ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປະເຊີນກັບ ສະພາວະຂາດດຸນການຄ້າ ເກືອບຮອດ 2 ຕື້ໂດລາ


ງານວາງດ້ານການຄ້າ ແລະການລົງທຶນ ທີ່ຕະຫລາດນັດແຫ່ງນຶ່ງ ໃນນະຄອນວຽງຈັນ
ງານວາງດ້ານການຄ້າ ແລະການລົງທຶນ ທີ່ຕະຫລາດນັດແຫ່ງນຶ່ງ ໃນນະຄອນວຽງຈັນ

ປະເທດລາວປະເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດຄິດເປັນມູນຄ່າຫຼາຍກວ່າ 1,700 ລ້ານໂດລາໃນຊ່ວງ 5 ປີ ທີ່ຜ່ານມາ ແລະຍັງເພີ່ມຂຶ້ນເຖິງ 48% ໃນໄລຍະ 6 ເດືອນທໍາອິດຂອງແຜນການປີນີ້.

ຟັງລາຍງານ:

ລາວປະເຊີນກັບສະພາວະຂາດດຸນການຄ້າ ຕ່າງປະເທດຄິດເປັນມູນຄ່າຫຼາຍກວ່າ
1,700 ລ້ານໂດລາ ໃນຊ່ວງ 5 ປີ ທີ່ຜ່ານມາ ແລະຍັງເພີ່ມຂຶ້ນເຖິງ 48% ໃນໄລຍະ
6 ເດືອນ ທໍາອິດຂອງແຜນການປີນີ້.

ທ່ານ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າຂອງ
ລາວ ໄດ້ຖະແຫຼງໃນໂອກາດກອງປະຊຸມປະຈໍາປິ 2011 ຂອງກະຊວງອຸດສາຫະກໍາ
ແລະການຄ້າ ເມື່ອບໍ່ນານມານີ້ວ່າ ມູນຄ່າການຄ້າຂາອອກ-ຂາເຂົ້າຂອງລາວ ໄດ້ເພີ່ມ
ຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 5 ປີຜ່ານມາ ກໍຄືໃນຊ່ວງປີ 2006-2010 ທີ່ຜ່ານມາ
ນັ້ນ ການສົ່ງອອກສິນຄ້າຂອງລາວມີມູນຄ່າລວມກັນເຖິງ 4,890.8 ລ້ານໂດລາ ຫຼື
ປະມານ 39 ລ້ານຕື້ກີບ.

ຫາກແຕ່ວ່າໃນໄລຍະດຽວກັນນີ້ ກໍປະກົດວ່າລາວໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດຄິດ ເປັນມູນຄ່າລວມກັນເຖິງ 6,612.3 ລ້ານໂດລາຫຼືປະມານ 52 ລ້ານຕື້ກີບ ເຊິ່ງກໍເປັນຜົນ ເຮັດໃຫ້ລາວຕ້ອງປະສົບກັບບັນຫາຂາດດຸນການຄ້າຕ່າງປະເທດຄິດເປັນມູນຄ່າສະສົມ
ເຖິງ 1,721.5 ລ້ານໂດລາ ຫຼືປະມານ 13.5 ລ້ານຕື້ກີບ.

ການຂຸດຄົ້ນແຮ່ຄໍາ ທີ່ເປັນສິນຄ້າສົ່ງອອກບະນິດນຶ່ງຂອງລາວ ທີ່ດໍາເນີນໂດຍບໍລິສັດຂຸດຄົ້ນແຮ່ທາດ ພູເບຍ
ການຂຸດຄົ້ນແຮ່ຄໍາ ທີ່ເປັນສິນຄ້າສົ່ງອອກບະນິດນຶ່ງຂອງລາວ ທີ່ດໍາເນີນໂດຍບໍລິສັດຂຸດຄົ້ນແຮ່ທາດ ພູເບຍ

ຍິ່ງໄປກວ່ານັ້ນ ໃນ​ໄລຍະ 6
ເດືອນ​ທຳ​ອິດ​ຂອງ​ແຜນການ
2010–2011 ກໍ​ຄື​ນັບ​ຈາກ​
ເດືອນຕຸລາ 2010​ ເຖິງມີນາ
2011 ທີ່​ຜ່ານ​ມາ​ນີ້ ປະ​ເທດ
ລາວ​ຕ້ອງປະ​ເຊີນ​ກັບ​ສະພາ
ວະ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​
ເທດ​ເພີ່ມ​ຂຶ້ນ​ເຖິງ 48% ຖ້າ​
ທຽບ​ກັບ​ໄລຍະ​ດຽວ​ກັນ​ກັບ​
ແຜນການ​ປີ 2009–2010 ທີ່ຜ່ານ​ມາ.

ເຊິ່ງກໍ​ຄື​ໃນ​ຂະນະ​ທີ່​ລາວ​ໄດ້​ສົ່ງອອກ​ສິນຄ້າ​ໄປ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 836 ລ້ານ
ໂດ​ລາ ຫຼື​ເປັນ 86% ຂອງ​ແຜນການ​ຕະຫຼອດ​ປີນັ້ນ ​ກໍ​ປະກົດ​ວ່າ ​ໄດ້​ມີ​ການ​ນຳ​ເຂົ້າສິນ
ຄ້າຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ເຖິງ 1,047 ​ລ້ານ​ໂດ​ລາ ຫຼືຄິດ​ເປັນ 83% ຂອງແຜນ
ການ​ຕະຫຼອດ​ປີ ຈຶ່ງ​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນກັບສະພາ​ວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະເທດ
ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 211 ​ລ້ານ​ໂດ​ລາ ​ນັ້ນ​ເອງ.

