ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວອະນຸຍາດໃຫ້ຊາວຕ່າງຊາດ ຊື້-ຂາຍຫຸ້ນ ຂອງທະນາຄານການຄ້າຕ່າງປະເທດລາວ ໄດ້ແລ້ວ


ທ່ານເດດພູວັງ ມູນລັດ ຜູ້ອໍານວນການໃຫຍ່ຕະຫຼາດຫຼັກຊັບ ແຫ່ງຊາດລາວ
ທ່ານເດດພູວັງ ມູນລັດ ຜູ້ອໍານວນການໃຫຍ່ຕະຫຼາດຫຼັກຊັບ ແຫ່ງຊາດລາວ

ຄະນະ​ກໍາມະການ​ຕະຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ​ລາວ ​ອະນຸຍາດ​ໃຫ້​ຊາວ​ຕ່າງ​ຊາດ​ທໍາ​ການ​ຊື້ - ຂາ​ຍຫຸ້ນ​ຂອງ​ທະນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ຕະຫຼາດ​ຫຸ້ນ​ໄດ້ ​ບໍ່​ເກີນ 5% ຂອງ​ຈໍາ ນວນ​ຫຸ້ນ​ທັງ​ໝົດ.

ຄະນະ​ກໍາມະການ​ຄຸ້ມ​ຄອງຕະຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ​ລາວ
ໄດ້​ອະນຸຍາດ​ໃຫ້​ຊາວ​ຕ່າງ​ຊາດ​ມີ​ສິດ​ຊື້​-ຂາຍ​ຫຸ້ນ​ຂອງ​ທະ​ນາ​
ຄານ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ຢ່າງ​ເປັນ
ທາງ​ການ ນັບ​ຕັ້ງ​ແຕ່​ກາງ​ເດືອນ​ພຶດ ສະພາ​ນີ້​ເປັນ​ຕົ້ນ​ມາ, ​ເນື່ອງຈາກ​ໄດ້​ພິຈາລະນາ​ແລ້ວ
ເຫັນ​ວ່າ ການ​ຫ້າມ ຫຼື ບໍ່​ໃຫ້​ສິດ​ແກ່​ຊາວ​ຕ່າງ​ຊາດ​ໃນ​ການ​ທໍາການ​ຊື້​-ຂາຍ​ຫຸ້ນ​ໃນ​ຕະຫຼາດ​
ຫຼັກ​ຊັບ​ຂອງ​ລາວ​ນັ້ນ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ສະພາ​ການ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫຼາດ​ຫຼັກ​ຊັບ​ຂອງ​ລາວ​ມີ
ການ​ເຄື່ອນ​ໄຫວ​ຢ່າງ​ຈໍາ​ກັດ.

ກອງປະຊຸມຂອງຄະນະກໍາມະການ ຄຸ້ມຄອງຫລັກຊັບແລະຕະຫລາດ ຫຸ້ນລາວທີ່ຈັດຂຶ້ນໃນເດືອນກຸມພາ 2011
ກອງປະຊຸມຂອງຄະນະກໍາມະການ ຄຸ້ມຄອງຫລັກຊັບແລະຕະຫລາດ ຫຸ້ນລາວທີ່ຈັດຂຶ້ນໃນເດືອນກຸມພາ 2011

