ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຍອມຮັບວ່າ ນັກທຸລະກິດ ເຊື້ອສາຍຈີນ ແລະຫວຽດນາມ ມີອິດທິພົນຕໍ່ຕະຫຼາດຮຸ້ນ ຂອງປະເທດ


ທ່ານເດດພູວັງ ມູນລັດ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບ
ແຫ່ງຊາດລາວ
ທ່ານເດດພູວັງ ມູນລັດ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບ ແຫ່ງຊາດລາວ

ຜູ້ອໍານວຍການຕະຫຼາດຫຼັກຊັບແຫ່ງຊາດລາວຍອມຮັບວ່າ ນັກທຸລະກິດລາວເຊື້ອສາຍ ຈີນແລະຫວຽດນາມ ມີອິດທິພົນຢ່າງສູງ ຕໍ່ການຂຶ້ນ-ລົງຂອງລະດັບການຊື້-ຂາຍຮຸ້ນ ໃນຕະຫຼາດຫຼັກຊັບແຫ່ງຊາດລາວ.

ພາຍຫລັງທີ່ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບ
ແຫ່ງ​ຊາດລາວພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະ
ຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈໍາ
ການ​ຄະນະລັດຖະບານລາວໄດ້ເປີດໃຫ້ມີການຊື້-ຂາຍຮຸ້ນ​
ໃນຕະຫລາດຫລັກຊັບແຫ່ງທໍາອິດຂອງລາວຢ່າງເປັນທາງ
ການນັບແຕ່ຕອນເຊົ້າຂອງ ວັນທີ 11 ເດືອນມັງກອນ ປີ
2011 ເປັນຕົ້ນມາ ກໍປາກົດວ່າບັນຍາກາດຂອງການຊື້-ຂາຍຮຸ້ນ​ໄດ້ດຳເນີນໄປຢ່າງຄຶກຄັກ ແລະກໍມີທ່າອ່ຽງທີ່ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງທັງໃນດ້ານປະລິມານ ແລະມູນຄ່າຂອງຮຸ້ນອີກ
ດ້ວຍ. ເຖິງແມ່ນວ່າຈະມີພຽງຮຸ້ນຂອງ 2 ບໍລິສັດກໍຄື ບໍລິສັດ​ໄຟຟ້າລາວຈໍາກັດ (ມະຫາ
ຊົນ) ແລະບໍລິສັດທະນາຄານການຄ້າຕ່າງປະເທດຈຳກັດ (ມະຫາຊົນ) ເທົ່ານັ້ນທີ່ໄດ້ຮັບ
ອະນຸຍາດ​ໃຫ້​ມີການ​ຊື້-ຂາຍ​ຮຸ້ນ​ໃນຕະຫລາດຫລັກ​ຊັບ​ຂອງ​ລາວໄດ້ກໍຕາມ, ຫາກແຕ່ກໍ
ປາກົດວ່າ ໃນມື້ທໍາອິດຂອງການເປີດຕະຫຼາດກໍໄດ້ມີການຊື້ຂາຍຮຸ້ນຂອງທັງ 2 ບໍລິສັດ
ດັ່ງກ່າວລວມກັນເຖິງ 314,505 ຮຸ້ນ ແລະກໍຄິດເປັນມູນຄ່າຮຸ້ນລວມກັນເຖິງ 2,138
ລ້ານກີບ ໂດຍທີ່ລາຄາຮຸ້ນຂອງບໍລິສັດທະນາຄານການຄ້າຕ່າງປະເທດ ແລະບໍລິສັດຜະ
ລິດໄຟຟ້າລາວໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍເກີນກວ່າ 45% ແລະ 9% ຕາມລໍາດັບ.

ຄົນຊື້-ຂາຍຮຸ້ນໃນຫ້ອງ ຂາຍຮຸ້ນຂອງຕະຫລາດ ຫລັກຊັບຂອງແຫ່ງທໍາອິດ ຂອງລາວໃນທ້າຍເດືອນ ມັງກອນ, 2011
ຄົນຊື້-ຂາຍຮຸ້ນໃນຫ້ອງ ຂາຍຮຸ້ນຂອງຕະຫລາດ ຫລັກຊັບຂອງແຫ່ງທໍາອິດ ຂອງລາວໃນທ້າຍເດືອນ ມັງກອນ, 2011

