ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຕະຫລາດຫລັກຊັບ ບໍ່ມີຜົນກໍາໄລ ໃນປີກາຍນີ້


ສໍານັກງານຂອງບໍລິສັດຕະຫລາດຫລັກຊັບຂອງລາວ ທີ່ນະຄອນວຽງຈັນ
ສໍານັກງານຂອງບໍລິສັດຕະຫລາດຫລັກຊັບຂອງລາວ ທີ່ນະຄອນວຽງຈັນ

ຜູ້ບໍລິຫານຕະຫຼາດຫຼັກຊັບແຫ່ງທໍາອິດຂອງລາວຍອມຮັບວ່າ ບໍ່ມີຜົນກໍາໄລຈາກການ ດໍາເນີນງານໃນປີກາຍແຕ່ຫວັງວ່າ ສະພາບການຈະດີຂຶ້ນໃນປີນີ້ ເພາະຈະມີບໍລິສັດຈົດ ທະບຽນຄ້າຮຸ້ນເພີ່ມຂຶ້ນອີກ.

ພາຍຫລັງທີ່ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບແຫ່ງ​ຊາດລາວພາຍ​ໃຕ້
ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ,
ຜູ້​ຊີ້ນໍາວຽກງານດ້ານເສດຖະກິດຂອງລັດຖະບານລາວ ​ໄດ້ເປີດໃຫ້ມີການຊື້-ຂາຍຮຸ້ນ ໃນຕະຫລາດຫລັກຊັບແຫ່ງທຳອິດຂອງລາວຢ່າງເປັນທາງການນັບແຕ່ຕອນເຊົ້າຂອງ
ວັນທີ 11 ເດືອນມັງກອນ ປີ 2011 ເປັນຕົ້ນມານັ້ນ ກໍປາກົດວ່າ ການຊື້-ຂາຍຫຸ້ນ​ໄດ້
ມີມູນຄ່າສະສົມເກີນກວ່າ 37.7 ລ້ານໂດລາ ເມື່ອເຖິງທ້າຍປີ 2011 ທີ່ຜ່ານມາ.

ເຖິງແມ່ນວ່າຈະມີພຽງແຕ່ ຈະມີພຽງຫຸ້ນຂອງ 2 ບໍລິສັດກໍຄືບໍລິສັດ​ໄຟຟ້າລາວຈໍາກັດ
(ມະຫາຊົນ) ແລະບໍລິສັດທະນາຄານການຄ້າຕ່າງປະເທດຈຳກັດ (ມະຫາຊົນ) ເທົ່າ
ນັ້ນ ທີ່ໄດ້ຮັບ​ອະນຸຍາດ​ໃຫ້​ມີການ​ຊື້-ຂາຍ​ຮຸ້ນ​ໃນຕະຫລາດຫລັກ​ຊັບ​ຂອງ​ລາວໄດ້ກໍຕາມ,
ຫາກແຕ່ກໍປະກົດວ່າ ໃນມື້ທໍາອິດຂອງການເປີດຕະຫຼາດກໍໄດ້ມີການຊື້ຂາຍຮຸ້ນຂອງທັງ
2 ບໍລິສັດດັ່ງກ່າວລວມກັນເຖິງ 314,505 ຫຸ້ນ ແລະກໍຄິດເປັນມູນຄ່າຫຸ້ນລວມກັນເຖິງ
2,138 ລ້ານກີບ.

