ລິ້ງ ສຳຫລັບເຂົ້າຫາ

ສມຊ ສະພາແຫ່ງຊາດລາວວ່າ ມີການແຕກໂຕນກັນ ທາງດ້ານການສຶກສາ ລະຫວ່າງຕົວເມືອງ ແລະຊົນນະບົດ

  • ຊົງຣິດ ໂພນເງິນ

ນັກຮຽນຢູ່ໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ສະມາຊິກສະພາແຫ່ງຊາດລາວລະບຸວ່າ ໂອກາດທາງດ້ານການສຶກສາລະຫວ່າງເຍົາວະຊົນ ໃນເຂດຕົວເມືອງ ແລະເຂດຊົນນະບົດ ຍັງແຕກໂຕນກັນຢ່າງຫຼວງຫຼາຍ ລວມທັງລະດັບຄຸນ ນະພາບຂອງການສຶກສາອີກດ້ວຍ.

ທ່ານພອນແທບ ພົນເສນາ ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຈາກແຂວງຈຳປະສັກ ໄດ້ຖະແຫລງຢືນຢັນວ່າ ບັນຫາສຳຄັນປະການນຶ່ງ ທີ່ເຮັດໃຫ້ການພັດທະນາທາງດ້ານ
ການສຶກສາໃນລາວຍັງຂາດຄຸນນະພາບ ແລະເປັນການພັດທະນາພຽງສະເພາະໃນດ້ານ
ປະລິມານເທົ່ານັ້ນ ກໍຄືບັນຫາກ່ຽວກັບຄວາມແຕກໂຕນກັນຢ່າງຫຼວງຫຼາຍຂອງໂອກາດ
ທາງດ້ານການສຶກສາ ລະຫວ່າງເຍົາວະຊົນໃນເຂດຕົວເມືອງກັບເຂດຊົນນະບົດ.

ເຖິງ​ແມ່ນ​ວ່າ​ໃນ​ປັດຈຸບັນ​ນີ້ ຈະມີ​ເຍົາວະຊົນລາວຄິດເປັນສັດສ່ວນ 94.1% ຂອງເດັກ​ນ້ອຍ​
ໃນ​ໄວ​ຮຽນທັງ​ໝົດ ທີ່​ມີ​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ປະ​ຖົມ, 62.9% ກໍ​ໄດ້ຮຽນ​ຈົນຈົບ
​ມັດທະຍົມ ແລະ 33.5% ກໍ​ໄດ້​ຮຽນ​ຈົນຈົບມັດທະຍົມປາຍກໍ​ຕາມ ຫາກ​ແຕ່​ປາກົດວ່າ ຜູ້ ທີ່ມີໂອກາດທາງດ້ານການສຶກສາສ່ວນໃຫຍ່ນັ້ນ ກໍຄື​ເຍົາວະຊົນລາວທີ່ຢູ່ໃນເຂດຕົວເມືອງ.
​ສ່ວນເຍົາວະຊົນລາວ ໃນເຂດຊົນນະບົດນັ້ນ ຍັງມີຈໍານວນບໍ່ໜ້ອຍ ທີ່ພາກັນປະລະການ
ຮຽນ ເນື່ອງຈາກບັນຫາຄວາມຍາກຈົນຂອງຄອບຄົວ. ຈຶ່ງເຮັດໃຫ້ຜູ້ທີ່ເປັນພໍ່-ແມ່ ບໍ່ສາມາດ
ທີ່ຈະສົ່ງເສຍລູກໆ ຂອງພວກເຂົາເຈົ້າ ໃຫ້ຮຽນໜັງສືໄດ້ຕາມປົກກະຕິ ນັ້ນເອງ.