ຍິ່ງ​ໄປ​ກວ່າ​ນັ້ນ ກໍຍັງປະກົດວ່າ ການຊື້-ຂາຍຫຸ້ນ​ໄດ້​ມີ​ການ
ປັບ​ຕົວ​ລົດ​ລົງ​ມາ​ຢ່າງ​ຕໍ່​ເນື່ອງ, ​ທັງ​ໃນ​ປະລິມານ ມູນ​ຄ່າ
ແລະລາຄາ​ຫຸ້ນນັບ​ຕັ້ງ​ແຕ່ກາງ​ເດືອນກຸມພາ​ເປັນຕົ້ນມາທັ້ງໆ
ທີ່​ວ່າ​ ​ໃນ​ຕະຫຼອດ​ຊ່ວງ​ເດືອນ​ມັງກອນ​ນັ້ນ ການ​ຊື້-ຂາຍ​ຫຸ້ນ
ໄດ້​ປັບ​ຕົວ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ທຸກ​ດ້ານ ຊຶ່ງ​ກໍ່ຈະ​ເຫັນ​ໄດ້
ຈາກການຊື້-ຂາຍຫຸ້ນສະ​ສົມລວມກັນເຖິງ 9.4 ລ້ານຫຸ້ນ,
ຄິດເປັນມູນຄ່າຫຼາຍກວ່າ 85 ຕື້ກີບ ແລະ ດັດສະນີຂອງ
ການຊື້-ຂາຍຫຸ້ນ ກໍໄດ້ພຸ້ງຂຶ້ນສູງເຖິງລະດັບເກີນກວ່າ
1,860 ຈຸດ ໃນຂະນະທີ່ລາຄາຫຸ້ນຂອງທະນາຄານການຄ້າ
ຕ່າງປະເທດກໍໄດ້ປັບຕົວສູງຂຶ້ນຈາກ 8,000 ກີບ ເປັນ 15,400 ກີບຕໍ່ຫຸ້ນ. ສ່ວນຫຸ້ນຂອງ
ບໍລິສັດໄຟຟ້າລາວນັ້ນກໍ ໄດ້ປັບຕົວສູງຂຶ້ນຈາກ 4,700 ກີບ ເປັນ 8,800 ກີບຕໍ່ຫຸ້ນຫຼືເພີ້ມ
ຂຶ້ນ 92.5% ແລະ 87.2% ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ດັດສະນີຂອງການຊື້-ຂາຍຫຸ້ນໃນຕະຫຼາດຫຼັກຊັບຂອງລາວກໍໄດ້ເລີ່ມປັບ
ຕົວຫຼຸດລົງໃນໄລ ຍະການສະຫຼອງບຸນປີໃໝ່ຈີນ ແລະ ຫວຽດນາມເພາະປະກົດວ່າລາຄາ
ຊື້-ຂາຍຫຸ້ນທະນາຄານການຄ້າ ຕ່າງປະເທດໄດ້ຫຼຸດລົງຈາກ 15,400 ກີບມາເປັນ 12,100
ກີບຕໍ່ຫຸ້ນ. ສ່ວນຫຸ້ນບໍລິສັດຜະລິດໄຟຟ້າລາວກໍ ໄດ້ຫຼຸດລົງຈາກ 8,800 ກີບມາເປັນ 7,250
ກີບຕໍ່ຫຸ້ນໃນວັນທີ 8 ກຸມພາທີ່ຜ່ານມາ ​ແລະກໍ​ໄດ້​ປັບຕົວ​ຫຼຸດ​ລົງ​ເລື້ອຍມາ.

ຫ້ອງຊື້-ຂາຍຮຸ້ນຂອງຕະຫລາດ ຫລັກຊັບ ແຫ່ງທຳອິດຂອງລາວ ທີ່ເປີດໃນເດືອນມັງກອນ 2011.
ຫ້ອງຊື້-ຂາຍຮຸ້ນຂອງຕະຫລາດ ຫລັກຊັບ ແຫ່ງທຳອິດຂອງລາວ ທີ່ເປີດໃນເດືອນມັງກອນ 2011.

ທັງ​ນີ້ ທ່ານ ເດດພູວັງ ມູນລັດ, ຜູ້ອໍານວຍການໃຫຍ່ຕະ
ຫຼາດຫຼັກຊັບແຫ່ງຊາດລາວໄດ້ຍອມຮັບວ່າເປັນຍ້ອນ ອິດທິ
ພົນຂອງນັກທຸລະກິດລາວເຊື້ອສາຍຈີນ ແລະ ຫວຽດນາມ
ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ:

ຜ່ານມານີ້ ມັນຂາລົງນີ້ ເຮົາບໍ່ໄດ້ໝາຍເຖິງວ່າ ພວກ
ເຮົາມີບັນຫາ
, ມັນແມ່ນທີ່ເຂົາເອີ້ນວ່າ ການຂຶ້ນ-ລົງ
ຕາມລະດູການຂອງມັນ, ລະດູການນຶ່ງແມ່ນຢູ່ໃນຫັ້ນ
ທີ່ໄດ້ສະແດງອອກຢ່າງຊັດເຈນກະແມ່ນບູນປີໃຫມ່
ຂອງຊາວຈີນ ແລະ ຊາວຫວຽດນາມ ເພາະວ່າຜູ້ລົງ
ທຶນໃນຕະຫຼາດລາວແມ່ນມີເຊື້ອສາຍຈີນ ແລະ ຫວຽດນາມທີ່ມີສັນຊາດເປັນລາວ
ກະສາມາດຊື້ຂາຍຫຸ້ນຂອງ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດໄດ້ ​ແລະ​ ຈຳນວນ​
ນຶ່ງກະ​ແມ່ນ​ຊື້ຫຸ້ນ​ຂອງ​ບໍລິສັດ​ຜະລິດ​ໄຟຟ້າລາວ​ກໍ​ຄື​ກັນ”

