ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ລັດວິສາຫະກິດລາວ ຈະເລີ່ມຂາຍຫຸ້ນ ໃນລາຄາ 5,000 ກີບຕໍ່ຫຸ້ນ ໃນປີໜ້າ


ພິທີເປີດຕະຫລາດຫລັກຊັບ ແຫ່ງທໍາອິດຂອງລາວ ທີ່ນະຄອນຫລວງວຽງຈັນ, ວັນທີ 10 ຕຸລາ 2010.
ພິທີເປີດຕະຫລາດຫລັກຊັບ ແຫ່ງທໍາອິດຂອງລາວ ທີ່ນະຄອນຫລວງວຽງຈັນ, ວັນທີ 10 ຕຸລາ 2010.

ວິສາຫະກິດໄຟຟ້າແລະທະນາຄານການຄ້າຕ່າງປະເທດ ຈະຂາຍຫຸ້ນໃນຕະຫລາດຫລັກຊັບ ໃນລາຄາເບື້ອງຕົ້ນ 5,000 ກີບຕໍ່ຫຸ້ນ ໂດຍຈະກະຈາຍຫຸ້ນໃນສັດສ່ວນ 25% ຂອງມູນຄ່າ ຊັບສິນທັງໝົດ.

ພາຍຫລັງຈາກຄະນະກໍາມະການຄຸ້ມຄອງຕະຫລາດຫລັກ
ຊັບແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານສົມສະ
ຫວາດ ເລ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ
ຄະນະລັດຖະບານລາວ ໄດ້ຮັບຮອງເອົາແຜນການກະຈາຍ
ຫຸ້ນອອກສູ່ມວນຊົນ ຂອງລັດວິສາຫະກິດໄຟຟ້າລາວແລະ
ທະນາຄານການຄ້າຕ່າງປະເທດ ເພື່ອເປັນການກຽມການ
ອະນຸຍາດໃຫ້ມີການຊື້-ຂາຍຫຸ້ນ ຢູ່ໃນຕະຫລາດຫລັກຊັບ
ແຫ່ງທໍາອິດຂອງລາວ ຢ່າງເປັນທາງການເມື່ອບໍ່ນານມານີ້
ລ່າສຸດກໍມີລາຍງານວ່າ ທັງ 2 ວິສາຫະກິດຂອງລັດຖະ
ບານລາວດັ່ງກ່າວ ໄດ້ອອກມາໃຫ້ລາຍລະອຽດກ່ຽວກັບ
ມູນຄ່າສິນຊັບ ຈໍານວນຫຸ້ນແລະລາຄາຫຸ້ນ ທີ່ຈະນໍາອອກຂາຍໃນຕະຫລາດຫລັກຊັບຢ່າງ ເປັນທາງການແລ້ວ ໃນຂະນະນີ້.

ທະນາຄານການຄ້າຕ່າງ ປະເທດລາວ ທີ່ນະຄອນ ຫລວງວຽງຈັນ.
ທະນາຄານການຄ້າຕ່າງ ປະເທດລາວ ທີ່ນະຄອນ ຫລວງວຽງຈັນ.

ການກະຈາຍຫຸ້ນຂອງລັດວິສາຫະກິດລາວທັງ 2 ແຫ່ງທໍາ
ອິດນີ້ ຈະເຮັດຜ່ານການຊື້-ຂາຍໃນຕະຫລາດຫລັກຊັບຂອງ
ລາວ ເນື່ອງຈາກວ່າເປັນລັດວິສາຫະກິດທີ່ມີລະບົບການດໍາ
ເນີນງານ ທີ່ໄດ້ມາດຕະຖານໃນທຸກໆດ້ານ ແລະມີຜົນຕອບ
ແທນຈາກການດໍາເນີນທຸລະກິດເປັນຢ່າງດີອີກດ້ວຍ ຊຶ່ງກໍຄື
ໃນຂະນະທີ່ທະນາຄານການຄ້າຕ່າງປະເທດ ສາມາດຄອງ
ຕະຫລາດການເງິນການທະນາຄານໃນລາວ ໄດ້ສັດສ່ວນ
ເກີນກວ່າ 40% ນັ້ນ ລັດວິສາຫະກິດໄຟຟ້າລາວ ກໍຖືວ່າ
ເປັນຜູ້ຜະລິດໄຟຟ້າລາຍດຽວ ທີ່ຜູກຂາດການຈັດຈໍາໜ່າຍ
ໄຟຟ້າຢູ່ພາຍໃນລາວ ຈຶ່ງເຮັດໃຫ້ທັງ 2 ລັດວິສາຫະກິດ
ວາງເປົ້າໝາຍ ທີ່ຈະກະຈາຍຫຸ້ນໃນສັດສ່ວນ 25% ຂອງມູນຄ່າສິນຊັບທັງໝົດແລະຂາຍໃນ
ອັດຕາເບື້ອງຕົ້ນ 5,000 ກີບຕໍ່ຫຸ້ນ ທັງນີ້ໂດຍທາງການລາວມີຄວາມໝັ້ນໃຈວ່າ ການຊື້-
ຂາຍຫຸ້ນໃນຕະຫລາດຫລັກຊັບແຫ່ງທໍາອິດໃນລາວ ຈະສາມາດປະຕິບັດໃນພາກຕົວຈິງໄດ້
ນັບຈາກວັນທີ່ 11 ເດືອນມັງກອນ ປີ 2011 ເປັນຕົ້ນໄປ ແລະໃນຂະນະດຽວກັນ ທາງທະ
ນາຄານແຫ່ງຊາດລາວ ກໍກໍາລັງເລັ່ງດໍາເນີນການສ້າງຕັ້ງສູນຊໍາລະສະສາງ ຜ່ານລະບົບທະ
ນາຄານໃນລາວເຊື່ອມຕໍ່ກັບຕ່າງປະເທດ ທີ່ສາມາດຮອງຮັບການຊື້-ຂາຍຫຸ້ນໄດ້ດ້ວຍ ດັ່ງທີ່
ທ່ານພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວໄດ້ໃຫ້ການຊີ້ແຈງວ່າ:

ທ່ານພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວ
ທ່ານພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວ

“ທະນາຄານແຫ່ງ ສປປ.ລາວ ຈະໄດ້ຈັດຕັ້ງປະຕິບັດ
ລະບົບການຊໍາລະສະສາງລະດັບຊາດ ແລະລະບົບ
ການຊໍາລະສະສາງການຊື້-ຂາຍຫຸ້ນສໍາລັບຕະຫລາດ
ຫລັກຊັບ ພາຍຫລັງຈາກການຈັດຕັ້ງປະຕິບັດໂຄງການ
ດັ່ງກ່າວສໍາເລັດ ຈະເຮັດໃຫ້ການຊໍາລະເງິນໃນປະເທດ
ເຮົາມີຄວາມສະດວກວ່ອງໄວແລະມີຄວາມປອດໄພສູງ ປະກອບສ່ວນເຮັດໃຫ້ລະບົບການເງິນຂອງປະເທດເຮົາ
ມີການເຕີບໂຕຂະຫຍາຍຕົວ ແລະສາມາດເຊື່ອມໂຍງ
ກັບຕະຫລາດການເງິນສາກົນໄດ້ຢ່າງວ່ອງໄວ ແລະມີ ປະສິດທິພາບສູງ.”

ມາຮອດປັດຈຸບັນນີ້ ມີບັນດາວິສາຫະກິດໃນລາວເຖິງ 52
ແຫ່ງ ທີ່ໄດ້ສະເໜີຂໍຈົດທະບຽນເຂົ້າເປັນບໍລິສັດທີ່ຈະຊື້-ຂາຍ
ຫຸ້ນໃນຕະຫລາດຫລັກຊັບແຫ່ງທໍາອິດຂອງລາວ ຫາກແຕ່
ຈາກການພິຈາລະນາ ກໍພົບເຫັນວ່າມີພຽງ 9 ບໍລິສັດເທົ່ານັ້ນທີ່ມີເງື່ອນໄຂຈົດທະບຽນໃນ
ຕະຫລາດຫລັກຊັບຂອງລາວໄດ້ ໂດຍນອກຈາກວິສາຫະກິດໄຟຟ້າລາວ ແລະທະນາຄານ
ການຄ້າຕ່າງປະເທດແລ້ວ ກໍມີກຸ່ມບໍລິສັດ Lao World, ບໍລິສັດການບິນລາວ ລັດວິສາຫະ
ກິດນໍ້າມັນເຊື້ຶ້ອໄຟລາວ ບໍລິສັດໂທຣະຄົມ ລັດວິສາຫະກິດການບິນແລະການສື່ສານ ແລະ ກຸ່ມບໍລິສັດດາວເຮືອງຈໍາກັດ.

ສາເຫດທີ່ເຮັດໃຫ້ບໍລິສັດສ່ວນໃຫຍ່ໃນລາວຍັງຂາດເງື່ອນໄຂ ທີ່ເຮັດໃຫ້ບໍ່ສາມາດຈົດທະບຽນ
ເປັນບໍລິສັດ ທີ່ມີສິດຊື້-ຂາຍຫຸ້ນໃນຕະຫລາດຫລັກຊັບໄດ້ນັ້ນ ກໍຍ້ອນວ່າບໍລິສັດສ່ວນໃຫຍ່ໃນ
ລາວ ຍັງຄົງເປັນບໍລິສັດຂະໜາດນ້ອຍແລະຂະໜາດກາງ ກັບທັງຍັງມີການບໍລິຫານແລະຈັດ
ການເປັນແບບຄອບຄົວ ແລະມີການຈັດທໍາບັນຊີລາຍຮັບ-ລາຍຈ່າຍທີ່ບໍ່ໄດ້ມາດຕະຖານຫລື
ໂປ່ງໃສ ຈົນບໍ່ສາມາດທີ່ຈະກວດສອບທີ່ມາທີ່ໄປຂອງລາຍຮັບ-ລາຍຈ່າຍ ທີ່ແທ້ຈິງໄດ້.

XS
SM
MD
LG