ຍິ່ງໄປກວ່ານັ້ນ ເມື່ອມາເຖິງສັບປະດາທີ 4 ຂອງການຊື້-ຂາຍຮຸ້ນໃນ​ຕະຫລາດຫລັກ​ຊັບ
​ຂອງ​ລາວ ສະເພາະໃນວັນທີ 1 ກຸມພາ ທີ່ຜ່ານມາ ກໍປາກົດວ່າໄດ້ມີການຊື້-ຂາຍຮຸ້ນ
ລວມເຖິງ 9.4 ລ້ານຮຸ້ນ, ຄິດເປັນມູນຄ່າຫຼາຍວ່າ 85 ຕື້ກີບ ແລະດັດສະນີຂອງການຊື້
-ຂາຍຮຸ້ນກໍໄດ້ພຸ້ງຂຶ້ນສູງເຖິງລະດັບເກີນກວ່າ 1,860 ຈຸດ ໃນຂະນະທີ່ລາຄາຮຸ້ນຂອງ ທະນາຄານການຄ້າຕ່າງປະເທດກໍໄດ້ປັບຕົວສູງຂຶ້ນຈາກ 8,000 ກີບ ເປັນ 15,400
ກີບຕໍ່ຮຸ້ນ. ສ່ວນຮຸ້ນຂອງບໍລິສັດໄຟຟ້າລາວນັ້ນກໍໄດ້ປັບຕົວສູງຂຶ້ນຈາກ 4,700 ກີບ
ເປັນ 8,800 ກີບຕໍ່ຮຸ້ນ ຫຼືເພີ້ມຂຶ້ນ 92.5% ແລະ 87.2% ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ດັດສະນີຂອງການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບຂອງລາວ ກໍໄດ້ເລີ່ມ
ປັບຕົວຫລຸດລົງໃນໄລຍະການສະຫຼອງບຸນປີໃຫມ່ຈີນ ແລະຫວຽດນາມເພາະປາກົດວ່າ
ລາຄາຊື້-ຂາຍຮຸ້ນທະນາຄານການຄ້າຕ່າງປະເທດໄດ້ຫລຸດລົງຈາກ 15,400 ກີບມາເປັນ
12,100 ກີບຕໍ່ຮຸ້ນ. ສ່ວນຮຸ້ນບໍລິສັດຜະລິດໄຟຟ້າລາວ ກໍໄດ້ຫລຸດລົງຈາກ 8,800 ກີບ
ມາເປັນ 7,250 ກີບຕໍ່ຮຸ້ນໃນວັນທີ 8 ກຸມພາທີ່ຜ່ານມາ ແລະກໍຫລຸດລົງມາເລື້ອຍໆ ນັບ
ແຕ່ນັ້ນມາ.

ໃນປັດຈຸບັນ ລາຄາຮຸ້ນທະນາຄານການຄ້າຕ່າງປະເທດ ແລະຮຸ້ນບໍລິສັດຜະລິດໄຟຟ້າລາວ
ກໍໄດ້ມີການຊື້ຂາຍໃນລາຄາສະເລ່ຍ 7,250 ກີບ ແລະ 4,250 ກີບຕໍ່ຮຸ້ນ ຕາມລໍາດັບໂດຍ
ທ່ານເດດພູວັງ ມູນລັດ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບແຫ່ງຊາດລາວ ກໍໄດ້ຍອມຮັບ
ວ່າ ດ້ວຍການຕົກຕໍ່າລົງດັ່ງກ່າວນີ້ ກໍໄດ້ເປັນຜົນເຮັດໃຫ້ຕະຫຼາດຫຼັກຊັບ ແຫ່ງທໍາອິດຂອງ ລາວບໍ່ມີຜົນກໍາໄລຈາກການດໍາເນີນງານເລີຍໃນຕະຫຼອດປີ 2011 ທີ່ຜ່ານມາ.