ຍິ່ງໄປກວ່ານັ້ນເມື່ອມາເຖິງສັບປະດາທີ 4 ຂອງການຊື້-ຂາຍ
ຮຸ້ນໃນ​ຕະຫລາດຫລັກ​ຊັບ​ຂອງ​ລາວສະເພາະໃນວັນທີ 1
ກຸມພາ ທີ່ຜ່ານມາ ກໍປາກົດວ່າໄດ້ມີການຊື້-ຂາຍຮຸ້ນລວມ
ເຖິງ 9.4 ລ້ານຮຸ້ນ, ຄິດເປັນມູນຄ່າຫຼາຍວ່າ 85 ຕື້ກີບ
ແລະດັດສະນີຂອງການຊື້-ຂາຍຮຸ້ນກໍໄດ້ພຸ້ງຂຶ້ນສູງເຖິງ
ລະດັບເກີນກວ່າ 1,860 ຈຸດ ໃນຂະນະທີ່ລາຄາຮຸ້ນຂອງ
ທະນາຄານການຄ້າຕ່າງປະເທດກໍໄດ້ປັບຕົວສູງຂຶ້ນຈາກ
8,000 ກີບ ເປັນ 15,400 ກີບຕໍ່ຮຸ້ນ.ສ່ວນຮຸ້ນຂອງ
ບໍລິສັດໄຟຟ້າລາວນັ້ນກໍໄດ້ປັບຕົວສູງຂຶ້ນຈາກ 4,700
ກີບ ເປັນ 8,800 ກີບຕໍ່ຮຸ້ນ ຫຼືເພີ້ມຂຶ້ນ 92.5% ແລະ
87.2% ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ດັດສະນີຂອງການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບຂອງລາວກໍໄດ້ເລີ່ມປັບ
ຕົວຫລຸດລົງໃນໄລຍະການສະຫຼອງບຸນປີໃຫມ່ຈີນ ແລະຫວຽດນາມເພາະປາກົດວ່າລາຄາ
ຊື້-ຂາຍຮຸ້ນທະນາຄານການຄ້າຕ່າງປະເທດໄດ້ຫລຸດລົງຈາກ 15,400 ກີບມາເປັນ
12,100 ກີບຕໍ່ຮຸ້ນ. ສ່ວນຮຸ້ນບໍລິສັດຜະລິດໄຟຟ້າລາວ ກໍໄດ້ຫລຸດລົງຈາກ 8,800 ກີບ
ມາເປັນ 7,250 ກີບຕໍ່ຮຸ້ນໃນວັນທີ 8 ກຸມພາທີ່ຜ່ານມາ.

ທັງນີ້, ທ່ານເດດພູວັງ ມູນລັດ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບແຫ່ງຊາດລາວໄດ້ຍອມ
ຮັບວ່າເປັນຍ້ອນອິດທິພົນຂອງນັກທຸລະກິດລາວເຊື້ອສາຍຈີນ ແລະຫວຽດນາມ ດັ່ງທີ່ທ່ານ
ໄດ້ໃຫ້ການອະທິບາຍວ່າ:

ທະນາຄານການຄ້າຕ່າງ ປະເທດລາວທີ່ນະຄອນ ຫລວງວຽງຈັນ.
ທະນາຄານການຄ້າຕ່າງ ປະເທດລາວທີ່ນະຄອນ ຫລວງວຽງຈັນ.

“ຜ່ານມານີ້ມັນຂາລົງນີ້ ເຮົາບໍ່ໄດ້ໝາຍເຖິງວ່າພວກ
ເຮົາມີບັນຫາ ມັນແມ່ນທີ່ເຂົາເອີ້ນວ່າ ການຂຶ້ນ-ລົງ
ຕາມລະດູການຂອງມັນ, ລະດູການນຶ່ງແມ່ນຢູ່ໃນ
ຫັ້ນ ທີ່ໄດ້ສະແດງອອກຢ່າງຊັດເຈນກະແມ່ນບູນປີ
ໃຫມ່ຂອງຊາວຈີນ ແລະຊາວຫວຽດນາມ ເພາະວ່າ
ຜູ້ລົງທຶນໃນຕະຫຼາດລາວແມ່ນມີເຊື້ອສາຍຈີນ
ແລະຫວຽດນາມທີ່ມີສັນຊາດເປັນລາວກະສາມາດ
ຊື້ຂາຍຮຸ້ນໄດ້”

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບສະຖານະການຄວາມບໍ່ສະ
ຫງົບທາງການເມືອງຂອງຫຼາຍໆປະເທດໃນເວລານີ້ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ລາ
ຄານໍ້າມັນໃນຕະຫຼາດພຸ້ງຕົວສູງຂຶ້ນ. ໃນເມື່ອມີສະຖານະການດັ່ງກ່າວອີກດ້ວຍແລ້ວມັນກໍໄດ້
ສົ່ງຜົນກະທົບເຖິງການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບແຫ່ງຊາດລາວອີກດ້ວຍເຊັ່ນກັນ. ໂດຍ
ໃນວັນທີ່ 24 ກຸມພານີ້ ກໍປາກົດວ່າລາຄາຮຸ້ນທະນາຄານການຄ້າຕ່າງປະເທດໄດ້ຫລຸດລົງສູ່
ລະດັບ 10,900 ກີບ ແລະຮຸ້ນບໍລິສັດຜະລິດໄຟຟ້າລາວກໍຫລຸດລົງສູ່ລະດັບ 7,000 ກີບ
ຕໍ່ຮຸ້ນ. ສ່ວນດັດສະນີການຊື້-ຂາຍຮຸ້ນນັ້ນກໍຢູ່ທີ່ລະດັບບໍ່ເຖິງ 1,490 ຈຸດ ກັບທັງຍັງມີແນວ
ໂນ້ມທີ່ຈະຫລຸດລົງໄປອີກຖ້າຫາກວ່າສະຖານະການຄວາມບໍ່ສະຫງົບທາງການເມືອງໃນຫຼາຍ
ປະເທດຈະຍັງຄົງສືບຕໍ່ໄປອີກ.

XS
SM
MD
LG