ອຸດົມ​ໄຊ, ຫລວງ​ນໍ້າ​ທາ ​ແລະ ຫລວງ​
ພະ​ບາງ​ນັ້ນ ກໍ​ຍັງຕ້ອງ​ຊື້ນໍ້າມັນໃນລາຄາທີ່​ແພງກວ່າປະ
ຊາຊົນ​ໃນ​ເຂດ​ນະຄອນ​ວຽງຈັນ​ອີກ​ດ້ວຍ ​ເນື່ອງຈາກ​ວ່າ
ຜູ້​ຈໍາໜ່າຍນໍ້າມັນ​ຈະ​ບວກ​ຄ່າ​ຂົນ​ສົ່ງ​ເຂົ້າ​ໄປ​ນໍານັ້ນ​ເອງ.

XS
SM
MD
LG