ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວອະນຸຍາດໃຫ້ ທະນາຄານຝຣັ່ງຊື້ຮຸ້ນຂອງ ທະນາຄານການຄ້າຕ່າງປະເທດ 10%


ທະນາຄານຝຣັ່ງ ທີ່ຊື້ຮຸ້ນ 10% ຂອງຈໍານວນຮຸ້ນທັງໝົດຂອງທະນາ
ຄານການຄ້າຕ່າງປະເທດລາວ
ທະນາຄານຝຣັ່ງ ທີ່ຊື້ຮຸ້ນ 10% ຂອງຈໍານວນຮຸ້ນທັງໝົດຂອງທະນາ ຄານການຄ້າຕ່າງປະເທດລາວ

ຄະນະກໍາມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວ ອະນຸຍາດໃຫ້ທະນາຄານຝຣັ່ງ ເຂົ້າຊື້ຮຸ້ນຂອງທະຄານການຄ້າຕ່າງປະເທດໄດ້ 10% ຂອງຈໍານວນຮຸ້ນທັງໝົດ ຫາກແຕ່ ລາຄາຮຸ້ນກໍຍັງບໍ່ດີຂຶ້ນ.

ສືບເນື່ອງຈາກການທີ່ຄະນະກໍາມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວໄດ້
ອານຸຍາດໃຫ້ຊາວຕ່າງຊາດມີສິດຊື້ຂາຍຮຸ້ນທະນາຄານການຄ້າຕ່າງປະເທດ (BCEL)
ຂອງລັດຖະບານລາວໄດ້ ນັບແຕ່ກາງເດືອນພຶດສະພາປີນີ້ເປັນຕົ້ນມາ ຊຶ່ງກໍເຮັດໃຫ້
ທະນາຄານຈາກປະເທດຝຣັ່ງ ໄດ້ຕັດສິນໃຈເຂົ້າຊື້ຮຸ້ນຂອງທະນາຄານການຄ້າຕ່າງປະ
ເທດ ຄິດເປັນສັດສ່ວນ 10% ຂອງຈໍານວນຮຸ້ນທັງໝົດຂອງທະນາຄານການຄ້າຕ່າງ
ປະເທດ ນັບຕັ້ງແຕ່ກາງເດືອນກໍລະກະດາເປັນຕົ້ນມາແລ້ວນັ້ນ ຫາກແຕ່ກໍບໍ່ປາກົດວ່າ ບໍ່ໄດ້ເປັນຜົນເຮັດໃຫ້ລາຄາຮຸ້ນຂອງທະນາຄານການຄ້າຕ່າງປະເທດ ໃນຕະຫລາດຫລັກ
ຊັບຂອງລາວມີການປັບຕົວສູງຂຶ້ນແຕ່ຢ່າງໃດ.

ພິທີເປີດຂາຍຮຸ້ນທີ່ຕະຫລາດຮຸ້ນຂອງລາວມື້ທໍາອິດໃນທ້າຍປີ 2010 ທີ່ນະຄອນວຽງຈັນ
ພິທີເປີດຂາຍຮຸ້ນທີ່ຕະຫລາດຮຸ້ນຂອງລາວມື້ທໍາອິດໃນທ້າຍປີ 2010 ທີ່ນະຄອນວຽງຈັນ

