ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຄາດວ່າການຊື້-ຂາຍຮຸ້ນ ໃນຕະຫຼາດຮຸ້ນ ແຫ່ງທໍາອິດຂອງປະເທດ ຈະມີທ່າອ່ຽງເພີ້ມຂຶ້ນ


ເຈົ້າໜ້າທີ່ລາວແລະຕ່າງປະເທດເຂົ້າຮ່ວມພິທີເປີດການຊື້-ຂາຍຫຸ້ນ
ໃນຕະຫລາດຫລັກຊັບແຫ່ງທໍາອິດຂອງລາວຢ່າງເປັນທາງການ ໃນ
ວັນທີ 11 ເດືອນມັງກອນ ປີ 2011.
ເຈົ້າໜ້າທີ່ລາວແລະຕ່າງປະເທດເຂົ້າຮ່ວມພິທີເປີດການຊື້-ຂາຍຫຸ້ນ ໃນຕະຫລາດຫລັກຊັບແຫ່ງທໍາອິດຂອງລາວຢ່າງເປັນທາງການ ໃນ ວັນທີ 11 ເດືອນມັງກອນ ປີ 2011.

ຮອງນາຍົກລັດຖະມົນຕີລາວເນັ້ນຢໍ້າວ່າ ການຊື້ຂາຍໃນຕະຫຼາດຫລັກຊັບແຫ່ງທໍາອິດຂອງ ລາວຍັງມີທ່າອ່ຽງທີ່ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງທັງໃນດ້ານປະລິມານ ແລະມູນຄ່າຂອງຮຸ້ນ.

ພາຍຫລັງທີ່ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບ
ແຫ່ງ​ຊາດລາວພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະ
ຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈໍາ
ການ​ຄະນະລັດຖະບານລາວ ​ໄດ້ເປີດໃຫ້ມີການຊື້-ຂາຍຫຸ້ນ​
ໃນຕະຫລາດຫລັກຊັບແຫ່ງທຳອິດຂອງລາວຢ່າງເປັນທາງ
ການນັບແຕ່ຕອນເຊົ້າຂອງ ວັນທີ 11 ເດືອນມັງກອນ ປີ 2011 ເປັນຕົ້ນມາກໍປາກົດວ່າ ບັນຍາກາດຂອງການຊື້-ຂາຍຫຸ້ນ​ໄດ້ດຳເນີນໄປຢ່າງຄຶກຄັກແລະກໍມີທ່າອ່ຽງທີ່ຈະເພີ້ມຂຶ້ນ ຢ່າງຕໍ່ເນື່ອງທັງໃນດ້ານປະລິມານ ແລະມູນຄ່າຂອງຮຸ້ນອີກດ້ວຍ.

ຫ້ອງຂາຍ-ຊື້ຮຸ້ນແຫ່ງທຳ ອິດຂອງລາວ ທີ່ເປີດການ ບໍລິການນັບແຕ່ວັນທີ 11, ມັງກອນ 2011 ເປັນຕົ້ນມາ
ຫ້ອງຂາຍ-ຊື້ຮຸ້ນແຫ່ງທຳ ອິດຂອງລາວ ທີ່ເປີດການ ບໍລິການນັບແຕ່ວັນທີ 11, ມັງກອນ 2011 ເປັນຕົ້ນມາ

ເຖິງແມ່ນວ່າຈະມີພຽງແຕ່ ຈະມີພຽງຫຸ້ນຂອງ 2 ບໍລິສັດ
ກໍຄືບໍລິສັດ​ໄຟຟ້າລາວຈໍາກັດ (ມະຫາຊົນ) ແລະບໍລິສັດ
ທະນາຄານການຄ້າຕ່າງປະເທດຈຳກັດ (ມະຫາຊົນ)
ເທົ່ານັ້ນທີ່ໄດ້ຮັບ​ອະນຸຍາດ​ໃຫ້​ມີການ​ຊື້-ຂາຍ​ຫຸ້ນ​ໃນຕະ
ຫລາດຫລັກ​ຊັບ​ຂອງ​ລາວໄດ້ກໍຕາມ, ຫາກແຕ່ກໍປະກົດ
ວ່າ ໃນມື້ທໍາອິດຂອງການເປີດຕະຫຼາດກໍໄດ້ມີການຊື້ຂາຍ
ຫຸ້ນຂອງທັງ 2 ບໍລິສັດດັ່ງກ່າວລວມກັນເຖິງ 314,505
ຫຸ້ນ ແລະກໍຄິດເປັນມູນຄ່າຫຸ້ນລວມກັນເຖິງ 2,138 ລ້ານ
ກີບ ໂດຍທີ່ລາຄາຫຸ້ນຂອງບໍລິສັດທະນາຄານການຄ້າຕ່າງ
ປະເທດ ແລະບໍລິສັດຜະລິດໄຟຟ້າລາວໄດ້ເພີ່ມຂຶ້ນໃນອັດ
ຕາສະເລ່ຍເກີນກວ່າ 45% ແລະ 9% ຕາມລໍາດັບ.