ຫາກແຕ່ທາງການລາວມີຄວາມຫວັງການຊື້ຂາຍຫຸ້ນໃນປີ 2012 ນີ້ ຈະມີມູນຄ່າເພີ່ມສູງ
ຂຶ້ນນັບມື້ ໂດຍສະເພາະແມ່ນຫຼັງຈາກທີ່ໄດ້ມີການອານຸຍາດໃຫ້ບໍລິສັດຕ່າງໆ ສາມາດ
ຈົດທະບຽນໃນຕະຫຼາດຫລັກ ຊັບໄດ້ເພີ່ມຂຶ້ນນັ້ນ ກໍຍັງຈະເປັນການດຶງດູດເອົາເງິນລົງ ທຶນຈາກຕ່າງປະເທດໃຫ້ເຂົ້າໄປໃນລາວຫຼາຍຂຶ້ນອີກດ້ວຍດັ່ງທີ່ທ່າານ ສົມສະຫວາດໄດ້
ກ່າວເນັ້ນຢໍ້າວ່າ:

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້ນໍາ ວຽກງານດ້ານເສດຖະກິດຂອງລັດຖະບານລາວ
ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້ນໍາ ວຽກງານດ້ານເສດຖະກິດຂອງລັດຖະບານລາວ

“ອັນນີ້ຖືເປັນທາງເລືອກນຶ່ງ
ສໍາລັບການລະດົມທຶນເຂົ້າ
ໃນການພັດທະນາເສດຖະ
ກິດ-ສັງຄົມ ສະນັ້ນຈຶ່ງໄດ້
ຈັດຕັ້ງພິທີເປັນການຊື້ຂາຍ
ຫຸ້ນໃນຄັ້ງປະຖົມມະ​ເລີກ
ອັນເປັນຄັ້ງທໍາອິດຂອງສອງ
ບໍລິສັດ ຄືທະນາຄານການ
ຄ້າຕ່າງປະເທດລາວມະຫາ
ຊົນ ແລະບໍລິສັດຜະລິດໄຟ
ຟ້າລາວມະຫາຊົນທີ່ໄດ້ຈົດ
ທະບຽນແລກປ່ຽນຊື້ຂາຍ
ຫຸ້ນໃນຕະຫຼາດຫຼັກຊັບແຫ່ງ
ຊາດລາວ ໂດຍປະສົບຜົນ
ສໍາເລັດຢ່າງໜ້າ​ເພິ່ງພໍໃຈ”

ທີ່ຜ່ານມາ ​ມີ​ບັນດາ​ວິ​ສາ​ຫະກິດ​ໃນ​ລາວ​ເຖິງ 52 ແຫ່ງ​ທີ່​ໄດ້​ສະ​ເໜີ​ຂໍ​ຈົດ​ທະບຽນ​ເຂົ້າ​ເປັນ
​ບໍລິສັດທີ່​ຈະ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກຊັບຂອງ​ລາວ ຫາກ​ແຕ່​ຈາ​ກການ​ພິ​ຈາລະ​ນາ
ກໍພົບ​ວ່າ​ມີ​ພຽງ 8 ​ບໍລິສັດເທົ່າ​ນັ້ນ​ທີ່​ມີ​ເງື່ອນ​ໄຂ ຊຶ່ງກໍຄື ​ບໍລິສັດ Lao World, ບໍລິສັດ​ການ
ບິນ​ລາວ, ບໍລິສັດ​ເບຍ​ລາວ, ລັດ​ວິ​ສາ​ຫະກິດ​ນໍ້າມັນເຊື້ອ​ໄຟ​ລາວ, ກຸ່ມບໍລິສັດດາວ​ເຮືອງ​,
ບໍລິສັດ​ລາວໂທລະ​ຄົມ ກຸ່ມບໍລິສັດລາວ-ອິນໂດຈີນ ແລະລັດ​ວິ​ສາ​ຫະກິດການບິນ ແລະ
​ການ​ສື່ສານ​ ຊຶ່ງໃນນີ້ກໍເຊື່ອວ່າ ຄະນະກໍາມະການຕະຫຼາດຫຼັກຊັບຂອງລາວຍອມຮັບການ
ຈົດທະບຽນຂອງກຸ່ມບໍລິສັດລາວ ອິນໂດຈີນ, ບໍລິສັດ Lao World ແລະ ບໍລິສັດລາວໂທ
ລະຄົມໃໝ່ໝໍ່ໆ ນີ້.

XS
SM
MD
LG