ທັງນີ້ ໂດຍເຊື່ອວ່າ ເປັນຍ້ອນ
ການເຂົ້າມາຊື້ຮຸ້ນຂອງທະນາ
ຄານການຄ້າຕ່າງປະເທດ
ໂດຍທະນາຄານຈາກຝຣັ່ງດັ່ງ
ກ່າວນີ້ ມີເງື່ອນໄຂກໍາໜົດໄວ້
ວ່າ ທະນາຄານຈາກຝຣັ່ງ ຈະ
ຕ້ອງບໍ່ຂາຍຮຸ້ນຂອງທະນາ
ຄານການຄ້າຕ່າງປະເທດ ໃຫ້
ແກ່ນັກລົງທຶນລາຍອື່ນ ພາຍ
ໃນໄລຍະ 3 ປີຕໍ່ໜ້ານີ້ ເພາະ
ສະນັ້ນ ເຖິງແມ່ນວ່າ ທະນາ
ຄານຈາກຝຣັ່ງ ຈະໄດ້ຊື້ຮຸ້ນຂອງ
ທະນາຄານການຄ້າຕ່າງປະເທດໃນລາຄາສະເລ່ຍເຖິງ 11,000 ກີບຕໍ່ຮຸ້ນກໍຕາມ ແຕ່ບໍ່
ມີຜົນຫຍັງເລີຍຕໍ່ການຊື້ຂາຍຮຸ້ນໃນຕະຫລາດຫລັກຊັບຂອງລາວໃນປັດຈຸບັນນີ້.

ຍິ່ງໄປກວ່ານັ້ນ ກໍຍັງປະກົດອີກດ້ວຍວ່າ ການຊື້-ຂາຍຮຸ້ນໄດ້ມີການປັບຕົວຫລຸດລົງຢ່າງຕໍ່
ເນື່ອງ ທັງໃນປະລິມານ ແລະລາຄາຮຸ້ນ ນັບຕັ້ງແຕ່ກາງເດືອນກຸມພາເປັນຕົ້ນມາ ທັ້ງໆທີ່
ວ່າ ໃນຕະຫລອດຊ່ວງເດືອນມັງກອນນັ້ນ ການຊື້-ຂາຍຮຸ້ນ​ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ
ໃນທຸກໆດ້ານ ຊຶ່ງກໍຈະເຫັນໄດ້ຈາກການຊື້-ຂາຍຮຸ້ນລວມກັນເຖິງ 9.4 ລ້ານຮຸ້ນ, ຄິດເປັນ
ມູນຄ່າຫຼາຍວ່າ 85 ຕື້ກີບ ແລະດັດສະນີຂອງການຊື້-ຂາຍຮຸ້ນກໍໄດ້ພຸ້ງຂຶ້ນສູງກວ່າ 1,860
ຈຸດ ໃນຂະນະທີ່ລາຄາຮຸ້ນຂອງທະນາຄານການຄ້າຕ່າງປະເທດ (BCEL) ກໍໄດ້ປັບຕົວສູງ
ຂຶ້ນຈາກ 8,000 ກີບ ເປັນ 15,400 ກີບຕໍ່ຮຸ້ນ. ສ່ວນຮຸ້ນຂອງບໍລິສັດໄຟຟ້າລາວ (EDL) ນັ້ນກໍໄດ້ປັບຕົວສູງຂຶ້ນຈາກ 4,700 ກີບ ເປັນ 8,800 ກີບຕໍ່ຮຸ້ນ ຫຼືເພີ້ມຂຶ້ນ 92.5% ແລະ
87.2% ຕາມລໍາດັບ.

ຄົນຊື້-ຂາຍຮຸ້ນ ໃນຫ້ອງຂາຍຮຸ້ນ ຂອງຕະຫລາດຫລັກຊັບຂອງແຫ່ງທຳອິດຂອງລາວໃນທ້າຍເດືອນມັງກອນ, 2011
ຄົນຊື້-ຂາຍຮຸ້ນ ໃນຫ້ອງຂາຍຮຸ້ນ ຂອງຕະຫລາດຫລັກຊັບຂອງແຫ່ງທຳອິດຂອງລາວໃນທ້າຍເດືອນມັງກອນ, 2011

ດັດສະນີຂອງການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບຂອງລາວ
ກໍໄດ້ເລີ່ມປັບຕົວຫລຸດລົງໃນໄລຍະການສະຫຼອງບຸນປີໃຫມ່
ຈີນ ແລະຫວຽດນາມ ເປັນຕົ້ນມາແລ້ວ ເມື່ອປາກົດວ່າ ລາ
ຄາຊື້-ຂາຍຮຸ້ນທະນາຄານການຄ້າຕ່າງປະເທດໄດ້ຫລຸດລົງ
ຈາກ 15,400 ກີບມາເປັນ 12,100 ກີບຕໍ່ຮຸ້ນ. ສ່ວນຮຸ້ນ
ບໍລິສັດຜະລິດໄຟຟ້າລາວ ກໍໄດ້ຫລຸດລົງຈາກ 8,800 ກີບ
ມາເປັນ 7,250 ກີບຕໍ່ຮຸ້ນໃນວັນທີ 8 ກຸມພາດັ່ງກ່າວ
ແລະຫລັງຈາກນັ້ນ ກໍໄດ້ປັບຕົວລົດລົງເລື້ອຍມາ.

ທັງນີ້, ທ່ານເດດພູວັງ ມູນລັດ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບແຫ່ງຊາດລາວກໍໄດ້ຍອມ
ຮັບວ່າເປັນຍ້ອນອິດທິພົນຂອງນັກທຸລະກິດລາວເຊື້ອສາຍຈີນ ແລະຫວຽດນາມ ດັ່ງທີ່ທ່ານ
ໄດ້ໃຫ້ການອະທິບາຍວ່າ:

ກອງປະຊຸມຂອງຄະນະກໍາມະການ ຕະຫລາດຮຸ້ນລາວທີ່ນະຄອນຫລວງ ວຽງຈັນ ໃນກາງປີ 2010
ກອງປະຊຸມຂອງຄະນະກໍາມະການ ຕະຫລາດຮຸ້ນລາວທີ່ນະຄອນຫລວງ ວຽງຈັນ ໃນກາງປີ 2010

“ຂາລົງນີ້ ເຮົາບໍ່ໄດ້ໝາຍເຖິງວ່າພວກເຮົາມີບັນຫາ
ມັນແມ່ນທີ່ເຂົາເອີ້ນວ່າ ການຂຶ້ນ-ລົງ
ຕາມລະດູການ
ຂອງມັນ
, ລະດູການນຶ່ງແມ່ນຢູ່ໃນຫັ້ນ ທີ່ໄດ້ສະແດງ
ອອກຢ່າງຊັດເຈນກະແມ່ນ
ນປີໃຫມ່ຂອງຊາວຈີນ
ແລະຊາວຫວຽດນາມ ເພາະວ່າ
ຜູ້ລົງທຶນໃນຕະຫຼາດ
ລາວແມ່ນມີເຊື້ອສາຍຈີນ
ແລະຫວຽດນາມ ທີ່ມີສັນ
ຊາດເປັນລາວ

ແຕ່ຢ່າງໃດກໍຕາມ ທາງການລາວ ກໍເຊື່ອໝັ້ນວ່າການອານຸຍາດໃຫ້ທະນາຄານຝຣັ່ງຊື້ຮຸ້ນ
ຂອງທະນາຄານການຄ້າຕ່າງປະເທດ ໃນສັດສ່ວນ 10% ຂອງຈໍານວນຮຸ້ນທັງໝົດ 136
ລ້ານຮຸ້ນດັ່ງກ່າວ ຈະສົ່ງຜົນດີຕໍ່ລາຄາຮຸ້ນຂອງທະນາຄານການຄ້າຕ່າງປະເທດໃນໄລຍະ
ຍາວ.

ແຕ່ສໍາລັບໃນຕະຫລອດຊ່ວງເດືອນສິງຫານີ້ ຮຸ້ນຂອງທະນາຄານການຄ້າຕ່າງປະເທດ
ມີລາຄາສະເລ່ຍ 7,000 ກີບຕໍ່ຮຸ້ນ ສ່ວນຮຸ້ນຂອງ EDL ກໍມີລາຄາສະເລ່ຍ 5,000 ກີບ
ຕໍ່ຮຸ້ນ.

XS
SM
MD
LG