ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວເຊື່ອວ່າຕະຫລາດຫຸ້ນ ຈະດຶງດູດເອົາ ການລົງທຶນຈາກຕ່າງປະເທດຫລາຍຂຶ້ນ


ທ່ານ ສົມສະຫວາດ ເລັ່ງສະຫວັດ (ເສື້ອຂຽວ, ກາງ), ຮອງນາຍົກ
ລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ, ເປັນປະທານພິ
ທີເປີດການຊື້-ຂາຍຫຸ້ນໃນຕະຫລາດຫລັກຊັບແຫ່ງທຳອິດຂອງລາວ
ເມື່ອວັນອັງຄານ ທີ 11, ມັງກອນ ປີ 2011.
ທ່ານ ສົມສະຫວາດ ເລັ່ງສະຫວັດ (ເສື້ອຂຽວ, ກາງ), ຮອງນາຍົກ ລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ, ເປັນປະທານພິ ທີເປີດການຊື້-ຂາຍຫຸ້ນໃນຕະຫລາດຫລັກຊັບແຫ່ງທຳອິດຂອງລາວ ເມື່ອວັນອັງຄານ ທີ 11, ມັງກອນ ປີ 2011.

ຮອງນາຍົກລັດຖະມົນຕີລາວເນັ້ນຢໍ້າວ່າ ຕະຫຼາດຫລັກ​ຊັບ ແຫ່ງທໍາອິດຂອງລາວຈະດຶງດູດ ເອົາເງິນລົງທຶນຈາກຕ່າງປະເທດ ເຂົ້າໄປໃນລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດລາວ
ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະຫວາດ ​ເລັ່ງສະ
ຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈໍາການ​ຄະນະລັດຖະ
ບານລາວ ​ໄດ້ທຳພິທີເປີດການຊື້ຂາຍຫຸ້ນ​ໃນຕະຫລາດຫລັກ
ຊັບແຫ່ງທຳອິດຂອງລາວຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ່ 11 ເດືອນມັງກອນ
ປີ 2011 ທີ່ຜ່ານມານີ້ ໂດຍ​ມີ​ບັນດາ​ລັດຖະມົນຕີ, ຄະນະ​ທູຕານຸທູດຕ່າງປະ​ເທດ, ຄະນະ​ຜູ້
ຕາງ​ໜ້າ​ຂອງ​ຕະຫລາດຫລັກຊັບ ແລະບັນດາທຸລະກິດຈາກ​ເກົາຫລີ​ໃຕ້ ຫວຽດນາມ ຈີນ
ແລະ​ໄທ​ເຂົ້າຮ່ວມ​ໃນພິທີ​ດັ່ງກ່າວອີກ​ດ້ວຍ.

ພິທີເປີດຕະຫລາດຮຸ້ນແຫ່ງທໍາອິດຂອງລາວຢ່າງເປັນ ທາງການທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 10 ຕຸລາ 2010 ກ່ອນການເປີດໃຫ້ຊຶ້ຂາຍຮຸ້ນເທື່ອທໍາ ອິດໃນວັນທີ 11 ມັງກອນ 2011.
ພິທີເປີດຕະຫລາດຮຸ້ນແຫ່ງທໍາອິດຂອງລາວຢ່າງເປັນ ທາງການທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 10 ຕຸລາ 2010 ກ່ອນການເປີດໃຫ້ຊຶ້ຂາຍຮຸ້ນເທື່ອທໍາ ອິດໃນວັນທີ 11 ມັງກອນ 2011.

ເຖິງແມ່ນວ່າຈະມີພຽງຫຸ້ນຂອງ 2
ບໍລິສັດ​ກໍຄື ບໍລິສັດ​ໄຟຟ້າລາວ
ຈໍາກັດ (ມະຫາຊົນ) ແລະບໍລິ
ສັດ​ທະນາຄານການຄ້າຕ່າງປະ
ເທດຈຳກັດ (ມະຫາຊົນ) ເທົ່າ
ນັ້ນທີ່ໄດ້ຮັບ​ອະນຸຍາດ​ໃຫ້​ມີ
ການ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ
ຫລັກ​ຊັບ​ຂອງ​ລາວໄດ້ກໍຕາມ
ຫາກແຕ່ກໍ່ປະກາດວ່າໃນມື້ທໍາ
ອິດຂອງການເປີດຕະຫຼາດກໍ
ໄດ້ມີການຊື້ຂາຍຫຸ້ນຂອງທັງ 2
ບໍລິສັດດັ່ງກ່າວລວມກັນເຖິງ
314,505 ຫຸ້ນ ແລະກໍຄິດເປັນ
ມູນຄ່າຫຸ້ນ ລວມກັນເຖິງ 2,138
ລ້ານກີບ ໂດຍທີ່ລາຄາຫຸ້ນຂອງບໍລິສັດທະນາຄານການຄ້າຕ່າງປະເທດ ແລະບໍລິສັດຜະ
ລິດໄຟຟ້າລາວໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍເກີນກວ່າ 45% ແລະ 9% ຕາມລໍາດັບ.

