ປະຊາຊົນລາວຈະມີໂອກາດເປັນຄັ້ງທໍາອິດ ໄດ້ເປັນເຈົ້າຂອງ
ຫຸ້ນ ເວລາປະເທດຄອມມິວນິດທີ່ທຸກຍາກແຫ່ງນີ້ ໄຂຕະ
ຫລາດຮຸ້ນເປັນເທື່ອທໍາອິດ ໃນວັນອັງຄານມື້ນີ້.
ໃນຂັ້ນຕົ້ນນີ້ ມີສອງບໍລິສັດເທົ່ານັ້ນຈະຢູ່ໃນບັນຊີຕະຫລາດ
ຫລັກຊັບຂອງລາວ ອັນມີບໍລິສັດທີ່ແຍກອອກຈາກລັດວິສາ
ຫະກິດໄຟຟ້າ ແລະທະນາຄານການຄ້າໃຫຍ່ທີ່ສຸດຂອງປະ
ເທດ.
ໜັງສືພິມ Vientiane Times ແຈ້ງໃຫ້ຊາບໃນວັນຈັນ
ວານນີ້ວ່າ ຈະມີຂໍ້ຈໍາກັດຮັດແຄບສໍາລັບຊາວຕ່າງປະເທດ
ໃນການຊື້ຫຸ້ນຂອງບໍລິສັດຜະລິດໄຟຟ້າ Electricite du
Laos Generation ຊຶ່ງມີຜູ້ປະມູນຊື້ຫຸ້ນ ຫຼາຍກວ່າຈໍາ
ນວນຫຸ້ນທີ່ນຳອອກສະເໜີແກ່ປະຊາຊົນ ໃນຕອນສະເໜີ ຂາຍຫຸ້ນຂັ້ນຕົ້ນນັ້ນ.
ພວກຊາວຕ່າງປະເທດຈະຊື້ຫຸ້ນໄດ້ ບໍ່ກາຍ 3 ສ່ວນ 100 ຂອງຈໍານວນຫຸ້ນທັງ
ໝົດຂອງບໍລິສັດດັ່ງກ່າວ ແຕ່ວ່າພວກບໍລິສັດແລະສະຖາບັນຕ່າງໆຂອງຕ່າງປະ
ເທດຈະມີສິດຊື້ຫຸ້ນ ເຖິງ 10 ສ່ວນ 100 ໄດ້.
ພວກຊາວຕ່າງດ້າວຈະຕ້ອງໃຊ້ເງິນກີບຂອງລາວ ໃນການຊື້ຂາຍຫຸ້ນທຸກຢ່າງ.