ນັກຮຽນໂຮງຮຽນມັດທະຍົມປາຍວຽງຈັນ ຊຶ່ງເປັນສະຖາບັນການສຶກສາ ທີ່ມີຊື່ສຽງດ້ານຄຸນນະພາບໃນລະດັບຊາດແຫ່ງນຶ່ງຂອງລາວ
ນັກຮຽນໂຮງຮຽນມັດທະຍົມປາຍວຽງຈັນ ຊຶ່ງເປັນສະຖາບັນການສຶກສາ ທີ່ມີຊື່ສຽງດ້ານຄຸນນະພາບໃນລະດັບຊາດແຫ່ງນຶ່ງຂອງລາວ

ຍິ່ງໄປກວ່ານັ້ນ ລະດັບຄຸນນະ
ພາບໃນດ້ານການສຶກສາ ໃນ
ເຂດຕົວເມືອງ ແລະເຂດຊົນນະ
ບົດຂອງລາວກໍ່ຍັງມີຄວາມແຕກ
ໂຕນກັນອີກດ້ວຍ ທັງໆທີ່ວ່າ
ໃນຄວາມເປັນຈິງແລ້ວຄຸນນະ
ພາບໃນດ້ານການສຶກສາຂອງ
ລາວນັ້ນ ຍັງຈັດຢູ່ລະດັບທີ່ຕໍ່າ
ຫຼາຍເມື່ອທຽບກັບບັນດາປະ
ເທດສະມາຊິກໃນກຸ່ມອາຊ່ຽນ
ດ້ວຍກັນ. ສ່ວນກ່ຽວກັບວິຊາ
ການ ແລະແນວທາງໃນການ
ແກ້ໄຂບັນຫານັ້ນ ທ່ານພອນເທບ ກໍໄດ້ສະເໜີຄວາມຄິດເຫັນວ່າ:

ສິ່ງສຳຄັນອັນນຶ່ງ ແມ່ນຕ້ອງສາມາດຫລຸດຜ່ອນຄວາມແຕກໂຕນກັນ ຂອງການ
ເຂົ້າຮຽນລະຫວ່າງເດັກ ໃນຊົນນະບົດ ກັບເດັກໃນຕົວເມືອງ ດ້ານຄຸນນະພາບ
ການສຶກສາຍັງຕ່ຳ ຖ້າສົມທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ
ການສຶກສາຢູ່ໃນພາກພື້ນ ແລະສາກົນ. ສະນັ້ນ ຈຶ່ງສະເໜີໃຫ້ເພີ່ມທະວີລະບົບ
ການຈັດຕັ້ງ ກວດກາຄຸນນະພາບຂອງການຮຽນ ແລະການສອນຢູ່ພາຍໃນ. ເຫັນ
ຄວນໃຫ້ມີການປັບປຸງ ການຄຸ້ມຄອງບໍລິຫານຄ່າໃຊ້ຈ່າຍງົບປະມານໃນຂົງເຂດ
ການສຶກສາ ເພື່ອເຮັດໃຫ້ນັກຮຽນທຸກຄົນ ສາມາດຈົບການສຶກສາຊັ້ນປະຖົມ ແລະ
ມັດທະຍົມຕົ້ນ.

ໂຮງຮຽນໃນເຂດຊົນນະບົດລາວແຫ່ງນຶ່ງ
ໂຮງຮຽນໃນເຂດຊົນນະບົດລາວແຫ່ງນຶ່ງ

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານທອງສິງ
ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ລະ
ບຸວ່າ ສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດ
ໃຫ້ການສຶກສາຂອງລາວມີລະດັບຄຸນນະພາບ
ຕໍ່າກໍຍ້ອນມີບັນດາຄູ ແລະອາຈານຈໍານວນບໍ່
ໜ້ອຍທີ່ບໍ່ມີຄຸນນະພາບ ທັງຍັງຂາດຄວາມ
ຮັບຜິດຊອບ ແລະເປັນແບບຢ່າງທີ່ບໍ່ດີໃຫ້
ແກ່ນັກຮຽນອີກດ້ວຍ.

ສ່ວນເງື່ອນໄຂສໍາຄັນອີກປະການນຶ່ງທີ່ເຮັດໃຫ້ບັນດາຄູ ແລະອາຈານຈໍານວນບໍ່ໜ້ອຍຕ້ອງຕົກ
ຢູ່ໃນສະພາບການດັ່ງກ່າວນີ້ ກໍ່ຄືການບໍ່ໄດ້ຮັບການເບິ່ງແຍງທີ່ດີ ທັງໃນດ້ານການຄອງຊີບ ແລະ ຄວາມກ້າວໜ້າໃນອາຊີບ.

ນັກຮຽປະຖົມໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ນັກຮຽປະຖົມໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ໄດ້​ດໍາ
​ເນີນ​ການ​ປະຕິ​ຮູບທາ​ງດ້ານ​ການ​ສຶກສາ​ດ້ວຍ
ການເພີ່ມ​ປີ​ຮຽນ​ສໍາລັບຂັ້ນມັດທະຍົມ​ຕົ້ນ​ຂຶ້ນ
ອີກ 1 ປີ ຊຶ່ງກໍ​ເປັນ​ຜົນ​ເຮັດ​ໃຫ້ການ​ຮຽນໃນ
ລະດັບ​ມັດທະຍົມ​ຕົ້ນ​ ຈະ​ຕ້ອງ​ໃຊ້​ເວລາເພີ່ມ
​ຂຶ້ນຈາກ​ເດີມ 3 ປີ ​ເປັນ 4 ປີ. ສ່ວນ​ການ
​ຮຽນ​ໃນ​ລະດັບ​ປະ​ຖົມ​ກໍ​ຍັງ​ຄົງຕ້ອງ​ໃຊ້​ເວລາ
5 ປີ ​ແລະ​ມັດທະຍົມປາຍ 3 ປີ ​ເຊັ່ນເດີມ
ນັ້ນ ກໍ​ຍັງມີ​ຄວາມແຕກ​ຕ່າງ​ກັບ​ປະ​ເທດ​ອື່ນໆ
​ໃນ​ກຸ່ມ​ອາ​ຊ່ຽນດ້ວຍ​ກັນ​ ເພາະວ່າໃນ​ລະດັບປະຖົມ​ນັ້ນ ປະ​ເທດ​ສ່ວນ​ໃຫຍ່ຈະ​ມີ​ການ​ຮຽນ​-
ການ​ສອນ​ເປັນ​ເວລາ 6 ປີ ຫາກ​ແຕ່​ຢູ່​ໃນ​ລາວ​ກໍ​ຍັງ​ຄົງ​ເປັນ 5 ປີ ​ເຊັ່ນເດີ​ມໂດຍມີ​ສາ​ເຫດມາ​ຈາກ​ຂໍ້​ຈໍາ​ກັດດ້ານ​ງົບປະມານຂອງລັດຖະບານ ​ເປັນສໍາຄັນ.

ຊຶ່ງການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ດັ່ງກ່າວ ກໍ​ຍັງເຮັດ​ໃຫ້ການ​ພັດທະນາດ້ານການສຶກສາ
ມີ​ຄວາມ​ແຕກໂຕນ​ກັນ​ຢ່າງ​ຫລວງຫລາຍ ​ລະຫວ່າງ​ເຂດ​ໃນເມືອງ​ກັບ​ເຂດ​ຊົນນະບົດ ທັງນີ້ກໍ
ເນື່ອງຈາກວ່າ ​ງົບປະມານ​ສໍາລັບ​ພັດທະນາ​ການ​ສຶກສາ​ ຍັງ​ຄົງ​ບໍ່​ຕົກ​ໄປ​ເຖິງ​ເຂ​ດຊົນນະບົດ​
ຢ່າງ​ແທ້​ຈິງ. ເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມາ ສະພາແຫ່ງຊາດຈຶ່ງໄດ້ອະນຸມັດງົບປະ
ມານ​ໃຫ້ແກ່​ການ​ພັດທະນາ​ການ​ສຶກສາ​ໃຫ້​ໃນອັດຕາສ່ວນ​ 18% ຂອງງົບປະມານ​ລາຍ​ຈ່າຍ
​ທັງໝົດ ໃນ​ແຕ່ລະ​ປີ ກໍຕາມ ແຕ່ ​ລັດຖະບານ​ລາວສາມາດ​ປະຕິບັດຕົວຈິງ​ໄດ້ພຽງ​ແຕ່ 15% ເທົ່ານັ້ນ.

XS
SM
MD
LG