ຊຶ່ງດ້ວຍສະພາບການດັ່ງກ່າວ ຍັງເຮັດໃຫ້ທາງການລາວມີຄວາມເຊື່ອໝັ້ນວ່າການຊື້ຂາຍ
ຫຸ້ນໃນຕະຫຼາດຫຼັກຊັບຂອງລາວຈະມີມູນຄ່າເພີ່ມສູງຂຶ້ນນັບມື້ ໂດຍສະເພາະແມ່ນຫຼງຈາກ
ທີ່ໄດ້ມີການອານຸຍາດໃຫ້ບໍລິສັດຕ່າງໆສາມາດຈົດທະບຽນໃນຕະຫຼາດຫລັກ​ຊັບໄດ້ເພີ່ມຂຶ້ນ ກໍຍັງຈະເປັນການດຶງດູດເອົາເງິນລົງທຶນຈາກຕ່າງປະເທດໃຫ້ເຂົ້າໄປໃນລາວຫຼາຍຂຶ້ນອີກດ້ວຍ
ດັ່ງທີ່ທ່າານສົມສະຫວາດໄດ້ກ່າວເນັ້ນຢໍ້າວ່າ:

ອັນນີ້ຖືເປັນທາງເລືອກນຶ່ງສໍາລັບການລະດົມທຶນເຂົ້າໃນການພັດທະນາເສດຖະ
ກິດ-ສັງຄົມ ສະນັ້ນຈຶ່ງໄດ້ ຈັດຕັ້ງພິທີເປັນການຊື້ຂາຍຫຸ້ນໃນຄັ້ງປະຖົມມະ​ເລີກອັນ
ເປັນຄັ້ງທໍາອິດຂອງສອງບໍລິສັດ ຄືທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະບໍລິສັດຜະລິດໄຟຟ້າລາວມະຫາຊົນ ທີ່ໄດ້ຈັດທະບຽນແລກປ່ຽນຊື້ຂາຍຫຸ້ນໃນ ຕະຫຼາດຫຼັກຊັບແຫ່ງຊາດລາວ ໂດຍປະສົບຜົນສໍາເລັດຢ່າງໜ້າ​ເພິ່ງພໍໃຈ

ສຳນັກງານໃຫຍ່ຂອງ ທະນາຄານການຄ້າຕ່າງ ປະເທດລາວທີ່ນະຄອນ ຫລວງວຽງຈັນ
ສຳນັກງານໃຫຍ່ຂອງ ທະນາຄານການຄ້າຕ່າງ ປະເທດລາວທີ່ນະຄອນ ຫລວງວຽງຈັນ

ທີ່ຜ່ານມາ ​ມີ​ບັນດາ​ວິ​ສາ​ຫະກິດ​ໃນ​ລາວ​ເຖິງ 52 ແຫ່ງ​ທີ່​ໄດ້​
ສະ​ເໜີ​ຂໍ​ຈົດ​ທະບຽນ​ເຂົ້າ​ເປັນ​ບໍລິສັດ​ທີ່​ຈະ​ຊື້- ຂາຍ​ຫຸ້ນ​ໃນ​ຕະ
ຫລາດ​ຫລັກ​ຊັບ​ແຫ່ງ​ທໍາ​ອິດ​ຂອງ​ລາວ ຫາກ​ແຕ່​ຈາ​ກການ​ພິ​
ຈາລະ​ນາກໍພົບ​ວ່າ​ມີ​ພຽງ 9 ​ບໍລິສັດເທົ່າ​ນັ້ນ​ ທີ່​ມີ​ເງື່ອນ​ໄຂຈົດ
ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບຂອງ​ລາວ​ໄດ້​. ນອກຈາກ ທະ
ນາຄານ​ການ​ຄ້າ​ຕ່າງປະ​ເທດແລະ ວິ​ສາ​ຫະກິດ​ໄຟຟ້າ​ລາວ ​
ທີ່ເປັນບໍລິສັດລູກຂອງບໍລິສັດລັດວິ​ສາ​ຫະກິດໄຟຟ້າ​ລາວແລ້ວ
ກໍ​ມີ​ກຸ່ມ​ບໍລິ ສັດ Lao World, ບໍລິສັດ​ການບິນ​ລາວ, ບໍລິ
ສັດ​ເບຍ​ລາວ, ລັດ​ວິ​ສາ​ຫະກິດ​ນໍ້າມັນເຊື້ອ​ໄຟ​ລາວ, ກຸ່ມ​ບໍລິ
ສັດດາວ​ເຮືອງ​, ບໍລິສັດ​ລາວໂທລະ​ຄົມ ແລະລັດ​ວິ​ສາ​ຫະກິດ​
ການບິນ ແລະ​ການ​ສື່ສານ​.