ທາງດ້ານ​ກະຊວງ​ແຜນການ ແລ​ະການ​ລົງທຶນ​ຂອງ​ລາວ ກໍ​ໄດ້​ລະ​ບຸ​ອີກດ້ວຍ​ວ່າ ສາ​ເຫດ
ທີ່​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນ​ກັບ​ສະພາວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຫຼາຍ ທີ່​ສຸດ​ນັ້ນ
ກໍແມ່ນການ​ນຳ​ເຂົ້າ​ສິນຄ້າອຸປະ​ໂພ​ກ, ບໍລິໂພ​ກທີ່ກວາມ​ເອົາ​ເຖິງ 72% ຂອງ​ມູນ​ຄ່າ​ການ
ນຳ​ເຂົ້າ​ທັງ​ໝົດໃນຂະນະ​ທີ່​ການ​ນຳ​ເຂົ້າ​ສິນຄ້າ​ປະ​ເພດ​ທຶນ​ຂອງ​ບັນດາ​ໂຄງການ​ລົງທຶນ
ຕ່າງໆ​ໃນ​ລາວ​ນັ້ນກໍກວາມ​ເອົ​າພຽງ​ແຕ່ 28% ເທົ່າ​ນັ້ນ. ທັງນີ້​ ໂດຍ​ສະ​ເພາະແມ່ນນ້ຳ
ມັນ​ເຊື້ອ​ໄຟ​ນັ້ນ ຖືເປັນ​ສິນຄ້າ​ນຳເຂົ້າທີ່​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນການ​ຄ້າຕ່າງປະເທດ
ເພີ່ມ​ຂຶ້ນ​ຫຼາຍທີ່​ສຸດ.

ລົດລຽນຄີວກັນໃສ່ນໍ້າມັນທີ່ປໍ້ານໍ້າ ມັນແຫ່ງນຶ່ງໃນນະຄອນວຽງຈັນ
ລົດລຽນຄີວກັນໃສ່ນໍ້າມັນທີ່ປໍ້ານໍ້າ ມັນແຫ່ງນຶ່ງໃນນະຄອນວຽງຈັນ

ທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນ​
ເຊື້ອ​ໄຟ​ແລະ​ອາຍ​ແກັສລາວ ກໍໄດ້ໃຫ້ການຢືນຢັນວ່າ
ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຫລາຍຂຶ້ນ
ທຸກປີ.ສໍາລັບ​ໃນ​ຕະຫລອດປີ 2011ນີ້ ກໍຄາດໝາຍ​ວ່າ
ລາວ​ຈະ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດໃນ​ປະ
ລິມານ​ລວມເກີນ​ກວ່າ 750 ລ້ານ​ລິດ ດັ່ງ​ທີ່ທ່ານ​ຄໍາ​ຈັນ
ໄດ້​ຊີ້​ແຈງ​ວ່າ:

“ການຊົມໃຊ້ນ້ຳມັນຂອງປະເທດເຮົານີ້ກະເພິ່ມຂຶ້ນ 7%-10% ຕໍ່ປີ ສະນັ້ນແລ້ວ
ໃນປີ 2009 ພວກເຮົາກໍ່ໃຊ້ນ້ຳມັນທົ່ວປະເທດນີ້ 640 ກວ່າລ້ານລິດແລະໃນປີ
2010 ນີ້ ຕາມເສດຖະຕິທີ່ເກັບມາໄດ້ເຖິງປັດຈຸບັນນີ້ກໍປະມານ 700 ກວ່າ
ລ້ານລິດແລະຖ້າມັນເພີ້ມຂຶ້ນປະມານ 7%-10%. ໃນປິ 2011 ນີ້ ພວກເຮົາ
ຈະໃຊ້ນໍ້າມັນບໍ່ຕ່ຳກວ່າ 750 ລ້ານລິດ ເພາະການພັດທະນາສ້າງສາປະເທດ
ຂອງພວກເຮົາກະເພີ້ມຂຶ້ນເນາະ.

ໃນ​ປັດຈຸບັນນີ້ ລາຄາ​ຈໍາໜ່າຍຢູ່​ພາຍ​ໃນ​ເຂດນະຄອນ​ວຽງຈັນໄດ້ ​ໄດ້​ປັບ​ຂຶ້ນ​ເປັນ 10,580
ກີບ ​ຕໍ່ລິດ ສໍາລັບ​ນໍ້າມັນ​ແອັດ​ຊັງ ກັບ 9,190 ກີບ ​ແລະ 9,670 ກີບ​ຕໍ່ລິດສຳ​ນໍ້າມັນ​ກາ​ຊວນ ຫາກແຕ່ວ່າສໍາລັບປະຊາຊົນລາວຢູ່ແຂວງບໍ່ແກ້ວນັ້ນ ຈະຕ້ອງ​ຊື້ນໍ້າມັນ ແພງກວ່າປະຊາຊົນ
ລາວຢູ່ເຂດນະຄອນວຽງຈັນ ກໍຄື 10,710 ກີບຕໍ່ລິດສໍາລັບນໍ້າມັນແອັດຊັງຊະນິດ. ສ່ວນນໍ້າ
ມັນກາຊວນນັ້ນ ກໍມີລາຄາຈໍາໜ່າຍ 9,310 ກີບຕໍ່ລິດ ແລະຍັງຈະມີການປັບຂຶນລາຄາອີກ ຖ້າຫາກວ່າລາຄານໍ້າມັນໃນຕະຫລາດໂລກ ໄດ້ປັບຕົວສູງຂຶ້ນອີກ.

XS
SM
MD
LG