ເມື່ອຕົກມາເຖິງວັນທີ 19 ມັງກອນອັນເປັນມື້ທີ 7ຂອງການຊື້-ຂາຍຮຸ້ນໃນ​ຕະຫລາດຫລັກ
ຊັບ​ຂອງ​ລາວນັ້ນກໍປາກົດວ່າໄດ້ມີການຊື້-ຂາຍສະສົມ ຄິດເປັນຈຳນວນຮຸ້ນລວມເຖິງ 2.13
ລ້ານຮຸ້ນ ແລະຄິດເປັນມູນຄ່າຮຸ້ນລວມຫລາຍກວ່າ 1.73 ລ້ານຫລືຄິດເປັນອັດຕາການເພີ້ມ
ຂຶ້ນເກີນກວ່າ 10% ໃນແຕ່ລະມື້.

ຍິ່ງໄປກວ່ານັ້ນເມື່ອມາເຖິງສັບປະດາທີ 2 ຂອງການຊື້-ຂາຍຮຸ້ນໃນ​ຕະຫລາດຫລັກ​ຊັບ​ຂອງ​
ລາວສະເພາະໃນວັນທີ 27 ມັງກອນທີ່ຜ່ານມານີ້ ກໍປາກົດວ່າໄດ້ມີການຊື້-ຂາຍຮຸ້ນລວມເຖິງ
523,840 ຮຸ້ນ, ຄິດເປັນມູນຄ່າ 4.59 ຕື້ກີບ ຫລືປະມານ 571,647 ໂດລາ ແລະຄິດ
ເປັນດັດສະນີຂອງການຊື້-ຂາຍຮຸ້ນທີ່ເກີນກວ່າລະດັບ 1,600 ຈຸດເປັນຄັ້ງທໍາອິດ ໃນຂະນະ
ທີ່ລາຄາຮຸ້ນຂອງທະນາຄານການຄ້າຕ່າງປະເທດ ແລະບໍລິສັດ​ຜະຫລິດໄຟຟ້າລາວກໍໄດ້ປັບ
ຕົວສູງຂຶ້ນຈາກລາຄາເລີ້ມຕົ້ນ ເກີນກວ່າ 2 ເທົ່າຕົວ.

ດ້ວຍສະພາບການດັ່ງກ່າວ ຍັງເຮັດໃຫ້ທາງການລາວ ມີຄວາມເຊື່ອໝັ້ນວ່າ ການຊື້-ຂາຍຮຸ້ນ
ໃນ​ຕະຫລາດຫລັກ​ຊັບ​ຂອງ​ລາວ ຈະມີມູນຄ່າເພີ້ມສູງຂຶ້ນນັບມື້ ໂດຍສະເພາະຫລັງຈາທີ່ໄດ້ມີ ການອະນຸມັດໃຫ້ບໍລິສັດຕ່າງໆສາມາດຈົດທະບຽນໃນ ​ຕະຫລາດຫລັກ​ຊັບໄດ້ເພີ້ມຂຶ້ນ ກໍຍັງ ຈະເປັນການດຶງດູດເອົາເງິນລົງທຶນຈາກ ຕ່າງປະເທດ ໃຫ້ເຂົ້າໄປໃນລາວຫຼາຍຂຶ້ນອີກດ້ວຍ
ດັ່ງທີ່ທ່າານສົມສະຫວາດໄດ້ກ່າວເນັ້ນຢໍ້າວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ເປັນປະທານຂອງ ພິທີເປີດໃຫ້ມີການຊື້-ຂາຍຫຸ້ນໃນຕະ ຫລາດຫລັກຊັບແຫ່ງທຳອິດຂອງລາວ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ເປັນປະທານຂອງ ພິທີເປີດໃຫ້ມີການຊື້-ຂາຍຫຸ້ນໃນຕະ ຫລາດຫລັກຊັບແຫ່ງທຳອິດຂອງລາວ