ສາ​ເຫດ​ທີ່​ເຮັດ​ໃຫ້​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວ​ຍັງຂາດ​ເງື່ອນ​ໄຂ
ທີ່​ເຮັດ​ໃຫ້​ບໍ່​ສາມາດ​ຈົດ​ທະບຽນເປັນບໍລິສັດ​ທີ່​ມີ​ສິດ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ໄດ້​ນັ້ນ
ກໍ​ຍ້ອນ​ວ່າ​ບໍລິສັດ​ສ່ວນ​ໃຫຍ່​ໃນລາວຍັງຄົງເປັນ​ບໍລິສັດ​ຂະໜາດນ້ອຍ​ແລະ​ຂະໜາດ​ກາງກັບ​
ທັງ​ຍັງ​ມີ​ການ​ບໍລິຫານ ​ແລະຈັດການ​ເປັນແບບ​ຄອບຄົວ ​ແລະ​ມີການຈັດ​ທໍາ​ລະບົບ​ບັນຊີ​ລາຍ
ຮັບ-ລາຍ​ຈ່າຍ​ທີ່​ບໍ່​ໄດ້​ມາດຕະຖານ ຫລືບໍ່​ໂປ່​ງ​ໃສ​ຈົນ​ບໍ່​ສາມາດ​ທີ່​ຈະ​ກວດ​ສອບ​ທີ່​ມາ​ທີ່​ໄປ​
ຂອງ​ລາຍ​ຮັບ-ລາຍຈ່າຍ​ທີ່​ແທ້​ຈິງໄດ້​ເລີຍ.

ແຕ່​ຢ່າງ​ໃດ​ກໍຕາມ ດ້ວຍການຊ່ວຍເຫຼືອຈາກທະນາຄານ​ໂລກ, ​ທະນາຄານພັດທະນາເອເຊຍ,
ສະຫະພາບ​ຢູ​ໂຣບ, ຕະຫຼາດຫລັກຊັບແຫ່ງເກົາຫຼີໃຕ້ ແລະໄທກໍເຮັດໃຫ້ທາງການລາວເຊື່ອ ໝັ້ນວ່າຈະສາມາດພັດທະນາ ແລະປັບປຸງໃຫ້ບໍລິສັດຕ່າງໆໃນລາວມີເງື່ອນໄຂຢ່າງຄົບຖ້ວນ
ໄດ້ໃນອະນາຄົດໝໍ່ໆນີ້.

ສໍານັກງານ​ຕະຫລາດ​ຫລັກຊັບ​ແຫ່ງ​ຊາດ​ຂອງລາວ​ດັ່ງກ່າວນີ້ ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງທະ
ນາຄານແຫ່ງ​ຊາດ​ລາວ​ກັບ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ເກົາຫລີ​ໃຕ້​ ໃນ​ອັດຕາ​ສ່ວນ 51% ຕໍ່
49% ຕາມ​ລໍາ​ດັບ. ໂດຍທີ່ຜ່ານມານີ້ຕະຫຼາດຫຼັກຊັບແຫ່ງເກົາຫຼີໃຕ້ກໍໄດ້ຊ່ວຍເຫຼືອລາວທັງ
ໃນດ້ານການພັດທະນາ ບຸກຄະລາ​ກອນ, ດ້ານເທັກນິກ ແລະການວາງລະບົບອໍານວຍຄວາມ
ສະດວກຕ່າງໆ ທີ່ທັນສະໄໝຢ່າງຄົບຊຸດ.

XS
SM
MD
LG