ທ່ານ ທອງສິງ ທໍາມະວົງ, ນາ
ຍົກລັດຖະມົນຕີລາວໄດ້ຖະແຫຼງ
ໃນໂອກາດເປັນປະທານໃນກອງ
ປະຊຸມຜູ້ບໍລິຫານການສຶກສາທົ່ວ
ປະເທດປະຈໍາປີ 2011 ເມື່ອບໍ່
ນານມານີ້ຢູ່ນະຄອນຫຼວງວຽງ
ຈັນວ່າ ເຖິງແມ່ນວ່າໃນປັດຈຸບັນ
ນີ້ຈະມີໂຮງຮຽນປະຖົມຢູ່ໃນລາວ
94% ຂອງຈໍານວນໝູ່ບ້ານທັງ
ໝົດໃນທົ່ວປະເທດ ແລະໃນຂະ
ນະດຽວກັນ ກໍເຮັດໃຫ້ 94.1%
ຂອງເດັກນ້ອຍໃນໄວຮຽນທັງໝົດ
ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ. ສ່ວນ 62.9% ກໍໄດ້ຮຽນຈົນຈົບມັດທະຍົມແລະ
33.5% ກໍໄດ້ຮຽນຈົນຈົບມັດທະຍົມປາຍກໍຕາມ ຫາກແຕ່ປາກົດວ່າ ຄຸນນະພາບໃນດ້ານ
ການສຶກສາຂອງລາວນັ້ນ ຍັງຈັດຢູ່ໃນລະດັບທີ່ຕໍ່າຫລາຍ ເມື່ອທຽບກັບບັນດາປະເທດສະ
ມາຊິກໃນກຸ່ມອາຊຽນດ້ວຍກັນ.
ທັ້ງນີ້ໂດຍສາເຫດທີ່ສໍາຄັນປະ
ການໜຶ່ງທີ່ເຮັດໃຫ້ເກີດສະພາບ
ດັ່ງກ່າວນີ້ໃນການສຶກສາຂອງ
ລາວນັ້ນ ທ່ານ ທອງສິງ ກໍໄດ້
ໃຫ້ການເນັ້ນຢໍ້າວ່າ ເປັນຍ້ອນ
ບັນດາຄູແລະອາຈານຈໍານວນ
ບໍ່ໜ້ອຍທີ່ບໍ່ມີຄຸນນະພາບ ທັງ
ຍັງຂາດຄວາມຮັບຜິດຊອບ
ແລະເປັນແບບຢ່າງທີ່ບໍ່ດີໃຫ້ກັບ
ນັກຮຽນອີກດ້ວຍ.
ແຕ່ຢ່າງໃດກໍຕາມທ່ານ ທອງ
ສິງກໍຍອມຮັບວ່າ ເງື່ອນໄຂທີ່
ສໍາຄັນປະການນຶ່ງທີ່ເຮັດໃຫ້ບັນດາຄູ ແລະອາຈານຈໍານວນບໍ່ໜ້ອຍຕ້ອງຕົກຢູ່ໃນສະພາບ
ການ ດັ່ງກ່າວນີ້ກໍ່ຄືການບໍ່ໄດ້ຮັບການເບິ່ງແຍງທີ່ດີ ທັງໃນດ້ານການຄອງຊີບ ແລະຄວາມ
ກ້າວໜ້າໃນອາຊີບ ຊຶ່ງເຮັດໃຫ້ພາກສ່ວນທີ່ຮັບຜິດຊອບ ໃນດ້ານນີ້ຈະຕ້ອງສຶກສາວິໄຈເພື່ອ
ແກ້ໄຂບັນຫາ ແລະພັດທະນາໃຫ້ດີຂຶ້ນ ດັ່ງທີ່ທ່ານ ທອງສິງ ໄດ້ຊີ້ແຈງວ່າ:
“ສາເຫດຕົ້ນຕໍທີ່ພາໃຫ້ການສຶກສາບໍ່ມີຄຸນນະພາບ ອັນນີ້ມັນແມ່ນແທ້ບໍ່ ຍ້ອນຊີວິດ
ການເປັນຢູ່ຂອງຄູບໍ່ທັນດີ ຈຶ່ງບໍ່ເອົາໃຈໃສ່ຕໍ່ການສິດສອນ ຫຼືວ່າ ແມ່ນແທ້ບໍ່ ຍ້ອນ
ຄວາມຮູ້ຄວາມສາມາດຂອງຄູຈໍາກັດ ຍ້ອນຫຼັກສູດການຮຽນ ການສອນບໍ່ສອດຄ່ອງ
ແລະອື່ນໆ ອັນນີ້ພວກສະຫາຍຈົ່ງພ້ອມກັນຄົ້ນຄ້ວາ ຕີລາຄາເບິ່ງໃນສະພາບເປັນຈິງ.”