ອັນນີ້ຖືເປັນທາງເລືອກນຶ່ງສໍາລັບການ
ລະດົມທຶນເຂົ້າໃນການພັດທະນາເສດຖະ
ກິດ-ສັງຄົມ ສະນັ້ນຈຶ່ງໄດ້ຈັດຕັ້ງພິທີເປັນ
ການຊື້ຂາຍຫຸ້ນໃນຄັ້ງປະຖົມມະ​ເລີກອັນ
ເປັນຄັ້ງທໍາອິດຂອງສອງບໍລິສັດ ຄືທະນາ
ຄານການຄ້າຕ່າງປະເທດລາວມະຫາຊົນ
ແລະບໍລິສັດຜະລິດໄຟຟ້າລາວມະຫາຊົນ
ທີ່ໄດ້ຈົດທະບຽນແລກປ່ຽນຊື້ຂາຍຫຸ້ນໃນ
ຕະຫຼາດຫຼັກຊັບແຫ່ງຊາດລາວ
ໂດຍປະ
ສົບຜົນສໍາເລັດຢ່າງໜ້າ​ເພິ່ງພໍໃຈ”

ທີ່ຜ່ານມາ ​ມີ​ບັນດາ​ວິ​ສາ​ຫະກິດ​ໃນ​ລາວ​ເຖິງ
52 ແຫ່ງ​ທີ່​ໄດ້​ສະ​ເໜີ​ຂໍ​ຈົດ​ທະບຽນ​ເຂົ້າ​ເປັນ​
ບໍລິສັດທີ່​ຈະ​ຊື້- ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ
ຊັບ​ແຫ່ງ​ທໍາ​ອິດ​ຂອງ​ລາວ ຫາກ​ແຕ່​ຈາ​ກການ​ພິ​ຈາລະ​ນາກໍພົບ​ວ່າ​ມີ​ພຽງ 9 ​ບໍລິສັດເທົ່າ​ນັ້ນ​
ທີ່​ມີ​ເງື່ອນ​ໄຂ ຊຶ່ງກໍຄື ນອກຈາກທະນາຄານ​ການ​ຄ້າ​ຕ່າງປະ​ເທດແລະ ວິ​ສາ​ຫະກິດ​ໄຟຟ້າ
ລາວທີ່ເປັນບໍລິສັດລູກຂອງບໍລິສັດລັດວິ​ສາ​ຫະກິດໄຟຟ້າ​ລາວແລ້ວກໍ​ມີ​ກຸ່ມ​ບໍລິ ສັດ Lao
World, ບໍລິສັດ​ການບິນ​ລາວ, ບໍລິສັດ​ເບຍ​ລາວ, ລັດ​ວິ​ສາ​ຫະກິດ​ນໍ້າມັນເຊື້ອ​ໄຟ​ລາວ, ກຸ່ມ
ບໍລິສັດດາວ​ເຮືອງ​, ບໍລິສັດ​ລາວໂທລະ​ຄົມ ແລະລັດ​ວິ​ສາ​ຫະກິດການບິນ ແລະ​ການ​ສື່ສານ​.

ສໍານັກງານ​ຕະຫລາດ​ຫລັກຊັບ​ແຫ່ງ​ຊາດ​ຂອງລາວ​ດັ່ງກ່າວນີ້ ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງທະ
ນາຄານແຫ່ງ​ຊາດ​ລາວ​ກັບ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ເກົາຫລີ​ໃຕ້​ ໃນ​ອັດຕາ​ສ່ວນ 51% ຕໍ່
49% ຕາມ​ລໍາ​ດັບ. ໂດຍທີ່ຜ່ານມານີ້ຕະຫຼາດຫຼັກຊັບແຫ່ງເກົາຫຼີໃຕ້ກໍໄດ້ຊ່ວຍເຫຼືອລາວທັງ
ໃນດ້ານການພັດທະນາບຸກຄະລາ​ກອນ, ດ້ານເທັກນິກ ແລະການວາງລະບົບອໍານວຍຄວາມ
ສະດວກຕ່າງໆ ທີ່ທັນສະໄໝຢ່າງຄົບຊຸດ.

XS
SM
MD
LG