ແຕ່​ຢ່າງ​ໃດ​ກໍ່ຕາມ ກາ​ນທີ່​ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ຊາວ​ຕ່າງ​ຊາດ​ມີ​ສິດ​ທຳ​ການ
ຊື້-ຂາຍ​ຫຸ້ນ​ຂອງ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ໄດ້​ໃນ​ສັດສ່ວນ​ບໍ່​ເກີນ 5% ຂອງ​ຈໍານວນ
ຫຸ້ນ​ທັງ​ໝົດ 136 ກວ່າ​ລ້ານ​ຫຸ້ນ​ທີ່​ຊື້ -ຂາຍ ຢູ່ໃນ​ຕະຫຼາດ​ຫຼັກຊັບ​ຂອງ​ລາວ​ໃນ​ຄັ້ງ​ນີ້​ກໍ​ໄດ້​ເຮັດ​
ໃຫ້​ລາຄາ​ຫຸ້ນ​ຂອງ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ມີ​ກາ​ນປັບ​ຕົວ​ສູງ​ຂຶ້ນ​ເຖິງ 20% ​ແລະ​ເຊື່ອ
ວ່າ​ລາຄາ​ຫຸ້ນ​ຈະ​ກັບ​ຄືນ​ສູ່​ລະດັບ​ທີ່​ເກີນ​ກວ່າ 10,000 ກີບ​ໃນ​ມໍ່ໆ​ນີ້ ຫາກ​ແຕ່​ວ່າລາຄາ​ຫຸ້ນ​
ຂອງ​ບໍລິສັດ​ຜະລິດ​ໄຟຟ້າ​ລາວ​ກໍ່​ຍັງ​ຄົງປັບ​ຕົວ​ຫຼຸດ​ລົງ, ​ເນື່ອງ​ຈາກ​ທາງ​ການ​ລາວ​ຍັງ​ບໍ່​ອະນຸ
ຍາດ​ໃຫ້​ຊາວ​ຕ່າງ​ຊາດ​ສາມາດ​ທໍາການຊື້-ຂາຍ​ຫຸ້ນ​ດັ່ງກ່າວ​ໄດ້​ນັ້ນ​ເອງ.

ທະນາຄານການຄ້າຕ່າງປະເທດ ລາວທີ່ນະຄອນຫລວງວຽງຈັນ.
ທະນາຄານການຄ້າຕ່າງປະເທດ ລາວທີ່ນະຄອນຫລວງວຽງຈັນ.

ທາງ​ການ​ລາວ ໄດ້ເປີດໃຫ້ມີການຊື້-ຂາຍຫຸ້ນ​ໃນຕະຫຼາດຫຼັກ
ຊັບແຫ່ງທຳອິດຂອງລາວຢ່າງເປັນທາງການ ນັບແຕ່ວັນທີ
11 ເດືອນມັງກອນ ປີ 2011 ເປັນຕົ້ນມາ ​ແລະ​ ກໍມີພຽງ
ຫຸ້ນຂອງ 2 ບໍລິສັດກໍຄືບໍລິສັດ​ໄຟ ຟ້າລາວຈໍາກັດ (ມະຫາ
ຊົນ) ແລະບໍລິສັດທະນາຄານການຄ້າຕ່າງປະເທດຈຳກັດ
(ມະຫາຊົນ) ເທົ່ານັ້ນທີ່ໄດ້ ຮັບ​ອະນຸຍາດ​ໃຫ້​ມີການ​ຊື້-ຂາຍ​
ຫຸ້ນ​ໃນຕະຫຼາດຫຼັກ​ຊັບ​ຂອງ​ລາວດັ່ງກ່າວ​ນີ້.

ຕະຫຼາດ​ຫຼັກຊັບ​ແຫ່ງ​ຊາດ​ຂອງລາວ​ດັ່ງກ່າວນີ້ ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງ ທະນາຄານແຫ່ງ
ຊາດ​ລາວ​ກັບ​ຕະຫຼາດ​ຫລັກ​ຊັບ​ແຫ່ງ​ເກົາຫຼີໃຕ້​ ໃນ​ອັດຕາ​ສ່ວນ 51% ຕໍ່ 49% ຕາມ​ລໍາດັບ ໂດຍທີ່ຕະຫຼາດຫຼັກຊັບແຫ່ງ ເກົາຫຼີໃຕ້ກໍໄດ້ຊ່ວຍເຫຼືອລາວທັງໃນດ້ານການພັດທະນາບຸກຄະ
ລາ​ກອນ, ດ້ານເທັກນິກ ແລະການວາງລະບົບອໍານວຍຄວາມສະດວກຕ່າງໆ ທີ່ທັນສະໄໝ
ຢ່າງຄົບຊຸດ.

XS
SM
MD
LG