ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ຜູ້ປະຈໍາການລັດຖະບານ ໃນຖານະກໍາມະການກົມການ
ເມືອງສູນກາງພັກປະຊາຊົນປະຕິວັດລາວ ຖະແຫຼງຢືນຢັນ
ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດຂອງພັກໃນການນໍາພາປະ
ເທດໃນໄລຍະ 10ປີ ຕໍ່ໜ້ານີ້ ກໍຄືການເຮັດໃຫ້ປະຊາຊົນ
ລາວຫຼຸດພົ້ນຈາກຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານໃນປີ
2015 ແລະເຮັດໃຫ້ລາວພົ້ນຈາກສະພາບດ້ອຍພັດທະນາ
ໃຫ້ໄດ້ພາຍໃນປີ 2020.
ການລົງຄະແນນສຽງໃນກອງປະຊຸມໃຫຍ່ຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 9 ທີ່ຈັດຂຶ້ນໃນ ເດືອນມີນາ 2011.
ການທີ່ຈະເຮັດໃຫ້ສາມາດບັນລຸ
ເປົ້າໝາຍທີ່ວາງໄວ້ດັ່ງກ່າວໄດ້
ຢ່າງແທ້ຈິງນັ້ນ ພັກກໍໄດ້ກໍານົດ
ຄາດໝາຍ ທີ່ຈະຕ້ອງດໍາເນີນ
ການພັດທະນາເສດຖະກິດໃຫ້
ມີການຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນື່ອງເພື່ອເຮັດໃຫ້ລາຍ
ໄດ້ສະເລ່ຍຂອງປະຊາຊົນລາວ
ເພີ່ມສູງຂື້ນທຸກໆປີ ທັງຍັງຈະ
ສ້າງປັດໄຈ ແລະເງື່ອນໄຂຕ່າງໆ
ເພື່ອຮອງຮັບການພັດທະນາປະ
ເທດໄປສູ່ຄວາມທັນສະໄໝອີກ
ດ້ວຍ ດັ່ງທີ່ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:
“ພວກເຮົາວາງຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 7 ດັ່ງນີ້ເຮັດໃຫ້ເສດ ຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ເຖິງປີ 2015 ລວມຍອດມູນຄ່າຜະລິດຕະພັນລວມພາຍໃນໄລ່ສະເລ່ຍຕໍ່ຫົວຄົນໄດ້ 1,700 ໂດລາ ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາສ້າງພື້ນຖານເທັກນິກອັນຈໍາເປັນເພື່ອເອົາປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020”.
ອີງຕາມມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່ດຳເນີນການປະຊຸມໃນລະຫວ່າງວັນທີ
17-21 ມີນາ 2011 ທີ່ຜ່ານມານັ້ນ ພັກໄດ້ວາງເປົ້າໝາຍທີ່ຈະພັດທະນາເສດຖະກິດ
ໃນໄລຍະແຕ່ 2011-2015 ໃຫ້ຂະຫຍາຍຕົວໃນອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີຊຶ່ງຈະ
ເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍໃນປະເທດ ຫລື GDP ຂອງລາວມີມູນຄ່າ
ລວມທີ່ສາມາດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ໃນລະດັບສູງຂຶ້ນເປັນເຖິງ
1,700 ໂດລາຕໍ່ຄົນຕໍ່ປີ ໃນປີ 2015 ທັງຍັງຈະເຮັດໃຫ້ອັດຕາຄວາມຍາກຈົນຂອງປະຊາ
ຊົນລາວຫລຸດລົງເຫລືອຢູ່ບໍ່ເກີນ 10% ຂອງຈຳນວນປະຊາກອນທັງໝົດໃນປີ 2015
ອີກດ້ວຍ.
ການສ້າງຖະໜົນໃໝ່ ໄປຫາເຂດຊົນນະບົດ ແຫ່ງນຶ່ງ ໃນລາວ
ສໍາລັບຕະຫລອດໄລຍະ 5ປີທີ່ຜ່ານມາ ກໍຄືໃນຊ່ວງປີ
2006-2010 ນັ້ນ ພັກກໍສາມາດບັນລຸເປົ້າໝາຍທີ່ວາງ
ໄວ້ໃນຫລາຍດ້ານເຊັ່ນເສດຖະກິດແຫ່ງຊາດຂະຫຍາຍ
ໂຕໃນອັດຕາສະເລ່ຍ 7.9% ຕໍ່ປີ ລວມຍອດມູນຄ່າຜະ
ຫລິດຕະພັນພາຍໃນສົກປີງົບປະມານ 2009-2010
ກໍສະເລ່ຍຕໍ່ຫົວພົນລະເມືອງໄດ້ 8.7 ລ້ານກີບຕໍ່ຄົນ.
ຄອບຄົວທຸກຍາກໃນທົ່ວປະເທດກໍໃຫ້ຫລຸດລົງມາເປັນ
20.4% ໃນປີ 2009-2010 ດັ່ງກ່າວ.
ສ່ວນໃນໄລຍະ 5 ປີຕໍ່ໜ້ານີ້ລັດຖະບານລາວກໍຍັງໄດ້ວາງແຜນການທີ່ຈະດຶງດູດເອົາການ
ລົງທຶນຈາກຕ່າງປະເທດໃຫ້ໄດ້ໃນມູນຄ່າ 4 ໝື່ນລ້ານໂດລາ ສຳລັບໂຄງການຂະໜາດ
ໃຫຍ່ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ. ໂດຍທີ່ສໍາຄັນນັ້ນກໍຄື
ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະຫຍາຍສາຍ
ສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດຂະໜານກັບເສັ້ນ
ທາງເລກ13 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງດ່ວນໄປຫວຽດ
ນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກໄຊດ໌ ຢູ່ພາກໃຕ້ເປັນຕົ້ນ.
ສະພາບຄວາມລໍາບາກໃນ ການດໍາລົງຊີວິດຢູ່ໃນເຂດ ຊົນນະບົດໃນລາວ.
ສ່ວນໃນໄລຍະແຜນການ ປີ 2011-2015 ນີ້ລັດຖະບານ
ລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ຍອດຜະລິດຕະພັນ
ລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບ
ຂອງປະຊາກອນລາວໄດ້ 9.6 ລ້ານກີບຫລືປະມານ 1,130
ໂດລາຕໍ່ຄົນຕໍ່ປີ.
ຫາກແຕ່ວ່າ ໃນພາກຕົວຈິງນັ້ນ ສະພາບຊີວິດການເປັນຢູ່
ແລະລາຍໄດ້ທີ່ເປັນຈິງ ລະຫວ່າງປະຊາຊົນທີ່ຢູ່ໃນເຂດຕົວ
ເມືອງກັບເຂດຊົນນະບົດນັ້ນ ກໍຍັງຄົງມີການແຕກໂຕນກັນ
ຫລາຍ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີການຫວັ່ນເກງກັນວ່າ ຈະເປັນອຸປະສັກສຳຄັນຕໍ່ເປົ້າ ໝາຍດັ່ງກ່າວຂອງພັກຢ່າງຫລີກລ້ຽງບໍ່ໄດ້.