ຍິ່ງໄປກວ່ານັ້ນ ການທີ່ທາງການ
ລາວໄດ້ດໍາເນີນການປະຕິຮູບ
ທາງດ້ານການສຶກສາດ້ວຍການ
ເພີ່ມປີຮຽນສໍາລັບຂັ້ນມັດທະຍົມ
ຕົ້ນຂຶ້ນອີກ 1 ປີ ຊຶ່ງກໍເປັນຜົນ
ເຮັດໃຫ້ການຮຽນໃນລະດັບມັດ
ທະຍົມຕົ້ນ ຈະຕ້ອງໃຊ້ເວລາ
ເພີ່ມຂຶ້ນຈາກເດີມ 3 ປີ ເປັນ 4
ປີ. ສ່ວນການຮຽນໃນລະດັບປະ
ຖົມກໍຍັງຄົງຕ້ອງໃຊ້ເວລາ 5 ປີ
ແລະມັດທະຍົມປາຍ 3 ປີ ເຊັ່ນ
ເດີມນັ້ນ ກໍຍັງມີຄວາມແຕກຕ່າງກັບປະເທດອື່ນໆໃນກຸ່ມອາຊ່ຽນດ້ວຍກັນ ເພາະວ່າໃນລະ
ດັບປະຖົມນັ້ນ ປະເທດສ່ວນໃຫຍ່ຈະມີການຮຽນ-ການສອນເປັນເວລາ 6 ປີ ຫາກແຕ່ຢູ່ໃນ
ລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມໂດຍເຊື່ອວ່າມີສາເຫດສໍາຄັນ ມາຈາກຂໍ້ຈໍາກັດໃນດ້ານງົບ
ປະມານລາຍຈ່າຍຂອງລັດຖະບານລາວນັ້ນເອງ.
ການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາດ້ານການສຶກສາ
ມີຄວາມແຕກໂຕນກັນຢ່າງຫລວງຫລາຍ ລະຫວ່າງເຂດໃນເມືອງກັບເຂດຊົນນະບົດທັງນີ້ກໍ
ເພາະວ່າ ງົບປະມານສໍາລັບພັດທະນາການສຶກສາຍັງຄົງບໍ່ຕົກໄປເຖິງເຂດຊົນນະບົດຢ່າງ
ແທ້ຈິງ. ເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມາ ສະພາແຫ່ງຊາດຈຳໄດ້ອະນຸມັດງົບປະມານ
ໃຫ້ແກ່ການພັດທະນາການສຶກສາໃຫ້ໃນອັດຕາສ່ວນ 18% ຂອງງົບປະມານລາຍຈ່າຍທັງ
ໝົດໃນແຕ່ລະປີ ກໍຕາມ ແຕ່ ລັດຖະບານລາວສາມາດປະຕິບັດຕົວຈິງໄດ້ພຽງແຕ່ 15%
ເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າດ້ວຍການ
ພັດທະນາທາງເສດຖະກິດທີ່ມີການຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນຶ່ອງນັ້ນ ກໍຈະເປັນຜົນເຮັດໃຫ້ລັດຖະບານລາວມີ
ລາຍຮັບເຂົ້າງົບປະມານລາຍຈ່າຍສໍາລັບການພັດທະນາ
ທາງດ້ານການສຶກສາຫລາຍຂຶ້ນເຊັ່ນກັນ ໂດຍສໍາລັບເປົ້າ
ໝາຍຂອງລັດຖະບານລາວນັບຈາກປີນີ້ ໄປຈົນເຖິງປີ
2015 ກໍຄືການເພີ່ມງົບປະມານ ສໍາລັບການພັດທະນາ
ການສຶກສາໃຫ້ເປັນລະຫວ່າງ 18-20% ຂອງງົບປະມານ
ລາຍຈ່າຍທັງໝົດໃນແຕ່ລະປີ ແລະຄາດຫວັງອີກດ້ວຍວ່າ
ຈະໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດຫລາຍຂຶ້ນ
ບໍ່ຕໍ່າກວ່າ 50% ຂອງງົບປະມານດ້ານການສຶກສາທັງ
ໝົດໃນແຕ່ລະປີ.
ໃນປັດຈຸບັນ ລັດຖະບານລາວໄດ້ປະກາດລົບລ້າງການບໍ່ຮູ້ໜັງສືຂອງປະຊາຊົນລາວທີ່ມີອາ
ຍຸຕັ້ງແຕ່ 15 ປີຂຶ້ນໄປໄດ້ຢ່າງສິ້ນເຊີງແລ້ວໃນ 94 ເມືອງ ຈາກທັງໝົດ 143 ເມືອງໃນທົ່ວ
ປະເທດ.